ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Judges 1

Judges 1:1

ໃຜ​​ຈະນຳພາຄົນ​ອິດ​ສ​ະ​ຣາເອນເມື່ອພວກເຂົາຂຶ້ຶ້ນໄປຕໍ່ສູ້ກັບຄົນການາອານເພື່ອ​ສູ້­ຮົບ​ກັບ​ພວກເຂົາ?

ຢູ­ດາຈະນຳພາຄົນ​ອິດ​​ສ​ະ​ຣາເອນຕໍ່ສູ້ກັບຄົນການາອານສຳລັບພວກເຮົາ​, ເພື່ອ​ສູ້­ຮົບ​ກັບ​ພວກເຂົາ.

Judges 1:4

ຄົນຢູດາໄດ້ຕໍ່ສູ້ກັບໃຜ?

ຄົນຢູດາໄດ້ຕໍ່ສູ້ກັບອາ­ໂດ­ນີ-ເບ­ເຊັກ.

Judges 1:6

ຜູ້ໃຜໄດ້ເກັບ​ເສດ­ອາ­ຫານ​ຢູ່​ກ້ອງ​ໂຕະ​ຂອງອາ­ໂດ­ນີ-ເບ­ເຊັກ?

​ກະ­ສັດ​ເຈັດ​ສິບ​ອົງ​, ຜູ້ທີ່ມີ​ຫົວ​ໂປ້​ມືແລະ​ຫົວ​ໂປ້​ຕີນ​ຖືກຕັດອອກ, ໄດ້ເກັບ​ເສດ­ອາ­ຫານ​ຢູ່​ກ້ອງ​ໂຕະ​ຂອງອາ­ໂດ­ນີ-ເບ­ເຊັກ.

Judges 1:8

ເມື່ອກ່ອນເມືອງ​ເຮັບ­ໂຣນ​ມີຊື່ຫຍັງ?

​ເມື່ອກ່ອນ​ເມືອງ​ເຮັບ­ໂຣນມີຊື່­ວ່າກີ­ຣິ­ອາດອາ­ຣະ­ບາ.

Judges 1:11

ກາ­ເລັບໄດ້ໃຫ້ຫຍັງແກ່ໂອດ­ນີ­ເອນ?

ກາເລັບຈຶ່ງ​ຍົກ​ອັກ­ສາ,​ ລູກ­ສາວຂອງ­ຕົນ, ໃຫ້­ເປັນ​ເມຍຂອງໂອດ­ນີ­ເອນ.

Judges 1:14

ຕັ້ງແຕ່ອັກສາ​ອາໃສຢູ່ໃນເນເກບ, ນາງຕ້ອງການພໍ່ໃຫ້ຫຍັງແກ່ນາງ?

ຕັ້ງແຕ່ອັກສາ​ອາໄສຢູ່ໃນເນເກບ, ນາງຕ້ອງການລາວເອົານ້ຳ­ພຸໃຫ້ນາງ.

Judges 1:16

ຖິ່ນແຫ້ງແລ້ງກັນດານຂອງຢູດາຢູ່ໃສ?

ຖິ່ນແຫ້ງແລ້ງກັນດານຂອງຢູດາຢູ່ໃນເນເກບ.

Judges 1:18

ເຫດໃດຄົນຢູ­ດາຈຶ່ງບໍ່ສາມາດ​ຂັບ­ໄລ່ ຊາວ­ເມືອງ​ທີ່­ຢູ່​ໃນ​ຮ່ອມ​ພູ­ເຂົາ​ນັ້ນ​ໄດ້?

ພວກເຂົາບໍ່ສາມາດ​ຂັບ­ໄລ່​ຊາວ­ເມືອງ​ທີ່­ຢູ່​ໃນ​ຮ່ອມ​ພູ­ເຂົາ​ນັ້ນ​ໄດ້ ເພາະ­ວ່າ​ພວກ​ເຫລົ່າ­ນັ້ນ​ມີ​ລົດ­ຮົບ​ເຫລັກ.

Judges 1:20

ເປັນຫຍັງຄົນ​ເຢ­ບຸດ​ຈຶ່ງ​ອາ­ໄສ​ຢູ່​ກັບ​ຄົນ​ເບັນ­ຢາ­ມິນ​ໃນ​ເຢ­ຣູ­ຊາ­ເລັມ?

ເພາະວ່າຄົນ​ເບັນ­ຢາ­ມິນ​ບໍ່­ໄດ້​ຂັບ­ໄລ່​ຄົນ​ເຢ­ບຸດ​ຜູ້​ຢູ່­ໃນ​ເຢ­ຣູ­ຊາ­ເລັມ​ໃຫ້​ອອກ​ໄປ, ຄົນ​ເຢ­ບຸດ​ຈຶ່ງ​ອາໄສ​ຢູ່​ກັບ​ຄົນ​ເບັນ­ຢາ­ມິນ​ໃນ​ເຢ­ຣູ­ຊາ­ເລັມ.​

Judges 1:25

ມີຫຍັງເກີດຂຶ້ນກັບຜູ້ຊາຍທີ່ສະແດງຜູ້ສອດແນມຈາກເຮືອນຂອງໂຢເຊັບວ່າຈະເຂົ້າໄປໃນເບັດເທນໄດ້ແນວໃດ?

ຜູ້ສອດແນມປ່ອຍ​ຊາຍ​ຄົນ​ນັ້ນ ແລະ​ຄອບ­ຄົວ​ຂອງ​ລາວ​​ທັງ​ຫມົດລອດ​ໄປ ແລະຊາຍ​ຄົນ​ນັ້ນ​ກໍ​ເຂົ້າ­ໄປ​ໃນ​ແຜ່ນ­ດິນ​ຂອງ​ຄົນ​ຮິດ­ຕີ ແລະ​ ສ້າງ​ເມືອງ​ຂຶ້ນ​ເມືອງ​ຫນຶ່ງ, ເອີ້ນ​ຊື່­ວ່າ​ເມືອງ​ລູ­ເຊ.

Judges 1:27

ເມື່ອ​ຄົນ​ອິ​ດສ​ະ​ຣາເອນ ​ມີ​ກຳ­ລັງ​ເຂັ້ມ­ແຂງ​ຂຶ້ນ​, ພວກເຂົາໄດ້ເຮັດຫຍັງຕໍ່ຄົນ​ກາ­ນາ­ອານ?

ເມື່ອ​ຄົນ​ອິດສ​ະ​ຣາເອນ​ມີ​ກຳ­ລັງ​ເຂັ້ມ­ແຂງ​ຂຶ້ນ​, ພວກເຂົາກໍ​ບັງ­ຄັບ​ຄົນ​ກາ­ນາ­ອານໃຫ້ຮັບໃຊ້ພວກເຂົາດ້ວຍການເຮັດວຽກຫນັກ, ແຕ່ພວກເຂົາ​ບໍ່­ໄດ້​ຂັບ­ໄລ່​ຄົນພວກນັ້ນ​ອອກ​ໄປໂດຍສິ້ນເຊີງ.

Judges 1:31

ຍ້ອນຫຍັງເຜົ່າອາ­ເຊໄດ້​ອາ­ໄສ​ຢູ່​ກັບ​ຄົນ​ກາ­ນາ­ອານ?

ເຜົ່າອາ­ເຊໄດ້​ອາ­ໄສ​ຢູ່​ກັບ​ຄົນ​ກາ­ນາ­ອານ, ເພາະ­ວ່າ​ພວກ­ເຂົາ​ບໍ່­ໄດ້​ຂັບ­ໄລ່​ພວກນັ້ນໃຫ້​ອອກ​ໄປ.

Judges 1:34

ຜູ້ໃດເອົາຊະນະຄົນອຳໂມນທີ່ເທິງພູເຮ​ເລັດ, ໃນ​ໄອ­ຢາ­ໂລນ, ແລະໃນຊາ­ອານ­ບີມ?

ເຮືອນ​ຂອງ​ໂຢ­ເຊັບໄດ້ເອົາຊະນະ​ເຫນືອກ​ວ່າ​ພວກ­ເຂົາ.

Judges 2

Judges 2:1

ເທວະດາຂອງ​ພຣະ­ຢາເວໄດ້ນຳຄົນອິດສະຣາເອນໄປໃສ?

ເທວະດາຂອງ​ພຣະ­ຢາເວໄດ້ນຳພວກເຂົາເຂົ້າ­ໄປ​ໃນ​ແຜ່ນ­ດິນ​ທີ່​ພຣະອົງໄດ້​ສັນ­ຍາ​ໄວ້​ກັບ​ປູ່­ຍ່າ­ຕາ­ຍາຍ​ຂອງ​ພວກ​ເຂົາ.

Judges 2:3

ເມື່ອເທວະດາເວົ້າວ່າ ເຮົາຈະ​ບໍ່​ຂັບ­ໄລ່ຄົນການາອານ​ອອກ​ໄປກ່ອນ​ຄົນອິດສະຣາເອນ, ພວກເຂົາໄດ້ເຮັດແນວໃດ?

ເມື່ອເທວະດາເວົ້າວ່າ ເຮົາຈະ​ບໍ່​ຂັບ­ໄລ່ຄົນການາອານ​ອອກ​ໄປກ່ອນ​ຄົນອິດສະຣາເອນ, ພວກເຂົາກໍໄດ້­ພາ­ກັນໂຮ່​ຮ້ອງ ແລະ ຮ້ອງໄຫ້.

Judges 2:6

ປະຊາຊົນໄດ້ຮັບໃຊ້ພຣະຢາເວດົນປານໃດ?

ປະຊາຊົນໄດ້ຮັບໃຊ້ພຣະຢາເວຕະຫລອດຊີວິດຂອງໂຢຊວຍແລະພວກຜູ້ອາວຸໂສທີ່ມີ​ອາ­ຍຸ​ຍືນຍາວກວ່າລາວ.

Judges 2:11

ບັນດາພະເຈົ້າທັງຫລາຍໄດ້ເຮັດຫຍັງ ເຊິ່ງເຮັດໃຫ້ຄົນອິດສະຣາເອນ​ພາ­ກັນ​ໄປຕິດຕາມ​?

ປະຊາຊົນຄົນອິດສະຣາເອນໄດ້ຕິດບັນດາພະທັງຫລາຍ​ຂອງ​ຊົນ­ຊາດທີ່­ຢູ່​ອ້ອມ­ຂ້າງ​ພວກ­ເຂົາ​.

Judges 2:14

ພຣະຢາເວໄດ້ຊົງ​ສາບານຕໍ່ຄົນອິດ​ສະຣາເອນແນວໃດ?

ພຣະຢາເວໄດ້ຊົງ​ສາບານວ່າ ເມື່ອໃດກໍຕາມ ຊາວອິດ​ສ​ະ​ຣາເອນ ໄດ້ອອກໄປສູ້ຮົບ, ພຣະຫັດຂອງຢາເວຈະ​ຊົງ​ຕໍ່­ສູ້ເພື່ອປາບ​ພວກ­ເຂົາເຮັດໃຫ້ພວກເຂົາພ່າຍແພ້​.

Judges 2:16

ຜູ້ປົກຄອງໄດ້ເຮັດຫຍັງ?

ຜູ້ປົກຄອງໄດ້ຊ່ອຍ​ຄົນອິດ​ສະຣາເອນໃຫ້​ພົ້ນ​ຈາກ​ເງື້ອມ­ມື​ຂອງ​ພວກລັກຂະໂມຍຊັບສິນຂອງພວກເຂົາ.

Judges 2:18

ຈະມີິຫຍັງເກີດຂຶ້ນ ​ເມື່ອ​ຜູ້­ປະກາດພຣະທຳ​ເສຍ​ຊີ­ວິດ​ໄປ​ແລ້ວ?

ເມື່ອ​ຜູ້­ປະກາດພຣະທຳ​ເສຍ​ຊີ­ວິດ​ໄປ​ແລ້ວ, ຄົນອິດ​ສະຣາເອນຈະຫັນຫນີໄປ ແລະ​ເຮັດ­ການ​ຊົ່ວ­ຮ້າຍ​ຫລາຍ­ກວ່າບັນພະບຸຣຸດ​ຂອງ​ພວກ­ເຂົາ.

Judges 2:20

ເປັນຫຍັງພຣະຢາເວ​ຈຶ່ງ​ບໍ່ຂັບໄລ່ຊົນຊາດໃດໆ​ອອກຈາກອິດ​ສະຣາເອນ ທີ່ໂຢຊວຍຍັງ​ເຫລືອ​ໄວ້ຢູ່ໃນເວລາທີ່ລາວ​ເສຍ​ຊີ­ວິດ?

ພຣະຢາເວ​ຈະ​ບໍ່​ຂັບ­ໄລ່​ຊົນ­ຊາດ​ໃດໆ​ອອກຈາກອິດ​ສະຣາເອນທີ່ໂຢຊວຍຍັງ​ເຫລືອ​ໄວ້ຢູ່ໃນເວລາທີ່ລາວ​ເສຍ​ຊີ­ວິດ, ດັ່ງນັ້ນ ເຮົາຈະທົດສອບພວກ​ອິດ​​ສ​ະ​ຣາເອນວ່າ, ພວກເຂົາ​ຈະ​ຖືຮັກສາເສັ້ນ­ທາງ​ຂອງ​ພຣະຢາເວ ແລະ ດຳເນີນຕາມນັ້ນ, ຕາມ​ທີ່ບັນພະບຸຣຸດ​ຂອງ​ພວກ­ເຂົາ​ໄດ້ຮັກສາ​ຫລື​ບໍ່.

Judges 3

Judges 3:1

ເປັນຫຍັງພຣະຢາເວໄດ້ປ່ອຍໃຫ້ຊົນຊາດຕ່າງໆທົດລອງຄົນອິດ​​ສ​ະ​ຣາເອນ?

ພຣະຢາເວໄດ້ປ່ອຍໃຫ້ຊົນຊາດຕ່າງໆທົດລອງຄົນອິດ​​ສ​ະ​ຣາເອນ ເພື່ອ​ສອນເລື່ອງ​ສົງ­ຄາມກັບ​ໃຫ້​ເຊື້ອ­ສາຍຄົນ​ອິ​ດ​ສ​ະ​ຣາເອນຮຸ້ນໃຫມ່ຜູ້​ທີ່​ຍັງ​ບໍ່​ຮູ້​ມາ​ກ່ອນ.

Judges 3:4

ພຣະຢາເວຈະຊົງເຮັດວິທີໃດກັບບັນດາຊົນຊາດເຫລົ່ານີ້ທີ່ເຫລືອ​​ຢູ່?

​ພຣະຢາເວຈະຊົງທົດ­ລອງ​ຄົນ​ອິ​ດສ​ະ​ຣາເອນໂດຍຜ່ານບັນດາປະເທດທີ່ຍັງເຫລືອ, ເພື່ອຢືນຢັນວ່າພວກເຂົາ ຈະ​ເຊື່ອຟັງ​ພຣະ­ບັນ­ຍັດ​, ຊຶ່ງ​ພຣະ­ອົງ​ສັ່ງ​ໄວ້​ກັບ​ບັນ­ພະ­ບູ­ຣຸດ​ຂອງ​ພວກ­ເຂົາ​ໂດຍ​ຜ່ານທາງໂມ­ເຊ​ນັ້ນ​.

Judges 3:7

ປະຊາຊົນ​ອິດ​ສ​ະ​ຣາເອນໄດ້ນະມັດສະການຫຍັງ?

ພວກເຂົາໄດ້ນະມັດສະການບັນດາ​ພະ­ບາ­ອານ​ ແລະ​ ເຈົ້າແມ່ອາເຊຣາ.

Judges 3:9

ຜູ້ໃດທີ່ພຣະ­­ຢາເວໄດ້ຊົງຍົກຂຶ້ນເປັນຜູ້ທຳອິດ, ຜູ້ທີ່ຈະມາຊ່ວຍ​ຄົນ​​ອິ​ດສ​ະ​ຣາເອນ?

ພຣະ­­ຢາເວໄດ້ຊົງຍົກໂອດ­ນີ­ເອນລູກ­ຊາຍ​ຂອງ​ເກ­ນາດ, ນ້ອງ­ຊາຍ​ຂອງ​ກາ­ເລັບ ຂຶ້ນເປັນຜູ້ທຳອິດ.

Judges 3:12

ຜູ້ໃດເສີມ​ກຳ­ລັງແກ່ກະສັດ​ເອກ­ໂລນ​ແຫ່ງ​ໂມ­ອາບ?

ພຣະ­­ຢາເວຈຶ່ງ​ຊົງ​ເສີມ​ກຳ­ລັງແກ່ກະສັດ​ເອກ­ໂລນແຫ່ງ​ໂມ­ອາບ.

Judges 3:15

ເມື່ອໃດທີ່ພຣະ­­ຢາເວໄດ້ຊົງຍົກເອ­ຮຸດຂຶ້ນໃຫ້ໄປຊ່ວຍ​ຄົນ​ອິດ​​ສ​ະ​ຣາເອນ?

ພຣະ­­ຢາເວໄດ້ຊົງຍົກເອ­ຮຸດຂຶ້ນເພື່ອໄປຊ່ວຍ​ຄົນ​ອິດ​​ສ​ະ​ຣາເອນ​ເມື່ອ​ຄົນ​ອິດ​​ສ​ະ​ຣາເອນ​ຮ້ອງ​ທູນຕໍ່​ພຣະອົງ.

Judges 3:16

ເອ­ຮຸດໄດ້ເຫນັບດາບເອົາ​ໄວ້​ຢູ່ໃສ?

ລາວໄດ້ເຫນັບ​ມັນໄວ້​ໃສ່­ໃນເສື້ອ​ຜ້າ​ຢູ່ກົກ​ຂາ​ເບື້ອງ​ຂວາຂອງລາວ.

Judges 3:19

ຜູ້ໃດຢູ່ກັບເອຮຸດ ແລະກະສັດ ເມື່ອເອຮຸດທູນກ່ຽວກັບພຣະຄຳສັ່ງຈາກພຣະເຈົ້າ?

ມີແຕ່ເອຮຸດ ແລະກະສັດເທົ່ານັ້ນທີ່ຢູ່ທີ່ນັ້ນ.

Judges 3:21

ເປັນຫຍັງໄຂ­ມັນ​ຈຶ່ງຫຸ້ມ​ໃບມີດ​?

ໄຂມັນຫຸ້ມຢູ່ເທິງໃບມີດ, ເພາະວ່າເອຮຸດບໍ່ໄດ້​ຖອດ​ດາບ​ອອກ­ຈາກຮ່າງກາຍຂອງກະສັດ.

Judges 3:24

ເມື່ອພວກ​ຜູ້​ຮັບໃຊ້​ຂອງ​ກະ­ສັດ​ເຫັນ​ວ່າ​ປະ­ຕູ​ຫ້ອງ​ຊັ້ນ​ເທິງ​ປິດ​ໃສ່​ກຸນ­ແຈ​ຢູ່, ພວກເຂົາຄິດແນວໃດ?

ເມື່ອພວກ​ຂ້າ​ຮັບໃຊ້​ຂອງ​ກະ­ສັດ​ເຫັນ​ວ່າ​ປະ­ຕູ​ຫ້ອງ​ຊັ້ນ​ເທິງ​ປິດ​ໃສ່​ກຸນ­ແຈ​ຢູ່, ພວກ­ເຂົາຈຶ່ງ​ຄິດ­ວ່າ ພຣະ​ອົງ​ກຳ­ລັງຜ່ອນຄາຍຕົວເອງໃນຄວາມເຢັນຂອງຫ້ອງຊັ້ນເທິງຢ່າງແນ່ນອນ.

Judges 3:26

ເອຮຸດຫນີໄປເມື່ອໃດ?

ຄືໃນຂະນະທີ່ຜູ້ຮັບໃຊ້​ຄອຍ​ຖ້າ​ກັນ​ຢູ່ນັ້ນ, ພວກເຂົາສົງໃສກັນວ່າຄວນເຮັດຫຍັງ, ເອຮຸດກໍໄດ້ຫນີໄປ.

Judges 3:28

ຄົນອິດສະຣາເອນໄດ້ເຮັດແນວໃດເພື່ອປ້ອງກັນບໍ່ໃຫ້ຊາວໂມອາບຂ້າມແມ່ນໍ້າ?

ຄົນອິສະຣາເອນ​ ຢຶດ​ຝ່ັ່ງຂອງແມ່­ນ້ຳ​ຈໍແດນ​ຂ້າມຜ່ານຈາກ​ໂມ­ອາບ.

Judges 3:31

ຊຳ­ຄາໄດ້ຂ້າພວກຟີລິດສະຕິນ 600 ຄົນດ້ວຍຫຍັງ?

ຊຳ­ຄາໄດ້ຂ້າ​ຄົນ​ຟີ­ລິດ­ສະ­ຕິນ​ຫົກ​ຮ້ອຍ​ຄົນ ດ້ວຍໄມ້ຄ້ອນເທົ້າທີ່ໃຊ້ລ້ຽງງົວ.

Judges 4

Judges 4:1

ເປັນຫຍັງຄົນອິດສະຣາເອນຈຶ່ງຮ້ອງຫາພຣະ­ຢາເວເພື່ອຂໍຄວາມຊ່ວຍເຫລືອ?

ຄົນ​ອິດສ​ະ​ຣາເອນໄດ້ຮ້ອງຫາພຣະຢາເວ ເພື່ອຂໍຄວາມຊ່ວຍເຫລືອ, ເພາະວ່າ ສິເສຣາ ມີລົດຮົບເຫລັກ​ເກົ້າ​ຮ້ອຍ​ຄັນ ແລະ​ ລາວໄດ້​ບີບ​ບັງ­ຄັບຄົນ​​ອິດ​​ສ​ະ​ຣາເອນດ້ວຍກຳລັງເປັນເວລາຊາວ​ປີ.

Judges 4:4

ເປັນຫຍັງຄົນ​ອິດ​​ສ​ະ​ຣາເອນຈຶ່ງມາຫານາງເດ­ໂບ­ຣາ?

ຄົນ​ອິ​ດ​ສ​ະ​ຣາເອນມາຫານາງ ເພື່ອ​ໃຫ້​ນາງ​ແກ້ໄຂຂໍ້ຂັດແຍ້ງຂອງພວກເຂົາ.

Judges 4:6

ບ່ອນໃດທີ່ພຣະຢາເວຈະເຮັດໃຫ້​ສີ­ເສ­ຣາພົບກັບບາ­ຣາກ?

ພຣະຢາເວຈະ​ເຮັດ­ໃຫ້​ສີ­ເສ­ຣາພົບບາ­ຣາກຢູ່​ແມ່ນໍ້າ​ກີ­ໂຊນ.

Judges 4:8

ເປັນຫຍັງພຣະຢາເວຈຶ່ງເຮັດໃຫ້ຜູ້ຍິງຄົນຫນຶ່ງເອົາຊະນະສີ­ເສ­ຣາ?​

ພຣະຢາເວໄດ້ເຮັດໃຫ້ຜູ້ຍິງຄົນຫນຶ່ງເອົາຊະນະສີ­ເສ­ຣາ ເພາະວ່າ ບາ­ຣາກບໍ່ໄປໂດຍບໍ່ມີເດ­ໂບ­ຣາ.

Judges 4:11

ພວກ​ເກ­ນິດມີເຊື້ອສາຍມາຈາກຜູ້ໃດ?

ພວກ​ເກ­ນິດ​ມີ​ເຊື້ອ­ສາຍມາຈາກ​ໂຮ­ບັບ ຜູ້​ເປັນພໍ່­ເຖົ້າ​ຂອງ​ໂມເຊ.

Judges 4:15

ທະຫານທັງຫມົດຂອງສີ­ເສ­ຣາລອດຊີວິດຈັກຄົນ?

ທະຫານທັງຫມົດຂອງສີ­ເສ­ຣາບໍ່ລອດຊີວິດ​ຈັກ​ຄົນ.

Judges 4:17

ເປັນຫຍັງສີ­ເສ­ຣາໄດ້​ໄປ​ທີ່​ຕູບຜ້າ​ເຕັນ​ຂອງ​ນາງ​ຢາ­ເອນ?

ສີ­ເສ­ຣາໄດ້​ໄປ​ທີ່​ຕູບຜ້າ​ເຕັນ​ຂອງ​ນາງ​ຢາ­ເອນ, ເພາະວ່າມີຄວາມສະຫງົບສຸກ ລະຫວ່າງ ທ່ານ​ຜູ້​ນີ້​ພ້ອມ​ທັງ​ຄອບ­ຄົວ​ເຄີຍ​ຜູກ​ສຳ­ພັນ​ກັບ​ຢາ­ບິນ​ກະສັດ​ແຫ່ງ​ຮາ­ໂຊ​, ແລະ ວົງວານຂອງເຮເບ, ຜົວຂອງຢາເອນ.

Judges 4:19

ເມື່ອສີ­ເສ­ຣາຂໍກິນນໍ້າ, ຢາເອນໄດ້ໃຫ້ລາວດື່ມຫຍັງ?

ເມື່ອສີ­ເສ­ຣາຂໍກິນນໍ້າ, ຢາເອນໄດ້ໃຫ້ນໍ້ານົມ.

Judges 4:21

ຢາບີນໄດ້ຂ້າສີ­ເສ­ຣາແນວໃດ?

ຢາບີນ​ກໍ​ເອົາ​ຄ້ອນ​ຕີຕອກ ຂໍເຫລັກ​ຕູບຜ້າ​ເຕັນໃສ່​ຂະ­ຫມັບ​ຂອງ​ລາວ​ຈົນ​ຊອດ​ຮອດ​ຂີ້ດິນ.

Judges 5

Judges 5:3

ເມື່ອນໃດທີ່ແຜ່ນ­ດິນ​ໄດ້ສັ່ນສະເທືອນ?

ແຜ່ນ­ດິນ​ໄດ້​ສັ່ນສະເທືອນ ເມື່ອ​ພຣະ­ອົງ​ສະ­ເດັດ​ມາ​ຈາກ​ພູ​ເສ­ອີ, ເມື່ອພຣະອົງໄດ້​ສະ­ເດັດ​ອອກ​ມາ​ຈາກ​ເຂດ​ເມືອງ​ເອ­ໂດມ​ນັ້ນ.

Judges 5:5

ຜູ້ຄົນໃຊ້ຖະຫນົນໃດສັນຈອນໄປມາ?

ຄົນເຫລົ່ານັ້ນຜູ້​ທີ່​ເຄີຍ​ສັນ­ຈອນ​ໄປ​ມາ​ກໍ​ທຽວ​ທາງ​ໂຄ້ງເທົ່ານັ້ນ.

Judges 5:7

ສິ່ງໃດທີ່ບໍ່ເຄີຍພົບເຫັນໃນທ່າມກາງ​​ອິດ​ສ​ະ​ຣາເອນ​ສີ່​ສິບ​ພັນ​ຄົນ​ນີ້?

​ບໍ່ເຫັນໂລ້ ຫລື ບໍ່ເຫັນຫອກໃນ​ຈຳ­ນວນ​ພວກ​ຜູ້­ຊາຍ​​ອິດ​ສ​ະ​ຣາເອນ​ສີ່​ສິບ​ພັນ​ຄົນ​ນີ້.

Judges 5:9

ມີສິ່ງໃດແດ່ທີ່ຖືກໃຊ້ເປັນອານຢູ່ເທິງຫລັງ​ລາ​ສີຂາວ?

ຜ້າພົມເຫລົ່ານີ້ຖືກນຳໃຊ້ເປັນອານຢູ່ເທິງຫລັງລາສີຂາວ.

Judges 5:12

ພວກ​ໄພ່​ພົນ​ຂອງພຣະ­ຢາເວ ຟ້າວ​ລົງ​ມາຫາຜູ້ໃດ?

ພວກ​ໄພ່​ພົນ​ຂອງ​ພຣະ­ຢາເວ ​ກໍ​ຟ້າວ​ລົງມາຫາເດໂບຣາ ພ້ອມດ້ວຍພວກຮົບ.

Judges 5:15

ອິດ­ຊາ­ຄາກຳລັງເຮັດຫຍັງກັບ​ບາ­ຣາກ?

​ອິດ­ຊາ­ຄາໄດ້ຢູ່ກັບ​ບາ­ຣາກ ຊຶ່ງຕິດຕາມລາວເຂົ້າໄປ​ໃນ​ຮ່ອມ­ພູພາຍໃຕ້ຄຳສັ່ງຂອງລາວ.

Judges 5:17

ແມ່ນຫຍັງຄືຄວາມສ່ຽງຂອງ​ເຊບູໂລນ?

ເຊບູໂລນອາດຈະສ່ຽງຊີວິດຂອງພວກເຂົາທີ່ນຳໄປສູ່ຄວາມຕາຍ.

Judges 5:19

ມີສິ່ງໃດທີ່ຕໍ່ສູ້ກັບສີເສຣາຈາກເສັ້ນທາງຂອງພວກເຂົາຂ້າມຜ່ານທ້ອງຟ້າ?

ເຫລົ່າດວງ​ດາວໄດ້ຕໍ່ສູ້ກັບສີເສຣາຈາກເສັ້ນທາງຂອງພວກເຂົາຂ້າມທ້ອງຟ້າ.

Judges 5:24

ເປັນຫຍັງເທວະດາຂອງພຣະຢາເວຈຶ່ງສາບແຊ່ງເມຣົດ?

ເທວະດາຂອງພຣະຢາເວສາບແຊ່ງເມຣົດ ເພາະວ່າ ​ພວກ­ເຂົາ​ບໍ່­ໄດ້​ມາ​ຊ່ວຍ​ຝ່າຍ​ພຣະ­ຢາເວ.

Judges 5:26

ຢາບີນຈັບມືຂອງນາງໄວ້ເພື່ອຫຍັງ?

ນາງໄດ້ຈັບເຫລັກປັກເຕັນໄວ້ໃນມືຂອງນາງ, ແລະມືຂວາຂອງນາງໄດ້ຖືໄມ້ຄ້ອນຕີ.

Judges 5:28

ແມ່​ຂອງ​ສີ­ເສ­ຣາ​ໄດ້ຫລຽວ​ອອກ​ມາ​ທາງໃດ?

ແມ່​ຂອງ​ສີ­ເສ­ຣາ​ໄດ້​ຫລຽວ​ອອກ​ມາ​ທາງ​ປ່ອງ­ຢ້ຽມ, ​ຜ່ານຊ່ອງ​ຕາ­ຫນ່າງອອກໄປ.

Judges 5:31

ຜູ້ທີ່ຮັກພຣະຢາເວຄວນເປັນແບບໃດ?

ບັນດາຜູ້ທີ່ຮັກພຣະຢາເວຄວນເປັນເຫມືອນດັ່ງກັບດວງເວັນຂຶ້ນໃນແສງແຮງກ້າ.

Judges 6

Judges 6:1

ຄົນ​ອິ​ດ​ສ​ະ​ຣາເອນໄດ້ເຮັດຫຍັງ ຍ້ອນຄົນມີດີອານ?

ຍ້ອນຄົນມີດີອານ, ຄົນ​ອິ​ສ​ະ​ຣາເອນ ຈຶ່ງຕ້ອງສ້າງທີ່ພັກອາໄສສຳລັບພວກເຂົາເອງຕາມບ່ອນຫລົບ​ລີ້ຕ່າງໆໃນຮ່ອມພູ, ໃນ​ຖ້ຳຕ່າງໆ ແລະ​ ໃນ​ບ່ອນກຳບັງທີ່ແຂງແຮງຕ່າງໆ.

Judges 6:3

ໄດ້ມີຫຍັງເກີດຂຶ້ນໃນທຸກໆ​ເທື່ອ​ທີ່ຄົນ​​ອິດ​​ສ​ະ​ຣາເອນ​ຫວ່ານ​ພືດຂອງເຂົາເຈົ້າ?

ທຸກໆ​ເທື່ອ​ທີ່ຄົນ​​ອິດ​​ສ​ະ​ຣາເອນ​ຫວ່ານ​ພືດຂອງເຂົາເຈົ້າ, ຄົນ​ມີ­ດີ­ອານ​ ແລະ ຄົນອາມາເຫລັກ ແລະ ຄົນມາຈາກທິດຕາເວັນອອກກໍ​ມາ​ບຸກ­ໂຈມ­ຕີ​ຄົນ​ອິດ​​ສ​ະ​ຣາເອນ.

Judges 6:5

ມີຄົນ​ມີ­ດີ­ອານ​ ແລະ ຄົນອາມາເຫລັກ ​ມາ​ບຸກ­ໂຈມ­ຕີ​ຈັກຄົນ?

ມັນຈະະບໍ່ສາມາດ​ນັບພວກເຂົາໄດ້.

Judges 6:9

​ຊາວອິດສະຣາເອນກຳ­ລັງ​ອາ­ໄສ​ຢູ່­ໃນ​ດິນ­ແດນຂອງໃຜ?

​ພວກເຂົາກຳ­ລັງ​ອາ­ໄສ​ຢູ່­ໃນ​ດິນ­ແດນຂອງຊາວອຳໂມນ.

Judges 6:11

ເປັນຫຍັງກີ­ເດ­ໂອນຈຶ່ງແຍກເມັດສາລີ ໂດຍການຟາດມັນລົງພື້ນ, ໃນ​ບ່ອນ​ບີບ​ນ້ຳ​ອະ­ງຸ່ນ?

ກີ­ເດ­ໂອນໄດ້ແຍກເມັດສາລີ ໂດຍການຟາດມັນລົງພື້ນ, ໃນ​ບ່ອນ​ບີບ​ນ້ຳ​ອະ­ງຸ່ນ, ເພື່ອ​ເຊື່ອງເມັດສາລີຈາກ​ພວກ​ມີດີອານ.

Judges 6:13

ກີ­ເດ­ໂອນຄິດວ່າ ພຣະຢາເວໄດ້ຊົງເຮັດຫຍັງກັບຄົນອິດສະຣາເອນ?

ກີ­ເດ­ໂອນຄິດວ່າ ພຣະ­ຢາເວ ໄດ້​ຊົງ​ປະ​ຖິ້ມ​ພວກ​ເຂົາ​, ແລະ​ ໄດ້​ມອບ​ພວກເຂົາ​ໄວ້ໃນມືຂອງຄົນມີດີອານ.

Judges 6:14

ຍ້ອນຫຍັງ ກີເດໂອນຈຶ່ງຄິດວ່າ ລາວບໍ່ສາມາດປົດປ່ອຍຄົນອິດ​ສະຣາເອນໄດ້?

ກີເດໂອນຄິດວ່າ ລາວບໍ່ສາມາດປົດປ່ອຍຄົນອິດ​ສະຣາເອນໄດ້ເພາະວ່າຄອບຄົວຂອງລາວອ່ອນແອທີ່ສຸດໃນເຜົ່າມານາເຊ, ແລະ ລາວ​ເອງ​ກໍ​ເປັນ​ຄົນ­ທີ່ມີ​ຄວາມ​ສຳ­ຄັນຫນ້ອຍ​ໃນເ​ຮືອນຂອງພໍ່​ລາວ.

Judges 6:16

ຍ້ອນຫຍັງພຣະ­­ຢາເວຈຶ່ງ​ຊົງລໍຖ້າກິ­ເດ­ໂອນ​?

ພຣະ­­ຢາເວຊົງລໍຖ້າກີເດໂອນ ເພື່ອອ່ວຍພອນລາວ.

Judges 6:19

ເທວະດາຂອງ​ພຣະ­ຢາເວ​ໄດ້ບອກໃຫ້ກິເດໂອນເອົາຊີ້ນ ແລະເຂົ້າຈີ່​ບໍ່­ມີ​ເຊື້ອ​ແປ້ງ​ໄປຈັດວາງໄວ້ຢູ່ໃສ?

ເທວະດາຂອງ​ພຣະ­ຢາເວ​ໄດ້ບອກໃຫ້ກິເດໂອນເອົາຊີ້ນ ແລະ ເຂົ້າຈີ່​ບໍ່­ມີ​ເຊື້ອ​ແປ້ງ​ໄປຈັດວາງຢູ່​ກ້ອງ​ຕົ້ນສົນ.

Judges 6:21

ມີຫຍັງເກີດຂຶ້ນເມື່ອເທວະດາຂອງ​ພຣະຢາເວ ​ເອົາ​ປາຍ​ໄມ້­ເທົ້າແຕະສິ່ງ​ຂອງ?

ເມື່ອເທວະດາຂອງ​ພຣະຢາເວ​ເອົາ​ປາຍ​ໄມ້­ເທົ້າ​ຂອງ­ຕົນ​ແຕະ­ຕ້ອງ​ຊີ້ນ ແລະ ​ເຂົ້າ­ຈີ່​ນັ້ນ; ໃນ​ທັນ­ໃດ​ນັ້ນ ໄຟ​ໄດ້​ລຸກ­ຂຶ້ນ​ຈາກ​ໂງ່ນ​ຫີນ ແລະ ​ໄຫມ້ຊີ້ນ​ກັບ​ເຂົ້າ­ຈີ່​ຈົນ​ຫມົດໂດຍບໍ່ມີເຊື້ອໄຟ.

Judges 6:22

ເປັນຫຍັງກິເດໂອນຈຶ່ງຢ້ານກົວເມື່ອລາວເຂົ້າໃຈວ່າ ລາວໄດ້ເຫັນເທວະດາຂອງພຣະຢາເວ?

ກິເດໂອນຢ້ານກົວເມື່ອລາວເຂົ້າໃຈວ່າ ລາວໄດ້ເຫັນເທວະດາຂອງພຣະຢາເວ ເພາະລາວຄິດວ່າລາວ​ຈະ​ບໍ່​ຕາຍ.

Judges 6:25

ພຣະ­­ຢາເວຊົງກ່າວແກ່ກິເດໂອນໃຫ້ສ້າງສິ່ງໃດຢູ່ເທິງ​ບ່ອນສູງສຸດຂອງບ່ອນລີ້ໄພນີ້?

ພຣະ­­ຢາເວຊົງ​ກ່າວແກ່ລາວ​ໃຫ້ສ້າງ​ແທ່ນ​ບູ­ຊາ​​ຂອງ​​ພຣະ­­​ຢາເວ​ຢູ່​ເທິງ​ບ່ອນສູງສຸດຂອງບ່ອນລີ້ໄພນີ້​.

Judges 6:27

ເປັນຫຍັງກິ­ເດ­ໂອນ​ຈຶ່ງ​ເຮັດສິ່ງທີ່ພຣະຢາເວບອກໃຫ້​ລາວເຮັດໃນ​ເວ­ລາ​ກາງຄືນ?

ກິເດໂອນໄດ້​ເຮັດໃນສິ່ງທີ່ພຣະຢາເວໄດ້ບອກໃຫ້​ລາວເຮັດ​ໃນ​ເວ­ລາ​ກາງຄືນ ເພາະວ່າ ລາວຢ້ານຄົນໃນຄອບຄົວຂອງພໍ່ຂອງລາວ ​ແລະ ​ຄົນ​ໃນ​ເມືອງ​ເຫັນ ຈຶ່ງໄດ້ເຮັດວຽກຕອນກາງຄືນ.

Judges 6:30

ເປັນຫຍັງພວກຜູ້ຊາຍໃນເມືອງຈຶ່ງຕ້ອງການຂ້າກິເດໂອນຖິ້ມ?

ພວກຜູ້ຊາຍໃນເມືອງຕ້ອງການຂ້າກິເດໂອນຖີ້ມ, ເພາະວ່າ​ລາວ​ເປັນ​ຜູ້​ທຳ­ລາຍ​ແທ່ນ​ບູ­ຊາ​ຂອງ​ພະ­ບາ­ອານ ແລະ ​ເພາະວ່າລາວໄດ້ຕັດເສົາອາເຊຣາ​ຢູ່​ທາງ­ຂ້າງ​ນັ້ນ​ອອກ.

Judges 6:31

ເປັນຫຍັງກິເດໂອນຈຶ່ງເອີ້ນຊື່, "ເຢ­ຣຸບບາ­ອານ"?

ກິເບໂອນເອີ້ນຊື່, "ເຢ­ຣຸບບາ­ອານ", ເພາະ​ລາວໄດ້ເວົ້າວ່າ, “ຈົ່ງ​ໃຫ້​ພະ­ບາ­ອານ​ປ້ອງ­ກັນ​ຕົວ​ເພິ່ນ​ເອງ”, ເພາະກິເດໂອນໄດ້​ທຳ­ລາຍ​ແທ່ນ​ບູ­ຊາ​ຂອງ​ພະ­ບາ­ອານ.

Judges 6:36

ກິເດໂອນໄດ້ເຮັດຫຍັງເພື່ອຈະຮູ້ວ່າພຣະ­ຢາເວ​ປາຖະຫນາທີ່ຈະໃຊ້ລາວເພື່ອຊ່ວຍຊີວິດຂອງຄົນອິດ​ສະຣາເອນ?

ກິເດໂອນ​ເອົາ​ຂົນ​ແກະ​ວາງ​ໄວ້​ເທິງລານຟາດເຂົ້າ. ລາວເວົ້າວ່າ ຖ້າມີນໍ້າ­ຫມອກ​ຕົກ​ຖືກ​ແຕ່​ຂົນ​ແກະ​ເທົ່າ​ນັ້ນ, ແລະ​ພື້ນດິນກໍ​ຍັງ​ແຫ້ງ​ຢູ່​ຄື­ເກົ່າ, ແລ້ວຂ້າ­ນ້ອຍ​ຈຶ່ງ​ຈະ​ຮູ້­ວ່າ ພຣະ­ອົງ​ຊົງໃຊ້​ຂ້າ­ນ້ອຍ​ຊ່ວຍ​ຊີ­ວິດ​ຄົນອິ​ດ​ສ​ະ​ຣາເອນ.

Judges 6:38

ເມື່ອກິເດໂອນ​​ເອົາ​ຂົນ​ແກະ​ນັ້ນ​ມາ, ແລະ​ປັ້ນນ້ຳຫມອກອອກຈາກຂົນແກະນັ້ນ, ມີນໍ້າໄຫລອອກມາຫລາຍເທົ່າໃດ?

ເມື່ອກິເດໂອນ​ເອົາ​ຂົນ​ແກະ​ນັ້ນ​ມາ, ແລະ​ປັ້ນນ້ຳຫມອກອອກຈາກຂົນແກະນັ້ນ, ມີນໍ້າ​ໄດ້​ໄຫລ​ອອກ​ຫລາຍມາ​ຈົນ​ເຕັມ​ຊາມ.

Judges 6:39

ແມ່ນຫຍັງທີ່ກິເດໂອນທົດລອງພຣະເຈົ້າເປັນຄັ້ງທີສອງ?

ກິເດໂອນທົດລອງພຣະເຈົ້າເປັນຄັ້ງທີສອງດ້ວຍການໃຫ້ຂົນແກະແຫ້ງ, ແລະໃຫ້ພື້ນດິນທັງຫມົດໂດຍອ້ອມຮອບນັ້ນປຽກ.

Judges 7

Judges 7:2

ຍ້ອນຫຍັງພຣະ­ຢາເວຈ່ຶ່ງໃຫ້ທະຫານທີ່ຢ້ານກົວກັບຄືນມາ?

ພຣະ­ຢາເວໃຫ້ທະຫານທີ່ຢ້ານກົວກັບຄືນມາ ເພື່ອທີ່ຄົນອິດສະຣາເອນຈະບໍ່ອວດອ້າງເຮົາໄດ້ ໂດຍກ່າວວ່າ '​ກຳ­ລັງ​ຂອງ​ພວກເຮົາ­ເອງໄດ້ຊ່ວຍພວກເຮົາໄວ້'.

Judges 7:4

ຍ້ອນຫຍັງ ພຣະຢາເວຈຶ່ງບອກໃຫ້ກິ­ເດ­ໂອນເອົາທະຫານລົງໄປໃນແຄມນໍ້າ?

ພຣະຢາເວຕ້ອງການຈະເຮັດໃຫ້ຈຳນວນຂອງ​ທະຫານຫນ້ອຍລົງ ໂດຍບອກກິເດ­ໂອນວ່າ ຄົນນີ້ຈະໄປກັບເຈົ້າ.

Judges 7:5

ພຣະຢາເວບອກກິ­ເດ­ໂອນແຍກທະຫານແນວໃດ?

ພຣະຢາເວບອກກິເດ­ໂອນແຍກທະຫານທຸກຄົນທີ່ດື່ມນໍ້າດ້ວຍລີ້ນ, ຄືກັນກັບຫມາເລຍນ້ຳ.

Judges 7:7

ກິ­ເດ­ໂອນໄດ້ໃຫ້ທະຫານຢູ່ນຳຈັກຄົນ?

ກິ­ເດ­ໂອນໄດ້ຮັກສາທະຫານຈຳນວນສາມ​ຮ້ອຍ​ຄົນ​ ແລະ ສົ່ງຄົນອຶ່ນໆກັບຄືນໄປບ້ານຂອງຕົນ.

Judges 7:9

ຖ້າກິ­ເດ­ໂອນມີຄວາມຢ້ານກົວ, ສິ່ງໃດຈະຊ່ວຍເຮັດໃຫ້ກີເດໂອນກ້າຫານ?

ຖ້າກິ­ເດ­ໂອນມີຄວາມຢ້ານກົວ, ລາວຖືກບອກໃຫ້ລົງ​ໄປທີ່ຄ້າຍ, ແລະ ໃຫ້ຟັງວ່າ ພວກເຂົາໄດ້​ເວົ້າ​​ຫຍັງກັນ​ແດ່, ແລະຄວາມກ້າຫານຂອງລາວຈະເກີດຂຶ້ນ ເພື່ອ​ບຸກ­ໂຈມ­ຕີ​ຄ້າຍ​ນັ້ນ.

Judges 7:13

ເມື່ອຊາຍ​ຜູ້​ຫນຶ່ງ​ພວມເລົ່າ​ຄວາມ​ຝັນ​ຂອງ­ຕົນ​ສູ່​ຫມູ່ຂອງລາວ​ຟັງ​, ຫມູ່ຜູ້ນັ້ນເວົ້າວ່າຄວາມຝັນນັ້ນແມ່ນກ່ຽວກັບຫຍັງ?

ເມື່ອຊາຍ​ຜູ້​ຫນຶ່ງ​ພວມເລົ່າ​ຄວາມ​ຝັນ​ຂອງ­ຕົນ​ສູ່​ຫມູ່ຂອງລາວ​ຟັງ, ​ຫມູ່ຜູ້ນັ້ນເວົ້າວ່າ ຄວາມຝັນນັ້ນແມ່ນກ່ຽວກັບ​ຂອງ​ກິ­ເດ­ໂອນ. ພຣະ­ເຈົ້າ​ໄດ້​ຊົງ​ໂຜດ​ໃຫ້​ລາວຊະ­ນະ​ເຫນືອຄົນມີດີເອນ ແລະ ກອງ­ທັບ​ທັງ​ຫມົດ​ຂອງພວກເຂົາ​​ແລ້ວ.”

Judges 7:15

ກິເດໂອນໄດ້ມອບຫຍັງໃຫ້ແກ່ທະຫານສາມຮ້ອຍຄົນຂອງລາວ?

ກິເດໂອນໄດ້ມອບ​​ແກ ແລະ ໄຫເປົ່າ, ທີ່ມີໂຄມໄຟໃຫ້ແກ່ພວກເຂົາຜູ້​ລະ​ຫນ່ວຍ.

Judges 7:19

ເມື່ອໃດທີ່ພວກທະຫານຂອງກີເດໂອນໄດ້ເປົ່າແກ ແລະ ​ທັບ​ໄຫ​ທີ່​ພວກ­ເຂົາ​ຖື​ໄປ​ນັ້ນໃຫ້ແຕກ?

ຄືໃນຂະນະທີ່ຄົນມີດີອານກຳລັງຈະ​ປ່ຽນ​ຄົນ​ຍາມ​ໃຫມ່, ພວກທະຫານຂອງກີເດໂອນໄດ້ເປົ່າແກ ແລະ ​ທັບ​ໄຫ​ທີ່​ພວກ­ເຂົາ​ຖື​ໄປ​ນັ້ນໃຫ້ແຕກ.

Judges 7:22

ເມື່ອພວກທະຫານເປົ່າແກສາມຮ້ອຍອັນ, ພຣະຢາເວໄດ້ຊົງເຮັດຫຍັງ?

ເມື່ອພວກເຂົາເປົ່າແກ​ສາມ​ຮ້ອຍ​ອັນ, ພຣະ­ຢາເວໄດ້ຊົງ​​ບັນ­ດານ​ໃຫ້​ຄົນມີດີອານທຸກຄົນຈັບ​ດາບ​ຕໍ່­ສູ້​ກັບສະຫາຍຂອງເຂົາ ແລະ ຕໍ່ສູ້ກັບກອງທັບທັງຫມົດຂອງພວກເຂົາເອງ.

Judges 7:24

ຄົນ​ເອຟຣາອິມທັງຫມົດ​ມາເຕົ້າໂຮມກັນ ແລະ ຢືດບັນດາສາຍນໍ້າທັງຫມົດໄວ້ຍາວປານໃດ?

ຄົນ​ເອຟຣາອິມທັງຫມົດ​ກໍ​ມາເຕົ້າໂຮມກັນ ແລະ ຢືດບັນດາສາຍນໍ້າເຫລົ່ານັ້ັນໄວ້, ໄປໄກ​ຈົນ​ຮອດ​ເຂດ​ເບັດບາຣາ ແລະແມ່ນໍ້າຢໍແດນ.

Judges 8

Judges 8:1

ເປັນຫຍັງຄົນ​ເອຟຣາອິມຈຶ່ງ​ໄດ້ໂຕ້ຖຽງກັບ​ກິ­ເດ­ໂອນ​?

ຄົນ​ເອຟຣາອິມ​ໄດ້ໂຕ້ຖຽງກັບ​ກິ­ເດ­ໂອນ ເພາະວ່າລາວບໍ່ໄດ້ເອີ້ນພວກເຂົາ ເມື່ອລາວໄດ້ສູ້ຮົບກັບຄົນມີດີອານ.

Judges 8:4

ກິ­ເດ­ໂອນ​ໄດ້​ເວົ້າ​ຫຍັງຕໍ່​ຊາວ­ເມືອງ​ສຸ­ໂຄດ?

ກິເດ­ໂອນ​ໄດ້​ເວົ້າ​ຕໍ່​ຊາວ­ເມືອງ​ສຸ­ໂຄດ​ໃຫ້ເອົາເຂົ້າຈີ່ໃຫ້ແກ່ຄົນທີ່ຕິດຕາມລາວມາ.

Judges 8:6

ເປັນຫຍັງກິເດໂອນຈ່ຶ່ງບອກຄົນຂອງເປນູເອນວ່າລາວຈະ​ທຳ­ລາຍ​ຫໍ­ຄອຍ​ນີ້​ລົງ?

ກິເດໂອນບອກຄົນຂອງເປນູເອນວ່າ ລາວຈະ​ທຳ­ລາຍ​ຫໍ­ຄອຍ​ນີ້​ລົງ ເພາະວ່າ ພວກເຂົາບໍ່ໄດ້ເອົາເຂົ້າຈີ່ໃຫ້ແກ່ທະຫານຂອງລາວ, ຢ່າງທີ່ຜູ້ນຳຂອງສຸໂຄດໄດ້ປະຕິເສດ.

Judges 8:11

ເປັນຫຍັງກິເດໂອນໄດ້ເອົາຊະນະກອງທັບສັດຕູຜ່ານເມືອງ​ໂນ­ບາ ​ແລະ ​ໂຢກ­ເບ­ຮາ?

ກິເດໂອນໄດ້ເອົາຊະນະກອງທັບສັດຕູ, ເພາະພວກເຂົາຄິດວ່າຈະບໍ່ໄດ້ຖືກ­ໂຈມ­ຕີ.

Judges 8:15

ຜູ້ໃດທີ່ກິເດໂອນໄດ້ສະແດງຕໍ່ຜູ້ຊາຍຂອງ​ສຸ­ໂຄດກ່ອນທີ່ລາວຈະລົງໂທດພວກເຂົາ?

ກິ­ເດ­ໂອນໄດ້ສະແດງເຊບາກັບຊັນມຸນນາຕໍ່ພວກເຖົ້າແກ່ໃນເມືອງ​ສຸໂຄດ, ກ່ອນທີ່ລາວ​ໄດ້ລົງ­ໂທດຄົນເຫລົ່ານັ້ນ.

Judges 8:18

ຄົນເຫລົ່ານັ້ນທີ່ເຊ­ບາ ແລະ ​ຊັນ­ມຸນ­ນາ​ໄດ້ປະຫານທີ່ຕາໂບນັນ­ນາ​ເປັນຄົນປະເພດໃດ?

ເຊ­ບາ ແລະ ​ຊັນ­ມຸນ­ນາ​ໄດ້ຂ້າ​ເປັນ​ອ້າຍ​ນ້ອງຂອງກິເດໂອນ.

Judges 8:20

ຍ້ອນຫຍັງເຢ­ເທ​ບໍ່​ກ້າ​ຖອດ​ດາບ​ອອກ?

ເຢ­ເທ​ບໍ່​ກ້າ​ຖອດ​ດາບ​ອອກ ເພາະລາວ​ຢ້ານ, ຍ້ອນ​ລາວ​ຍັງ​ເປັນ​ເດັກ­ນ້ອຍ​ຢູ່.

Judges 8:22

ຜູ້ໃດທີ່ກິ­ເດ­ໂອນກ່າວວ່າຈະເປັນ​ຜູ້ຄຸ້ມຄອງ​ຄົນອິດສະຣາເອນ?

ກິ­ເດ­ໂອນກ່າວວ່າ ພຣະຢາເວຈະ​ເປັນ​ຜູ້​ຄຸ້ມ​ຄອງ​ຄົນອິດສະຣາເອນ.

Judges 8:24

​ສິ່ງ​ໃດທີ່ກິເດໂອນ​ຂໍນຳຄົນອິດສະຣາເອນ?

ກິເດໂອນຂໍ​ນຳພວກເຂົາແມ່ນ​ຕຸ້ມ­ຫູເຫລົ່ານັ້ນຈາກຂອງ​ທີ່​ພວກ​ເຈົ້າ​ຢຶດ​ມາ.

Judges 8:27

ກິ­ເດ­ໂອນ​ໄດ້ເຮັດຫຍັງຈາກຕຸ້ມຫູເຫລົ່ານັ້ນ?

ກິ­ເດ­ໂອນ​ໄດ້ເຮັດໂອຟຣາອັນຫນຶ່ງຈາກຕຸ້ມຫູເຫລົ່ານັ້ນ.

ຄົນອິດສະຣາເອນໄດ້ເຮັດຫຍັງກັບໂອຟຣາທອງ?

ຄົນ​ອິດ​ສ​ະ​ຣາເອນທັງຫມົດກໍຫລີ້ນຊູ້ກັນດ້ວຍການ​ນະ­ມັດ­ສະ­ການ​.

Judges 8:32

ຈະມີຫຍັງເກີດຂຶ້ນເມື່ອ​ກິ­ເດ­ໂອນ​ໄດ້​ເສຍ​ຊີ­ວິດ?

ໃນທັນທີທັນໃດທີ່​ກິເດ­ໂອນ​ໄດ້​ເສຍ​ຊີ­ວິດ​ແລ້ວ, ຄົນ​​ອິດ​ສ​ະ​ຣາເອນ​ກໍໄດ້ຫັນກັບຄືນໄປ ແລະ ຫລິ້ນຊູ້ ດ້ວຍການນະ­ມັດ­ສະ­ການພະ​ບາ­ອານ.

Judges 9

Judges 9:1

ຜູ້ໃດເປັນພໍ່ຂອງອາ­ບີ­ເມ­ເຫລັກ?

ພໍ່ຂອງອາ­ບີ­ເມ­ເຫລັກແມ່ນເຢ­ຣຸບບາ­ອານ.

Judges 9:3

ເປັນຫຍັງບັນດາ​ພີ່­ນ້ອງ​ຂອງ​ແມ່​ອາ­ບີ­ເມ­ເຫລັກເຫັນດີທີ່ຈະຕິດຕາມລາວໄປ?

ພວກເຂົາເຫັນດີທີ່ຈະຕິດຕາມອາບີເມເຫລັກ, ເພາະພວກເຂົາໄດ້ເວົ້າວ່າ, "ລາວເປັນພີ່ນ້ອງຂອງພວກເຮົາ".

ອາ­ບີ­ເມ­ເຫລັກ​ເອົາ​ເງິນເຈັດ​ສິບ​ຫລຽນ​ນັ້ນມາເຮັດຫຍັງ?

ອາ­ບີ­ເມ­ເຫລັກ​ກໍ​ເອົາ​ເງິນເຈັດ​ສິບ​ຫລຽນ​ນັ້ນໄປຈ້າງ​ພວກ​ນັກເລງ ແລະ ພວກອັດ­ຕະ­ພານ.

Judges 9:5

ຍ້ອນຫຍັງ ໂຢ­ທາມຈຶ່ງບໍ່ຖືກຂ້າ?

ໂຢ­ທາມບໍ່ຖືກຂ້າ, ເພາະວ່າລາວລີ້ຢູ່.

Judges 9:7

ມື້ໃດທີ່ໂຢ­ທາມໄດ້ກ່າວຕໍ່ພວກຜູ້ນຳຂອງ​ຊີ­ເຄມ?

ໂຢ­ທາມໄດ້ກ່າວກັບພວກເຂົາໃນມື້ດຽວກັນກັບທີ່ພວກເຂົາໄດ້ລຸກຂຶ້ນຕໍ່ຕ້ານເຮືອນຂອງພໍ່ຂອງລາວ ແລະ ຂ້າພວກລູກຊາຍຂອງລາວ, ເຈັດສິບຄົນ, ຢູ່ເທິງກ້ອນຫີນດຽວ.

Judges 9:17

ໂຢ­ທາມໄດ້ກ່າວຕໍ່ພວກຜູ້ນຳຂອງ​ຊີ­ເຄມໃນມື້ໃດ?

ໂຢ­ທາມໄດ້ກ່າວກັບພວກເຂົາໃນມື້ດຽວກັນໄດ້ລຸກຂຶ້ນ​​ຕໍ່­ສູ້​ຄອບ­ຄົວ​ຂອງພໍ່​ລາວ ແລະ ໄດ້­ຂ້າ​ລູກ­ຊາຍ​ເຈັດ​ສິບ​ຄົນ​ຂອງ​ເພິ່ນ​, ຢູ່​ເທິງ​ຫີນ​ແຜ່ນ​ດຽວ.

Judges 9:19

ຖ້າປະຊາຊົນປະຕິບັດດ້ວຍຄວາມຊື່ສັດ ແລະ ຄວາມຈິງໃຈ ສັດຊື່ຕໍ່ເຢ­ຣຸບບາອານ ແລະ ຄອບຄົວຂອງເພິ່ນ, ຄວນຈະມີຫຍັງເກີດຂຶ້ນ?

ຖ້າປະຊາຊົນປະຕິບັດດ້ວຍຄວາມຊື່ສັດ ແລະ ຄວາມຈິງໃຈຕໍ່ ເຢ­ຣຸບບາອານ ແລະຄອບຄົວຂອງເພິ່ນ, ຈົ່ງປ່ອຍໃຫ້ໄຟ​ ອອກມາ​ຈາກ​ອາ­ບີ­ເມ­ເຫລັກ ແລະເຜົາຜານຊາວ​ຊີ­ເຄມ​ກັບ​ຊາວ​ເບັດມິນ­ໂລ. ປ່ອຍໃຫ້ໄຟລຸກອອກມາຈາກ​ຊີເຄມ ແລະເບັດມິນໂລ, ເຜົາຜານອາ­ບີ­ເມ­ເຫລັກ​ເຊັ່ນ​ດຽວ​ກັນເຖີ້ນ.

ຄໍາສາບແຊ່ງຂອງໂຢທາມແມ່ນຫຍັງ?

ຄໍາສາບແຊ່ງຂອງໂຢທາມແມ່ນ ຈົ່ງປ່ອຍໃຫ້ໄຟ​ອອກກມາ​ຈາກ​ອາ­ບີ­ເມ­ເຫລັກ ແລະ ເຜົາຜານຊາວ​ຊີ­ເຄມ​ກັບ​ຊາວ​ເບັດມິນ­ໂລ. ປ່ອຍໃຫ້ໄຟລຸກອອກມາຈາກ​ຊີເຄມ ແລະ ເບັດມິນໂລ, ເຜົາຜານອາ­ບີ­ເມ­ເຫລັກ​ເຊັ່ນ​ດຽວ​ກັນເຖີ້ນ.

Judges 9:22

ເປັນຫຍັງພຣະ­ເຈົ້າຈຶ່ງສົ່ງວິນຍານຊົ່ວຮ້າຍມາ ​​ລະ­ຫວ່າງ ​ອາ­ບີ­ເມ­ເຫລັກ ແລະ ພວກຜູ້ນຳ­ຂອງ​ຊີເຄມ?

ພຣະ­ເຈົ້າ​ໄດ້ສົ່ງ​ໃຫ້ວິນຍານຊົ່ວຮ້າຍມາ ​​ລະ­ຫວ່າງ ​ອາ­ບີ­ເມ­ເຫລັກ ​ແລລະ ພວກຜູ້ນຳ­ຂອງ​ຊີເຄມ ເພື່ອທີ່ຈະແກ້ແຄ້ນການທາລຸນ​ທີ່​ພວກ­ເຂົາ​ໄດ້​ເຮັດ​ແກ່​ລູກ­ຊາຍ​ເຈັດ​ສິບ​ຄົນ​ຂອງເຢຣຸບບາອານ.

Judges 9:25

ຜູ້ໃດທີ່ຜູ້ນຳຂອງຄົນຊີ­ເຄມ​ຫວັງທີ່ຈະດັກຈັບ?

ຜູ້ນຳຂອງຄົນ​ຊີ­ເຄມຫວັງທີ່ຈະ​ດັກ​ຈັບ​ອາ­ບີ­ເມ­ເຫລັກ.

Judges 9:28

ຜູ້ໃດຕ້ອງການອອກຄຳສັ່ງແກ່ປະຊາຊົນ​?

ກາອານຕ້ອງການອອກຄຳສັ່ງແກ່ປະຊາຊົນ.

Judges 9:30

ເປັນຫຍັງຄວາມໂກດແຄ້ນຂອງເຊບູນຈຶ່ງເພີ່ມຂຶ້ນ?

ເມື່ອ​ເຊ­ບູນໄດ້­ຍິນ​ຖ້ອຍ­ຄຳ​ຂອງ​ກາ­ອານ (​ລູກ­ຊາຍຂອງ​ເອ­ເບັດ​), ຄວາມໂກດແຄ້ນຂອງລາວກໍເພີ່ມຂຶ້ນ.

ເປັນຫຍັງເຊບູນໄດ້ສົ່ງ​ຜູ້ສົ່ງຂ່າວ​ໄປ​ຍັງ​ອາ­ບີ­ເມ­ເຫລັກ?

ລາວໄດ້ສົ່ງ​ຜູ້ສົ່ງຂ່າວ​ໄປ​ຍັງ​ອາ­ບີ­ເມ­ເຫລັກເພື່ອຫລອກລວງ.

Judges 9:36

ເຊບູນໄດ້ບັນຍາຍແນວໃດກ່ຽວກັບກອງກຳລັງທີ່​ເຄື່ອນ​ລົງ­ມາ​ຈາກ​ຍອດ​ພູ?

ເຊບູນກ່າວວ່າ ທ່ານກຳລັງ​ເຫັນ​ເງົາຂອງ​ພູ­ເຂົາ​ເປັນເຫມືອ​ນຄົນ.

Judges 9:38

ເຊ­ບູນ​ໄດ້ບອກໃຫ້​ກາ­ອານເຮັດຫຍັງ?

ເຊ­ບູນ​ໄດ້ບອກໃຫ້​ກາ­ອານຈົ່ງໄປສູ້­ຮົບ​ກັບ​ອາ­ບີ­ເມ­ເຫລັກ.

ໄດ້ເກີດຫຍັງຂຶ້ນເມື່ອກາອານຕໍ່ສູ້ກັບ​ອາ­ບີ­ເມ­ເຫລັກ?

ອາ­ບີ­ເມ­ເຫລັກ​ກໍ​­ໄລ່​ຕາມກາອານມາ ແລະ ກາ­ອານ​ກໍໄດ້ຫນີ​ໄປຕໍ່ຫນ້າຕໍ່ຕາລາວ. ຫລາຍຄົນໄດ້ບາດເຈັບ​ລົ້ມ​ຕາຍ​ຂ້າງຫນ້າທາງ​ເຂົ້າ​ປະ­ຕູ​ເມືອງນັ້ນ.

Judges 9:44

​ອາ­ບີ­ເມ­ເຫລັກ​ໄດ້ເຮັດຫຍັງຫລັງຈາກລາວຢຶດ​ເມືອງ​ນັ້ນ?

ອາ­ບີ­ເມ­ເຫລັກໄດ້ທັງ​ທຳ­ລາຍ​ເມືອງ​ນັ້ນ​ ແລະ ​ຫວ່ານ​ເກືອ​ລົງ​ໃນເມືອງ​ນັ້ນ.

Judges 9:46

ພວກຜູ້ນໍາຫໍຄອຍທັງຫມົດແຫ່ງເມືອງ​ຊີເຄມເຂົ້າມາທາງໃດ?

ພວກຜູ້ນໍາຫໍຄອຍທັງຫມົດແຫ່ງເມືອງ​ຊີເຄມໄດ້​ເຂົ້າໄປທາງ­ຫ້ອງໃຕ້ດິນໃນພະວິຫານ​ຂອງ​ພະ­ບາ­ອານ​ເບ­ຣິດ.

Judges 9:48

ອາ­ບີ­ເມ­ເຫລັກໄດ້ຂ້າພວກຜູ້ນໍາຫໍຄອຍທັງຫມົດແຫ່ງເມືອງ​ຊີເຄມແນວໃດ?

ອາ­ບີ­ເມ­ເຫລັກ​ໄດ້​ຂຶ້ນ​ໄປ​ເທິງ​ພູ­ເຂົາ​ຊານ­ໂມນ, ໄດ້​ສຸມກິ່ງໄມ້​ໄວ້ ຢູ່ເທິງຫ້ອງໃຕ້ດິນ​ ແລະ ກໍ​ຈຸດ​ໄຟ​ເຜົາ​ປ້ອມ​ນັ້ນ.

Judges 9:52

ເມື່ອອາ­ບີ­ເມ­ເຫລັກໄດ້ມາຮອດປະຕູປ້ອມເມືອງເທເບັດ, ມີຫຍັງເກີດຂຶ້ນກັບລາວ?

ເມື່ອອາ­ບີ­ເມ­ເຫລັກໄດ້ມາຮອດປະຕູປ້ອມເມືອງເທເບັດ, ມີ​ຍິງ​ສາວຄົນ​ຫນຶ່ງ​ໄດ້ໂຍນກ້ອນ​ຫີນ​​ຖິ້ມ​ລົງ​ຖືກ​ຫົວ​ອາ­ບີ­ເມ­ເຫລັກ ແລະ ກະ­ໂຫລກ­ຫົວ​ຂອງລາວແຕກ.

ເປັນຫຍັງອາ­ບີ­ເມ­ເຫລັກໄດ້ບອກໃຫ້​ຄົນ​ຫນຸ່ມ​ທີ່​ຖື​ອາ­ວຸດ​ຂອງ­ຕົນຈົ່ງຖືດາບ ແລະ ຂ້າລາວ?

ອາ­ບີ­ເມ­ເຫລັກໄດ້ບອກໃຫ້​ຄົນ​ຫນຸ່ມ​ທີ່​ຖື​ອາ­ວຸດ​ຂອງ­ຕົນຈົ່ງຖອດດາບ ແລະ ຂ້າລາວ, ​ ​ເພື່ອ​​ຈະ​ບໍ່ມີໃຜ​ກ່າວວ່າ, ‘ຜູ້­ຍິງ​ຄົນ​ຫນຶ່ງ​ຂ້າ​ເຮົາ​ຕາຍ.

Judges 9:55

ຄໍາສາບແຊ່ງຂອງໂຢທາມແມ່ນຫຍັງ?

ຄໍາສາບແຊ່ງຂອງໂຢທາມແມ່ນຈົ່ງປ່ອຍໃຫ້ໄຟ​ອອກກມາ​ຈາກ​ອາ­ບີ­ເມ­ເຫລັກ ແລະ ເຜົາຜານຊາວ​ຊີ­ເຄມ​ກັບ​ຊາວ​ເບັດມິນ­ໂລ ປ່ອຍໃຫ້ໄຟລຸກອອກມາຈາກ​ຊີເຄມ ແລະ ເບັດມິນໂລ, ເຜົາຜານອາ­ບີ­ເມ­ເຫລັກ​ເຊັ່ນ​ດຽວ​ກັນເຖີ້ນ.

Judges 10

Judges 10:1

ເມືອງ​ຊາ­ມີ​ຢູ່ບ່ອນໃດ?

ເມືອງ​ຊາ­ມີ​ໃນ​ເຂດ­ແດນ​ພູ­ເຂົາ​ເອຟຣາອິມ.

Judges 10:6

ເປັນຫຍັງພຣະພິໂລດຂອງພຣະຢາເວຈຶ່ງຮ້ອນຂຶ້ນຕໍ່ອິດສະຣາເອນ?

ຄົນອິດ​ສະຣາເອນ​ປະ​ຖິ້ມ​ພຣະ­­ຢາເວ ແລະ ບໍ່­ໄດ້ນະມັດສະການ​ພຣະ­ອົງ​ອີກ, ດັ່ງນັ້ນພຣະພິໂລດຂອງພຣະອົງກໍຮ້ອນຂຶ້ນຕໍ່​​ອິ​ດສ​ະ​ຣາເອນ.

Judges 10:8

ເປັນຫຍັງຄົນ​ອິດ​​ສ​ະ​ຣາເອນ​ຈຶ່ງ​ໄດ້ຮັບຄວາມເດືອດ­ຮ້ອນ​ຢ່າງຍິ່ງ?

ຄົນ​ອຳ­ໂມນ​ໄດ້​ຂ້າມ​ແມ່­ນ້ຳ​ຢໍ­ແດນ​ ເພື່ອໄປ​ສູ້ຮົບ​ກັບ​ຢູ­ດາ, ­ສູ້​ຮົບກັບ​ເບັນ­ຢາ­ມິນ ແລະ ​ສູ້ຮົບກັບ​ເຊື້ອສາຍ​ຂອງ​ເອຟຣາອິມ, ດັ່ງ­ນັ້ນ ຄົນ​ອິດ​​ສ​ະ​ຣາເອນ​ຈຶ່ງ​ໄດ້ຮັບຄວາມເດືອດ­ຮ້ອນ​ຢ່າງຍິ່ງ.

Judges 10:13

ພຣະຢາເວຊົງບອກປະຊາຊົນອິດ​ສະຣາເອນ ເພື່ອໃຫ້ທູນຂໍຄວາມຊ່ວຍເຫລືອຈາກໃຜ?

ພຣະຢາເວຊົງບອກໃຫ້ປະຊາຊົນທູນຂໍ​ຕໍ່​ພະຕ່າງໆ ທີ່ພວກເຈົ້າໄດ້ນະມັດສະການ.​ ​

Judges 10:15

ເປັນຫຍັງພຣະຢາເວຈຶ່ງຊົງມີຄວາມຮ້ອນໃຈຕໍ່ຄວາມທຸກຍາກຂອງອິດສະຣາເອນ?

ຄົນອິດສະຣາເອນໄດ້ຫັນຫລັງໃຫ້​ພະ​ຕ່າງດ້າວຕ່າງໆ ທີ່ຢູ່ທ່າມກາງພວກເຂົາ ແລະ ກັບໄປ​ນະມັດສະການ​ພຣະ­­ຢາເວ, ສະນັັັັັັັັັັັັັັັັັັັັັັັັັັັັັັັັັັັັັັັັັັັັັັັ້ນ, ຝ່າຍ​ພຣະ­ອົງ​ຊົງທຸກ​ຮ້ອນ​ໃຈ​ດ້ວຍ​ຄວາມ­ທຸກ​ຍາກ​ຂອງ​​ອິ​ດສ​ະ​ຣາເອນ.

Judges 11

Judges 11:1

ເຢັບ­ທາ​ເປັນລູກຊາຍຂອງໃຜ?

ເຢັບ­ທາ​ເປັນລູກຊາຍຂອງຍິງໂສເພນີ.

Judges 11:4

ເປັນຫຍັງພວກ​ຜູ້­ໃຫຍ່​ຂອງ​ເມືອງ​ກິເລ­ອາດຈຶ່ງ​ໄດ້​ພາ​ເຢັບ­ທາ​ມາ​ຈາກ​ແຜ່ນ­ດິນ​ໂຕບ?

ພວກ​ຜູ້­ໃຫຍ່​ຂອງ​ເມືອງ​ກິເລ­ອາດໄດ້​​ພາ​ເຢັບ­ທາ​ມາ​ຈາກ​ແຜ່ນ­ດິນ​ໂຕບ ເພາະລາວຈະເປັນຜູ້ນຳ​ຂອງພວກ​ເຂົາ.

Judges 11:7

ເປັນຫຍັງພວກ​ຜູ້ນຳຂອງ​ກິເລ­ອາດຈຶ່ງມາຫາເຢັບທາ?

ພວກ​ຜູ້ນຳຂອງ​ກິ­ເລ­ອາດມາຫາເຢັບທາ ເພາະວ່າພວກເຂົາປະສົບກັບຄວາມລຳບາກ.

Judges 11:9

ຖ້າພວກ​ຜູ້­ໃຫຍ່​ຂອງ​ກິ­ເລ­ອາດ​ນຳເຢັບ­ທາ​ກັບ​ເຮືອນອີກ​ ເພື່ອ​ສູ້ຮົບ​ກັບ​ຄົນ​ອຳ­ໂມນ, ແລະ​ຖ້າ​ພຣະ­­ຢາເວ​ໄດ້​ມອບ​ໄຊນະນະໃຫ້ພວກເຮົາເຫນືອພວກເຂົາ, ຈະເກີດຫຍັງຂຶ້ນກັບເຢັບທາ?

ຖ້າພວກ​ຜູ້­ໃຫຍ່​ຂອງ​ກິ­ເລ­ອາດ​ນຳເຢັບ­ທາ​ກັບ​ເຮືອນອີກ ​ເພື່ອ​ສູ້ຮົບ​ກັບ​ຄົນ​ອຳ­ໂມນ, ແລະ​ຖ້າ​ພຣະ­­ຢາເວ​ໄດ້​ມອບ​ໄຊຊະນະໃຫ້ພວກ­ເຮົາເຫນືອພວກເຂົາ, ເຢັບທາຈະເປັນຜູ້ນຳຂອງພວກເຂົາ.

Judges 11:12

ເປັນຫຍັງຊາວ​ອຳ­ໂມນ​ຈຶ່ງ​ຍົກ­ທັບ​ມາ​ຕໍ່­ສູ້​ ເພື່ອຢືດເອົາແຜ່ນ­ດິນ​ຂອງ​ອິ​ດສ​ະ​ຣາເອນ?

ຊາວ​ອຳ­ໂມນ​​ຍົກ­ທັບ​ມາ​ຕໍ່­ສູ້​ເພື່ອຢືດເອົາແຜ່ນ­ດິນ​ຂອງ​ອິ​ດສ​ະ​ຣາເອນ ເພາະວ່າ ເມື່ອ​ອິດ​ສ​ະ​ຣາເອນໄດ້ອອກຈາກ​​ເອ­ຢິບ, ພວກເຂົາໄດ້ຢືດ​ແຜ່ນ­ດິນ​ຂອງ​​ອຳ­ໂມນໄປ.

Judges 11:17

ຜູ້ໃດທີ່ບໍ່ຍອມໃຫ້ອິດສະຣາເອນເດີນທາງຜ່ານ?

ກະສັດເອໂດມ ແລະ ກະສັດແຫ່ງ​ໂມ­ອາບບໍ່ຍອມໃຫ້ອິດສະຣາເອນເດີນທາງຜ່ານ.

ເປັນຫຍັງຄົນອິດສະຣາເອນຈຶ່ງບໍ່ໄດ້ເຂົ້າໄປໃນດິນແດນຂອງໂມອາບ?

ຄົນອິດສະຣາເອນບໍ່ໄດ້ເຂົ້າໄປໃນດິນແດນຂອງໂມອາບ ເພາະວ່າ ອາກໂນນເປັນເຂດແດນຂອງໂມອາບ.

Judges 11:21

ຜູ້ໃດໃຫ້ອິດສະຣາເອນຊະນະເຫນືອຄົນຂອງສີໂຫນ?

ພຣະ­­ຢາເວ, ພຣະ­ເຈົ້າ​ຂອງຄົນ​​ອິດ​ສ​ະ​ຣາເອນ, ໄດ້ມອບໄຊຊະນະເຫນືອຄົນສີໂຫນ.

Judges 11:26

ຄົນ​​ອິ​ດສ​ະ​ຣາເອນ​ໄດ້ອາ­ໄສ​ຢູ່­ໃນ​ເມືອງ​ເຮັດ­ຊະ­ໂບນ ແລະ ​ຫມູ່ບ້ານຕ່າງໆຂອງເມືອງ​ນັ້ນ, ແລະ​ໃນ​ເມືອງ​ອາ­ໂຣ­ເອ ແລະ ຫມູ່ບ້ານ​ຂອງ​ເມືອງ​ນັ້ນ ແລະ ​ຢູ່­ໃນ​ບັນ­ດາ​ຫົວ​ເມືອງ​ທີ່​ຕັ້ງ​ຢູ່​ຕາມ​ຝັ່ງ​ແມ່­ນ້ຳ​ອາ­ກໂນນດົນປານໃດ?

ຄົນ​​ອິດ​ສ​ະ​ຣາເອນ​ໄດ້ອາ­ໄສເປັນເວລາສາມຮ້ອຍປີຢູ່­ໃນ​ເມືອງ​ເຮັດ­ຊະ­ໂບນ ແລະ​ ຫມູ່ບ້ານຕ່າງໆຂອງເມືອງ​ນັ້ນ, ແລະ ​ໃນ​ເມືອງ​ອາ­ໂຣ­ເອ ແລະ ຫມູ່ບ້ານ​ຂອງ​ເມືອງ​ນັ້ນ ແລະ ​ຢູ່­ໃນ​ບັນ­ດາ​ຫົວ​ເມືອງ​ທີ່​ຕັ້ງ​ຢູ່​ຕາມ​ຝັ່ງ​ແມ່­ນ້ຳ​ອາ­ກໂນນ.

Judges 11:29

ຖ້າ​ຫາກພຣະ­ອົງ​ມອບໄຊນະນະແກ່ເຢັບທາເຫນືອ​ຄົນ​ອຳ­ໂມນ, ເຢັບທາຈະເຮັດແນວໃດ?

ຖ້າ​ຫາກພຣະ­ອົງ​ມອບໄຊນະນະແກ່ເຢັບທາເຫນືອ​ຄົນ​ອຳ­ໂມນ, ເຢັບທາຈະ​ຖວາຍ​ເຄື່ອງ​ເຜົາ​ບູ­ຊາ ແລ້ວສິ່ງໃດ​ກໍຕາມທີ່​ອອກ​ມາ​ຈາກ​ປະ­ຕູ​ເຮືອນ​ຂອງ​ລາວເພື່ອ​ຕ້ອນ­ຮັບລາວ.

Judges 11:32

ເມືື່ອ​ເຢັບ­ທາ​​ໄດ້ເດີນທາງ​ໄປຍັງ​ຄົນ​ອຳ­ໂມນ ເພື່ອສູ້ຮົບກັບພວກເຂົາ, ຜູ້ໃດໄດ້ມອບໄຊະນະແກ່ລາວ?

ເມືື່ອ​ເຢັບ­ທາ​​ໄດ້ເດີນທາງ​ໄປຍັງ​ຄົນ​ອຳ­ໂມນ ເພື່ອສູ້ຮົບກັບພວກເຂົາ, ພຣະຢາເວໄດ້ມອບໄຊະນະແກ່ລາວ.

Judges 11:34

ເຢັບ­ທາມີລູກຈັກຄົນ?

ເຢັບ­ທາມີລູກຄົນດຽວ.

Judges 11:36

ລູກສາວຂອງເຢັບທາຢາກເຮັດຫຍັງກ່ອນທີ່ລາວຈະເຮັດທຸກສິ່ງຕາມທີ່ລາວໄດ້ສັນຍາໄວ້?

ນາງຂໍ​ໃຫ້ລາວປ່ອຍໃຫ້​ນາງຢູ່ລຳພັງ​ຈັກ​ສອງ​ເດືອນ​, ເພື່ອນາງຈະ​ໄດ້​ຈາກ​ໄປ ແລະ​ ລົງ​ໄປ​ຈາກພູ­ເຂົາ ແລະ ຮ້ອງ­ໄຫ້​ຄ່ຳ​ຄວນ​ເຖິງ​ຄວາມ​ເປັນ​ພົມ­ມະ­ຈາ­ລີ​ຂອງ​ນາງ.

Judges 11:38

ເຢັບທາໄດ້ເຮັດຫຍັງກັບລູກສາວຂອງລາວ?

ລາວ​ເຮັດ​ກັບ​ນາງ​ຕາມ​ຄຳ​ສັນຍາທີ່​ໄດ້​ປະ­ຕິ­ຍານ​ໄວ້.

Judges 12

Judges 12:1

ຄົນ​ເອຟຣາອິມຕ້ອງການເຮັດຫຍັງທີ່​ເຮືອນ​ຂອງເຢັບທາ ເພາະວ່າລາວບໍ່​ໄດ້ເອີ້ນພວກ​ເຂົາໄປກັບລາວ?

ຄົນ​ເອຟຣາອິມຢາກໃຫ້ເຮືອນຂອງເຢັບທາພັງລົງມາທັບ​ໂຕລາວ ເພາະວ່າ ລາວບໍ່​ໄດ້ເອີ້ນພວກ​ເຂົາໄປສູ້​ຮົບກັບ​ຄົນ​ອຳ­ໂມນ.

Judges 12:3

ເປັນຫຍັງຄົນ​ກິ­ເລ­ອາດ​ຈຶ່ງໄດ້ໂຈມຕີ​ຄົນ​ເອຟຣາອິມ?

ຄົນ​ກິ­ເລ­ອາດ​ກໍ​ໄດ້ໂຈມຕີ​ຄົນ​ເອຟຣາອິມ ເພາະ­ວ່າ​ພວກ­ເຂົາ​ກ່າວ​ວ່າ, "ເຈົ້າ​ຊາວ​ກິ­ເລ­ອາດ​ເປັນພວກ​ຄົນ​ຫລົບ­ຫນີໄພໃນ​ເອຟຣາອິມ— ທັງໃນ​ທ່າມ­ກາງ​ຄົນ​ເອຟຣາອິມ ​ແລະ ​ມາ­ນາ­­ເຊ."

Judges 12:5

ຄົນ​ກິ­ເລ­ອາດໄດ້ທົດສອບແນວໃດ ຖ້າວ່າຜູ້ຊາຍຄົນຫນຶ່ງເປັນຄົນ​ເອຟຣາອິມ?

ພວກ­ເຂົາ​ບອກລາວໃຫ້ເວົ້າ “ຊິບ­ໂບ­ເຫລັດ”, ແລະຖ້າລາວ​ເວົ້າ​ວ່າ “ຊິບ­ໂບ­ເຫລັດ” ( ເພາະ­ວ່າ​ຄົນ​ເອຟຣາອິມ​ບໍ່ສາມາດອອກ­ສຽງ​ຄຳ​ນີ້​ໄດ້ຖືກຕ້ອງ), ຄົນກິເລອາດຈະຈັບກຸມ ແລະ​ ຂ້າ​ຢູ່​ທ່າ​ຂ້າມ​ແມ່­ນ້ຳ​ຢໍແດນ.

Judges 13

Judges 13:1

ເຫດໃດເມຍຂອງ​ມາ­ໂນ­ອາບໍ່­ມີ​ລູກໄດ້?

ເມຍຂອງ​ມາ­ໂນ­ອາບໍ່ສາມາດຖືພາໄດ້ ແລະ ດັ່ງນັ້ນນາງຈຶ່ງບໍ່­ມີ​ລູກ.

Judges 13:3

ເປັນຫຍັງຈຶ່ງບໍ່ໃຫ້ມີດແຖຜົມຖືກຫົວເດັກນ້ອຍຄົນນີ້?​

ຢ່າໃຫ້ມີດແຖຜົມຂອງລາວ, ເພາະເດັກນ້ອຍຄົນນີ້​ຈະ​ເປັນ​​ນາ­ຊີ­ຣີ​ແດ່​ພຣະ­ເຈົ້າ.

Judges 13:6

ຄົນ​ຂອງ​ພຣະ­ເຈົ້າເປັນເຫມືອນຫຍັງ?

ຄົນ​ຂອງ​ພຣະ­ເຈົ້າ​ເປັນເຫມືອນເທວະດາຂອງ​ພຣະ­ເຈົ້າ.

Judges 13:8

ເມື່ອເທວະດາຂອງພຣະເຈົ້າ​ໄດ້​ກັບ​ມາຄັ້ງທີສອງ, ຜູ້ໃດຢູ່ທີ່ນັ້ນ?

​ເມື່ອເທວະດາຂອງພຣະເຈົ້າ​ໄດ້​ກັບ​ມາຄັ້ງທີສອງ, ເມຍຂອງມາ­ໂນ­ອາຢູ່ທີ່ນັ້ນ.

Judges 13:12

ມາ­ໂນ­ອາໄດ້ຖາມເທວະດາກ່ຽວກັບຫຍັງ?

ມາ­ໂນ­ອາໄດ້ຖາມເທວະດາກ່ຽວກັບວ່າ ຈະມີຂໍ້ປະຕິບັດໃດສຳລັບເດັກຄົນນີ້ ​ແລະ ຈະ​ເຮັດ​ຫຍັງແດ່.

Judges 13:15

ຖ້າ­ວ່າມາ­ໂນ­ອາ​ຢາກ​ຈັດ­ແຈງ​ເຄື່ອງເຜົາບູຊາ, ລາວຄວນຖວາຍ​ໃຫ້ໃຜ​?

ຖ້າ­ວ່າມາ­ໂນ­ອາ​ຢາກ​ຈັດ­ແຈງ​ເຄື່ອງເຜົາບູຊາ, ລາວຄວນຖວາຍໃຫ້ພຣະຢາເວ.

Judges 13:19

ແມ່ນຫຍັງເປັນສິ່ງ​ອັດສະຈັນທີ່ພຣະຢາເວໄດ້ຊົງເຮັດ, ໃນຂະນະທີ່ມາໂນອາກັບເມຍຂອງລາວກຳລັງເຝົ້າເບິ່ງຢູ່?

ໃນຂະນະທີ່ມາໂນອາກັບເມຍຂອງລາວກຳລັງເຝົ້າເບິ່ງຢູ່, ເທວະດາຂອງພຣະຢາເວກໍໄດ້ຢູ່ເທິງແປວໄຟຂອງແທນບູຊານັ້ນ.

Judges 13:24

ພຣະ­ວິນ­ຍານບໍຣິສຸດ​ຂອງ​ພຣະ­­ຢາເວ​ຊົງ​ເຮັດ­ໃຫ້​ແຊມ­ຊັນ​ມີ​ຈິດ­ໃຈ​ກະວົນກະວາຍຢູ່ໃສ?

ພຣະ­ວິນ­ຍານບໍຣິສຸດ​ຂອງ​ພຣະ­­ຢາເວ​ໄດ້​ຊົງ​ເຮັດ­ໃຫ້​ແຊມ­ຊັນ​ມີ​ຈິດ­ໃຈ​ກະວົນກະວາຍໃນ​ຂະ­ນະ​ທີ່​ລາວ​ຢູ່­ໃນ​ຄ້າຍ​ພັກ​ຊາວ​ດານ.

Judges 14

Judges 14:1

ຜູ້ໃດທີ່ແຊມ­ຊັນຕ້ອງການໃຫ້ພໍ່ແມ່ຂອງລາວໄປຂໍມາໃຫ້ເປັນເມຍຂອງລາວ?

ແຊມ­ຊັນຕ້ອງການໃຫ້ພໍ່ແມ່ຂອງລາວໄປຂໍຜູ້​ຍິງຄົນຫນື່ງ​ຢູ່ໃນ​ເມືອງ​ຕິມ­ນາ, ຫນື່ງໃນບັນດາລູກ­ສາວ​ຊາວ​ຟີ­ລິດ­ສະ­ຕິນເພື່ອມາເປັນເມຍຂອງລາວ.

Judges 14:3

ເປັນຫຍັງແຊມ­ຊັນຕ້ອງການໃຫ້ພໍ່ແມ່ຂອງລາວໄປຂໍຜູ້ຍິງຢູ່ຕິມນາມາເປັນເມຍຂອງລາວ?

ແຊມ­ຊັນຕ້ອງການໃຫ້ພໍ່ແມ່ຂອງລາວໄປຂໍຜູ້ຍິງຢູ່ຕິມນາມາໃຫ້ເປັນເມຍຂອງລາວ, ເພາະເມື່ອລາວເຫັນນາງ, ລາວ​ພໍ­ໃຈ​ນຳ​ນາງ​ຜູ້​ດຽວ​ເທົ່າ​ນັ້ນ.

Judges 14:5

​ແຊມຊັນສາມາດຈີກ​ໂຕສິງ​­ນັ້ນຢ່າງງ່າຍດາຍໄດ້ແນວໃດ?

ພຣະ­ວິນ­ຍານ​ບໍຣິສຸດ​ຊົງ​ສະຖິດກັບລາວ, ແລະ ລາວ​ສາມາດຈີກ​ໂຕສິງ​­ນັ້ນຢ່າງງ່າຍດາຍ.

Judges 14:7

ແມ່ນຫຍັງທີ່ຢູ່ໃນຊາກໂຕສິງ?

ມີຝູງເຜິ້ງມາເຮັດ​ຮັງ ແລະ ມີນໍ້າເຜິ້ງໃນຊາກໂຕສິງ.

Judges 14:12

ແຊມ­ຊັນຈະໄດ້ຮັບຫຍັງຖ້າ​ຫມູ່ຂອງລາວ 30 ຄົນ ບໍ່ສາມາດບອກຄຳຕອບແກ່ລາວ​­ໄດ້?

ແຊມ­ຊັນຈະໄດ້ຮັບເສື້ອຄຸມຜ້າປ່ານສາມສິບໂຕ ແລະ ເສື້ອຜ້າສາມສິບຊຸດ, ຖ້າ​ຫມູ່ຂອງລາວ 30 ຄົນ ບໍ່ສາມາດບອກຄຳຕອບແກ່ລາວ​­ໄດ້.

Judges 14:15

ຈະມີຫຍັງເກີດຂຶ້ນຖ້າເມຍ​ຂອງ​ແຊມ­ຊັນບໍ່ວາງກົນ­ອຸ­ບາຍໃສ່​ຜົວ​ຂອງ​ນາງ ເພື່ອເອົາຄຳຕອບຂອງ​ຄຳ­ທວາຍ​ນັ້ນ?

​ຖ້າເມຍ​ຂອງ​ແຊມ­ຊັນບໍ່ວາງ​ກົນ­ອຸ­ບາຍ​ໃສ່​ຜົວ​ຂອງ​ນາງ ເພື່ອເອົາຄຳຕອບຂອງ​ຄຳ­ທວາຍ​ນັ້ນ, ຫມູ່ 30ຄົນ​ຈະ​ເຜົານາງ ແລະເຮືອນ​ຂອງ​ພໍ່​ຂອງນາງເສຍ.

Judges 14:16

ເມຍ​ຂອງ​ແຊມ­ຊັນໄດ້ຮ້ອງ­ໄຫ້​ດົນປານໃດເພື່ອລໍ້ລວງເອົາຄຳຕອບ?

ນາງໄດ້ຮ້ອງ­ໄຫ້​ຕະ­ຫລອດ​ທັງເຈັດ​ມື້ຕະຫລອດງານ​ກິນ​ລ້ຽງຂອງພວກເຂົາ.

Judges 14:19

ແຊມຊັນເຮັດແນວໃດຈຶ່ງໄດ້ເສື້ອຜ້າຈຳນວນ 30 ຊຸດ?

ແຊມຊັນໄດ້​ລົງ​ໄປ​ໃນ​ເມືອງອາ­ສະ­ເກ­ໂລນ ແລະ​ ຂ້າ​ຊາຍ​ສາມ­ສິບ​ຄົນ​ຢູ່​ທີ່ເມືອງ​ນັ້ນ ແລະ ຢຶດ​ເອົາ​ເສື້ອ­ຜ້າ​ອັນ​ຈົບ­ງາມ​ຂອງ​ພວກ­ເຂົາ.

Judges 15

Judges 15:1

ເມື່ອແຊມ­ຊັນໄປຢາມເມຍຂອງລາວ, ເປັນຫຍັງພໍ່ຂອງນາງຈຶ່ງບໍ່ຍອມໃຫ້ລາວເຂົ້າໄປໃນຫ້ອງ?

ພໍ່ຂອງນາງຄິດ­ວ່າ ແຊມຊັນ​ຊັງນາງ​ແລ້ວ, ສະນັ້ນພໍ່ຂອງນາງ​ຈຶ່ງ​ຍົກ​ນາງໃຫ້​ແກ່​ຫມູ່​ຂອງລາວ.

Judges 15:3

ແຊມ­ຊັນ​ໄດ້ເຮັດແນວໃດເພື່ອ​ຈະ​ບໍ່­ມີ​ຄວາມ​ຜິດ ໃນເລື່ອງກ່ຽວກັບພວກ​ຟີລິດສະຕິນ ເມື່ອລາວທຳຮ້າຍພວກເຂົາ?

ໃນ​ເທື່ອ​ນີ້ ແຊມ­ຊັນໄດ້ພະຍາຍາມໃຫ້ຕົນປາສະຈາກ​ຄວາມ​ຜິດໃນເລື່ອງກ່ຽວກັບພວກ​ຟີລິດສະຕິນ ເມື່ອລາວໄດ້ທຳຮ້າຍ ພວກເຂົາ ດ້ວຍການຈັບ​ເອົາ​ຫມາ­ຈອກ​ສາມ​ຮ້ອຍ​ໂຕ, ​ໄດ້​ມັດໂຄມໄປໃສ່ຕິດກັບຫາງຂອງມັນ, ແລະ ປ່ອຍ​ຝູງ​ຫມາ­ຈອກ​ນັ້ນ​ເຂົ້າ­ໄປໃນ​ຟີ­ລິດ­ສະ­ຕິນ.

Judges 15:5

ເມື່ອຄົນ​ຟີ­ລິດ­ສະ­ຕິນຮູ້ວ່າ ​ແຊມ­ຊັນ​ເປັນ​ຜູ້​ຈູດໄຟເຜົາທົ່ງນາຂອງພວກເຂົາ, ພວກເຂົາໄດ້ເຮັດຫຍັງ?

ເມື່ອຄົນ​ຟີ­ລິດ­ສະ­ຕິນຮູ້ວ່າ ​ແຊມ­ຊັນ​ເປັນ​ຜູ້​ຈູດໄຟເຜົາທົ່ງນາຂອງພວກເຂົາ, ພວກເຂົາ​ໄດ້​ໄປ​ເຜົາເມຍຂອງລາວ​ ແລະ​ ພໍ່​ຂອງນາງ.

Judges 15:7

ເປັນຫຍັງ ແຊມ­ຊັນຈຶ່ງຕັດຄົນ​ຟີ­ລິດ­ສະ­ຕິນ​ໃຫ້​ເປັນຕ່ອນໆ, ສະໂພກ ແລະ ກົກຂາ, ດ້ວຍການຂ້າຢ່າງໂຫດຮ້າຍ?

ແຊມ­ຊັນໄດ້ຕັດ​ຄົນ​ຟີ­ລິດ­ສະ­ຕິນໃຫ້​​ເປັນຕ່ອນໆ, ເຊັ່ນ ສະໂພກ ແລະ ກົກຂາ, ດ້ວຍການຂ້າຢ່າງໂຫດຮ້າຍ ເພື່ອຈະແກ້ແຄ້ນ ທີ່ພວກເຂົາໄດ້ເຜົາເມຍ​ ແລະ ​ພໍ່ເຖົ້າ​ຂອງລາວ.

Judges 15:9

ເປັນຫຍັງພວກ​ຟີ­ລິດ­ສະ­ຕິນຈຶ່ງໄດ້ຂຶ້ນມາສູ້ຮົບໃນ​ຢູ­ດາ?

ພວກ​ຟີ­ລິດ­ສະ­ຕິນໄດ້ຂຶ້ນມາສູ້ຮົບໃນ​ຢູ­ດາ ເພື່ອພວກເຂົາຈະ​ມາ​ຈັບ​ແຊມ­ຊັນ, ແລະ ເພື່ອພວກເຂົາ​ຈະໄດ້​ເຮັດ​ຕໍ່​ລາວ ເຫມືອນຢ່າງທີ່​ລາວ​ໄດ້​ເຮັດ​ຕໍ່​ພວກເຂົາ.

Judges 15:12

ເມື່ອຊາວ​ຢູ­ດາຂຶ້ນໄປມັດແຊມຊັນ, ລາວໄດ້ໃຫ້ພວກເຂົາສາບານຫຍັງ?

​ເມື່ອຊາວ​ຢູ­ດາຂຶ້ນໄປມັດແຊມຊັນ, ລາວໄດ້ໃຫ້ພວກເຂົາສາ­ບານ​ກັບລາວກ່ອນ​ວ່າ ພວກ​ເຂົາ​ຈະ​ບໍ່ເປັນຄົນຂ້າ​ລາວເອງ.

Judges 15:15

ແຊມ­ຊັນ​ໄດ້ຂ້າ​ຄົນຫນຶ່ງພັນ​ຄົນດ້ວຍຫຍັງ?

ແຊມ­ຊັນ​ໄດ້ຂ້າ​ຄົນຫນຶ່ງພັນ​ຄົນ​ດ້ວຍກະ­ດູກ​ຄາງ​ລໍທີ່​ຍັງ​ໃຫມ່​ອັນ​ຫນຶ່ງ.

Judges 15:17

ຫລັງຈາກແຊມ­ຊັນ​ໄດ້ຂ້າ​ຄົນຫນຶ່ງພັນ​ຄົນ​ດ້ວຍກະ­ດູກ​ຄາງ​ລໍທີ່​ຍັງ​ໃຫມ່​ອັນ​ຫນຶ່ງແລ້ວ, ລາວໄດ້ຄິດວ່າລາວຈະຕາຍແນວໃດ?

ຫລັງຈາກແຊມ­ຊັນ​ໄດ້ຂ້າ​ຄົນຫນຶ່ງພັນ​ຄົນ​ດ້ວຍກະ­ດູກ​ຄາງ​ລໍທີ່​ຍັງ​ໃຫມ່​ອັນ​ຫນຶ່ງແລ້ວ, ລາວໄດ້ຄິດວ່າ ລາວຈະຕາຍດ້ວຍການ​ຫິວ​ນ້ຳ​.

Judges 15:19

ແຊມຊັນໄດ້ຮັບນໍ້າແນວໃດ?

ພຣະ­ຢາເວ​ໄດ້​ຊົງ​ບັນ­ດານ​ໃຫ້ຮູນໍ້າເປີດອອກທີ່ເລ­ຮີ ແລະ ໄດ້ມີ​ນ້ຳ​ໄຫລອອກມາ.

Judges 16

Judges 16:1

ຄົນກາ­ຊາໄດ້​ວາງແຜນຂ້າແຊມຊັນຕອນໃດ?

ຄົນກາ­ຊາ​ໄດ້ວາງແຜນຂ້າແຊມຊັນ​ໃນຕອນກາງເວັນ.

Judges 16:3

ແຊມຊັນໄດ້ຫນີອອກຈາກກາຊາແນວໃດ?

ແຊມຊັນໄດ້​ດຶງ​ປະ­ຕູ​ເມືອງ​ ພ້ອມ​ທັງ​ເສົາປະຕູທັງສອງຕົ້ນ, ແລະ ລາວໄດ້ຖອນເສົາເຫລົ່ານັ້ນຂຶ້ນມາຈາກດິນ, ບານປະຕູແລະຂອບທັງຫມົດ.

Judges 16:4

ຖ້າເດ­ລີ­ລາວາງກົນອຸບາຍໃສ່ແຊມຊັນໄດ້, ຜູ້ປົກຄອງຂອງພວກຟີລິດສະຕິນຈະເອົາຫຍັງໃຫ້ນາງ?

ຖ້າເດ­ລີ­ລາວາງກົນອຸບາຍໃສ່ແຊມຊັນໄດ້, ຜູ້ປົກຄອງຂອງພວກຟີລິດສະຕິນແຕ່ລະຄົນຈະເອົງເງິນໃຫ້ນາງ 1,100 ​ຫລຽນ.

Judges 16:8

ເມື່ອນາງ​ເດ­ລີ­ລາໄດ້ບອກແຊມ­ຊັນວ່າ​ ພວກ​ຟີ­ລິດ­ສະ­ຕິນ​ມາຫາລາວແລ້ວ, ລາວໄດ້ເຮັດແນວໃດກັບເຊືອກທີ່ຜູກມັດລາວຢູ່?

ເມື່ອນາງ​ເດ­ລີ­ລາໄດ້ບອກແຊມ­ຊັນວ່າ​ ພວກ​ຟີ­ລິດ­ສະ­ຕິນ​ມາຫາລາວແລ້ວ, ລາວ​ດຶງ­ເຊືອກ​ນັ້ນ​ຂາດ.

Judges 16:10

ເມື່ອແຊມຊັນໄດ້ດຶງເຊືອກອອກຈາກແຂນຂອງລາວແລ້ວ, ຄົນເຫລົ່ານັ້ນໄດ້ລໍຖ້າຢູ່ໃສ?

ເມື່ອແຊມຊັນໄດ້ດຶງເຊືອກອອກຈາກແຂນຂອງລາວແລ້ວ, ຄົນເຫລົ່ານັ້ນ ໄດ້ລໍຖ້າລາວຢູ່ຫ້ອງຊັ້ນໃນ.

Judges 16:15

ນາງເດ­ລີ­ລາ​ໄດ້ບັງຄັບ​ແຊມ­ຊັນຫລາຍປານໃດ?

ນາງໄດ້ບັງຄັບລາວຫລາຍຢ່າງ ຈົນວ່າ​ແຊມ­ຊັນ​ຢາກ​ຈະ​ຕາຍ​ເສຍ​.

Judges 16:17

ເປັນຫຍັງແຊມຊັນຈຶ່ງ​ບໍ່​ເຄີຍໃຊ້ມີດ​ຕັດ​ຜົມ​ເທິງຫົວຂອງລາວຈັກ­ເທື່ອ?

ແຊມຊັນບໍ່​ເຄີຍໃຊ້ມີດ​ຕັດ​ຜົມ​ເທິງຫົວຂອງລາວຈັກ­ເທື່ອ, ເພາະ­ວ່າ ​​ລາວເປັນ​ຄົນ​ນາ­ຊີ­ຣີ​ແດ່​ພຣະ­ເຈົ້າຕັ້ງແຕ່ຢູ່ໃນທ້ອງແມ່ຂອງລາວ.

Judges 16:18

ນາງ​ເດ­ລີ­ລາ​ເລີ່ມເຮັດໃຫ້ແຊມຊັນຫມົດແຮງໄດ້ແນວໃດ?

ນາງ​ເດ­ລີ­ລາເລີ່ມເຮັດໃຫ້ລາວມົດແຮງ, ເມື່ອປອຍຜົມຂອງລາວຖືກຕັດອອກ, ເຫື່ອແຮງກຳລັງຂອງລາວກໍຫມົດໄປ.

Judges 16:20

ພວກ​ຟີ­ລິດ­ສະ­ຕິນໄດ້ໃຫ້ແຊມຊັນເຮັດວຽກຫຍັງ?

ພວກ​ຟີ­ລິດ­ສະ­ຕິນໄດ້ໃຫ້ແຊມຊັນໄປ​ໂມ້​ແປ້ງ​ຢູ່­ໃນ​ຄຸກ.

Judges 16:23

ເປັນຫຍັງພວກຜູ້ປົກຄອງຂອງຄົນ​ຟີ­ລິດ­ສະ­ຕິນ​ຈຶ່ງໄດ້ເຕົ້າໂຮມກັນ ເພື່ອຖວາຍເຄື່ອງບູຊາອັນຍິ່ງໃຫຍ່ແດ່ພະ​​ດາ­ໂກນພະເຈົ້າຂອງພວກເຂົາ?

ພວກຜູ້ປົກຄອງຂອງ​ຄົນຟີ­ລິດ­ສະ­ຕິນ​ໄດ້ເຕົ້າໂຮມກັນ ເພື່ອຖວາຍເຄື່ອງບູຊາອັນຍິ່ງໃຫຍ່ແດ່ພະ​​ດາ­ໂກນພະເຈົ້າຂອງພວກເຂົາ, ພວກເຂົາເວົ້າວ່າ, "ພະ​ເຈົ້າຂອງ​ພວກ­ເຮົາ​ໄດ້ເອົາ​ຊະ­ນະ​ແຊມ­ຊັນ."

Judges 16:25

ຜູ້ໃດໄດ້ຊ່ວຍແຊມຊັນໃຫ້ໄປຢືນແປະເສົາທີ່ຄ້ຳຕຶກນີ້?

​ເດັກ­ຊາຍຜູ້ທີ່​ຈູງ​ມື​ແຊມຊັນ ໄດ້​ຊ່ວຍໃຫ້ແຊມຊັນໄປຢືນຢູ່ແປະ​ເສົາ­ຄ້ຳ​ຕຶກນີ້.

Judges 16:28

ເປັນຫຍັງແຊມຊັນຈຶ່ງໄດ້ຮັອງທູນຫາພຣະເຈົ້າເພິື່ອປະທານກຳລັງອັນຍິ່ງໃຫຍ່ໃຫ້ແກ່ລາວ?

ແຊມຊັນໄດ້ຮັອງທູນພຣະເຈົ້າ ເພື່ອປະທານກຳລັງອັນຍິ່ງໃຫຍ່ໃຫ້ແກ່ລາວ ເພື່ອລາວ​ຈະສາມາດ​ລ້າງ​ແຄ້ນ​ຄົນ​ຟີລິດສະຕິນ ທີ່ຂວັກຫນ່ວຍຕາທັງສອງຂ້າງຂອງລາວໄປ.

Judges 16:30

ແຊມຊັນໄດ້ຂ້າຄົນຈັກຄົນເມື່ອຕຶກນັ້ນພັງທະລາຍລົງ​?

ແຊມຊັນໄດ້ຂ້າຫລາຍກວ່າຄົນທີ່ລາວໄດ້ຂ້າເມື່ອຕອນລາວຍັງມີຊີວິດຢູ່.

Judges 17

Judges 17:1

ມີກາໄດ້​ລັກຫຍັງ​ໄປ?

ມີກາ​ລັກເງິນ 1,100 ​ຫລຽນ ຊຶ່ງ​ມີ­ຄົນ​ລັກ​ໄປ​ຈາກ​ແມ່.

Judges 17:3

ແມ່ຂອງມີກາໄດ້ແຍກເງິນໄວ້ສຳລັບຫຍັງ?

ແມ່ໄດ້ແຍກເງິນນີ້ຖວາຍແດ່ພຣະຢາເວ ເພື່ອໃຫ້ລູກຂອງແມ່ທີ່ຈະເຮັດຮູບແກະສະລັກ ແລະ ຮູບຫລໍ່ໂລຫະຕ່າງໆ.

Judges 17:5

ມີກາໄດ້ອຸທິດລູກຊາຍຄົນຫນຶ່ງຂອງລາວເພື່ອຫຍັງ?

ລາວໄດ້ອຸທິດລູກຊາຍຄົນຫນຶ່ງຂອງບັນດາລູກຊາຍຂອງລາວໃຫ້​ເປັນ​ປະ­ໂລ­ຫິດ.

Judges 17:7

ເປັນຫຍັງຄົນ​ເລ­ວີຈຶ່ງອອກຈາກເມືອງເບັດ­ເລ­ເຮັມ?

ຄົນ​ເລ­ວີໄດ້ອອກຈາກເມືອງເບັດ­ເລ­ເຮັມ ເພື່ອຊອກ​ຫາ​ບ່ອນ​ພັກ​ອາ­ໄສ.

Judges 17:10

ມີກາໄດ້ຂໍໃຫ້ຄົນເລວີເປັນຫຍັງເພື່ອລາວ?

ມີ­ກາໄດ້ຂໍໃຫ້​ຄົນເລວີ​ ພັກ​ນຳລາວ ແລະ ມາເປັນຜູ້ໃຫ້ຄຳປຶກສາ ແລະ ​ປະ­ໂລ­ຫິດ​ຂອງ​ລາວ.

Judges 17:12

ເປັນຫຍັງມີກາຄິດວ່າພຣະຢາເວຈະເຮັດສິ່ງດີຕໍ່ລາວ?

ມີນາ​ຮູ້​ແລ້ວ​ວ່າ ພຣະຢາເວ​ຈະຊົງເຮັດສິ່ງດີໆແກ່ລາວ, ເພາະວ່າຄົນເລວີຄົນນີ້ໄດ້ມາເປັນ​ປະໂລຫິດຂອງລາວ.

Judges 18

Judges 18:1

ເປັນຫຍັງເຊື້້ອສາຍຂອງ​ດານ​ຍັງຊອກ​ຫ​ດິນ​ແດນເພື່ອພັກອາໄສ?

ເຊື້ອສາຍຂອງ​ດານ​ຍັງຊອກ​ຫາ​ດິນ​ແດນທີ່ພັກອາໄສ, ເພາະວ່າຈົນເຖິງມື້ນັ້ນ ພວກເຂົາຍັງບໍ່ໄດ້ຮັບມໍ­ຣະ­ດົກ​ຈາກບັນດາເຜົ່າຂອງ​ອິດສ​ະ​ຣາເອນ.​

Judges 18:5

ປະຊາຊົນແຫ່ງເຜົ່າດານຕ້ອງການໃຫ້ຄົນເລວີສະແຫວງຫາຫຍັງ?

ປະຊາຊົນແຫ່ງເຜົ່າດານຕ້ອງການໃຫ້ຄົນເລວີສະແຫວງຫາຄຳແນະຈາກພຣະເຈົ້າ.

Judges 18:9

ຜູ້ຊາຍຫ້າຄົນຈາກເຜົ່າດານຕ້ອງການເຮັດຫຍັງກັບແຜ່ນດິນລາອິດ?

ຜູ້ຊາຍຫ້າຄົນຈາກເຜົ່າດານຕອ້ງການຢືດຄອງແຜ່ນດິນນັ້ນ.

Judges 18:13

ຊາຍ​ທັງ​ຫ້າ​ຄົນໄດ້ເວົ້າຫຍັງຢູ່ໃນເຮືອນຂອງລາອິດ?

ຊາຍ​ທັງ​ຫ້າ​ຄົນໄດ້ເວົ້າຢູ່ໃນເຮືອນຂອງລາ­ອິດວ່າ ​​ໃນ​ເຮືອນ​ເຫລົ່າ​ນີ້ ​ມີ​ຮູບ​ເອ­ໂຟດ, ພະປະຈຳບ້ານຕ່າງໆ, ຮູບ​ພະ​ແກະ­ສະ­ຫລັກ ແລະ ​ຮູບ​ຫລໍ່ໂລຫະ.

Judges 18:17

ແມ່ນໃຜທີ່ເອົາຮູບແກະສະຫລັກອອກໄປ?

ຊາຍ​ທັງ​ຫ້າ​ຄົນ­ທີ່​ອອກ​ໄປ​ສອດ­ແນມ​ເບິ່ງແຜ່ນດິນນັ້ນ ໄດ້ເຂົ້າ­ໄປທີ່ນັ້ນ ແລະ ພວກເຂົາໄດ້​ເອົາ​ຮູບ​ແກະ­ສະ­ຫລັກອອກໄປ.

Judges 18:24

ເປັນຫຍັງມີນາຈຶ່ງໃຈຮ້າຍ?

ມີນາໄດ້ໃຈຮ້າຍ ຍ້ອນວ່າຄົນເຜົ່າດານ​ໄດ້ລັກ​ພະຕ່າງໆ​ທີ່​ລາວ​ສ້າງ​ຂຶ້ນ, ​ພວກເຂົາໄດ້ນຳ​ເອົາປະ­ໂລ­ຫິດ​ຂອງລາວ, ແລະພວກເຂົາກໍຈາກໄປ.

ເມື່ອໃດມີກາ​ໄດ້ຫັນ​ກັບ ແລະ ໄດ້ກັບໄປ​ເຮືອນ​ຂອງຕົນ?

ເມື່ອ​ມີ­ກາໄດ້​ເຫັນ​ວ່າ ​ພວກ­ເຂົາ​ເຫລົ່າ­ນັ້ນ​ມີ​ກຳ­ລັງ​ຫລາຍ­ກວ່າລາວ, ລາວຈຶ່ງ​ຫັນ​ກັບ ແລະ ໄດ້ກັບໄປ​ເຮືອນ​ຂອງຕົນ.

Judges 18:27

ເປັນນຫຍັງຈຶ່ງບໍ່ມີຜູ້ໃດຊ່ວຍຄົນເລອິດເລີຍ?

ບໍ່­ມີ​ຜູ້­ໃດ​​ຊ່ວຍພວກເຂົາ ເພາະ­ວ່າ​ພວກ­ເຂົາ​ຢູ່​ໄກ​ຈາກ​ເມືອງ​ຊີ­ໂດນ, ແລະ ພວກເຂົາ​ບໍ່­ໄດ້ພົວພັນ­ກັບ​ຄົນ​ອື່ນເລີຍ.

Judges 18:30

ຜູ້ໃດທີ່ເປັນປະໂລຫິດສໍາລັບຄົນເຜົ່າດານ?

​ໂຢ­ນາ­ທານ​ລູກ­ຊາຍ​ເກ­ໂຊມ, (ລູກ­ຊາຍ​ຂອງ​ໂມເຊ), ລາວ ແລະລູກຊາຍທັງຫລາຍຂອງລາວເປັນ​ປະ­ໂລ­ຫິດ​ໃຫ້​ແກ່ຄົນເຜົ່າ​ດານ​ຈົນ​ຮອດ​ສະ­ໄຫມ​ທີ່​ແຜ່ນ­ດິນ​ຕົກ​ໄປ​ເປັນ​ຊະ­ເລີຍ.

Judges 19

Judges 19:1

ຄົນເລ­ວີ​ອາ­ໄສ​ຢູ່​ໃສ?

ຄົນ​ເລ­ວີ​ອາ­ໄສ​ຢູ່​ດິນແດນຫ່າງໄກທີ່ສຸດຢູ່ໃນເຂດພູ­ເຂົາ​ເອຟຣາອິມ.

Judges 19:3

ເມຍນ້ອຍຂອງເລວີໄດ້ເອົາລາວໄປໃສ?

ເມຍນ້ອຍພາ​ຄົນເລວີ​ເຂົ້າ​ໃນ​ເຮືອນ​ພໍ່​ຂອງ​ນາງ.

Judges 19:5

ເຖິງແມ່ນຄົນເລວີຕັ້ງໃຈກັບເມືອເຮືອນ, ພໍ່ເຖົ້າຂອງລາວຢາກໃຫ້ລາວເຮັດຫຍັງ?

ພໍ່ເຖົ້າຂອງລາວຢາກໃຫ້ລາວພັກ ແລະ ຄ້າງຄືນຢູ່ທີ່ນັ້ນ.

Judges 19:7

ຄົນເລວີໄດ້ເຮັດຫຍັງກ່ຽວກັບແຜນການທີ່ຈະອອກເດີນທາງແຕ່ເຊົ້າ ແລະ ກັບບ້ານ?

​ລາວໄດ້ປຽ່ນແຜນ ແລະ ໄດ້ຄ້າງຄືນຢູ່ທີ່ນັ້ນນຳພໍ່ເຖົ້ງຂອງລາວ.

Judges 19:9

ໃນມື້ທີຫ້າພໍ່ເຖົ້າຂອງເລວີໄດ້ບອກໃຫ້ລາວເຮັດຫຍັງອີກ?

ພໍ່ເຖົ້າຂອງເລວີໄດ້ບອກໃຫ້ລາວພັກທີ່ນີ້ອີກຈັກຄືນຫນຶ່ງ ແລະ ເຮັດຈິດໃຈໃຫ້ເບີກບານ.

Judges 19:12

ເປັນຫຍັງຄົນເລວີຈຶ່ງບໍ່ຕ້ອງການຄ້າງຄືນໃນເມືອງເຢບຸດ?

ຄົນເລວີບໍ່ຕ້ອງການແວະ​ເຂົ້າ­ໄປໃນເມືອງຂອງຄົນຕ່າງດ້າວ.

Judges 19:14

ເປັນຫຍັງຄົນເລວີ ແລະ ຄົນຮັບໃຊ້ຂອງລາວຈຶ່ງນັ່ງ​ຢູ່ແຄມ​ຖະ­ຫນົນ​ໃນ​ເມືອງ​ນັ້ນ?

​ພວກເຂົານັ່ງ​ຢູ່​ແຄມຖະ­ຫນົນ​ໃນ​ເມືອງ​ນັ້ນ ເພາະ­ວ່າ​ບໍ່­ມີ​ໃຜ​ພາ​ພວກ­ເຂົາ​ເຂົ້າ­ໄປ​ນອນ​ໃນ​ເຮືອນຂອງເຂົາເລີຍ.

Judges 19:16

ຄົນທີ່ອາໄສຢູ່ໃນເມືອງກິເບອາແມ່ນມາຈາກເຜົ່າໃດ?

ຄົນທີ່ອາໄສຢູ່ໃນເມືອງກິເບອາແມ່ນ​ເປັນ​ຄົນມາຈາກເຜົ່າ​ເບັນ­ຢາ­ມິນ.

Judges 19:20

ຊາຍ​ເຖົ້າ​ຄົນ​ນັ້ນໄດ້ເຕືອນຄົນເລວີບໍ່ໃຫ້ເຮັດຫຍັງ?

ຊາຍ​ເຖົ້າ​ຄົນ​ນັ້ນໄດ້ເຕືອນຄົນເລວີ​ວ່າ ຢ່າ​ນອນຄ້າງຄືນ​ຢູ່ແຄມ​ຖະ­ຫນົນ​ເມືອງນີ້​ເລີຍ.

Judges 19:22

ເປັນຫຍັງພວກນັກເລງຂອງເມືອງຈຶ່ງຕ້ອງການໃຫ້ຊາຍເຖົ້ານັ້ນ ນຳໂຕຊາຍຄົນນັ້ນ ອອກມາຈາກເຮືອນຂອງລາວ?

ພວກນັກເລງຂອງເມືອງນັ້ນ ຕ້ອງການໃຫ້ຊາຍເຖົ້າຄົນນັ້ນ ນຳໂຕຊາຍຄົນນັ້ນອອກມາຈາກເຮືອນຂອງລາວ ຍ້ອນວ່າພວກເຂົາຈະສາມາດຮ່ວມເພດກັບຊາຍຄົນນັ້ນ.

Judges 19:24

ແມ່ນໃຜທີ່ຊາຍເຖົ້າໄດ້ສະເຫນີໃຫ້ ພວກຊາຍຊົ່ວຮ້າຍແທນຄົນເລວີ?

ຊາຍເຖົ້າໄດ້ສະເຫນີໃຫ້ເອົາລູກ­ສາວ​ພົມ­ມະ­ຈາ­ລີ​ຄົນ​ຫນຶ່ງຂອງລາວ ແລະ​ ເມຍ​ນ້ອຍຄົນເລວີ​ໄປ.

ມີຫຍັງເກີດຂຶ້ນໃນຍາມຮຸ່ງເຊົ້າ?

ເມື່ອ​ຍາມຮຸ່ງເຊົ້າ ພວກ­ເຂົາ​ກໍ​ປ່ອຍ​ນາງ​ໄປ. ຍິງ​ສາວຄົນນັ້ນ​ກໍ​ກັບ​ມາ ແລະ ນາງກໍ​ລົ້ມ­ລົງ​ທີ່​ປະ­ຕູ​ເຮືອນ​ຂອງຊາຍຄົນນັ້ນບ່ອນທີ່ເຈົ້າ​ນາຍ​ຂອງນາງ​ພັກ​ຢູ່, ແລະ ນາງໄດ້ນອນຢູ່ບ່ອນນັ້ນຈົນ​ແຈ້ງ​ສະ­ຫວ່າງ.

Judges 19:27

ຄົນເລວີໄດ້ເຮັດຫຍັງເມື່ອເມຍນ້ອຍຂອງລາວບໍ່ຕອບ?

ເມື່ອເມຍນ້ອຍຂອງຄົນເລວີບໍ່­​ຕອບ. ລາວ​ຈຶ່ງ​ເອົາ​ນາງ​ຂຶ້ນ​ຫລັງ​ລໍ, ແລະຊາຍຄົນ​ນັ້ນກໍ​ອອກ​ເດີນ­ທາງ​ໄປ​ເຮືອນ​ຂອງ­ຕົນ.

Judges 19:29

ຄົນເລວີໄດ້ເຮັດຫຍັງກັບສົບຂອງເມຍນ້ອຍຂອງລາວ?

​ຄົນເລວີໄດ້ຕັດສົບ​ເມຍ​ນ້ອຍ, ​ຕັດແຂນຕັດຂາອອກເປັນສິບ​ສອງ​ທ່ອນ​, ແລະ ​ສົ່ງ​ໄປ​ທົ່ວ​ເຂດ­ແດນຂອງ​​ອິດສ​ະ​ຣາເອນ.

Judges 20

Judges 20:1

ຜູ້ໃດທີ່ປະ­ຊຸມ​ກັນ​ຕໍ່​ພຣະຢາເວ​ທີ່​ເມືອງ​ມິຊະ­ປາ?

ປະຊາຊົນທັງຫມົດຕັ້ງແຕ່ດານຈົນເຖິງ​ເບ­ຍເອເຊ­ບາ, ລວມທັງ​ແຜ່ນ­ດິນ​ກິ­ເລ­ອາດ​ກໍ​ອອກ​ມາ​ດ້ວຍ, ແລະ ພວກເຂົາໄດ້​ປະ­ຊຸມ​ກັນ​ຕໍ່​ພຣະຢາເວ​ທີ່​ເມືອງ​ມິຊະ­ປາ.

Judges 20:5

ຄົນ​ເລ­ວີໄດ້ເວົ້າວ່າຍາດຕິພີ່ນ້ອງຂອງກິເບອາໄດ້ເຮັດຫຍັງຕໍ່ລາວ?

ຄົນ​ເລ­ວີເວົ້າວ່າພີ່ນ້ອງຂອງກິເບອາດໄດ້ບຸກເຂົ້າມາຫາລາວ, ໄດ້​ລ້ອມ​ເຮືອນນັ້ນ ແລະ ຫມາຍຈະຂ້າລາວ.

Judges 20:8

ປະຊາຊົນຈະໂຈມຕີກິເບອາດໄດ້ແນວໃດ?

ພວກເຮົາຈະໂຈມຕີເມືອງກິເບອາດຕາມການທີ່ພວກເຂົາຈັບ­ສະຫລາກ​ໄດ້.

Judges 20:12

ເປັນຫຍັງເຜົ່າຂອງຄົນອິດສະຣາເອນຈຶ່ງບອກຄົນເບັນຢາມິນໃຫ້ມອບຜູ້ຊາຍທີ່ຊົ່ວຮ້າຍຂອງກິເບອາດໃຫ້ແກ່ພວກເຂົາ?

ບັນດາເຜົ່າຂອງອິດສະຣາເອນ ໄດ້ບອກຄົນເບັນຢາມິນໃຫ້ມອບຜູ້ຊາຍທີ່ຊົ່ວຮ້າຍຂອງກິເບອາດໃຫ້ແກ່ພວກເຂົາ, ເພື່ອເຜົ່ານັ້ນອາດຈະຂ້າພວກເຂົາຖິ້ມເສຍ, ແລະ ເພື່ອ­ພວກເຮົາເອົາຄວາມ​ຊົ່ວຮ້າຍ​ອອກ​ໄປ​ຈາກ​ຄົນ​​ອິດ​ສ​ະ​ຣາເອນໃຫ້ຫມົດສິ້ນ.

ເປັນຫຍັງຄົນ​ເບັນ­ຢາ­ມິນ ​ຈຶ່ງ​ອອກ​ມາລວມໂຕກັນ​ຈາກ​ບັນ­ດາ​ຫົວ​ເມືອງຕ່າງໆໃນກິເບ­ອາດ?

ຄົນ​ເບັນ­ຢາ­ມິນ​ກໍ​ອອກ​ມາ​ຈາກ​ບັນ­ດາ​ຫົວ​ເມືອງຕ່າງໆເພື່ອລວມໂຕກັນທີ່ເມືອງ​ກິ­ເບ­ອາດ ເພື່ອ​ທີ່ຈະສູ້ຮົບກັບ​ຄົນ​​ອິດ​ສ​ະ​ຣາເອນ.

Judges 20:15

ມີຫຍັງພິເສດກ່ຽວກັບຄົນເຈັດຮ້ອຍຄົນທີ່ຖືກຄັດເລືອກ?

ຄົນ​ເຈັດ​ຮ້ອຍ​ຄົນ­ທີ່​ຖືກ​ເລືອກ​ນັ້ນ​ຖະ­ຫນັດ​ມື​ຊ້າຍ; ແຕ່ລະຄົນສາມາດເອົາຍິງກະຖຸນໃຫ້​ຖືກ​ເສັ້ນ­ຜົມ​ໄດ້ໂດຍ​ບໍ່​­ພາດ​ເລີຍ.

Judges 20:17

ເປັນຫຍັງຢູດາຈຶ່ງໂຈມຕີເບັນຢາມິນກ່ອນ?

ປະຊາຊົນທູນ​ຂໍຄຳປຶກສາຈາກພຣະ­ຢາເວ, ແລະ ພຣະ­ຢາເວຊົງກ່າວກ​ວ່າ, “​ຢູ­ດາຈະໄປສູ້ຮົບ​ກ່ອນ”

Judges 20:26

ຫລັງຈາກເບັນຢາມິນໄດ້ຂ້າທະຫານອິດສະຣາເອນຫລາຍຄົນແລ້ວ, ທະຫານອິດສະຣາເອນໄດ້ເຮັດຫຍັງ?

ຫລັງຈາກເບັນຢາມິນໄດ້ຂ້າທະຫານອິດສະຣາເອນຫລາຍຄົນແລ້ວ, ທະຫານອິດສະຣາເອນກໍຮ້ອງໄຫ້​ຄ່ຳ​ຄວນ, ແລະ ພວກເຂົາໄດ້​ອົດ​ອາ­ຫານຕໍ່ຫນ້າພຣະຢາເວ​ຈົນ​ຮອດ​ຕອນ​ແລງ. ພວກເຂົາໄດ້ຖວາຍ​ເຄື່ອງ​ເຜົາ​ບູ­ຊາ ແລະ ​ເຄື່ອງ­ບູ­ຊາ​ເພື່ອ​ຄວາມ​ສາ­ມັກ­ຄີ­ທຳ​​ຕໍ່­ຫນ້າ​ພຣະ­ຢາເວ.

Judges 20:27

ຄົນອິດສະຣາເອນໄດ້ຖາມພຣະ­ຢາເວແນວໃດ?

ຄົນ​ອິດ​ສ​ະ​ຣາເອນ​ໄດ້​ທູນ​ຖາມ​ພຣະ­ຢາເວ ໂດຍໃຊ້​ຫີບ​ພັນ­ທະ​ສັນ­ຍາ​ຂອງ​ພຣະ­ເຈົ້າ, ຊຶ່ງຢູ່​ທີ່ນັ້ນໃນສະໃຫມນັ້ນ.

Judges 20:32

ເມື່ອທະຫານຂອງອິດ​ສ​ະ​ຣາເອນແລ່ນ​ຖອຍອອກມາ​ຫ່າງ​ຈາກ​ເມືອງ​ໄປ​ຮອດ​ຖະ­ຫນົນ­ນັ້ນ, ຄົນ​ເບັນ­ຢາ­ມິນໄດ້ຄິດແນວໃດ?

ເມື່ອທະຫານຂອງອິດ​ສ​ະ​ຣາເອນແລ່ນ​ຖອຍອອກມາ​ຫ່າງ​ຈາກ​ເມືອງ​ໄປ​ຮອດ​ຖະ­ຫນົນ­ນັ້ນ, ຄົນ​ເບັນ­ຢາ­ມິນໄດ້ຄິດວ່າພວກເຂົາກຳລັງແລ່ນຫນີ.

Judges 20:36

ເປັນຫຍັງບັນດາຜູ້ຊາຍຂອງອິດສະຣາເອນຈຶ່ງໄດ້ລ່າຖອຍຕໍ່ຄົນເບັນຢາມິນ?

ຄົນ​​ອິດ​ສ​ະ​ຣາເອນ​ໄດ້​ຖອຍ​ຫນີຕໍ່​ຄົນເບັນ­ຢາ­ມິນ​, ເພາະ­ວ່າ​ພວກ­ເຂົາ​ວາງ­ໃຈ​ຄົນເຫລົ່ານັ້ນທີ່ໄດ້​ຊຸ້ມ​ຢູ່​ອ້ອມ​ເມືອງ​ກິ­ເບ­ອາດ.

ແມ່ນຫຍັງທີ່ເປັນສັນຍານລະຫວ່າງທະຫານຂອງອິດສະຣາເອນກັບທະຫານທີ່ຊຸ້ມຢູ່ໃນບ່ອນນັ້ນ?

ທະຫານຂອງ​ອິດ​ສ​ະ​ຣາເອນກັບພວກຄົນ­ທີ່​ຊຸ້ມ​ຢູ່​ນັ້ນໄດ້​ໃຫ້​ສັນ­ຍານ​ວ່າ ຈະມີ​ຄວັນ​ໄຟກ້ອນ​ໃຫຍ່​ພຸ່ງ­ຂຶ້ນ​ມາ​ຈາກ​ໃນ​ເມືອງນັ້ນ.

Judges 20:42

ເປັນຫຍັງຄົນເບັນຢາມິນຈຶ່ງຫນີອອກໄປບໍ່ໄດ້?

ຄົນເບັນຢາມິນ​ໄດ້​ແລ່ນຫນີໄປຈາກ​ຄົນ​​ອິດ​ສ​ະ​ຣາເອນ, ຫນີ​ເຂົ້າ­ໄປ​ທາງ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ, ແຕ່​ສົງ­ຄາມກໍຍັງ­ຕາມ​ພວກ­ເຂົາ​ໄປ​ຢ່າງ​ຫນັກ.

Judges 20:47

ທະຫານຂອງເບັນຢາມິນມີຈຳນວນເທົ່າໃດທີ່ໄດ້ຫັນຫນີ ແລະ ຫນີໄປຖິ່ນແຫ້ງແລ້ງກັນດານ?

ທະ­ຫານ​ຫົກ​ຮ້ອຍ​ຄົນໄດ້​ຫັນ​ກັບ ແລະ​ ຫນີໄປ​ໃນ​ຖິ່ນ­ແຫ້ງ­ແລ້ງ​ກັນ­ດານ.

Judges 21

Judges 21:1

ເປັນຫຍັງຄົນອິດສະຣາເອນຈຶ່ງກັງວົນວ່າເຜົ່າຫນຶ່ງໃນຊົນເຜົ່າຂອງພວກເຂົາຈະຫາຍໄປ?

ຄົນອິດສະຣາເອນໄດ້ກັງວົນວ່າ ເຜົ່າຫນຶ່ງໃນຊົນເຜົ່າຂອງພວກເຂົາຈະຫາຍໄປ ເພາະວ່າ ພວກເຂົາໄດ້ໃຫ້ຄຳຫນັ້ນສັນຍາກັນວ່າ ຈະບໍ່­ມີ​ໃຜ­ໃຫ້​ລູກ­ສາວ​ຂອງ­ຕົນ​ແຕ່ງ­ງານ​ກັບ​ຄົນ​ເບັນ­ຢາ­ມິນ.

Judges 21:4

ຜູ້ໃດຈະ​ຖືກປະຫານຊີວິດຢ່າງແນ່ນອນ?

ຄົນໃດກໍຕາມທີ່ບໍ່​ມາ​­ຊຸມນຸມ​ຕໍ່​ຫນ້າພຣະ­ຢາເວ​ຢູ່​ມິດ­ຊະ­ປາຈະ​ຖືກປະຫານຊີວິດຢ່າງແນ່ນອນ.

Judges 21:8

ເຜົ່າໃດໃນບັນດາເຜົ່າຂອງ​​ອິ​ດສ​ະ​ຣາເອນ​ທີ່​ບໍ່­ໄດ້​ຂຶ້ນ​ມາ​ເຝົ້າ​ພຣະຢາເວ​ທີ່​ມິຊະ­ປາ?

​ຢາ­ເບັດ​ ກິິເລ­ອາດ​ທີ່​ບໍ່­ໄດ້​ຂຶ້ນ​ມາ​ເຝົ້າ​ພຣະຢາເວ​ທີ່​ມິຊະ­ປາ.

Judges 21:11

ແມ່ນໃຜທີ່ຄົນເຫລົ່ານັ້ນ ໄດ້ເອົາໄປຈາກຄົນ​ທີ່ອາໄສຢູ່​ຢາ­ເບັດກິເລ­ອາດ?

ຄົນເຫລົ່ານັ້ນໄດ້ເອົາ​ຜູ້ຍິງສີ່​ຮ້ອຍ​ຄົນ ຄື​ຜູ້​ທີ່​ຍັງ​ບໍ່​ເຄີຍ​ຮ່ວມ​ຫລັບ​ນອນ​ກັບ​ຊາຍ​ຄົນໃດ​ເລີຍ ໃນບັນດາຄົນທັງຫລາຍ​ທີ່ອາໄສຢູ່​ຢາ­ເບັດກິ­ເລ­ອາດ.

Judges 21:13

ມີບັນຫາຫຍັງເກີດຂຶ້ນເມື່ອຄົນເບັນຢາມິນໄດ້ກັບມາໃນເວລານັ້ນ ແລະ ພວກເຂົາ​ກໍ​ມອບພວກ­ຍິງ​ສາວຊາວຢາ­ເບັດ​ກິ­ເລ­ອາດ?

ເມື່ອຄົນເບັນຢາມິນໄດ້ກັບມາໃນເວລານັ້ນ ແລະ ພວກເຂົາ​ກໍ​ໄດ້ມອບພວກ­ຍິງ​ສາວຊາວຢາ­ເບັດ​ກິ­ເລ­ອາດ, ແຕ່ຍິງສາວເຫລົ່ານັ້ນກໍບໍ່ພໍສຳລັບພວກເຂົາທັງຫມົດ.

Judges 21:18

ເມືອງຊີໂລຢູ່ໃສ?

ເມືອງຊີ­ໂລ​​ຢູ່ທາງ​ເຫນືອຂອງ​ເບັດ­ເອັນ, ທາງ​ທິດ­ຕາ­ເວັນ­ອອກ​ຂອງ​ຖະ­ຫນົນ​ຂຶ້ນຈາກ​ເມືອງເບັດ­ເອນ​ຮອດ​ຊີ­ເຄມ ແລະ ​ຢູ່​ທາງ​ທິດ­ໃຕ້​ຂອງ​ເລ­ໂບ­ນາ.

Judges 21:20

ເມື່ອໃດທີ່ຄົນເບັນຢາມິນແຕ່ລະຄົນຟ້າວແລ່ນອອກມາຈາກສວນອະງຸ່ນ ແລະ ກໍລັກ­ເອົາພວກ​ລູກ­ສາວ​ຊາວ​ຊີ­ໂລມາເປັນເມຍ?

ເມື່ອພວກ​ລູກ­ສາວ​ຊາວ​ຊີ­ໂລ​ອອກ​ມາ​ເຕັ້ນ­ລຳ, ພວກເຂົາແຕ່ລະຄົນຟ້າວແລ່ນອອກມາຈາກສວນອະງຸ່ນ ແລະ ກໍລັກ­ເອົາພວກ​ລູກ­ສາວ​ຊາວ​ຊີ­ໂລມາເປັນເມຍ.

Judges 21:22

ຄົນອິດສະຣາເອນຈະແກ້ຕົວແນວໃດກັບພວກຜູ້ຊາຍຂອງຊີໂລກ່ຽວກັບພວກຜູ້ຍິງ?

ຄົນອິດສະຣາເອນຈະບອກກັບພວກຜູ້ຊາຍຂອງຊີໂລກ່ຽວກັບພວກຜູ້ຍິງທີ່ຍັງເຫລືອຢູ່ ເພາະຄົນອິດສະຣາເອນບໍ່ໄດ້ເມຍໃນເວລາສົງຄາມ.

Judges 21:25

ທຸກຄົນດຳເນີນຊີວິດແນວໃດ?

ທຸກຄົນເຮັດໃນສິ່ງທີ່ຕົນເອງເຫັນວ່າຖືກຕ້ອງໃນສາຍຕາຂອງຕົນເອງ.