ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

1 Chronicles 1

1 Chronicles 1:1

ບໍ່ມີ

ບໍ່ມີ

1 Chronicles 1:5

ບໍ່ມີ

ບໍ່ມີ

1 Chronicles 1:8

ໃຜເປັນຜູ້ເກັ່ງກ້າຄົນທຳອິດເທິງແຜ່ນດິນໂລກ?

ນິມໂລດ, ລູກຊາຍຂອງກູເຊ, ເປັນຜູ້ທຳອິດທີ່ເກັ່ງກ້າເທິ່ງແຜ່ນດິນໂລກ.

1 Chronicles 1:11

ບໍ່ມີ

ບໍ່ມີ

1 Chronicles 1:13

ບໍ່ມີ

ບໍ່ມີ

1 Chronicles 1:17

ເປັນຫຍັງລູກຊາຍຄົນຫນຶ່ງຂອງເຮເບມີຊື່ເອີ້ນວ່າເປເລັກ?

ໃນສະໄຫມຂອງເພີ່ນແຜ່ນດິນຖືກແບ່ງປັນກັນ.

1 Chronicles 1:20

ບໍ່ມີ

ບໍ່ມີ

1 Chronicles 1:24

ບໍ່ມີ

ບໍ່ມີ

1 Chronicles 1:28

ບໍ່ມີ

ບໍ່ມີ

1 Chronicles 1:32

ບໍ່ມີ

ບໍ່ມີ

1 Chronicles 1:34

ບໍ່ມີ

ບໍ່ມີ

1 Chronicles 1:38

ບໍ່ມີ

ບໍ່ມີ

1 Chronicles 1:41

ບໍ່ມີ

ບໍ່ມີ

1 Chronicles 1:43

ແຜ່ນດິນໃດທີ່ກະສັດປົກຄອງກ່ອນກະສັດປົກຄອງຊົນອິດສະຣາເອນ?

ແຜ່ນດິນເອໂດມມີກະສັດກ່ອນທີ່ຄົນອິດສະຣາເອນຈະມີກະສັດ.

1 Chronicles 1:46

ບໍ່ມີ

ບໍ່ມີ

1 Chronicles 1:49

ບໍ່ມີ

ບໍ່ມີ

1 Chronicles 1:51

ບໍ່ມີ

ບໍ່ມີ

1 Chronicles 2

1 Chronicles 2:1

ບໍ່ມີ

ບໍ່ມີ

1 Chronicles 2:3

ເກີດຫຍັງຂຶ້ນກັບເອຣະລູກຊາຍກົກຂອງຢູດາ?

ລາວເປັນຄົນຊົ່ວຮ້າຍຕໍ່ສາຍພຣະເນດຂອງພຣະຢາເວ, ແລະ ພຣະຢາເວໄດ້ປະຫານຊີວິດລາວເສຍ.

1 Chronicles 2:5

ອາຄານນຳຄວາມຫຍຸ້ງຍາກມາສູ່ອິດສະຣາເອນແນວໃດ?

ລາວລັກເອົາສິ່ງຂອງທີ່ສະຫງວນໄວ້ໃຫ້ພຣະເຈົ້າ.

1 Chronicles 2:9

ບໍ່ມີ

ບໍ່ມີ

1 Chronicles 2:13

ຜູ້ໃດເປັນລູກຊາຍຜູ້ທີເຈັດຂອງເຢຊີ?

ດາວິດເປັນລູກຊາຍຜູ້ທີ່ເຈັດຂອງເຢຊີ.

1 Chronicles 2:16

ບໍ່ມີ

ບໍ່ມີ

1 Chronicles 2:18

ບໍ່ມີ

ບໍ່ມີ

1 Chronicles 2:21

ບໍ່ມີ

ບໍ່ມີ

1 Chronicles 2:23

ບໍ່ມີ

ບໍ່ມີ

1 Chronicles 2:25

ບໍ່ມີ

ບໍ່ມີ

1 Chronicles 2:29

ບໍ່ມີ

ບໍ່ມີ

1 Chronicles 2:34

ບໍ່ມີ

ບໍ່ມີ

1 Chronicles 2:36

ບໍ່ມີ

ບໍ່ມີ

1 Chronicles 2:39

ບໍ່ມີ

ບໍ່ມີ

1 Chronicles 2:42

ບໍ່ມີ

ບໍ່ມີ

1 Chronicles 2:45

ບໍ່ມີ

ບໍ່ມີ

1 Chronicles 2:48

ບໍ່ມີ

ບໍ່ມີ

1 Chronicles 2:51

ບໍ່ມີ

ບໍ່ມີ

1 Chronicles 2:52

ບໍ່ມີ

ບໍ່ມີ

1 Chronicles 2:54

ບໍ່ມີ

ບໍ່ມີ

1 Chronicles 3

1 Chronicles 3:1

ບໍ່ມີ

ບໍ່ມີ

1 Chronicles 3:4

ດາວິດປົກຄອງເປັນກະສັດໃນເມືອງເຢຣູຊາເລມໄດ້ຈັກປີ?

ພະອົງໄດ້ປົກຄອງໃນນະຄອນເຢຣູຊາເລັມໃນລະຫວ່າງສາມສິບສາມປີ.

1 Chronicles 3:6

ບໍ່ມີ

ບໍ່ມີ

1 Chronicles 3:10

ບໍ່ມີ

ບໍ່ມີ

1 Chronicles 3:13

ບໍ່ມີ

ບໍ່ມີ

1 Chronicles 3:15

ຜູ້ໃຜເປັນກະສັດອົງສຸດທ້າຍສຳລັບຄົນອິດສະຣາເອນ?

ເຊເດກີຢາເປັນກະສັດອົງສຸດທ້າຍຂອງອິດສະຣາເອນ.

1 Chronicles 3:17

ບໍ່ມີ

ບໍ່ມີ

1 Chronicles 3:19

ບໍ່ມີ

ບໍ່ມີ

1 Chronicles 3:22

ບໍ່ມີ

ບໍ່ມີ

1 Chronicles 4

1 Chronicles 4:1

ບໍ່ມີ

ບໍ່ມີ

1 Chronicles 4:3

ບໍ່ມີ

ບໍ່ມີ

1 Chronicles 4:5

ບໍ່ມີ

ບໍ່ມີ

1 Chronicles 4:9

ຢາເບດໄດ້ອະທິຖານຫຍັງແດ່ຕໍ່ພຣະເຈົ້າຂອງອິດສະຣາເອນ?

ລາວໄດ້ອະທິຖານຂໍໃຫ້ພຣະເຈົ້າອວຍພອນລາວ, ຂະຫຍາຍເຂດແດນຂອງຂ້າພຣະອົງໃຫ້ກວ້າງອອກໄປ, ຮັກສາຂ້າພຣະອົງໃຫ້ພົ້ນຈາກຄວາມຊົ່ວຮ້າຍ ເພື່ອບໍ່ໃຫ້ຂ້າພຣະອົງມີຄວາມເຈັບປວດ.

ຄຳອະທິຖານຂອງຢາເບດໄດ້ຮັບຄຳຕອບບໍ?

ແມ່ນແລ້ວ, ພຣະເຈົ້າໄດ້ປຣະທານຕາມທີ່ລາວທູນຂໍ.

1 Chronicles 4:11

ບໍ່ມີ

ບໍ່ມີ

1 Chronicles 4:13

ບໍ່ມີ

ບໍ່ມີ

1 Chronicles 4:17

ບໍ່ມີ

ບໍ່ມີ

1 Chronicles 4:19

ບໍ່ມີ

ບໍ່ມີ

1 Chronicles 4:21

ບໍ່ມີ

ບໍ່ມີ

1 Chronicles 4:24

ບໍ່ມີ

ບໍ່ມີ

1 Chronicles 4:27

ເປັນຫຍັງຊົນເຜົ່າຂອງຊິເມອີ ແລະ ພີ່ນ້ອງຂອງລາວຈຶ່ງບໍ່ເພີ່ມທະວີຈຳນວນຫລາຍ ແລະ ປະຊາຊົນຢູດາໄດ້ເຮັດຫຍັງ?

ພີ່ນ້ອງຂອງລາວບໍ່ມີລູກຊາຍບໍ່ຫລາຍຄົນ.

1 Chronicles 4:29

ບໍ່ມີ

ບໍ່ມີ

1 Chronicles 4:32

ບໍ່ມີ

ບໍ່ມີ

1 Chronicles 4:34

ບໍ່ມີ

ບໍ່ມີ

1 Chronicles 4:39

ເປັນຫຍັງລູກຊາຍຂອງຊິເມອີບາງຄົນຈຶ່ງໄປເມືອງເກໂດເຣທາງຕາເວັນອອກຂອງຮ່ອມພູ?

ພວກເຂົາກຳລັງຊອກຫາທົ່ງຫຍ້າລ້ຽງສັດຂອງພວກເຂົາ, ແລະພວກເຂົາໄດ້ພົບທົ່ງຫຍ້າທີ່ຂຽວງາມອຸດົມດີ ແລະ ແຜ່ນດິນນັ້ນກໍກວ້າງຂວາງງຽບສະຫງົບ.

1 Chronicles 4:42

ບໍ່ມີ

ບໍ່ມີ

1 Chronicles 5

1 Chronicles 5:1

ເປັນຫຍັງສິດທິລູກກົກຂອງຣູເບັນຈຶ່ງຕົກຢູ່ກັບໂຍເຊບອ້າຍຂອງລາວ?

ສິດທິອ້າຍກົກຂອງລາວໄດ້ຖືກມອບໃຫ້ໂຢເຊັບ, ຜູ້ເປັນລູກຊາຍຂອງອິດສະຣາເອນ, ເພາະວ່າຣູເບັນໄດ້ເຮັດໃຫ້ບ່ອນນອນພໍ່ຂອງລາວມີມົນທິນ.

ເຈົ້ານາຍອົງຫນຶ່ງມາຈາກລູກຊາຍຄົນໃດຂອງອິດສະຣາເອນ?

ເຈົ້ານາຍອົງຫນຶ່ງກໍອອກມາຈາກລູກຊາຍຂອງອິດສະຣາເອນ,​ຢູດາ.​

1 Chronicles 5:4

ເກີດຫຍັງຂື້ນກັບເບເອຣາ ລູກຊາຍຂອງບາອານ?

ກະສັດຂອງເມືອງອັດຊີເຣຍໄດ້ຈັບລາວເປັນທາດ.

1 Chronicles 5:7

ບໍ່ມີ

ບໍ່ມີ

1 Chronicles 5:10

ບໍ່ມີ

ບໍ່ມີ

1 Chronicles 5:11

ບໍ່ມີ

ບໍ່ມີ

1 Chronicles 5:14

ບໍ່ມີ

ບໍ່ມີ

1 Chronicles 5:16

ບໍ່ມີ

ບໍ່ມີ

1 Chronicles 5:18

ພວກລູກຫລານຣູເບັນ, ຄົນຄາດ ແລະ ຕະກູນມານາເຊເຄິ່ງຫນຶ່ງຂອງໄດ້ຝຶກການເຮັດເສິກຈຳນວນຈັກຄົນ?

ພວກເຂົາໄດ້ມີທະຫານສີ່ຫມື່ນສີ່ພັນຄົນເຝິກແອບສຳລັບສູ້ຮົບໃນສົງຄາມ, ຜູ້ທີ່ຖືໂລ່ ແລະ ດາບ, ແລະ ມີຄວາມຊຳນານໃນການຍິງທະນູ.

1 Chronicles 5:20

ເປັນຫຍັງຄົນຮັກຣີຈຶ່ງໄດ້ເສຍໄຊ?

ພວກເຂົາໄດ້ເສຍໄຊ ເພາະພວກອິດສະຣາເອນຮ້ອງທູນຕໍ່ພຣະເຈົ້າໃນການສູ້ຮົບ ແລະ ພຣະອົງໄດ້ປະທານຕາມຄຳທູນຂອງພວກເຂົາ, ເພາະພວກເຂົາໄວ້ວາງໃຈໃນພຣະອົງ.

ພວກອິດສະຣາເອນໄດ້ອາໄສຢູ່ໃນແຜ່ນດິນທີ່ພວກເຂົາຢຶດມາໄດ້ຈາກພວກຮັກຣີດົນປານໃດ?

ພວກເຂົາອາໄສຢູ່ໃນສະຖານທີ່ຂອງພວກເຂົາຈົນຖືກກວາດໄປເປັນຊະເລີຍ.

1 Chronicles 5:23

ຄົນຕະກູນມານາເຊເຄິ່ງຫນຶ່ງໄດ້ອາໄສນຳຄອບຄົວຂອງພວກເຂົາຢູ່ໃສ?

ພວກເຂົາອາໄສຢູ່ໃນແຜ່ນດິນຂອງບາຊານ.

1 Chronicles 5:25

ເນື່ອງຈາກວ່າຊາວຣູເບັນ, ຄາດ ແລະ ເຄິ່ງຫນຶ່ງຂອງຊາວມານາເຊໄດ້ຕໍ່ສູ້ພຣະເຈົ້າ, ພຣະເຈົ້າໄດ້ເຮັດຫຍັງກັບພວກເຂົາ?

ພຣະເຈົ້າໄດ້ກະຕຸ້ນກະສັດອັດຊີເຣຍ ແລະ ຊົນເຜົ່າເຫລົ່ານີ້ໄດ້ຕົກເປັນຊະເລີຍໃຫ້ກັບຊາວອັດຊີເຣຍ.

1 Chronicles 6

1 Chronicles 6:1

ບໍ່ມີ

ບໍ່ມີ

1 Chronicles 6:4

ບໍ່ມີ

ບໍ່ມີ

1 Chronicles 6:7

ບໍ່ມີ

ບໍ່ມີ

1 Chronicles 6:10

ບໍ່ມີ

ບໍ່ມີ

1 Chronicles 6:13

ພຣະຢາເວໄດ້ໃຫ້ຢູດາ ແລະ ເຢຣູຊາເລັມໄປເປັນຊະເລີຍໃຫ້ກັບໃຜ?

ພຣະອົງໄດ້ໃຫ້ຢູດາ ແລະ ເຢຣູຊາເລັມໄປເປັນຊະເລີຍໃຫ້ກະສັດ ເນບູກາດເນັດຊາ ຂອງບາບີໂລນ.

1 Chronicles 6:16

ບໍ່ມີ

ບໍ່ມີ

1 Chronicles 6:19

ບໍ່ມີ

ບໍ່ມີ

1 Chronicles 6:22

ບໍ່ມີ

ບໍ່ມີ

1 Chronicles 6:25

ບໍ່ມີ

ບໍ່ມີ

1 Chronicles 6:28

ບໍ່ມີ

ບໍ່ມີ

1 Chronicles 6:31

ຫນ້າທີ່ຂອງຜູ້ຊາຍທີ່ດາວິດໄດ້ແຕ່ງຕັ້ງໃຫ້ເບີ່ງແຍງການຮ້ອງເພງແມ່ນຫຍັງ?

ພວກເຂົາໄດ້ບົວລະບັດຢູ່ຕໍ່ຫນ້າທີ່ພັກອາໄສໃນຫໍເຕັນແຫ່ງຊຸມນຸມ.

ຜູ້ໃຜເປັນຜູ້ສ້າງພຣະວິຫານຂອງພຣະຢາເວໃນເຢຣູຊາເລັມ?

ໂຊໂລໂມນໄດ້ສ້າງພຣະວິຫານຂອງພຣະຜູ້ເປັນເຈົ້າ.

1 Chronicles 6:33

ບໍ່ມີ

ບໍ່ມີ

1 Chronicles 6:36

ບໍ່ມີ

ບໍ່ມີ

1 Chronicles 6:39

ບໍ່ມີ

ບໍ່ມີ

1 Chronicles 6:44

ບໍ່ມີ

ບໍ່ມີ

1 Chronicles 6:48

ຊົນເຜົ່າໃດຂອງອິດສະຣາເອນໄດ້ຮັບການແຕ່ງຕັ້ງໃຫ້ປະຕິບັດງານໃນຫໍເຕັນແຫ່ງພຣະວິຫານ?

ຄົນເລວີໄດ້ຮັບການແຕ່ງຕັ້ງໃຫ້ປະຕິບັດງານທຸກຢ່າງ.

1 Chronicles 6:49

ອາໂລນ ແລະ ລູກຊາຍຂອງລາວເປັນຜູ້ຮັບຜິດຊອບການຖວາຍເຄື່ອງບູຊາອັນໃດ?

ພວກເຂົາຮັບຮັບຜິດຊອບຖວາຍເຄື່ອງບູຊາເທີ່ງແທ່ນເຜົາເຄື່ອງບູຊາ ແລະ ເທິງແທ່ນເຄື່ອງຫອມບູຊາ.

ເຄື່ອງຖວາຍບູຊານີ້ແມ່ນເພື່ອຫຍັງ?

ການຖວາຍເຄື່ອງບູຊານີ້ແມ່ນເພື່ອໄຖ່ໂທດບາບຂອງຊາວອິດສະຣາເອນ.​

1 Chronicles 6:50

ບໍ່ມີ

ບໍ່ມີ

1 Chronicles 6:54

ບໍ່ມີ

ບໍ່ມີ

1 Chronicles 6:57

ບໍ່ມີ

ບໍ່ມີ

1 Chronicles 6:59

ບໍ່ມີ

ບໍ່ມີ

1 Chronicles 6:61

ບໍ່ມີ

ບໍ່ມີ

1 Chronicles 6:63

ຄົນເລວີອາໄສຢູ່ບ່ອນໃດ,​ ເພາະວ່າພວກເຂົາບໍ່ໄດ້ຮັບແບ່ງທີ່ດິນສຳລັບເຂົາເຈົ້າເອງ ຄືກັບຊົນເຜົ່າອື່ນ?

ຄົນເລວີໄດ້ຖືກມອບຫມາຍໂດຍການຈັບສະຫລາກຫົວເມືອງທີ່ມີທົ່ງຫຍ້າລ້ຽງສັດຈາກຕະກູນຢູດາ, ຕະກູນຊິເມໂອນ, ແລະ ຕະກູນເບັນຢາມິນ.

1 Chronicles 6:66

ບໍ່ມີ

ບໍ່ມີ

1 Chronicles 6:70

ບໍ່ມີ

ບໍ່ມີ

1 Chronicles 6:71

ບໍ່ມີ

ບໍ່ມີ

1 Chronicles 6:74

ບໍ່ມີ

ບໍ່ມີ

1 Chronicles 6:77

ບໍ່ມີ

ບໍ່ມີ

1 Chronicles 6:80

ບໍ່ມີ

ບໍ່ມີ

1 Chronicles 7

1 Chronicles 7:1

ພວກລູກຊາຍຂອງໂຕລາເປັນຄົນປະເພດໃດ?

ພວກເຂົາເປັນຜູ້ຊາຍທີ່ມີໃຈກ້າຫານ ແລະ ແຂງແຮງ.

1 Chronicles 7:4

ມີຈຳນວນທະຫານທີ່ພ້ອມເຮັດເສິກຈາກເຊື້ອສາຍຂອງອີດຊາຄາເທົ່າໃດ?

ຜູ້ຊາຍທີ່ພ້ອມຈະເຮັດເສິກຈາກເຊື້ອສາຍຂອງອິດຊາຄາມີທັງຫມົດແປດຫມື່ນເຈັດພັນຄົນ.

1 Chronicles 7:6

ລູກຊາຍຂອງເບລາເປັນທີ່ຮູ້ຈັກໃນຖານະຫຍັງ?

ພວກລູກຊາຍຂອງເບລາເປັນທີ່ຮູ້ຈັກວ່າເປັນທະຫານ ແລະ ເປັນຫົວຫນ້າຄອບຄົວຂອງບັນພະບູຣຸດ.

1 Chronicles 7:8

ບໍ່ມີ

ບໍ່ມີ

1 Chronicles 7:11

ບໍ່ມີ

ບໍ່ມີ

1 Chronicles 7:13

ບໍ່ມີ

ບໍ່ມີ

1 Chronicles 7:14

ໃຜເປັນຜູ້ໃຫ້ກຳເນີດລູກຊາຍມານາເຊຊື່ອາຊະຣີເອນ?

ເມຍນ້ອຍຂອງເພີ່ນຊາວອາຣາມໄດ້ໃຫ້ກຳເນີດລູກຊາຍຊື່ອາຊະຣີເອນ.

1 Chronicles 7:17

ບໍ່ມີ

ບໍ່ມີ

1 Chronicles 7:20

ເຫດໃດເອຟາຣາອິມຈຶ່ງຢາກໄດ້ການເລົ້າໂລມຈິດໃຈຈາກພີ່ນ້ອງຂອງລາວໃນເວລາທີ່ຢູ່ໃນການໄວ້ທຸກໃນຫລາຍໆວັນ?

ເອຟາຣາອີມຕ້ອງການການເລົ້າໂລມຈິດໃຈເພາະວ່າລູກຊາຍຂອງຊາວເມືອງກັດຜູ້ທີ່ໄດ້ກຳເນີດໃນເມືອງນັ້ນກໍໄດ້ຂ້າພວກເຂົາ ເພາະພວກເຂົາລົງມາປຸ້ນສັດລ້ຽງຂອງຊາວເມືອງກັດ.

1 Chronicles 7:23

ເປັນຫຍັງເອຟາຣາອິມຈຶ່ງຕັ້ງຊື່ລູກຊາຍຂອງລາວວ່າເບຣິອາ?

ເອຟາຣາອິມຕັ້ງຊື່ລູກຊາຍຂອງລາວວ່າເບຣີອາເພາະວ່າ ໃນຄອບຄົວຂອງລາວໄດ້ມີເຫດຮ້າຍໃນຄອບຄົວຂອງລາວ.

1 Chronicles 7:25

ແມ່ນໃຜເປັນລູກຊາຍຂອງນູນ?

ໂຢຊວຍແມ່ນລູກຊາຍຂອງນູນ.

1 Chronicles 7:28

ທີ່ດິນທີ່ເປັນມໍຣະດົກ ແລະ ພູມລຳເນົາຂອງໂຢຊວຍ ແລະ ຄອບຄົວຂອງລາວຢູ່ໃສ?

ທີ່ດິນທີ່ເປັນມໍຣະດົກ ແລະ ພູມລຳເນົາຂອງພວກເຂົາແມ່ນຢູ່ໃນເບັດເອນ ແລະ ພ້ອມກັບບັນດາຫົງເມືອງຕ່າງໆອ້ອມຮອບ.

1 Chronicles 7:30

ບໍ່ມີ

ບໍ່ມີ

1 Chronicles 7:33

ບໍ່ມີ

ບໍ່ມີ

1 Chronicles 7:36

ບໍ່ມີ

ບໍ່ມີ

1 Chronicles 7:39

ຄຸນລັກສະນະຂອງລູກຫລານຂອງອາເຊແມ່ນມີຫຍັງແດ່?

ລູກຫລານຂອງອາເຊເປັນຫົວຫນ້າໃນຄອບຄົວບັນພະບຸຣຸດຂອງພວກເຂົາ, ເປັນຄົນແຂງແຮງອົງອາດກ້າຫານ,​ ແລະ ເປັນເຈົ້ານາຍໃຫຍ່ທ່າມກາງພວກຜູ້ນຳ.

1 Chronicles 8

1 Chronicles 8:1

ບໍ່ມີ

ບໍ່ມີ

1 Chronicles 8:6

ເຊື້ອສາຍຂອງເອຮຸດແມ່ນຖືກບັງຄັບໃຫ້ເຮັດຫຍັງແດ່?

ເຊື້ອສາຍຂອງເອຮຸດແມ່ນຖືກບັງຄັບໄປເປັນຊາເລີຍໃນເມືອງມານາຮາດ.

1 Chronicles 8:8

ບໍ່ມີ

ບໍ່ມີ

1 Chronicles 8:12

ພວກລູກຊາຍຂອງເອນປາອານຂັບໄລ່ຜູ້ໃດ?

ພວກລູກຊາຍຂອງລາວໄດ້ຂັບໄລ່ຊາວເມືອງກັດອອກໄປ.

1 Chronicles 8:14

ບໍ່ມີ

ບໍ່ມີ

1 Chronicles 8:19

ບໍ່ມີ

ບໍ່ມີ

1 Chronicles 8:22

ບໍ່ມີ

ບໍ່ມີ

1 Chronicles 8:26

ລູກຊາຍເຢໂຣຮາມອາໃສຢູ່ໃສ?

ພວກເຂົາອາໄສຢູ່ເມືອງເຢຣູຊາເລັມ.

1 Chronicles 8:29

ບໍ່ມີ

ບໍ່ມີ

1 Chronicles 8:32

ມິກໂລດ ແລະ ຄອບຄົວຂອງລາວອາໃສຢູ່ໃສ?

ມິກໂລດ ແລະ ຄອບຄົວຂອງລາວອາໃສຢູ່ໃກ້ກັບພີ່ນ້ອງຂອງເຂົາໃນນະຄອນເຢຣູຊາເລັມ.

ແມ່ນໃຜແມ່ນບິດາຂອງຊາອູນ?

ກີເຊເປັນບິດາຂອງຊາອູນ.

1 Chronicles 8:35

ບໍ່ມີ

ບໍ່ມີ

1 Chronicles 8:38

ສຳລັບພວກລູກຊາຍຂອງອຸລາມ, ​ຜູ້ທີ່ເປັນເຊື້ອສາຍຂອງເບັນຢາມິນແມ່ນເປັນທີ່ຮູ້ຈັກແນວໃດ?

ລູກຊາຍຂອງອຸລາມເປັນທະຫານທີ່ເກັ່ງກ້າ ແລະ ນັກຍິງທະນູທີ່ຊຳນານ.

1 Chronicles 9

1 Chronicles 9:1

ຊາວອິດສະຣາເອນທັງຫມົດໄດ້ຂື້ນທະບຽນສຳມະໂນຄົວຕາມບັນດາເຊື້ອສາຍ ໄວ້ຢູ່ໃສ?

ທະບຽນສຳມະໂນນີ້ກໍຖືກບັນທຶກໄວ້ໃນຫນັງສືຂອງກະສັດແຫ່ງອິດສະຣາເອນ.

ເປັນຫຍັງຢູດາຈຶ່ງຖືກກວາດໄປເປັນຊະເລີຍຢູ່ໃນບາບີໂລນ?

ຢູດາຜູ້ຖືກກວາດໄປເປັນຊະເລີຍໃນບາບີໂລນ ເພາະການບາບຂອງພວກເຂົາ.

ຜູ້ໃຜເປັນພວກທຳອິດທີ່ເຂົ້າມາອາໄສໃນບັນດາຫົວເມືອງຕ່າງໆທີ່ເປັນກຳມະສິດຂອງພວກເຂົາ?

ພວກທຳອິດທີ່ເຂົ້າມາອາໄສໃນບັນດາຫົວເມືອງຕ່າງທີ່ເປັນກຳມະສິດຂອງພວກເຂົານັ້ນຄື ຊາວອິດສະຣາເອນ, ພວກປະໂລຫິດ, ພວກເລວີ ແລະ ພວກຜູ້ຮັບໃຊ້ປະຈຳພຣະວິຫານ.

1 Chronicles 9:4

ບໍ່ມີ

ບໍ່ມີ

1 Chronicles 9:7

ບໍ່ມີ

ບໍ່ມີ

1 Chronicles 9:10

ອາຊາລີຢາເປັນທີ່ຮູ້ຈັກຍ້ອນຫຍັງ?

ອາຊາລີຢາເປັນເຈົ້າຫນ້າທີ່ປົກຄອງຂອງພຣະວິຫານຂອງພຣະເຈົ້າ.

1 Chronicles 9:12

ຍາດພີ່ນ້ອງຂອງອາດາຍາ ແລະ ມາອາຊາຍເປັນທີ່ຮູ້ຈັກຍ້ອນຫຍັງ?

ພວກເຂົາເປັນຜູ້ທີ່ເກັ່ງກ້າສາມາດຫລາຍ ເພື່ອເຮັດວຽກບົວລະບັດໃນພຣະວິຫານຂອງພຣະເຈົ້າ.

1 Chronicles 9:14

ບໍ່ມີ

ບໍ່ມີ

1 Chronicles 9:17

ຫນ້າທີ່ຮັບຜິດຊອບທີ່ຜ່ານມາທີ່ພວກຜູ້ເຝົ້າປະຕູໄດ້ປະຕິບັດແມ່ນຫຍັງ?

ແຕ່ກ່ອນພວກເຂົາເປັນຜູ້ເຝົ້າປະຕູຂອງກະສັດທາງດ້ານທິດຕາເວັນອອກສຳລັບຄ້າຍຂອງພວກລູກຫລານເລວີ.

ຄວາມຮັບຜິດຊອບຂອງຄົນໂກຣາແມ່ນຫຍັງ?

ຄົນໂກຣາເປັນຜູ້ເຝົ້າຍາມປະຕູຫໍເຕັນ, ເຫມືອນກັບບັນພະບຸຣຸດຂອງພວກເຂົາ, ແລະ ເປັນຜູ້ເບິ່ງແຍງຄ້າຍຂອງພຣະຢາເວ ແລະ ທາງເຂົ້າ.

1 Chronicles 9:20

ຫນ້າທີ່ຮັບຜິດຊອບຂອງເຊຄາຣີຢາລູກຊາຍຂອງເມເຊເລມີຢາແມ່ນຫຍັງ?

ເຊຄາຣີຢາ ເປັນຜູ້ເຝົ້າທາງເຂົ້າປະຕູສູ່ທາງເຂົ້າພຣະວິຫານ, "ຫໍເຕັນແຫ່ງການຊຸມນຸມ."

1 Chronicles 9:22

ຜູ້ເຝົ້າປະຕູ ແລະ ລູກຂອງພວກເຂົາ, ຜູ້ທີ່ກະສັດດາວິດ ແລະ ຊາມູເອນຜູ້ທຳນວາຍໄດ້ສະຖາປະນາພວກເຂົາໄວ້ໃນຕຳແຫນ່ງຫນ້າທີ່ນັ້ນ, ເຮັດຫຍັງຢູ່ໃນປະເທດອິດສະຣາເອນ?

ພວກເຂົາ ແລະ ລູກຫລານຂອງພວກເຂົາຈຶ່ງເປັນຜູ້ເບິ່ງແຍງປະຕູທາງເຂົ້າພຣະວິຫານຂອງພຣະຢາເວ, ແລະ ເປັນຜູ້ເຝົ້າຍາມປະຕູພຣະວິຫານຂອງຫໍເຕັນ.

1 Chronicles 9:25

ຜູ້ນຳປະຕູທັງສີ່ຄົນໄດ້ປະຕິບັດຫນ້າທີ່ທີ່ໄດ້ຮັບມອບຫມາຍ ໃຫ້ເຝົ້າເບີ່ງແຍງຫ້ອງ ແລະ ຄັງໃນພຣະວິຫານຂອງພຣະຢາເວແນວໃດ?

ຜູ້ນຳສີ່ຄົນຮັບຜິດຊອບເຝົ້າຍາມຈະໄດ້ໃຊ້ເວລາກາງຄືນໃນຫນ້າທີ່ຂອງພວກເຂົາອ້ອມຮອບພຣະວິຫານຂອງພຣະເຈົ້າ ແລະ ຫລັງຈາກນັ້ນກໍ່ມີຫນ້າທີ່ໄຂປະຕູທຸກໆເຊົ້າ.

1 Chronicles 9:28

ຄົນເລວີໄດ້ຖືກມອບຫມາຍໃຫ້ເຮັດຫນ້າທີ່ສະເພາະອັນໃດແດ່?

ພວກເລວີບາງຄົນເປັນຄົນປະຈຳການເບິ່ງແຍງເຄື່ອງໃຊ້ໃນການບົວລະບັດພຣະວິຫານ ແລະ ບາງຄົນໃຫ້ເບິ່ງແຍງເຄື່ອງໃຊ້ຂອງສະຖານທີ່ບໍຣິສຸດທັງຫມົດ, ລວມທັງເບິ່ງແຍງແປ້ງເຂົ້າທີ່ລະອຽດ, ນ້ຳອະງຸ່ນ, ນ້ຳມັນ, ກຳຍານ, ແລະ ເຄື່ອງຫອມຕ່າງໆ.

1 Chronicles 9:30

ຫນ້າທີ່ຮັບຜິດຊອບຂອງຊາວໂກຣາແມ່ນຫຍັງ?

ຊາວໂກຣາເປັນຜູ້ເບິ່ງແຍງເຂົ້າຈີ່ທີ່ຢູ່ຫນ້າພຣະພັກ ມີຫນ້າທີ່ຈັດຕຽມໃນທຸກໆວັນສະບາໂຕ.

1 Chronicles 9:33

ເປັນຫຍັງພວກນັກຮ້ອງ ແລະ ຫົວຫນ້າບັນພະບູຣຸດພວກເລວີຈຶ່ງອາໄສຢູ່ໃນຫ້ອງທີ່ພຣະວິຫານເມື່ອພວກເຂົາບໍ່ໄດ້ເຮັດວຽກ?

ພວກນັກຮ້ອງ ແລະ ຫົວຫນ້າບັນພະບູຣຸດພວກເລວີໄດ້ອາໄສຢູ່ທີ່ພຣະວິຫານເພາະພວກເຂົາຢູ່ເວນຍາມທັງກາງເວັນ ແລະກາງຄືນ.

1 Chronicles 9:35

ບໍ່ມີ

ບໍ່ມີ

1 Chronicles 9:38

ບໍ່ມີ

ບໍ່ມີ

1 Chronicles 9:41

ບໍ່ມີ

ບໍ່ມີ

1 Chronicles 10

1 Chronicles 10:1

ເກີດຫຍັງຂື້ນກັບພວກລູກຊາຍຂອງຊາອູນຢູ່ເທິ່ງພູເຂົາກິນໂບອາ?

ຄົນຟີລິດສະຕີນໄດ້ໄລ່ທັນລູກຊາຍຂອງຊາອູນ ແລະ ຂ້າພວກເຂົາ.

1 Chronicles 10:4

ເປັນຫຍັງຊາອູນຈຶ່ງຕ້ອງການໃຫ້ຜູ້ຖືອາວຸດຂອງລາວຖອດດາບແທງລາວ?

ຊາອູນຢາກໃຫ້ຄົນທີ່ຖືອາວຸດຂອງພະອົງຖອດດາບແທງລາວເພື່ອບໍ່ໃຫ້ຜູ້ທີ່ໄດ້ຮັບພິທີຕັດເຫລົ່ານີ້ຈະເຂົ້າມາແທງລາວ.

ຊາອູນເຮັດແນວໃດເມື່ອຜູ້ຖືອາວຸດບໍ່ຍອມເຮັດຕາມ?

ຊາອູນຈຶ່ງໄດ້ຖອດດາບຂອງພະອົງອອກ ແລະ ລົ້ມທັບປາຍດາບນັ້ນ.

1 Chronicles 10:5

ຜູ້ຖືອາວຸດຂອງຊາອູນໄດ້ສະແດງອອກແນວໃດຕໍ່ການຕາຍຂອງຊາອູນ?

ເມື່ອຜູ້ຖືອາວຸດເຫັນວ່າຊາອູນສິ້ນພະຊົນແລ້ວ, ລາວກໍລົ້ມທັບດາບຂອງລາວຕາຍນຳກັນ.

1 Chronicles 10:7

ບັນດາຊາວອິດສະຣາເອນທີ່ຢູ່ໃນຮອ່ມພູເຫັນວ່າກອງທັບປົບຫນີໄປ ແລະ ຊາອູນ ແລະ ລູກຊາຍສິ້ນພະຊົນແລ້ວພວກເຂົາໄດ້ເຮັດແນວໃດ?

ພວກເຂົາກໍປະຖິ້ມບ້ານເມືອງຂອງພວກເຂົາ ແລະຫລົບຫນີໄປ. ພວກຟີລິດສະຕີນກໍເຂົ້າມາອາໄສຢູ່ໃນບ່ອນນັ້ນ.

1 Chronicles 10:9

ພວກຟີລິດສະຕິນໄດ້ເຮັດແນວໃດຕໍ່ຊາອູນ?

ພວກເຂົາເອົາເຄື່ອງອາວຸດຂອງພະອົງໄປວາງໄວ້ໃນວິຫານຮູບເຄົາຣົບຂອງພວກເຂົາ, ແລະ ເອົາເຫລັກຕະປູຕອກໃສ່ຫົວຂອງພະອົງຕິດໄວ້ໃນວິຫານຂອງພະດາໂກນ.

1 Chronicles 10:11

ທະຫານທີ່ເກັ່ງກ້າທັງຫມົດໃນເມືອງຢາເລັດແຂວງກິເລອາດໄດ້ເຮັດແນວໃດກັບສູບຂອງຊາອູນ ແລະ ພວກລູກຊາຍຂອງພະອົງ?

ພວກເຂົາກໍໄດ້ລຸກຂຶ້ນໄປເອົາສົບຂອງຊາອູນ ແລະ ຊາກສົບຂອງພວກລູກຊາຍຂອງພະອົງ ໂດຍນຳມາໄວ້ທີ່ຢາເບັດ. ພວກເຂົາໄດ້ຝັງກະດູກຂອງພວກເພິ່ນຢູ່ກ້ອງຕົ້ນໂອກ.

1 Chronicles 10:13

ດ້ວຍເຫດໃດຊາອູນຈຶ່ງຕາຍ?

ຊາອູນໄດ້ຕາຍຍ້ອນວ່າຄວາມບາບທີ່ພະອົງໄດ້ເຮັດຕໍ່ພຣະຢາເວ ແລະ ພະອົງບໍ່ໄດ້ຮັກສາພຣະຄຳຂອງພຣະຜູ້ເປັນເຈົ້າ, ແຕ່ວ່າ ອີກບັນຫາຫນຶ່ງ ຍ້ອນພະອົງຊອກຫາການນຳ ໂດຍໄປປຶກສາກັບຄົນເຂົ້າຊົງ.

ພຣະຢາເວໄດ້ມອບຣາຊະອານາຈັກແຫ່ງອິດສະຣາເອັນໃຫ້ແກ່ຜູ້ໃດ?

ພຣະຢາເວຈຶ່ງໄດ້ຍົກຣາຊະອານາຈັກໃຫ້ແກ່ດາວິດລູກຊາຍຂອງເຢຊີ.

1 Chronicles 11

1 Chronicles 11:1

ເປັນຫຍັງຊາວອິດສະລາເອນທຸກຄົນຈຶ່ງເຕັມໃຈທີ່ຈະແຕ່ງຕັ້ງດາວິດເປັນກະສັດປົກຄອງອິດສະຣາເອນ?

ດາວິດເປັນເຫມືອນເນື້ອຫນັງ ແລະ ກະດູກຂອງພວກເຂົາ, ໄດ້ນໍາພາກອງທັບອິດສະຣາເອນໃນອະດີດ, ແລະ ພຣະຢາເວ ຜ່ານຊາມູເອນໄດ້ປະກາດວ່າດາວິດຈະປົກຄອງອິດສະຣາເອນ.

1 Chronicles 11:4

ໂຢອາບກາຍເປັນຜູ້ບັນຊາການໃນກອງທັບອິດສະຣາເອນໄດ້ແນວໃດ?

ດາວິດເຄີຍກ່າວວ່າຜູ້ໃດກໍຕາມທີ່ໂຈມຕີຊະນະຄົນເຢບຸດໄດ້ກ່ອນຫມູ່ຈະໄດ້ເປັນຫົວຫນ້າຜູ້ບັງຄັບບັນຊາ ແລະ ໂຢອາບໄດ້ໂຈມຕີກ່ອນ.

1 Chronicles 11:7

ເປັນຫຍັງດາວິດຈຶ່ງໄດ້ຈະເລີນໃຫຍ່ຂື້ນພາຍຫລັງທີ່ພະອົງໄດ້ອາໄສໃນເມືອງຂອງດາວິດ?

ດາວິດໄດ້ຈະເລີນຍິ່ງໃຫຍ່ຂຶ້ນ ເພາະວ່າພຣະຢາເວຈອມໂຍທາໄດ້ສະຖິດຢູ່ກັບພະອົງ.

1 Chronicles 11:10

ຢາໂຊເບອາມເປັນທີ່ຮູ້ຈັກໃນຖານະຫຍັງ?

ຢາໂຊເບອາມລາວຍົກຫອກຂອງລາວສູ້ຮົບກັບຄົນສາມຮ້ອຍຄົນ ແລະ ຂ້າຕາຍໃນຄາວດຽວກັນ.

1 Chronicles 11:12

ຊື່ສຽງຂອງເອເລອາຊາຄົນອາໂຮອາແມ່ນຫຍັງ?

ຫລັງຈາກກອງທັບອິດສະຣາເອນໄດ້ຫນີໄປ, ເອເລອາຊາຄົນອາໂຮອາໄດ້ຢືນຢູ່ທ່າມກາງທີ່ດິນຕອນນັ້ນ. ພວກເຂົາປ້ອງກັນດິນຕອນນັ້ນໄວ້ ແລະ ໄດ້ຂ້າຄົນຟີລິດສະຕີນ.

1 Chronicles 11:15

ສິ່ງທີ່ດາວິດຂໍມີຫຍັງແດ່?

ດາວິດໄດ້ກະຫາຍນ້ຳຢາກໄດ້ນ້ຳດື່ມຈາກບໍ່ນໍ້າສ້າງຊຶ່ງຢູ່ໃກ້ຂ້າງປະຕູເມືອງເບັດເລເຮັມ.

1 Chronicles 11:18

ຄົນທັງສາມທີ່ຍິ່ງໃຫຍ່ຂອງດາວິດໄດ້ເຮັດຫຍັງເພື່ອເຮັດໃຫ້ການຮ້ອງຂໍຂອງລາວເປັນຈິງ?

ຄົນທັງສາມກໍແຫກຄ້າຍຂອງຄົນຟີລິດສະຕີນເຂົ້າໄປ ແລະ ຕັກນ້ຳມາຈາກບໍ່ເບັດເລເຮັມ, ທີ່ຢູ່ຂ້າງປະຕູເມືອງ. ພວກເຂົາໄດ້ນຳເອົາມາຖວາຍແກ່ດາວິດ.

ເປັນຫຍັງດາວິດບໍ່ໄດ້ດື່ມນ້ຳຈາກບໍ່ນ້ຳຈາກເບັດເລເຮັມທະຫານເກັ່ງກ້າສາມຄົນນັ້ນໄດ້ສ່ຽງຊີວິດຂອງພວກເຂົາໄດ້ນຳມາຖວາຍ?

ດາວິດປະຕິເສດທີ່ຈະດື່ມນ້ຳ ເພາະວ່າລາວບໍ່ສາມາດດື່ມນ້ຳຈາກຄວາມສ່ຽງຊີວິດຂອງພວກທະຫານຂອງລາວເພື່ອເອົານ້ຳນັ້ນ.

1 Chronicles 11:20

ຊື່ສຽງຂອງອາບີຊາຍ, ນ້ອງຊາຍຂອງໂຢອາບແມ່ນມີຫຍັງແດ່?

ອາບີຊາຍນ້ອງຊາຍຂອງໂຢອາບ, ເປັນຫົວຫນ້າຂອງສາມຄົນນັ້ນ. ເພິ່ນໄດ້ຍົກຫອກຂອງເພິ່ນສູ້ຮົບກັບຄົນສາມຮ້ອຍ ແລະ ຂ້າພວກເຂົາ.

1 Chronicles 11:22

ຊື່ສຽງຂອງເບນາຢາລູກຊາຍຂອງເຢໂຮຢາດາມີຫຍັງແດ່?

ເບນາຢາເປັນຜູ້ແຂງແຮງຜູ້ຊຶ່ງໄດ້ກະທຳໃນສິ່ງທີ່ກ້າຫານຫລາຍ ລາວໄດ້ລົງໄປຂ້າສິງໃຫຍ່ໃນຫລຸມໃນມື້ທີ່ມີຫິມະຕົກ ແລະ ລາວໄດ້ຂ້າຄົນເອຢິບຄົນນັ້ນຖືຫອກ.

1 Chronicles 11:24

ດາວິດໄດ້ມອບຫນ້າທີ່ອັນໃດໃຫ້ກັບເບນາຢາ?

ເບນານີຢາມີຊື່ສຽງໂດ່ງດັງ, ດາວິດໄດ້ແຕ່ງຕັ້ງລາວໃຫ້ເປັນຜູ້ບັງຄັບບັນຊາທະຫານຮັກສາພະອົງ.

1 Chronicles 11:26

ຜູ້ໃດໃນທະຫານທີ່ເກັ່ງກ້າແມ່ນນ້ອງຊາຍຂອງໂຢອາບ?

ອາສາເຮນແມ່ນທະຫານທີ່ເກັ່ງກ້າທີ່ເປັນນ້ອງຊາຍຂອງໂຢອາບ.

1 Chronicles 11:30

ບໍ່ມີ

ບໍ່ມີ

1 Chronicles 11:34

ບໍ່ມີ

ບໍ່ມີ

1 Chronicles 11:38

ບໍ່ມີ

ບໍ່ມີ

1 Chronicles 11:42

ບໍ່ມີ

ບໍ່ມີ

1 Chronicles 11:45

ບໍ່ມີ

ບໍ່ມີ

1 Chronicles 12

1 Chronicles 12:1

ຄວາມສາມາດພິເສດຂອງບັນດາທະຫານທີ່ເກັ່ງກ້າທີ່ມາຫາດາວິດໃນຂະນະທີ່ລາວຍັງລີ້ຈາກຊາອູນແມ່ນຫຍັງ?

ທະຫານທີ່ເກັ່ງກ້ານັ້ນແມ່ນຊາວເບັນຢາມິນຜູ້ທີ່ສາມາດໃຊ້ທັງມືຂວາ ແລະ ຊ້າຍໃນການແກວ່ງກ້ອນຫີນດ້ວຍສະຫລິ່ງ ແລະ ລູກທະນູຍິງຂອງພວກເຂົາ.

1 Chronicles 12:3

ບໍ່ມີ

ບໍ່ມີ

1 Chronicles 12:5

ບໍ່ມີ

ບໍ່ມີ

1 Chronicles 12:8

ລັກສະນະພິເສດຂອງຄົນຄາດທີ່ໄດ້ເຂົ້າໄປຫາດາວິດໃນຖິ່ນແຫ້ງແລ້ງກັນດານມີຫຍັງແດ່?

ຄົນຄາດພວກເຂົາເປັນທະຫານເຮັດເສິກ ແລະ ເປັນຜູ້ຊຳນານໃນການເຮັດເສິກ, ພວກເຂົາຖືໂລ່ ແລະ ຫອກ; ຮູບຫນ້າຂອງພວກເຂົາເຫມືອນຫນ້າໂຕສິງ ແລະ ພວກເຂົາແລ່ນໄວເຫມືອນກວາງຢູ່ເທິງພູເຂົາ.

1 Chronicles 12:9

ບໍ່ມີ

ບໍ່ມີ

1 Chronicles 12:14

ພວກລູກຊາຍຂອງຄາດໄດ້ປະສົບຜົນສຳເລັດຫຍັງແດ່ໃນແຜ່ນດິນທີ່ມອບໃຫ້ອິດສະຣາເອນ?

ພວກລູກຊາຍຂອງຄາດບໍ່ພຽງແຕ່ຂ້າມແມ່ນໍ້າຈໍແດນຫລັງຈາກທີ່ມັນໄດ້ລົ້ນຝັ່ງ, ແຕ່ໄດ້ໄລ່ຜູ້ທີ່ອາໄສຢູ່ໃນເຂດຮ່ອມພູທັງໝົດອອກໄປ.

1 Chronicles 12:16

ດາວິດໄດ້ເຕືອນຫຍັງແກ່ຜູ້ຊາຍເບັນຢາມິນ ແລະ ຢູດາເມື່ອພວກເຂົາເຂົ້າມາທີ່ປ້ອມກຳບັງຂອງລາວ?

ດາວິດບອກພວກເຂົາວ່າຖ້າທ່ານທັງຫລາຍມາຫາຂ້າພະເຈົ້າເພື່ອເປັນມິດໄມຕີ ເພື່ອຊ່ວຍຂ້າພະເຈົ້າ, ແຕ່ຖ້າພວກເຂົາມາທໍລະຍົດຕໍ່ລາວຕໍ່ພວກສັດຕູຂອງລາວ, ຂໍໃຫ້ພຣະເຈົ້າແຫ່ງບັນພະບຸຣຸດຂອງຂ້າພະເຈົ້າທັງຫລາຍທອດພຣະເນດ ແລະ ລົງໂທດທ່ານທັງຫລາຍເຖີດ, ເນື່ອງຈາກຂ້າພະເຈົ້າບໍ່ມີຄວາມຜິດໃດ.

1 Chronicles 12:18

ອາມາສາຍຕອບແນວໃດຕໍ່ຄຳເຕືອນຂອງດາວິດ?

ອາມາສາຍບອກດາວິດວ່າພວກເຮົາທຸກຄົນເປັນຂອງພະອົງ ແລະພຽງແຕ່ຕ້ອງການສັນຕິສຸກຈົ່ງມີແດ່ຄົນທັງຫລາຍທີ່ຊ່ວຍພະອົງ ເພາະວ່າພຣະເຈົ້າຂອງພະອົງໄດ້ອຸປະຖຳພະອົງຢູ່.

1 Chronicles 12:19

ເປັນຫຍັງພວກຟີລິດສະຕີນຈຶ່ງສົ່ງດາວິດໄປໃນເວລາທີ່ດາວິດມາຫາຄົນຟີລິດສະຕີນເພື່ອສູ້ຮົບກັບຊາອູນ?

ຊາວຟີລິດສະຕິນຢ້ານວ່າລາວຈະໄປຄືນດີກັບຊາອູນ ແລະພວກເຂົາຈະມີຄວາມສ່ຽງທີ່ຈະສູນເສຍຊີວິດຂອງພວກເຂົາ.

1 Chronicles 12:21

ຜູ້ຊາຍຂອງມານາເຊ ຊຶ່ງຕໍ່ມາເປັນຜູ້ບັນຊາການໃນກອງທັບຂອງດາວິດຊ່ວຍລາວແນວໃດ?

ພວກຜູ້ຊາຍຂອງມານາເຊແມ່ນທະຫານທີ່ເກັ່ງກ້າທີ່ຊ່ວຍເຫລືອດາວິດໂດຍການຕໍ່ສູ້ກັບກອງທັບທີ່ກຳລັງເຄື່ອນຍ້າຍ.

1 Chronicles 12:23

ເປັນຫຍັງທະຫານທຸກຄົນທີ່ປະກອບອາວຸດສົງຄາມຈຶ່ງມາຫາດາວິດທີ່ເຮັບໂຣນ?

ພວກເຂົາມາຫາດາວິດທີ່ເຮັບໂຣນເພື່ອຊ່ວຍລາວໃນການຍຶດຄອງຣາຊະອານາຈັກຂອງຊາອູນ ຊຶ່ງໃຫ້ສຳເລັດຕາມຖ້ອຍຄຳຂອງພຣະຢາເວ.

1 Chronicles 12:26

ສຳລັບຊາໂດກເປັນທີ່ຮູ້ຈັກໄດ້ແນວໃດ?

ຊາໂດກແມ່ນຊາຍຫນຸ່ມ, ແຂງແຮງ ແລະ ມີໃຈກ້າຫານ.

1 Chronicles 12:29

ບໍ່ມີ

ບໍ່ມີ

1 Chronicles 12:32

ຜູ້ນຳສອງຮ້ອຍຄົນຈາກອິດຊະຄາເປັນທີ່ຮູ້ຈັກໄດ້ແນວໃດ?

ຜູ້ນຳສອງຮ້ອຍຄົນຜູ້ທີ່ເຂົ້າໃຈໃນເລື່ອງຈັງຫວະເວລາ ແລະ ໄດ້ຮູ້ວ່າອິດສະຣາເອນຄວນເຮັດສິ່ງໃດ.

1 Chronicles 12:34

ບໍ່ມີ

ບໍ່ມີ

1 Chronicles 12:36

ບໍ່ມີ

ບໍ່ມີ

1 Chronicles 12:38

ເປັນຫຍັງທະຫານອິດສະຣາເອນທຸກຄົນຈຶ່ງມາຮອດເມືອງເຮັບໂຣນ?

ພວກເຂົາມາຮອດເມືອງເຮັບໂຣນດ້ວຍຄວາມຕັ້ງໃຈດ້ວຍຄວາມຕັ້ງໃຈທີ່ຈະຕັ້ງດາວິດເປັນກະສັດປົກຄອງອິດສະຣາເອນທັງຫມົດ.

ທະຫານອິດສະຣາເອນມີອາຫານ ແລະ ເຄື່ອງດື່ມພຽງພໍທີ່ຈະສາມາດກິນ ແລະ ດື່ມເປັນເວລາສາມມື້ເພື່ອສະຫລອງດາວິດກາຍເປັນກະສັດແຫ່ງອິດສະຣາເອນໄດ້ແນວໃດ?

ຍາດພີ່ນ້ອງຂອງທະຫານອິດສະຣາເອນໄດ້ຈັດອາຫານສຳລັບພວກເຂົາ.

1 Chronicles 13

1 Chronicles 13:1

ດາວິດໄດ້ປຶກສາຫາລືກັບໃຜ ກ່ອນທີ່ຈະກ່າວກັບຊຸມນຸມຊົນອິດສະຣາເອນ?

ດາວິດໄດ້ປຶກສາຫາລືກັບນາຍພັນ ແລະ ນາຍຮ້ອຍ, ກັບບັນດາຫົວຫນ້າທຸກຄົນ

ເປັນຫຍັງຊຸມນຸມຊົນຈຶ່ງຕົກລົງທີ່ຈະຟັງດາວິດ, ສົ່ງຄົນໄປທົ່ວທຸກແຫ່ງໃນປະເທດອິດສະຣາເອນ ແລະ ເຂົ້າຮ່ວມກັບດາວິດເພື່ອເອົານຳຫີບຂອງພຣະເຈົ້າກັບມາອິດສະຣາເອນ?

ຊຸມນຸມຊົນທັງຫມົດກໍຕົກລົງທີ່ຈະເຮັດຕາມ, ເພາະສິ່ງນັ້ນເປັນສິ່ງທີ່ພໍໃຈໃນສາຍຕາຂອງປະຊາຊົນທັງປວງ.

1 Chronicles 13:5

ບໍ່ມີ

ບໍ່ມີ

1 Chronicles 13:7

ດາວິດ ແລະຊາວອິດສະລາເອນໄດ້ເຮັດຫຍັງໃນຂະນະທີ່ພວກເຂົານຳເອົາຫີບອອກຈາກຄອບຄົວຂອງອາບີນາດາບ?

ດາວິດກັບອິດສະຣາເອນທັງປວງກໍຊົມຊື່ນຍິນດີຢູ່ຕໍ່ພຣະພັກພຣະເຈົ້າດ້ວຍເຕັມກຳລັງຂອງພວກເຂົາ

1 Chronicles 13:9

ພຣະເຈົ້າຢາເວໄດ້ເຮັດຫຍັງເມື່ອອຸດຊາຍື່ນມືຂອງລາວອອກໄປເພື່ອຈັບຫີບພັນທະສັນຍໄວ້ເມື່ອງົວເຕະສະດຸດ?

ແລ້ວພຣະພິໂຣດຂອງພຣະຢາເວໄດ້ພຸ່ງຂຶ້ນຕໍ່ອຸດຊາ, ແລະ ພຣະຢາເວໄດ້ປະຫານຊີວິດລາວ.

ເປັນຫຍັງດາວິດຈຶ່ງບໍ່ພໍໃຈກັບພຣະຢາເວ?

ດາວິດບໍ່ຊົງພໍໃຈ ເພາະພຣະຢາເວໄດ້ທຳລາຍອຸດຊາ

1 Chronicles 13:12

ເມື່ອດາວິດໄດ້ຢ້ານຢຳເກງນັບຖືພຣະເຈົ້າ ດາວວິດນຳຫີບພັນທະສັນຍາໄປໄວ້ຢູ່ໃສ?

ດາວິດໄດ້ນຳຫີບພັນທະສັນຍາໄປໄວ້ທີ່ເຮືອນໂອເບັດເອໂດມຊາວກັດ.

ພຣະຢາເວໄດ້ໄດ້ກະທຳອັນໃດແກ່ຄອບຄົວຂອງໂອເບັດເອໂດມ?

ພຣະຢາເວໄດ້ອວຍພຣະພອນແກ່ຄອບຄົວຂອງໂອເບັດເອໂດມ ແລະ ສິ່ງທັງຫມົດທີ່ລາວມີຢູ່.

1 Chronicles 14

1 Chronicles 14:1

ດາວິດໄດ້ຮູ້ຫຍັງແນ່ໃນເວລາທີ່ຮີຣາມກະສັດແຫ່ງເມືອງຕີໂລໄດ້ສົ່ງຜູ້ສົ່ງຂ່າວ, ໄດ້ສົ່ງໄມ້ແປກ, ​ຊ່າງໄມ້ ແລະ ຊ່າງກໍ່ເພື່ອຈະມາສ້າງວັງຖວາຍໃຫ້ແກ່ດາວິດ?

ດາວິດຮູ້ວ່າ ພຣະຢາເວໄດ້ສະຖາປະນາຕົນເອງໃຫ້ເປັນກະສັດອິດສະຣາເອນ.

1 Chronicles 14:3

ເມື່ອດາວິດໄດ້ເອົາເມຍເພີ່ມຂື້ນໃນເມືອງນະຄອນເຢລູຊາເລັມມີຜົນແນວໃດແດ່?

ດາວິດໄດ້ເປັນບິດາມີບຸດຊາຍ ແລະ ບຸດຍິງຫລາຍຂຶ້ນຕື່ມອີກ.

1 Chronicles 14:8

ດາວິດໄດ້ກະທຳອັນໃດເມື່ອໄດ້ຍິນຂ່າວວ່າຄົນຟີລິດສະຕິນທັງຫລາຍໄດ້ຂື້ນໄປຊອກຫາພະອົງ?

ພະອົງໄດ້ຍິນເລື່ອງນັ້ນກໍສະເດັດອອກໄປສູ້ຮົບກັບພວກຟີລິດສະຕິນ.

1 Chronicles 14:10

ພຣະຢາເວໄດ້ຕອບດາວິດແນວໃດ ໃນເວລາທີ່ດາວິດທູນຂໍຄວາມຊ່ວຍເຫລືອຈາກພຣະະຈົ້າວ່າສົມຄວນບໍທີ່ພະອົງຈະຂື້ນໄປຕໍ່ສູ້ພວກຟີລິດສະຕິນ?

ພຣະຢາເວໄດ້ກ່າວຕໍ່ດາວິດວ່າຈົ່ງໄປຕໍ່ສູ້ກັບພວກເຂົາເພາະພຣະອົງຈະມອບພວກເຂົາໄວ້ໃນມືຂອງດາວິດ.

ດາວິດໄດ້ສັ່ງໃຫ້ເຮັດແນວໃດຕໍ່ກັບຮູບເຄົາຣົບທີ່ພວກຟີລິດສະຕີນໄດ້ປະຖິ້ມ?

ດາວິດສັ່ງໃຫ້ຈູດຮູບເຄົາຣົບຂອງພວກຟີລິດສະຕິນເຫລົ່ານັ້ນຖິ້ມເສຍ.

1 Chronicles 14:13

ພຣະເຈົ້າບອກໃຫ້ດາວິດໂຈມຕີພວກຟີລິດສະຕິນຢູ່ໃສໃນເວລາທີ່ພວກເຂົາໄດ້ໄປທົ່ວຮ່ອມພູນັ້ນອີກ?

ພຣະເຈົ້າໄດ້ກ່າວກັບດາວິດວ່າຈົ່ງເວັ້ນຫນີໄປອ້ອມຮອບພວກເຂົາ ແລະ ໄປໂຈມຕີພວກເຂົາຢູ່ຖັດຈາກປ່າຕົ້ນມອນ.

1 Chronicles 14:15

ດາວິດໄດ້ຍິນຫຍັງກ່ອນທີ່ລາວຈະໂຈມຕີພວກຟີລິດສະຕິນດ້ວຍກຳລັງ?

ດາວິດໄດ້ຍິນສຽງຂະບວນທັບຍ່າງໃນລົມທີ່ພັດຜ່ານຢູ່ເທິງຍອດຕົ້ນມອນ.

ພຣະຢາເວໄດ້ເຮັດໃຫ້ປະເທດທັງຫມົດເຮັດຫຍັງແດ່ ໃນເວລາທີ່ຊື່ສຽງຂອງດາວິດກໍຊ່າລືໄປສູ່ບັນດາປະເທດທັງຫລາຍ?

ພຣະຢາເວໄດ້ຊົງນຳໃຫ້ປະຊາຊາດທັງປວງຢ້ານກົວດາວິດ.

1 Chronicles 15

1 Chronicles 15:1

ດາວິດໄດ້ຊົງກ່າວວ່າຜູ້ໃດເປັນກຸ່ມຄົນທີ່ພຣະເຢເວໄດ້ຊົງເລືອກທີ່ສົມຄວນຈະໃຫ້ຫາມຫີບພັນທະສັນຍາຂອງພຣເຈົ້າ?

ຄົນເລວີເປັນພຽງກຸ່ມຄົນທີ່ພຣະຢາເວໄດ້ຊົງເລືອກໃຫ້ຫາມຫີບພັນທະສັນຍາ.

ດາວິດມີປະສົງຫຍັງແດ່ທີ່ໄດ້ໂຮມປະຊຸມອິດສະຣາເອນທັງຫມົດຢູ່ທີ່ນະຄອນເຢຣູຊາເລັມ?

ດາວິດໄດ້ໂຮມປະຊຸມອິດສະຣາເອນທັງຫມົດຢູ່ທີ່ນະຄອນເຢຣູຊາເລັມ, ເພື່ອຈະນຳຫີບພັນທະສັນຍາຂອງພຣະຢາເວມາສູ່ບ່ອນ ຊຶ່ງພະອົງໄດ້ຈັດຕຽມໄວ້ແລ້ວສຳລັບຫີບນັ້ນ.

1 Chronicles 15:4

ດາວິດໄດ້ຮວບຮວມໃຜແດ່ເພື່ອຫາມຫີບພັນທະສັນຍາ?

ດາວິດໄດ້ຮວບຮວມລູກຫລານຂອງອາໂຣນ ແລະ ຄົນເລວີມາໂຮມກັນ.

1 Chronicles 15:7

ບໍ່ມີ

ບໍ່ມີ

1 Chronicles 15:11

ບັນດາຫົວຫນ້າບັນພະບຸຣຸດຂອງຄົນເລວີ ແລະ ອ້າຍນ້ອງຂອງພວກເຂົາເຮັດຫຍັງເພື່ອພວກເຂົາຈະນຳຫີບພັນທະສັນຍາຂອງພຣະຢາເວໄປບ່ອນທີ່ດາວິດໄດ້ຈັດຕຽມໄວ້ສຳລັບຫີບນັ້ນ?

ພວກເຂົາຊຳຣະຕົນຂອງພວກເຈົ້າເພື່ອພວກເຈົ້າຈະນຳຫີບພັນທະສັນຍາຂອງພຣະຢາເວ.

1 Chronicles 15:13

ເປັນຫຍັງພວກປະໂລຫິດ ແລະ ຄົນເລວີຈຶ່ງຕ້ອງຊຳລະຕົນຂອງພວກເຂົາໃຫ້ບໍຣິສຸດ?

ພວກເຂົາໄດ້ຊຳຣະຕົນຂອງພວກເຂົາໃຫ້ບໍຣິສຸດ ເພື່ອຈະນຳຫີບພັນທະສັນຍາຂອງພຣະຢາເວ ພຣະເຈົ້າຂອງອິດສະຣາເອນຂຶ້ນໄປ.

ໂມເຊໄດ້ຮັບຄຳສັ່ງຈາກໃຜສຳລັບການຫາມຫີບຂອງພຣະເຈົ້າເທິ່ງບ່າດ້ວຍຄານຫາມ?

ກົດລະບຽບສຳລັບການຫາມຫີບພັນທະສັນຍາແມ່ນໄດ້ຖືກມອບໃຫ້ໂດຍພຣະຄັມຂອງພຣະຢາເວ.

1 Chronicles 15:16

ດາວິດໄດ້ສັ່ງໃຫ້ໃຜຮັບຜິດຊອບໃນການເປັນນັກຮ້ອງ?

ດາວິດໄດ້ສັ່ງແກ່ບັນດາຫົວຫນ້າຂອງຄົນເລວີໃຫ້ແຕ່ງຕັ້ງພວກເຂົາໃຫ້ເປັນນັກຮ້ອງ.

1 Chronicles 15:19

ບໍ່ມີ

ບໍ່ມີ

1 Chronicles 15:22

ບໍ່ມີ

ບໍ່ມີ

1 Chronicles 15:25

ຜູ້ໃດໄດ້ຊ່ວຍຄົນເລວີຜູ້ຫາມຫີບພັນທະສັນຍາຂອງພຣະຢາເວໄປ?

ເມື່ອພຣະເຈົ້າໄດ້ຊ່ວຍຄົນເລວີຜູ້ຫາມຫີບພັນທະສັນຍາຂອງພຣະຢາເວໄປ.

1 Chronicles 15:27

ດາວິດໄດ້ນຸ່ງເຄື່ອງຫຍັງແດ່ ແລະ ພະອົງໄດ້ນຸ່ງຫຍັງເພີ່ມເຕີມ?

ດາວິດໄດ້ນຸ່ງເຄື່ອງຜ້າປ່ານເນື້ອລະອຽດ ແລະ ພະອົງກໍໄດ້ນຸ່ງເສື້ອເອໂຟດຜ້າປ່ານອີກໂຕຫນຶ່ງ.

ຜູ້ໃດໄດ້ນຳຫີບພັນທະສັນຍາຂື້ນໄປດ້ວຍສຽງໂຫ່ຮ້ອງຍິນດີ, ແລະ ສຽງເປົ່າເຂົາສັດ,​ສຽງແກ ແລະ ສຽງແສ່ງພ້ອມດ້ວຍພິນໃຫຍ່ ແລະ ພິນຄູ່?

ຄົນອິດສະຣາເອນທັງປວງໄດ້ນຳຫີບພັນທະສັນຍາ.

1 Chronicles 15:29

ມີການໄດ້ເຫັນຫຍັງທີ່ດາວິດໄດ້ກະທຳຊຶ່ງເປັນສາເຫດເຮັດໃຫ້ນາງມີໃຈຫມິ່ນປະຫມາດພະອົງ?

ມີການໄດ້ເຫັນກະສັດດາວິດເຕັ້ນລຳ ແລະ ຊື່ນຊົມຍິນດີ.

1 Chronicles 16

1 Chronicles 16:1

ຄົນອິດສະຣາເອນໄດ້ຖວາຍເຄື່ອງບູຊາຫຍັງແດ່ ຕໍ່ພຣະພັກພຣະເຈົ້າຫລັງຈາກທີ່ໄດ້ນຳຫີບພັນທະສັນຍາຂອງພຣະເຈົ້າເຂົ້າມາຕັ້ງໄວ້ພາຍໃນເຕັນຊຶ່ງດາວິດໄດ້ຈັດຕຽມໄວ້ສຳລັບຫີບນັ້ນ?

ພວກເຂົາໄດ້ຖວາຍເຄື່ອງເຜົາບູຊາ ແລະ ເຄື່ອງບູຊາເພື່ອຄວາມສາມັກຄີທັມຕໍ່ພຣະພັກພຣະເຈົ້າ.

ດາວິດໄດ້ແຈກຫຍັງໃຫ້ແກ່ບັນດາປະຊາຊົນອິສະຣາເອນຫລັງຈາກທີ່ພະອົງໄດ້ອວຍພອນປະຊາຊົນໃນພຣະນາມຂອງພຣະຢາເວ?

ດາວິດໄດ້ແຈກເຂົ້າຈີ່ຄົນລະກ້ອນ, ຊີ້ນຄົນລະສ່ວນ, ແລະ ອະງຸ່ນແຫ້ງຄົນລະອັນແກ່ບັນດາປະຊາຊົນ.

1 Chronicles 16:4

ຄົນເລວີໄດ້ຖືກຕັ້ງໃຫ້ເຮັດຫຍັງໃນຖານະທີ່ພວກເຂົາໄດ້ບົວລະບັດຕໍ່ຫນ້າຫີບພັນທະສັນຍາ?

ຄົນເລວີໄດ້ສະເຫລີມສະຫລອງ, ໂມທະນາ ແລະ ຍົກຍ້ອງສັນຣະເສີນພຣະຢາເວ, ພຣະເຈົ້າຂອງອິສະຣາເອນໃນຂະນະທີ່ພວກເຂົາໄດ້ບົວລະບັດຕໍ່ຫນ້າຫີບພັນທະສັນຍາຂອງພຣະຢາເວ.

1 Chronicles 16:7

ອາສັບ ແລະ ພວກພີ່ນ້ອງຂອງເພີ່ນໄດ້ຖືກກຳນົດໃຫ້ເຮັດຫຍັງ?

ພວກເຂົາໄດ້ຖືກຳນົດໃຫ້ຮອ້ງເພງໂມທະນາຖວາຍແດ່ພຣະຢາເວ.

ຊົນຊາດທັງຫລາຍໄດ້ເວົ້າກ່ຽວກັບອັນໃດໃນບົດເພງຖວາຍພຣະອົງຊຶ່ງອາສັບ ແລະ ພວກພີ່ນ້ອງຂອງເພີ່ນໄດ້ຮອ້ງເພງສັນລະເສີນ?

ພວກເຂົາເວົ້າເຖິງການມະຫັດສະຈັນທັງຫມົດຂອງພຣະອົງ.

1 Chronicles 16:10

ຜູ້ທີ່ປະຊາຊົນຈົ່ງອວດ ແລະ ສະແຫວງຫາແມ່ນຜູ້ໃດ?

ຄົນທັງຫລາຍໄດ້ອວດອ້າງ ແລະ ສະແຫວງຫາພຣະຢາເວ

1 Chronicles 16:12

ແມ່ນຫຍັງແດ່ທີ່ເຊື້ອສາຍອິດສະຣາເອນ, ຜູ້ທີ່ຊົງຖືກເລືອກຂອງເຢຣູຊາເລັມຄວນລະນຶກເຖີງພຣະຜູ້ເປັນເຈົ້າພຣະເຈົ້າຂອງພວກເຂົາ?

ພວກເຂົາລະນຶກເຖິງການອັສະຈັນ ຊຶ່ງພຣະອົງໄດ້ຊົງກະທຳ, ການມະຫັດສະຈັນ ແລະ ຄຳພິພາກສາທັງປວງທີ່ອອກມາຈາກພຣະໂອດຂອງພຣະອົງ.

1 Chronicles 16:15

ພຣະຢາເວໄດ້ໃຫ້ຄຳສັນຍາອັນໃດແດ່ໃຫ້ກັບອັບຣາຮາມ ແລະ ຄົນອິດສະຣາເອນເພື່ອຈົດຈຳຕະຫລອດໄປເປັນນິດ?

ພຣະອົງໄດ້ສັນຍາໄວ້ກັບອັບຣາຮາມ, ແລະ ຄຳປະຕິຍານ ຊຶ່ງໄດ້ໃຫ້ໄວ້ກັບອີຊາກຄືຈົດຈຳຄຳສັນຍາຂອງພຣະອົງຕະຫລອດໄປເປັນນິດ.

ພຣະຢາເວໄດ້ໃຫ້ຄຳຫມັ້ນສັນຍາຫຍັງແດ່ໃຫ້ແດ່ປະຊາຊົນຂອງພຣະອົງຊຶ່ງເປັນມໍຣະດົກຂອງພວກເຂົາ?

ພຣະຢາເວໄດ້ສັນຍາວ່າຈະມອບແຜ່ນດິນການາອານໃຫ້ແກ່ເຂົາ.

1 Chronicles 16:19

ພຣະຢາເວໄດ້ປົກປ້ອງອິດສະຣາເອນໄດ້ແນວໃດເມື່ອພວກເຂົາມີຈຳນວນຫນ້ອຍ ແລະ ຍ້ອນວ່າພວກເຂົາກຳລັງເດີນທາງຈາກຣາຊະອານາຈັກນີ້ໄປຫາອີກຣາຊະອານາຈັກຫນຶ່ງ?

ພຣະອົງບໍ່ຍອມໃຫ້ຜູ້ໃດບີບບັງຄັບພວກເຂົາ.

1 Chronicles 16:23

ປະຊາຊົນປະກາດຫຍັງແດ່ໃນແຜ່ນດິນໂລກທັງຫມົດໃນຂະນະທີ່ພວກເຂົາຮ້ອງເພງຖວາຍພຣະຢາເວ ແລະ ປະກາດຄວາມພົ້ນຂອງພະອົງທຸກມື້ນີ້?

ພວກເຂົາໄດ້ເວົ້າເຖິງສະຫງ່າຣາສີຂອງພຣະຢາເວໃນທ່າມກາງບັນດາປະຊາຊາດທັງຫລາຍ.

1 Chronicles 16:25

ແມ່ນໃຜເປັນຜູ້ສ້າງຟ້າສະຫວັນ ແລະ ສົມຄວນທີ່ຈະສັນຣະເສີນຢ່າງໃຫຍ່ຫລວງ ແລະ ພຣະອົງເປັນທີ່ຢຳເກງເຫນືອພຣະທັງປວງ?

ພຣະຢາເວເປັນຜູ້ສ້າງຟ້າສະຫວັນ ແລະ ສົມຄວນທີ່ຈະສັນຣະເສີນຢ່າງໃຫຍ່ຫລວງ ແລະ ພຣະອົງເປັນທີ່ຢຳເກງເຫນືອພຣະທັງປວງ.

1 Chronicles 16:28

ພຣະຢາເວຖືພັນລະນາແນວໃດແດ່?

ຈົ່ງພັນລະນາເຖີງພຣະຢາເວໃນພຣະສະຫງ່າຣາສີ ແລະ ຣິດເດດແດ່ພຣະຢາເວ.

1 Chronicles 16:30

ຊາວໂລກທັງຫລາຍຈະເວົ້າຢ່າງໃດຕໍ່ພຣະຢາເວ?

ຊາວໂລກທັງຫລາຍຈະເວົ້າວ່າ, "ພຣະຢາເວຊົງຄອບຄອງ."

1 Chronicles 16:32

ຕົ້ນໄມ້ທັງຫມົດໃນປ່າເຮັດຫຍັງແດ່ຕໍ່ພຣະພັກພຣະຢາເວ?

ຕົ້ນໄມ້ທັງຫມົດໃນປ່າຮ້ອງອອກມາເປັນຄວາມຍິນດີຕໍ່ພຣະພັກພຣະຢາເວ.

1 Chronicles 16:34

ເປັນຫຍັງພຣະຢາເວຄວນເຕົ້າໂຮມປະຊາຊົນຂອງພະອົງເຂົ້າກັນ ແລະ ຊ່ວຍເຫຼືອພວກເຂົາຈາກປະເທດອື່ນໆ?

ພຣະອົງຄວນເຕົ້າໂຮມພວກເຂົາຮ່ວມກັນ ແລະ ຊ່ວຍກູ້ພວກເຂົາເພື່ອພວກເຂົາຈະໄດ້ໂມທະນາພຣະນາມອັນບໍລິສຸດຂອງພຣະອົງ ແລະ ໄດ້ຍ້ອງຍໍພຣະສະຫງ່າຣາສີຂອງພຣະອົງ.

1 Chronicles 16:36

ພຣະເຈົ້າຢາເວພຣະເຈົ້າຂອງອິດສະຣາເອນຈະໄດ້ຮັບການຍ້ອງຍໍດົນປານໃດ?

ພຣະອົງສົມຄວນໄດ້ຮັບການຍ້ອງຍໍສັນຣະເສີນຕະຫຼອດໄປຈົນເຖິງນິລັນດອນ.

1 Chronicles 16:37

ບໍ່ມີ

ບໍ່ມີ

1 Chronicles 16:40

ຜູ້ໃດໄດ້ສັ່ງ ແລະ ໃຫ້ບັນທຶກໄວ້ໃນພຣະບັນຍັດໃຫ້ແກ່ຊາວອິດສະຣາເອນສຳລັບການຖວາຍເຄື່ອງເຜົາບູຊາ?

ພຣະຢາເວໄດ້ໄດ້ສັ່ງ ແລະ ບັນທຶກໄວ້ໃນພຣະບັນຍັດໃຫ້ແກ່ຊາວແກ່ອິດສະຣາເອນ.

1 Chronicles 16:42

ປະຊາຊົນທັງປວງ ແລະ ດາວິດກັບໄປບ່ອນໃດຫລັງຈາກການສະເຫລີມສະຫລອງການຈັດວາງຫີບພັນທະສັນຍາ?

ປະຊາຊົນທັງປວງຕ່າງກໍກັບເມືອເຮືອນຂອງຕົນທຸກຄົນ, ແລະ ດາວິດກໍສະເດັດກັບເມືອ ເພື່ອອວຍພອນແດ່ຄອບຄົວຂອງພະອົງ.

1 Chronicles 17

1 Chronicles 17:1

ແມ່ນຫຍັງທີ່ລົບກວນເຮັດໃຫ້ກະສັດດາວິດກະວົນກະວາຍກ່ຽວກັບບ່ອນທີ່ຫີບພັນທະສັນຍາຂອງພຣະຢາເວໄດ້ຕັ້ງຢູ່?

ສິ່ງທີ່ເຮັດໃຫ້ພະອົງກະວົນກະວາຍແມ່ນຫີບແຫ່ງພັນທະສັນຍາຂອງພຣະຢາເວຕັ້ງພາຍໃຕ້ເຕັນໃນຂະນະທີ່ດາວິດພວມອາໄສຢູ່ໃນເຮືອນທີ່ເຮັດດ້ວຍໄມ້ສົນສີດາ.

1 Chronicles 17:3

ພຣະຢາເວໄດ້ບອກຫຍັງໃຫ້ນາທານເວົ້າກັບດາວິດກ່ຽວກັບການກໍ່ສ້າງພຣະວິຫານໃຫ້ພຣະຢາເວຢູ່?

ພຣະເຈົ້າກ່າວຕໍ່ດາວິດວ່າ ເຈົ້າຢ່າສ້າງພຣະວິຫານໃຫ້ເຮົາຢູ່.

1 Chronicles 17:7

ເປັນຫຍັງພຣະຢາເວຈຶ່ງເອົາດາວິດຈາກທົ່ງຫຍ້າລ້ຽງສັດ ແລະ ອອກຈາກການຕາມຝູງແກະ?

ພຣະອົງໄດ້ເອົາດາວິດອອກຈາກທົ່ງຫຍ້າລ້ຽງສັດ ແລະອອກຈາກການຕິດຕາມຝູງແກະເພື່ອໃຫ້ພະອົງຈະເປັນຜູ້ປົກຄອງອິດສະລາເອນປະຊາຊົນຂອງເຮົາ.

ພຣະຢາເວໄດ້ກ່າວວ່າຈະເຮັດຫຍັງເພື່ອຊື່ສຽງຂອງດາວິດ?

ພຣະອົງໄດ້ເຮັດໃຫ້ເຈົ້າມີຊື່ສຽງໃຫຍ່ໂຕ, ເຫມືອນກັບຊື່ສຽງຂອງຜູ້ຍິ່ງໃຫຍ່ທີ່ຢູ່ເທິງແຜ່ນດິນໃນໂລກ.

1 Chronicles 17:9

ຜູ້ໃດຈະບໍ່ກົດຂີ່ຂົ່ມເຫັງປະຊາຊົນອິດສະຣາເອນອີກຕໍ່ໄປຫລັງຈາກທີ່ພຣະຢາເວໄດ້ກຳນົດບ່ອນຢູ່ບ່ອນທີ່ພວກເຂົາສາມາດອາໄສຢູ່ ແລະ ບໍ່ມີຄວາມຫຍຸ້ງຍາກອີກຕໍ່ໄປ?

ພວກລູກຂອງຄົນຊົ່ວຮ້າຍຈະບໍ່ມາປຸ້ນໂຈມຕີພວກເຂົາຄືດັ່ງແຕ່ກ່ອນຜ່ານມາ.

1 Chronicles 17:11

ພຣະຢາເວໄດ້ກ່າວວ່າລູກຫລານຂອງດາວວິດຈະເຮັດຫຍັງເມື່ອມືັ້ທັງຫລາຍຂອງດາວດິຄົບແລ້ວ?

ລູກຫລານຂອງດາວິດຈະສ້າງວິຫານສຳລັບພຣະຢາເວ.

1 Chronicles 17:13

ພຣະຢາເວໄດ້ກ່າວວ່າບັນລັງຂອງເຊື້ອສາຍຂອງດາວິດຈະຖືກສ້າງຕັ້ງຂຶ້ນດົນປານໃດ?

ບັນລັງຂອງລູກຫລານຂອງດາວິດຈະຕັ້ງຫມັ້ນຄົງຢູ່ຕະຫລອດໄປ.

1 Chronicles 17:16

ດາວິດໄດ້ກ່າວຫຍັງເຖີງພຣະຢາເວທີ່ໄດ້ຊົງກະທຳສໍາລັບພະອົງເພາະວ່າສິ່ງທີ່ພຣະຢາເວໄດ້ສະແດງໃຫ້ລາວຮູ້ເຖີງຄົນລຸ້ນຕໍ່ມາໃນອະນາຄົດອັນໄກ?

ພະອົງໄດ້ກ່າວວ່າພຣະຢາເວໄດ້ໃຫ້ກຽດຕິຍົດ ແລະ ເຮັດໃຫ້ພະອົງກາຍເປັນຄົນບຸກຄົນສຳຄັນ.

1 Chronicles 17:19

ຍ້ອນເຫດຜົນຫຍັງທີ່ດາວິດເວົ້າວ່າພຣະຢາເວໄດ້ໂຜດຊ່ວຍປະຊາຊົນອອກຈາກປະເທດເອຢິບ ແລະ ເຮັດໃຫ້ພວກເຂົາເປັນປະຊາຊົນຂອງພຣະອົງ?

ພຣະຢາເວໄດ້ໂຜດຊ່ວຍເຫຼືອພວກເຂົາຈາກປະເທດເອຢິບເພື່ອຈະເຮັດໃຫ້ພຣະນາມຂອງພຣະອົງຊ່າລືໄປດ້ວຍກິດຈະການທີ່ຍິ່ງໃຫຍ່ອັນຫນ້າຢ້ານ ແລະ ຢຳເກງ.

1 Chronicles 17:22

ດາວິດໄດ້ຂໍໃຫ້ພຣະຢາເວເຮັດຫຍັງແດ່ກ່ຽວກັບຄໍາສັນຍາທີ່ພຣະອົງໄດ້ມີຕໍ່ດາວິດກ່ຽວກັບຄອບຄົວຂອງດາວິດຈະຕັ້ງຫມັ້ນຄົງຢູ່ສືບໄປເປັນນິດ?

ດາວິດໄດ້ຂໍພຣະອົງຊົງໂຜດກະທຳຕາມທີ່ພຣະອົງກ່າວໄວ້ແລ້ວນັ້ນເຖີດ.

1 Chronicles 17:25

ພຣະຢາເວໄດ້ໃຫ້ສັນຍາຫຍັງແດ່ໃຫ້ແກ່ບັນດາຜູ້ຮັບໃຊ້ຂອງດາວິດ?

ພຣະຢາເວໄດ້ສັນຍາວ່າໃຫ້ແກ່ຜູ້ຮັບໃຊ້ຂອງພະອົງພຣະຢາເວໄດ້ອວຍພຣະພອນໃຫ້ແກ່ພວກເຂົາ, ແລະ ພວກເຂົາຈະມີພຣະພອນສືບເປັນໄປນິດ.”

1 Chronicles 18

1 Chronicles 18:1

ສອງກຸ່ມຄົນທີ່ດາວິດໄດ້ໂຈມຕີ ແລະ ໄດ້ປາບປາມມີໃຜແດ່?

ດາວິດໄດ້ໂຈມຕີ ແລະ ໄດ້ປາບປາມ ພວກຟີດລິສະຕີນ ແລະ ຄົນໂມອາບ.

1 Chronicles 18:3

ດາວິດໄດ້ເຮັດຫຍັງກັບລົດມ້າຈຳນວນຮ້ອຍຄັນທີ່ເຫລືອຢູ່ຫລັງຈາກພະອົງຕັດເອັນຂາມ້າທີ່ຢຶດມາໄດ້ຈາກຮາດັດເອເຊີ?

ດາວິດໄດ້ຍຶດເອົາຣົດມ້າໄວ້ຫນຶ່ງຮ້ອຍຄັນ.

1 Chronicles 18:5

ດາວິດໄດ້ເຮັດຫຍັງໃນຊີເຣຍເມືອງດາມັສະກັດຫລັງຈາກທີ່ລາວໄດ້ປະຫານຊາວຊີເຣຍສອງຫມື່ນສອງພັນຄົນ?

ດາວິດໄດ້ຕັ້ງກອງທະຫານປະຈຳປ້ອມໄວ້ໃນຊີເຣຍແຫ່ງເມືອງດາມັສະກັດ

1 Chronicles 18:7

ດາວິດໄດ້ຢຶດເອົາຫຍັງຈາກຮາດັດເອເຊີທີ່ຊາໂລໂມນໃຊ້ໃນເວລາຕໍ່ມາເພື່ອເປັນເຄື່ອງສຳລັບວິຫານ?

ດາວິດໄດ້ຍຶດໂລ່ທອງຄຳທີ່ເປັນຂອງຜູ້ຮັບໃຊ້ຂອງຮາດັດເອເຊີ.

1 Chronicles 18:9

ກະສັດດາວິດໄດ້ເຮັດຫຍັງຕໍ່ກັບເຄື່ອງຕ່າງໆ ທີ່ເຮັດດ້ວຍທອງຄຳ, ດ້ວຍເງິນ ແລະ ດ້ວຍທອງເຫລືອງທີ່ຮາດາເຊໄດ້ນຳມາຖວາຍພະອົງຈາກໂຕຍ, ກະສັດແຫ່ງເມືອງຮາມັດ ແລະ ເຄື່ອງເງິນ, ແລະ ທອງຄຳ ຊຶ່ງໄດ້ນຳມາຈາກປະຊາຊາດທັງປວງ?

ກະສັດດາວິດໄດ້ຖວາຍສິ່ງເຫລົ່ານີ້ແກ່ພຣະຢາເວ.

1 Chronicles 18:12

ກີດຫຍັງເຂື້ນກັບຊາວເອໂດມທັງຫມົດ ຫລັງຈາກການໂຈມຕີທີ່ອາບີຊາຍຂ້າພວກເອໂດມ 18,000 ຄົນ?

ຊາວເອໂດມທັງຫມົດໄດ້ກາຍມາເປັນຄົນຮັບໃຊ້ຂອງດາວິດ.

1 Chronicles 18:14

ແມ່ນໃຜເປັນຫົວຫນ້າໃນຣາຊະການຂອງກະສັດໃນຂະນະທີ່ປົກຄອງອິດສະຣາເອນທັງຫມົດ ແລະ ໄດ້ໃຫ້ຄວາມຍຸຕິທັມກັບຄວາມທ່ຽງທຳໃຫ້ແກ່ປະຊາຊົນຂອງພະອົງທຸກຄົນ?

ບັນດາລູກຊາຍຂອງດາວິດກໍເປັນຫົວຫນ້າໃນຣາຊະການຂອງກະສັດ.

1 Chronicles 19

1 Chronicles 19:1

ເປັນຫຍັງດາວິດຈຶ່ງຢາກສະແດງຄວາມເມດຕາຕໍ່ຮານຸນລູກຊາຍຂອງນາຮາດ, ກະສັດຂອງຄົນອຳໂມນຫລັງຈາກທີ່ສິນພະຊົນ?

ພໍ່ຂອງຮານຸນໄດ້ສະແດງຄວາມເມດຕາຕໍ່ດາວິດ.

ບັນດາເຈົ້ານາຍຂອງລູກຫລານອຳໂມນເຊື່ອບໍວ່າດາວິດກຳ ລັງພະຍາຍາມເລົ້າໂລມຮານຸນເມື່ອຂ້າຣາຊະການຂອງດາວິດໄດ້ເຂົ້າໄປໃນແຜ່ນດິນຂອງພວກເຂົາ?

ບັນດາເຈົ້ານາຍຄິດວ່າຂ້າຣາຊະການຂອງດາວິດມາຫາເພື່ອຄົ້ນຫາ ແລະ ສອດແນມເພື່ອດາວິດຈະທຳລາຍແຜ່ນດິນຂອງພວກເຂົາ.

1 Chronicles 19:4

ຮານຸນໄດ້ເຮັດອັນໃດຕໍ່ກັບຂ້າຣະຊາການຂອງດາວິດຊຶ່ງເຮັດໃຫ້ພວກເຂົາອັບອາຍຫລາຍ?

ລາວແຖຂົນຂອງພວກເຂົາ ແລະ ຕັດເຄື່ອງນຸ່ງພວກເຂົາຜ່າກາງຈົນຮອດສະໂພກ.

1 Chronicles 19:6

ເປັນຫຍັງຄົນອາໂມນຈຶ່ງຈ້າງລົດມ້າ ແລະ ທະຫານມ້າ?

ພວກເຂົາໄດ້ຈ້າງລົດຮົບ ແລະ ທະຫານມ້າເພື່ອກຽມພ້ອມສູ້ຮົບເພາະວ່າພວກເຂົາໄດ້ກາຍເປັນກິ່ນເຫມັນຄາວແກ່ດາວິດ.

1 Chronicles 19:8

ດາວິດໄດ້ສົ່ງຜູ້ໃດໄປໃນເວລາທີ່ລາວໄດ້ຍິນກ່ຽວກັບພວກອຳ ໂມນກຳລັງກະກຽມເພື່ອສູ້ຮົບ?

ດາວິດໄດ້ໃຊ້ໂຢອາບ ແລະ ກອງທະຫານທີ່ເກັ່ງກ້າທັງຫມົດອອກໄປ.

1 Chronicles 19:10

ໂຢອາບໄດ້ຈັດແຈງແນວໃດ ສຳລັບການຕໍ່ສູ້ກັບຊາວອຳໂມນ ແລະຊາວອາມາລີເມື່ອລາວເຫັນແນວຮົບຂອງພວກເຂົາ

ໂຢອາບໄດ້ຄັດເລືອກເອົາບາງຄົນຂອງອິດສະຣາເອນທີ່ກ້າຫານເພື່ອຕໍ່ສູ້ກັບຊາວອາໂມນ ແລະ ໄດ້ສັ່ງໃຫ້ນ້ອງຊາຍຂອງລາວຕໍ່ສູ້ກັບຊາວອຳໂມນກັບກອງທັບທີ່ເຫລືອ.

1 Chronicles 19:12

ໂຢອາບໄດ້ກ່າວຫຍັງແດ່ຕໍ່ນ້ອງຊາຍຂອງພະອົງ?

ໂຢອາບໄດ້ກ່າວກັບນ້ອງຊາຍວ່າໃຫ້ພວກເຂົາຊ່ອຍເຫລືອເຊິ່ງກັນ ແລະ ກັນໃນຍາມຈຳເປັນ,​ ແລະ ຈົ່ງມີຄວາມກ້າຫານເຖີດ ເພາະວ່າພຣະຢາເວຈະຊົງກະທຳສິ່ງດີສຳລັບຄົນຂອງພຣະອົງ.

1 Chronicles 19:14

ເປັນຫຍັງກອງທັບຂອງອຳໂມນຈຶ່ງໜີໄປເມືອງຂອງພວກເຂົາ?

ທະຫານຂອງອຳໂມນເຫັນວ່າຊາວຊີເຣຍໄດ້ປົບໜີໄປຕໍ່ຫນ້າ ກອງທັບອິດສະຣາເອນ, ແລະ ດັ່ງນັ້ນພວກເຂົາກໍ່ແລ່ນກັບໄປເມືອງຂອງພວກເຂົາ.

1 Chronicles 19:16

ເປັນຫຍັງດາວິດຈຶ່ງເຕົ້າໂຮມຊາວອິດສະຣາເອນທັງຫມົດມາເຕົ້າໂຮມກັນ ແລະ ຈັດແຈງໃຫ້ມີການສູ້ຮົບກັບຄົນຊີເຣຍ?

ດາວິດໄດ້ຍິນວ່າຊາວຊີເຣຍໄດ້ສົ່ງຜູ້ຮັບໃຊ້ໄປຊ່ວຍ.

1 Chronicles 19:18

ເປັນຫຍັງປະຊາຊົນຊີເຣຍບໍ່ຍິນຍອມທີ່ຈະຊ່ວຍລູກຫລານຂອງອຳໂມນອີກຕໍ່ໄປ?

ພວກເຂົາບໍ່ໄດ້ຊ່ວຍເຫລືອຊາວອາໂມນອີກຕໍ່ໄປເມື່ອດາວິດຂ້າພວກເຂົາ 47 ພັນຄົນ ແລະ ຜູ້ບັນຊາການກອງທັບຂອງເຂົາ.

1 Chronicles 20

1 Chronicles 20:1

ໂຢອາບໄດ້ເຮັດຫຍັງເມື່ອດາວິດຄ້າງຢູ່ໃນເມືອງເຢຣູຊາເລັມ?

ໂຢອາບໄດ້ນຳກຳລັງກອງທັບໄປກວາດລ້າງແຜ່ນດິນຂອງລູກຫລານອຳໂມນ, ແລະກໍໄດ້ໂຈມຕີ ແລະ ທຳລາຍເມືອງລັບບາ.

1 Chronicles 20:2

ຫລັງຈາກຖອດມົງກຸດອອກຈາກຫົວຂອງກະສັດແລ້ວວາງມັນໄວ້ໃນດາວິດ, ດາວິດໄດ້ບັງຄັບໃຫ້ປະຊາຊົນເຮັດຫຍັງ?

ລາວບັງຄັບໃຫ້ພວກເຂົາເຮັດວຽກໜັກ.

1 Chronicles 20:4

ບໍ່ມີ

ບໍ່ມີ

1 Chronicles 20:6

ເມື່ອລູກຫລານຂອງເລຟາອິມໄດ້ທ້າທາຍກອງທັບອິດສະຣາເອນຈະເກີດຫຍັງຂື້ນ?

ພວກເຂົາຖືກຂ້າໂດຍດາວິດ ແລະ ທະຫານຂອງລາວ.

1 Chronicles 21

1 Chronicles 21:1

ເຫດໃດດາວິດຈຶ່ງຕັດສິນໃຈນັບຈຳນວນຄົນອິດສະຣາເອນ?

ຖ້າຫາກຊາຕານໄດ້ລຸກຂຶ້ນຕໍ່ສູ້ອິດສະຣາເອນ ແລະ ດາວິດຈະໄດ້ຮູ້ຈຳນວນທັງຫມົດຂອງພວກເຂົາໃນກອງທັບຂອງພະອົງ.

ໂຢອາບໄດ້ທູນຕໍ່ດາວິດແນວໃດໃນການຈັບຈຳນວນຄົນ?

ລາວໄດ້ແນະນຳວ່າມັນຈະນຳການລະເມີດມາສູ່ອິດສະຣາເອນ.

1 Chronicles 21:4

ໂຢອາບໄດ້ເຮັດຫຍັງເມື່ອກະສັດສັ່ງໃຫ້ລາວໄປ ແລະ ນັບຈຳນວນປະຊາຊົນ?

ລາວໄດ້ໄປ ແລະ ລາຍງານຈຳນວນທັງຫມົດຂອງບັນຊີຜູ້ຊາຍທີ່ສາມາດເປັນນັກຮົບໄດ້.

1 Chronicles 21:6

ພະເຈົ້າຕອບສະໜອງແນວໃດຕໍ່ດາວິດຕໍ່ການນັບຈຳນວນກອງທັບອິດສະຣາເອນ?

ພຣະເຈົ້າບໍ່ໄດ້ພໍພຣະທັຍ ແລະ ພຣະອົງຈຶ່ງໄດ້ລົງໂທດຊາວອິດສະຣາເອນ.

ດາວິດຮູ້ສຶກແນວໃດເມື່ອພຣະເຈົ້າໂຈມຕີອິດສະຣາເອນ?

ພະອົງຮູ້ສຶກວ່າໄດ້ເຮັດບາບອັນໃຫຍ່ທີ່ໄດ້ສົ່ງໂຢອາບໄປນັບຈຳນວນກອງທັບ.

1 Chronicles 21:9

ໃນການຕອບຮັບການສາລະພາບຂອງດາວິດ, ພຣະຢາເວໄດ້ສະເຫນີຫຍັງກັບລາວແດ່?

ພຣະຢາເວໄດ້ສະເຫນີໃຫ້ລາວມີສາມປະການ.

1 Chronicles 21:11

ພຣະຢາເວຊົງເລືອກສາມທາງເລືອກໃຫ້ກັບດາວິດມີຫຍັງແດ່?

ດາວິດສາມາດເລືອກຄວາມອຶດຢາກລະຫວ່າງສາມປີ, ສັດຕຣູຂອງເຈົ້າໄລ່ຕິດຕາມເຈົ້າລະຫວ່າງສາມເດືອນ, ຫລື ຖືກດາບຂອງພຣະຢາເວສາມມື້.

1 Chronicles 21:13

ດາວິດໄດ້ເລືອກການລົງໂທດອັນໃດ?

ພະອົງເລືອກຕົກຢູ່ໃນການຖືກດາບຂອງພຣະຢາເວສາມວັນ.

ຜົນຂອງສິ່ງທີ່ດາວິດໄດ້ເລືອກເປັນແນວໃດ?

ພຣະຢາເວໄດ້ໃຫ້ພະຍາດຣະບາດເກີດຂື້ນ ແລະ ຫລາຍຄົນໄດ້ລົ້ມຕາຍ. ພຣະຢາເວໄດ້ສົ່ງເທວະດາອົງຫນຶ່ງໄປທຳລາຍນະຄອນເຢຣູຊາເລັມ, ແຕ່ພຣະຢາເວຊົງກັບພຣະທັຍ.

1 Chronicles 21:16

ເມື່ອດາວິດເຫັນທູດສະຫວັນຖືດ້ວຍດາບ, ລາວມີທ່າທີແນວໃດ?

ລາວໄດ້ສາລະພາບ ແລະ ຂໍໃຫ້ພະເຈົ້າລົງໂທດພະອົງ ແລະຄອບຄົວຂອງພະອົງ, ແຕ່ຂໍຢ່າລົງໂທດປະຊາຊົນຂອງພຣະເຈົ້າ.

1 Chronicles 21:18

ດາວິດໄດ້ຖືກສັ່ງໃຫ້ເຮັດຫຍັງຢູ່ລານຟາດເຂົ້າຂອງອາໂຣນາ?

ດາວິດຂຶ້ນໄປສ້າງແທ່ນບູຊາຖວາຍແດ່ພຣະຢາເວ.

ຝ່າຍອາໂຣນາໄດ້ມີທ່າທີແນວໃດເມື່ອຫລຽວເຫັນເທວະດາ?

ເພີ່ນພ້ອມກັບລູກຊາຍສີ່ຄົນທີ່ຢູ່ນຳກັນກໍໄປລີ້ຈາກເທວະດາ.

1 Chronicles 21:21

ເມືອອາໂຣນາເຫັນດາວິດ, ດາວິດໄດ້ຖາມຫຍັງກັບລາວ?

ພະອົງໄດ້ຂໍອາໂຣນາຂາຍລານຟາດເຂົ້ານີ້ໃຫ້ແກ່ເຮົາເຖີດ.

1 Chronicles 21:23

ອາໂຣນາໄດ້ສະເຫນີຫຍັງແກ່ດາວິດ?

ລາວໄດ້ສະເຫນີເອົາບ່ອນລານຟາດເຂົ້າໃຫ້ດາວິດ, ຖວາຍງົວ ແລະ ເຂົ້າສາລີ.

1 Chronicles 21:25

ຫລັງຈາກດາວິດຊື້ລານຟາດເຂົ້າ ແລະ ກໍ່ສ້າງແທ່ນບູຊາແລ້ວ, ພຣະຢາເວໄດ້ຕອບຄຳອະທິຖານຂອງລາວໄດ້ແນວໃດ?

ພຣະຢາເວໄດ້ຕອບເຂົາດ້ວຍໄຟຈາກສະຫວັນລົງເທິງແທ່ນບູຊາ ແລະ ໄດ້ສັ່ງເທວະດາໃຫ້ເອົາດາບຂອງລາວຖິ້ມ.

1 Chronicles 21:28

ເປັນຫຍັງດາວິດຈຶ່ງບໍ່ກ້າທີ່ໄປທີ່ແທ່ນເຜົາບູຊາທີ່ກິເບໂອນ?

ດາວິດານດາບຂອງເທວະດາຂອງພຣະຢາເວ .

1 Chronicles 22

1 Chronicles 22:1

ຫລັງຈາກດາວິດປະກາດວ່າຈະສ້າງພຣະວິຫານຂອບພຣະຢາເວບ່ອນໃດແດ່, ພະອົງໄດ້ສັ່ງໃຫ້ຜູ້ຮັບໃຊ້ຂອງພະອົງເຮັດຫຍັງ? หลังจากดาวิดประกาศว่าจะสร้างพระนิเวศของพระเยโฮวาห์ที่ไหนเขาสั่งให้คนใช้ของเขาทำอะไร

ພະອົງໄດ້ອອກຄຳສັ່ງພວກເຂົາໃຫ້ຮວບຮວມຄົນຕ່າງດ້າວທີ່ອາໄສຢູ່ໃນດິນແດນອິສະຣາເອນ ແລະ ໃຫ້ພວກເຂົາເຮັດວຽກເປັນຄົນສະກັດຫີນເພື່ອສ້າງພຣະວິຫານພຣະເຈົ້າ.

1 Chronicles 22:3

ດາວິດໄດ້ຈັດຕຽມຫຍັງແດ່ເພື່ອສ້າງພຣະວິຫານຂອງພຣະເຈົ້າກ່ອນທີ່ພະອົງຈະສິນພະຊົນ?

ພະອົງໄດ້ຈັດຕຽມເຫລັກ, ທອງເຫລືອງ,​ ແລະ ໄມ້ສົນສີດາເປັນຈຳນວນຫລວງຫລາຍ.

1 Chronicles 22:6

ເປັນຫຍັງດາວິດຈຶ່ງເອີ້ນໂຊໂລໂມນມາເພື່ອສັ່ງລາວໃຫ້ສ້າງພຣະວິຫານຂອງພຣະຢາເວ?

ພຣະຢາເວກ່າວກັບດາວິດວ່າລາວຢ່າໄດ້ສ້າງພຣະວິຫານເພາະວ່າພະອົງໄດ້ເຮັດໃຫ້ຄົນເລືອດຕົກຫລາຍ.

1 Chronicles 22:9

ພຣະຢາເວໄດ້ກ່າວກັບດາວິດວ່າແນວໃດສຳລັບສິ່ງທີ່ພຣະອົງຈະກະທຳຕໍ່ກັບລູກຊາຍຂອງດາວິດ?

ເຮົາຈະປຣະທານໃຫ້ລາວຢູ່ເຢັນເປັນສຸກພົ້ນຈາກສັດຕຣູທັງຫມົດທີ່ຢູ່ອ້ອມຂ້າງລາວ, ແລະ ຈະສະຖາປະນາຣາຊະບັນລັງຂອງລາວປົກຄອງອິສະຣາເອນຕະຫລອດໄປເປັນນິດ.

1 Chronicles 22:11

ດາວິດໄດ້ບອກໂຊໂລໂມນແນວໃດໃຫ້ລະມັດລະວັງ?

ທ່ານໄດ້ບອກໂຊໂລໂມນໃຫ້ປະຕິບັດຕາມພຣະບັນຍັດ ແລະຂໍ້ຄຳສັ່ງທີ່ພຣະຢາເວໃຫ້ກັບໂມເຊກ່ຽວກັບອິດສະຣາເອນຢ່າງລະມັດລະວັງ.

1 Chronicles 22:14

ດາວິດໄດ້ບອກໂຊໂລໂມນໃຫ້ເຮັດຫຍັງກັບວັດຖຸທີ່ດາວິດໄດ້ຈັດຕຽມໄວ້ສຳລັບພຣະວິຫານຂອງພຣະຢາເວ?

ພະອົງໄດ້ບອກຊາໂລໂມນໃຫ້ເພີ່ມຕື່ມເຂົ້າອີກ.

1 Chronicles 22:15

ບໍ່ມີ

ບໍ່ມີ

1 Chronicles 22:17

ດາວິດໄດ້ບອກໂຊໂລໂມນໃຫ້ລຸກຂື້ນ ແລະ ເຮັດຫຍັງແດ່?

ພະອົງບອກໂຊໂລໂມນໃຫ້ລຸຸກຂື້ນ ແລະ ສ້າງສະຖານທີ່ບໍຣິສຸດຂອງພຣະຢາເວພຣະເຈົ້າ.

1 Chronicles 23

1 Chronicles 23:1

ສິ່ງໃດແດ່ໃນສິ່ງສຸດທ້າຍທີ່ດາວິດໄດ້ເຮັດໃນຖານະເປັນກະສັດແຫ່ງອິດສະລາເອນ?

ເດວິດໄດ້ຕັ້ງໂຊໂລໂມນໃຫ້ເປັນກະສັດປົກຄອງ,​ ແລະ ພະອົງໄດ້ນັບຈຳນວນຄົນເລວີຕັ້ງແຕ່ອາຍຸສາມສິບປີຂື້ນໄປ.

1 Chronicles 23:4

ດາວິດໄດ້ໃຫ້ວຽກຫຍັງແກ່ຄົນເລວີ?

ພະອົງໄດ້ຈັດແບ່ງພວກເຂົາພະແນກຕ້ອງເບິ່ງແຍງວຽກງານໃນພຣະວິຫານຂອງພຣະຢາເວ, ເປັນເຈົ້າໜ້າທີ່ ແລະ ຜູ້ຕັດສິນ, ຜູ້ເຝົ້າຍາມບັນດາປະຕູ, ແລະ ອື່ນໆເພື່ອສັນຣະເສີນແດ່ພຣະຢາເວດ້ວຍເຄື່ອງດົນຕຣີ.

1 Chronicles 23:7

ບໍ່ມີ

ບໍ່ມີ

1 Chronicles 23:10

ບໍ່ມີ

ບໍ່ມີ

1 Chronicles 23:12

ອາໂຣນ ແລະ ລູກຫລານຂອງລາວຖືກເລືອກໃຫ້ເຮັດຫຍັງຕະຫລອດໄປ?

ອາໂຣນ ແລະ ລູກຫລານຂອງລາວຕ້ອງໄດ້ໃຫ້ເປັນຜູ້ເຮັດພິທີຊຳຣະສິ່ງຂອງທີ່ບໍຣິສຸດທີ່ສຸດ, ເຜົາເຄື່ອງຫອມຖວາຍຕໍ່ພຣະພັກພຣະຢາເວ, ບົວລະບັດພຣະອົງ,​ແລະ ອວຍພອນໃນພຣະນາມຂອງພຣະຢາເວຕະຫລອດໄປເປັນນິດ.

1 Chronicles 23:15

ບໍ່ມີ

ບໍ່ມີ

1 Chronicles 23:19

ບໍ່ມີ

ບໍ່ມີ

1 Chronicles 23:21

ບໍ່ມີ

ບໍ່ມີ

1 Chronicles 23:24

ເປັນຫຍັງຄົນເລວີຈຶ່ງບໍ່ຕ້ອງຫາມຫໍເຕັນອີກ?

ພຣະຢາເວໄດ້ໂຜດໃຫ້ປະຊາຊົນຂອງພະອົງຢູ່ຢ່າງສະຫງົບສຸກໃນເຢຣູຊາເລັມ.

1 Chronicles 23:27

ບໍ່ມີ

ບໍ່ມີ

1 Chronicles 23:30

ເວລາໃດທີ່ຄົນເລວີໄດ້ໃຊ້ເວລາໂມທະນາຂອບພຣະຄຸນ ແລະ ສັນຣະເສີນພຣະຢາເວ?

ພວກເຂົາໄດ້ສັນຣະເສີນພຣະອົງທຸກເຊົ້າ ແລະ ທຸກແລງ, ເມື່ອພວກເຂົາເຜົາເຄື່ອງບູຊາ, ໃນວັນສະບາໂຕ,​ ໃນເດືອນອອກໃຫມ່ມື້ຂຶ້ນຫນຶ່ງຄ່ຳ ແລະ ໃນວັນເທສະການ.

1 Chronicles 23:32

ບໍ່ມີ

ບໍ່ມີ

1 Chronicles 24

1 Chronicles 24:1

ບໍ່ມີ

ບໍ່ມີ

1 Chronicles 24:4

ພວກເຂົາໃຊ້ວິທີການຫຍັງແດ່ເພື່ອຈັດແບ່ງບັນດາປະໂລຫິດໃນການບົວລະບັດໃນຖານທີ່ບໍຣິສຸດ?

ພວກເຂົາຈັດແບ່ງຫນ່ວຍງານດ້ວຍການຈົກສະຫລາກ.

1 Chronicles 24:6

ບໍ່ມີ

ບໍ່ມີ

1 Chronicles 24:7

ບໍ່ມີ

ບໍ່ມີ

1 Chronicles 24:11

ບໍ່ມີ

ບໍ່ມີ

1 Chronicles 24:15

ບໍ່ມີ

ບໍ່ມີ

1 Chronicles 24:19

ວິທີການຫຍັງແດ່ສຳລັບລູກຫລານຂອງອາໂຣນເພື່ອຈະເຂົ້າໄປໃນພຣະວິຫານຂອງພຣະຢາເວ?

ພວກເຂົາໄດ້ຮັບຄຳສັ່ງຈາກພຣະຢາເວ ເພື່ອທີ່ຈະເຂົ້າໄປໃນພຣະວິຫານຂອງພຣະອົງ ເພື່ອສ້າງລະບຽບການພິເສດ.

1 Chronicles 24:20

ບໍ່ມີ

ບໍ່ມີ

1 Chronicles 24:23

ບໍ່ມີ

ບໍ່ມີ

1 Chronicles 24:26

ບໍ່ມີ

ບໍ່ມີ

1 Chronicles 24:29

ລູກຫລານຂອງອາໂຣນໄດ້ເຂົ້າຮ່ວມປະເພນີອັນໃດ?

ພວກເຂົາກໍໄດ້ຈັບສະຫລາກຕໍ່ຫນ້າກະສັດດາວິດ.

1 Chronicles 25

1 Chronicles 25:1

ພວກລູກຊາຍທັງຂອງອາສັບ, ເຮມານ ແລະ ເຢດູທູນໄດ້ເຮັດຫຍັງກັບພິນຄູ່, ດ້ວຍພິນໃຫຍ່, ແລະ ແສ່ງ?

ພວກຜູ້ຊາຍເຫລົ່ານີ້ທຳນວາຍດ້ວຍພິນຄູ່, ດ້ວຍພິນໃຫຍ່, ແລະ ດ້ວຍແສ່ງ.

ພວກລູກຊາຍຂອງເຢດູທູນໄດ້ຫລີ້ນພິນສຳລັບຫຍັງ?

ພວກເຂົາຫຼີ້ນພິນສຳລັບໂມທະນາ ແລະ ການສັນຣະເສີນພຣະຢາເວ.

ພຣະເຈົ້າໄດ້ຊົງປະທານຫຍັງກັບເຮມານເພື່ອໃຫ້ກຽດແກ່ລາວ?

ພຣະເຈົ້າໄດ້ໃຫ້ລູກຊາຍສິບສີ່ຄົນ ແລະ ລູກສາວສາມຄົນ.

1 Chronicles 25:4

ບໍ່ມີ

ບໍ່ມີ

1 Chronicles 25:6

ນັກດົນຕຣີທີ່ໄດ້ມີສ່ວນໃນເວລາທີ່ພວກເຂົາຈັບສະຫລາກໜ້າທີ່ຂອງພວກເຂົາ?

ພວກເຂົາຈັບສະຫລາກສຳລັບຫນ້າທີ່ຂອງພວກເຂົາທັງຜູ້ນ້ອຍ, ຜູ້ໃຫຍ່, ຄຣູສອນ ແລະ ລູກສິດກໍຄືກັນ.

1 Chronicles 25:9

ບໍ່ມີ

ບໍ່ມີ

1 Chronicles 25:13

ບໍ່ມີ

ບໍ່ມີ

1 Chronicles 25:17

ບໍ່ມີ

ບໍ່ມີ

1 Chronicles 25:21

ບໍ່ມີ

ບໍ່ມີ

1 Chronicles 25:25

ບໍ່ມີ

ບໍ່ມີ

1 Chronicles 25:29

ບໍ່ມີ

ບໍ່ມີ

1 Chronicles 26

1 Chronicles 26:1

ບໍ່ມີ

ບໍ່ມີ

1 Chronicles 26:4

ບໍ່ມີ

ບໍ່ມີ

1 Chronicles 26:7

ພວກລູກຊາຍ ແລະ ຍາດພີ່ນ້ອງຂອງໂອເບດເອໂດມສາມາດເຮັດຫຍັງໄດ້?

ພວກເຂົາເປັນຄົນທີ່ມີຄວາມສາມາດ, ມີກຳລັງເຫມາະສົມແກ່ການບົວຣະບັດຂອງພວກເຂົາໃນການຮັບໃຊ້ຫໍເຕັນ.

1 Chronicles 26:10

ເຖິງແມ່ນວ່າຊິມຣີບໍ່ໄດ້ເປັນລູກຊາຍກົກແຕ່ຊິມຣີກາຍເປັນຫົວຫນ້າໄດ້ແນວໃດ?

ເຖິງລາວຈະບໍ່ແມ່ນລູກຫົວປີ, ພໍ່ຂອງລາວກໍໃຫ້ລາວເປັນຫົວຫນ້າ.

1 Chronicles 26:12

ຄົນເຝົ້າຍາມປະຕູໄດ້ມີຫນ້າທີ່ບົວລະບັດຢູ່ໃສແດ່?

ພວກເຂົາມີຫນ້າທີ່ໃນການບົວລະບັດໃນພຣະວິຫານຂອງພຣະຢາເວ.

1 Chronicles 26:15

ສິ່ງໃດທີ່ໄດ້ມອບຫມາຍໃຫ້ລູກຊາຍຂອງໂອເບັດເອໂດມນອກເຫນືອໄປຈາກປະຕູທາງໃຕ້ຄືຫຍັງແດ່?

ລູກຊາຍຂອງພະອົງໄດ້ຖືກຕັ້ງໃຫ້ເບີ່ງແຍງສາງເກັບມ້ຽນສິ່ງຂອງນັ້ນ.

1 Chronicles 26:17

ບໍ່ມີ

ບໍ່ມີ

1 Chronicles 26:20

ອາຮີຢາໄດ້ຮັບຜິດຊອບຫຍັງໃນພຣະວິຫານຂອງພຣະເຈົ້າ?

ພະອົງໄດ້ຮັບຜິດຊອບເບີ່ງແຍງຄັງພຣະວິຫານຂອງພຣະເຈົ້າ,​ແລະ ຄັງສິ່ງຂອງຖວາຍຂອງພຣະຢາເວ.

1 Chronicles 26:23

ບໍ່ມີ

ບໍ່ມີ

1 Chronicles 26:26

ເຫດຜົນທີ່ມອບສິ່ງທີ່ຢຶດມາໄດ້ຈາກສົງຄາມໃຫ້ກັບດາວິດ ແລະ ຜູ້ບັນຊາການແມ່ນຍ້ອນຫຍັງ?

ພວກເພິ່ນໄດ້ມອບຖວາຍເພື່ອການສ້ອມແປງພຣະວິຫານຂອງພຣະຢາເວ.

1 Chronicles 26:29

ເກນານິຢາ ແລະ ລູກຊາຍຂອງລາວມີຫນ້າທີ່ຮັບຜິດຊອບຫຍັງແດ່ໃນຖານະເປັນເຈົ້າໜ້າທີ່ ແລະ ຜູ້ພິພາກສາ?

ພວກເຂົາມີຫນ້າທີ່ຮັບຜິດຊອບນອກເຂດສຳລັບຄວບຄຸມອິດສະຣາເອນໃນຖານະເປັນເຈົ້າໜ້າທີ່ ແລະຜູ້ພິພາກສາ.

1 Chronicles 26:31

ບໍ່ມີ

ບໍ່ມີ

1 Chronicles 27

1 Chronicles 27:1

ກອງທະຫານແຕ່ລະພາກສ່ວນໄດ້ຮັບໃຊ້ເມື່ອໃດ?

ພວກເຂົາຮັບໃຊ້ເດືອນຕໍ່ເດືອນຕະຫລອດປີ.

ແຕ່ລະພະແນກໃນກອງທັບມີຈັກຄົນ?

ແຕ່ລະກອງເວນຍາມຄົນສອງຫມື່ນສີ່ພັນຄົນ.

1 Chronicles 27:4

ບໍ່ມີ

ບໍ່ມີ

1 Chronicles 27:7

ບໍ່ມີ

ບໍ່ມີ

1 Chronicles 27:10

ບໍ່ມີ

ບໍ່ມີ

1 Chronicles 27:13

ບໍ່ມີ

ບໍ່ມີ

1 Chronicles 27:16

ບໍ່ມີ

ບໍ່ມີ

1 Chronicles 27:19

ບໍ່ມີ

ບໍ່ມີ

1 Chronicles 27:23

ເປັນຫຍັງດາວິດບໍ່ໄດ້ນັບຈຳນວນຄົນທີ່ມີອາຍຸຕ່ຳກວ່າຊາວປີ ຫລື ຫນຸ່ມເກີນໄປ?

ລາວບໍ່ໄດ້ນັບພວກເຂົາເພາະພຣະຢາເວໄດ້ກ່າວໄວ້ວ່າ, ພຣະອົງຈະເຮັດໃຫ້ພວກອິດສະຣາເອນເພີ່ມທະວີຫລາຍຂຶ້ນເຫມືອນດັ່ງດວງດາວທັງຫລາຍໃນທ້ອງຟ້າ.

1 Chronicles 27:25

ໂຢນາທານລູກຊາຍຂອງອຸດຊີຢາເປັນຜູ້ຮັບຜິດຊອບຫຍັງແດ່?

ລາວເປັນຜູ້ຮັບຜິດຊອບຄັງນອກນະຄອນ, ໃນຫົວເມືອງ, ແລະ ໃນຊົນະບົດ ແລະ ໃນບັນດາປ້ອມຍາມ.

1 Chronicles 27:28

ຕົ້ນໄມ້ປະເພດໃດຢູ່ເຂດທົ່ງພຽງ

ຕົ້ນຫມາກກອກເທດ ແລະ ຕົ້ນຫມາກເດື່ອທີ່ຢູ່ຕາມທົ່ງພຽງ.

1 Chronicles 27:30

ບໍ່ມີ

ບໍ່ມີ

1 Chronicles 27:32

ເປັນຫຍັງໂຢນາທານ, ລຸງຂອງດາວິດເປັນທີ່ປຶກສາ?

ລາວເປັນທີ່ປຶກສາເພາະວ່າລາວເປັນຄົນທີ່ມີຄວາມເຂົ້າໃຈ ແລະ ເປັນເລຂາ.

1 Chronicles 28

1 Chronicles 28:1

ບໍ່ມີ

ບໍ່ມີ

1 Chronicles 28:2

ເປັນຫຍັງພຣະເຈົ້າຈຶ່ງກ່າວກັບດາວິດວ່າບໍ່ໃຫ້ສ້າງວິຫານເພື່ອນາມຂອງເຮົາໄດ້?

ພຣະເຈົ້າກ່າວກັບພະອົງວ່າຢ່າສ້າງວິຫານເພື່ອນາມຂອງເຮົາເລີຍ, ເພາະເຈົ້າເປັນນັກຮົບ ແລະ ໄດ້ເຮັດໃຫ້ເລືອດໄຫລອອກ.’

1 Chronicles 28:4

ພຣະຢາເວໄດ້ຈຶ່ງເລືອກໂຊໂລໂມນ, ລູກຊາຍຂອງດາວິດເຮັດຫຍັງ, ເພື່ອອິດສະຣາເອນ?

ພຣະອົງໄດ້ເລືອກໂຊໂລໂມນໃຫ້ນັ່ງບັນລັງແຫ່ງຣາຊະອານາຈັກຂອງພຣະຢາເວ, ປົກຄອງຊາວອິສະຣາເອນ.

1 Chronicles 28:6

ພຣະຢາເວໄດ້ເວົ້າວ່າພຣະອົງຈະເຮັດຫຍັງນຳໂຊໂລໂມນາລາວຈະຕັ້ງຫມັ້ນຄົງຢູ່ໃນການປະຕິບັດຕາມຄຳສັ່ງ ແລະ ພຣະບັນຍັດທັງຫລາຍຂອງເຮົາ?

ພຣະຢາເວກ່າວວ່າເຮົາຈະສະຖາປານາຣາຊະອານາຈັກໃຫ້ຫມັ້ນຄົງຢູ່ສືບໄປເປັນນິດ.

1 Chronicles 28:8

ຖ້າວ່າປະຊາຊົນໄດ້ປະພຶດຕາມ ແລະ ຖືຮັກສາພຣະບັນຍັດທັງຫມົດຂອງພຣະຢາເວ, ຈະເກີດຫຍັງຂື້ນກັບແຜ່ນດິນອັນດີທີ່ພວກເຂົາໄດ້ເປັນກຳມະສິດ?

ພວກເຂົາຈະໄດ້ແຜ່ນດິນອັນດີເປັນກຳມະສິດ ແລະ ມອບໄວ້ໃຫ້ເປັນມໍຣະດົກຂອງລູກຫລານຜູ້ມາພາຍຫລັງເຈົ້າສືບໄປເປັນນິດ.

1 Chronicles 28:9

ພຣະຢາເວດໄດ້ເຂົ້າໃຈຫຍັງຕ່ຄວາມຄິດຂອງທັງປວງທຸກຄົນ?

ພຣະອົງໄດ້ເຂົ້າໃຈແຮງຈູງໃຈຂອງຄວາມຄິດທັງປວງຂອງທຸກຄົນ.

ຖ້າໂຊໂລໂມນປະຖິ້ມພຣະເຈົ້າຈະເກີດຫຍັງຂື້ນ?

ພຣະອົງຈະໄດ້ຖິ້ມລາວອອກໄປເປັນນິດ.

1 Chronicles 28:11

ຫ້ອງເກັບຮັກສາໃນພຣະວິຫານຂອງພະເຈົ້າ ແລະ ຄັງສຳລັບເກັບຮັກສາເພື່ອຫຍັງ?

ບັນດາຫ້ອງເກັບຮັກສາ ແລະ ຄັງສຳລັບສິ່ງທີ່ໄດ້ກະກຽມໄວ້ ສຳລັບວິຫານ.

1 Chronicles 28:13

ສຳລັບບັນດາປະໂລຫິດກັບຄົນເລວີໄດ້ຖືກມອບໃຫ້ຮັບຜິດຊອບໃຫ້ຮັບໃຊ້ຢູ່ໃສ?

ພວກເຂົາໄດ້ຖືກໃຫ້ບົວລະບັດທັງຫມົດໃນພຣະວິຫານຂອງພຣະຢາເວ.

1 Chronicles 28:16

ບໍ່ມີ

ບໍ່ມີ

1 Chronicles 28:18

ດາວິດໄດ້ກ່າວເພື່ອໃຫ້ເຂົ້າໃຈສິ່ງທັງປວງແນວໃດໂດຍອາໃສລາຍພຣະຫັດຂອງພຣະອົງ?

ພຣະຢາເວໄດ້ບອກກັບພະອົງ ແລະ ໃຫ້ເຂົ້າໃຈຕາມແຜນຜັງ.

1 Chronicles 28:20

ດາວິດໄດ້ສັນຍາກັບຊາໂລໂມນແນວໃດກ່ຽວກັບການສະຖິດຢູ່ຂອງພະຢາເວຈົນກວ່າທຸກວຽກງານຈະສຳເລັດ?

ພຣະອົງຈະບໍ່ປ່ອຍໃຫ້ພຣະອົງລົ້ມເຫລວ ຫລື ປະຖິ້ມເຈົ້າຈົນກວ່າວຽກງານກໍ່ສ້າງທັງຫມົດແຫ່ງພຣະວິຫານຂອງພຣະຢາເວຈະສຳເລັດ.

ພວກຫົວຫນ້າ ແລະ ປະຊາຊົນທັງປວງໄດ້ພ້ອມທີ່ຈະເຮັດຫຍັງ?

ພວກເຂົາພ້ອມທີ່ຈະປະຕິບັດຕາມບັນຊາຂອງໂຊໂລໂມນ.

1 Chronicles 29

1 Chronicles 29:1

ເປັນຫຍັງດາວິດຈຶ່ງເວົ້າວ່າການງານກໍ່ສ້າງພຣະວິຫານເປັນວຽກງານທີ່ໃຫຍ່ໂຕຫລາຍ?

ວຽກງານນີ້ໃຫຍ່ໂຕ,ເພາະວ່າມະຫາວິຫານນັ້ນ ບໍ່ແມ່ນສຳລັບມະນຸດແຕ່ສຳລັບພຣະຢາເວ.

1 Chronicles 29:3

ເປັນຫຍັງດາວິດຈຶ່ງຖວາຍຊັບສົມບັດສ່ວນຕົວຂອງລາວ ສຳລັບພຣະວິຫານຂອງພຣະເຈົ້າ?

ລາວຍິນດີໃນພຣະວິຫານຂອງພຣະເຈົ້າຂອງພະອົງ.

1 Chronicles 29:6

ຂອງຖວາຍທີ່ບັນດາເຈົ້ານາຍຂອງບັນພະບຸຣຸດໄດ້ຖວາຍຫຍັງແດ່?

ພວກເຂົາຖວາຍດ້ວຍຄວາມເຕັມໃຈ.

1 Chronicles 29:8

ເຫດໃດປະຊາຊົນຈຶ່ງຊື່ນຊົມຍິນດີຖວາຍສິ່ງເຫລົ່ານີ້ດ້ວຍຄວາມເຕັມໃຈ?

ພວກເຂົາມີຄວາມຊື່ນຊົມຍິນດີເພາະພວກເຂົາໄດ້ຖວາຍດ້ວຍຄວາມເຕັມໃຈແດ່ພຣະຢາເວ.

1 Chronicles 29:10

ດາວິດໄດ້ກ່າວວ່າແມ່ນຫຍັງທີ່ເປັນຂອງພຣະຢາເວ?

ບັນດາສິ່ງທີ່ມີຢູ່ໃນຟ້າສະຫວັນ ແລະ ໃນແຜ່ນດິນໂລກເປັນຂອງພຣະອົງ ເຫມືອນດັ່ງຣາຊະອານາຈັກເປັນຂອງພຣະອົງ.

1 Chronicles 29:12

ພຣະຢາເວສາມາດເຮັດໃຫ້ຜູ້ຄົນຍິ່ງໃຫຍ່ ແລະ ໃຫ້ກຳລັງໄດ້ແນວໃດ?

ພຣະອົງມີອຳນາດທີ່ຈະເຮັດໃຫ້ທຸກສິ່ງຈະເຣີນຂຶ້ນ ແລະ ຕັ້ງຫມັ້ນຄົງຢູ່.

1 Chronicles 29:14

ດາວິດໄດ້ກ່າວຫຍັງກ່ຽວກັບສິ່ງຂອງທີ່ປະຊາຊົນໄດ້ນຳມາຖວາຍແດ່ພຣະຢາເວ?

ສິ່ງຂອງທຸກຢ່າງມາຈາກພຣະຢາເວ, ແລະ ພວກເຂົາພຽງແຕ່ໄດ້ນຳມາຖວາຍແດ່ພຣະອົງເທົ່ານັ້ນ.

1 Chronicles 29:16

ສິ່ງໃດທີ່ເຮັດໃຫ້ພຣະເຈົ້າພໍພຣະທັຍເມື່ອພຣະອົງຊົງເບີ່ງຈິດໃຈ?

ພຣະຢາເວໄດ້ທົດລອງເບີ່ງຈົດໃຈ ແລະ ໄດ້ພໍພຣະທັຍໃນຄວາມທ່ຽງທັມ.

ແມ່ນຫຍັງເຮັດໃຫ້ດາວິດຊື່ນໃຈຍິນດີໃນປະຊາຊົນຂອງພຣະເຈົ້າຜູ້ຊຶ່ງຢູ່ທີ່ນີ້?

ພຣະອົງຊື່ນໃຈຍິນດີທີ່ໄດ້ເຫັນປະຊາຊົນຂອງພຣະອົງຜູ້ຊຶ່ງຢູ່ທີ່ນີ້ໄດ້ເຕັມໃຈຖວາຍແດ່ພຣະອົງ.

1 Chronicles 29:18

ບໍ່ມີ

ບໍ່ມີ

1 Chronicles 29:20

ຊຸມນຸມຊົນທັງປວງໄດ້ອວຍພອນ ແລະ ສັນຣະເສີນພຣະຢາເວແນວໃດ?

ຊຸມນຸມຊົນທັງປວງກໍສັນຣະເສີນພຣະຢາເວພຣະເຈົ້າແຫ່ງບັນພະບຸຣຸດຂອງພວກເຂົາ, ກົ້ມຫົວຂອງພວກເຂົາລົງນະມັດສະການພຣະຢາເວ.

1 Chronicles 29:22

ພວກເຂົາໄດ້ເຈີມກະສັດໂຊໂລໂມນໃຫ້ເປັນຜູ້ປົກຄອງໂດຍອຳນາດຂອງໃຜ?

ພວກເຂົາໄດ້ເຈີມພະອົງໄວ້ໃຫ້ເປັນເຈົ້ານາຍພາຍໃຕ້ອຳນາດຂອງພຣະຢາເວ.

1 Chronicles 29:24

ພຣະຢາເວໄດ້ປະທານຊື່ສຽງທີ່ຍິ່ງໃຫ່ຍໃຫ້ກັບໂຊໂລໂມນແນວໃດຕໍ່ຫນ້າອິດສະຣາເອນທັງປວງ?​

ພຣະອົງໄດ້ປຣະທານຄວາມອຸດົມຮັ່ງມີຂອງກະສັດໃຫ້ແກ່ພະອົງຢ່າງທີ່ບໍ່ມີກະສັດອົງໃດໃນອິດສະຣາເອນທີ່ຢູ່ກ່ອນພະອົງໄດ້ຮັບ.

1 Chronicles 29:26

ສອງສິ່ງທີ່ດາວິດມີຄວາມສຸກໄດ້ມີຊີວິດຍືນຍາວຂອງລາວ?

ພະອົງໄດ້ຮັ່ງມີ ແລະ ມີກຽດ.

1 Chronicles 29:29

ມີຣາຊະອານາຈັກໃດແດ່ທີ່ໄດ້ຮັບຜົນກະທົບຈາກຄວາມສຳເລັດຂອງດາວິດ, ນອກເຫນືອຈາກອິດສະຣາເອນ?

ຜູ້ທຳນວາຍໄດ້ມີການບັນທຶກເລື່ອງລາວຄວາມສຳເລັດຂອງພະອົງ ແລະ ເຫດການທີ່ບັງເກີດຂື້ນກັບເພີ່ນໄດ້ສົ່ງຜົນກະທົບຕໍ່ບັນດາຣາຊະອານາຈັກທັງຫມົດຂອງປະເທດຕ່າງໆ.