ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Ruth 1

Ruth 1:1

ໃນຊ່ວງເວລາໃດໃນປະຫວັດສາດຊາວຢິວ ທີ່ໄດ້ມີເລື່ອງເລົ່າກ່ຽວກັບນາງຣຸດເກີດຂຶ້ນ?

ໃນຊ່ວງສະໄຫມຂອງພວກຜູ້ປົກຄອງພິພາກສາ.

ເປັນຫຍັງເອລີມີເລັກກັບຄອບຄົວຂອງເຂົາ ຈຶ່ງໄດ້ຍົກຍ້າຍໄປທີ່ໂມອາບ?

ເຂົາໄດ້ຍ້າຍໄປ ເພາະວ່າຢູ່ທີ່ຢູດາຍເກີດການຂາດແຄນອາຫານ.

Ruth 1:3

ແມ່ນຫຍັງເກີດຂຶ້ນກັບຄອບຄົວຂອງ ນາງນາໂອມີໃນໂມອາບ?

ຜົວຂອງນາງນາໂອມີ ແລະ ລູກຊາຍທັງສອງຄົນກໍໄດ້ເສຍຊີວິດ, ປະໃຫ້ນາງຖືກຖິ້ມໃຫ້ຢູ່ກັບລູກໄພ້ສອງຄົນ.

Ruth 1:6

ເປັນຫຍັງນາງນາໂອມີຈຶ່ງຕັດສິນໃຈກັບໄປຢູດາຍ?

ເພາະນາງໄດ້ຍິນ ວ່າພຣະຢາເວໄດ້ ປຣະທານອາຫານໃຫ້ແກ່ປະຊາຊົນຢູດາຍ.

Ruth 1:8

ນາງນາໂອມີໄດ້ຕ້ອງການໃຫ້ລູກໄພ້ທັງສອງຄົນເຮັດຫຍັງ?

ນາງໄດ້ຕ້ອງການໃຫ້ພວກເຂົາກັບໄປຍັງບ້ານແມ່ຂອງພວກເຂົາ ແລະ ຫາຜົວໃຫມ່.

Ruth 1:11

ນາງນາໂອມີ ໄດ້ເຊື່ອວ່າຜູ້ໃດເປັນຕົ້ນເຫດບັນຫາຂອງນາງ?

ນາງໄດ້ເຊື່ອວ່າພຣະຢາເວເປັນຕົ້ນເຫດບັນຫາຂອງນາງ.

Ruth 1:16

ເມື່ອນາງຣຸດອາໄສຢູ່ກັບນາງນາໂອມີ, ນາງຣຸດໄດ້ໃຫ້ສັນຍາຫຍັງກັບນາງນາໂອມີ?

ນາງໄດ້ເວົ້າວ່າ, "ແມ່ຢູ່ທີ່ໃດ, ຂ້ານ້ອຍກໍຈະຢູ່ນຳ; ປະຊາຊົນຂອງແມ່ກໍຈະເປັນປະຊາຊົນຂອງຂ້ານ້ອຍ, ແລະ ພຣະເຈົ້າຂອງແມ່ກໍຈະເປັນພຣະເຈົ້າຂອງຂ້ານ້ອຍ; ແມ່ຕາຍຢູ່ທີ່ໃດ, ຂ້ານ້ອຍກໍຈະຕາຍ."

Ruth 1:19

ນາງນາໂອມີໄດ້ກັບໄປເມືອງຫຍັງ?

ນາງໄດ້ກັບໄປເມືອງເບັດເລເຮັມ.

ຊື່ຫຍັງທີ່ນາງນາໂອມີຢາກໃຫ້ເອີ້ນລາວ ແລະ ຍ້ອນຫຍັງ?

ນາງຢາກໃຫ້ເອີ້ນວ່າ "ມາຣາ," ເພາະນາງເຊື່ອວ່າພຣະຢາເວໄດ້ກະທຳຕໍ່ນາງຢ່າງຂົມຂື່ນໃຈຫລາຍ.

Ruth 1:22

ໃນເວລາໃດຂອງປີ ທີ່ນາງນາໂອມີ ແລະ ນາງຣຸດໄດ້ມາຮອດເມືອງເບັດເລເຮັມ?

ມັນແມ່ນໃນຊ່ວງເລີ່ມຕົ້ນຣະດູການເກັບກ່ຽວເຂົ້າບາເລ.

Ruth 2

Ruth 2:1

ຜົວຂອງນາງນາໂອມີທີ່ຕາຍໄປ ແລະ ໂບອາດມີສາຍສຳພັນຫຍັງຕໍ່ກັນ?

ພວກເຂົາເປັນຍາດພີ່ນ້ອງກັນ.

ໃນຂະນະທີ່ນາງຣຸດ ໄດ້ອອກໄປເກັບກ່ຽວເຂົ້າຄັ້ງທຳອິດ, ແມ່ນໃຜທີ່ນາງຣຸດເວົ້າວ່ານາງຈະຕິດຕາມໃນຂະນະທີ່ກຳລັງເກັບກ່ຽວເມັດເຂົ້າ?

ນາງຈະຕິດຕາມຜູ້ໃດກໍໄດ້ທີ່ນາງເຫັນຄວາມມີນ້ຳໃຈໃນດວງຕາຂອງເຂົາ.

Ruth 2:3

ຜົວຂອງນາງນາໂອມີທີ່ຕາຍໄປ ແລະ ໂບອາດມີສາຍສຳພັນຫຍັງຕໍ່ກັນ?

ພວກເຂົາເປັນຍາດພີ່ນ້ອງກັນ.

ໂບອາດໄດ້ໃຫ້ຄຳອວຍພອນຫຍັງແກ່ຄົນງານຂອງລາວ?

ເຂົາໄດ້ກ່າວວ່າ, "ຂໍໃຫ້ພຣະຢາເວຊົງຢູ່ກັບພວກທ່ານເຖີດ."

Ruth 2:5

ໂບອາດຢາກຮູ້ຫຍັງກ່ຽວກັບນາງຣຸດ?

ເຂົາຕ້ອງການຢາກຮູ້ວ່າ ຍິງສາວນີ້ເປັນຄົນຂອງຜູ້ຊາຍຄົນໃດ.

Ruth 2:8

ຄຳແນະນຳຫຍັງທີ່ໂບອາດໄດ້ເວົ້າກັບນາງຣຸດກ່ຽວກັບການເກັບເຂົ້າຂອງນາງ?

"ແຕ່ຈົ່ງຢູ່ທີ່ນີ້, ແລະ ເຮັດວຽກກັບພວກສາວຄົນງານຂອງຂ້ອຍ."

Ruth 2:10

ພາຍຫລັງທີ່ໄດ້ຮັບຄຳແນະນຳທີ່ເມດຕາ, ນາງຣຸດໄດ້ຖາມໂບອາດແນວໃດ?

ນາງຖາມວ່າ,​ "ເປັນຫຍັງຂ້ານ້ອຍຈຶ່ງໄດ້ຮັບຄວາມເມດຕາຈາກທ່ານເຊັ່ນນີ້?"

ການກະທຳທີ່ດີອັນໃດຂອງນາງຣຸດ ທີ່ໂບອາດໄດ້ຍິນ?

ລາວໄດ້ຍິນວ່າ ນາງຣຸດໄດ້ຈາກພໍ່ແມ່ຂອງນາງ, ເພື່ອຕິດຕາມນາງນາໂອມີ.

ພາຍໃຕ້ຮົ່ມປີກໃຜ ທີ່ໂບອາດໂດ້ກ່າວວ່າ ນາງຣຸດໄດ້ພົບການຄຸ້ມຄອງ?

ນາງຣຸດໄດ້ພົບການຄຸ້ມຄອງພາຍໃຕ້ຮົ່ມປີກຂອງພຣະຢາເວ.

Ruth 2:15

ໂບອາດໄດ້ສະແດງຄວາມກະຣຸນາຫຍັງຕື່ມອີກຕໍ່ນາງຣຸດ ເມື່ອພວກເຂົາກັບໄປເຮັດວຽກຫລັງອາຫານທ່ຽງ?

ລາວໄດ້ອະນຸຍາດໃຫ້ນາງຣຸດ ເກັບກ່ຽວເຂົ້າໃນຟ່ອນເຂົ້າ, ແລະ ໄດ້ສັ່ງໃຫ້ຜູ້ເກັບກ່ຽວດຶງຮວງເຂົ້າອອກມາຈາກຟ່ອນໃຫ້ນາງ.

Ruth 2:19

ເມື່ອນາງນາໂອມີໄດ້ເຫັນເຂົ້າ ຈຳນວນຫລວງຫລາຍທີ່ນາງຣຸດໄດ້ເອົາຄືນມາ, ນາງໄດ້ຖາມຄຳຖາມຫຍັງຕໍ່ນາງຣຸດ?

ນາງໄດ້ຖາມວ່າ, " ມື້ນີ້ເຈົ້າໄປເກັບເຂົ້າທີ່ຕົກຢູ່ໃສ?"

ແມ່ນຫຍັງຄືສາຍສຳພັນລະຫວ່າງຜົວນາງ ນາໂອມີທີ່ໄດ້ຕາຍໄປ ແລະ ໂບອາດ?

ພວກເຂົາເປັນຍາດພີ່ນ້ອງກັນ.

ນາງນາໂອມີໄດ້ອວຍພອນແນວໃດ ຕໍ່ໂບອາດ ເມື່ອນາງໄດ້ຍິນວ່າໂບອາດ ໄດ້ຊ່ວຍນາງຣຸດ?

ນາງໄດ້ເວົ້າວ່າ, "ຂໍໃຫ້ພຣະຢາເວອວຍພອນເຂົາ"

ເຖິງໃຜທີ່ນາງນາໂອມີໄດ້ກ່າວເຖິງສິ່ງດີໆທີ່ເກີດຂຶ້ນກັບນາງ?

ນາງໄດ້ກ່າວເຖິງ ພຣະຢາເວ ໃຫ້ແກ່ພວກເຂົາ.

Ruth 2:21

ເປັນຫຍັງນາງນາໂອມີ ຈຶ່ງຄິດວ່າເປັນການດີທີ່ນາງຣຸດໄດ້ເຮັດວຽກກັບຍິງສາວຄົນງານຂອງໂບອາດ?

ເຮັດດັ່ງນັ້ນ, ນາງຣຸດຈຶ່ງຈະບໍ່ຕົກຢູ່ໃນອັນຕະຣາຍຈາກທົ່ງນາອື່ນໆ.

Ruth 2:23

ນາງຣຸດໄດ້ເຮັດຫຍັງໃນຣະດູເກັບກ່ຽວເຂົ້າບາເລ?

ນາງໄດ້ເກັບເຂົ້າກັບ ຄົນງານຍິງຂອງໂບອາດ. ແລະ ນາງໄດ້ອາໄສຢູ່ກັບນາງນາໂອມີ.

Ruth 3

Ruth 3:1

ນາງນາໂອມີໄດ້ເວົ້າຄວາມປາຖະຫນາຫຍັງທີ່ມີຕໍ່ນາງຣຸດ?

ນາງປາຖະຫນາໃຫ້ນາງຣຸດມີທີ່ພັກ, ແລະ ເພື່ອສິ່ງເຫລົ່ານັ້ນຈະເປັນໄປໄດ້ດີສຳລັບນາງຣຸດ.

Ruth 3:3

ນາງນາໂອມີໄດ້ບອກໃຫ້ນາງຣຸດເຮັດຫຍັງກ່ອນລົງໄປທີ່ລານນວດເຂົ້າ?

ລາວບອກນາງໃຫ້ໄປອາບນ້ຳລ້າງໂຕ, ໃສ່ນໍ້າຫອມ, ແລະ ປ່ຽນເສື້ອຜ້າ.

ນາງຣຸດໄດ້ເຮັດຫຍັງເມື່ອນາງໄປຮອດໃນທີ່ ທີ່ໂບອາດກຳລັງນອນຫລັບຢູ່?

ນາງໄດ້ເປີດຜ້າຄຸມຕີນຂອງເຂົາ, ເເລະ ເຂົ້າໄປນອນທີ່ນັ້ນ.

ນາງຣຸດເຮັດແນວໃດກັບຄຳແນະນຳຂອງນາງນາໂອມີ?

ນາງກໍພ້ອມທີ່ຈະປະຕິບັດຕາມທຸກກັບຄຳແນະນຳຂອງນາງນາໂອມີ.

Ruth 3:8

ພໍທ່ຽງຄືນ, ໂບອາດກໍສະດຸ້ງ ແລ້ວພົບເຫັນສິ່ງໃດ?

ໂບອາດກໍສະດຸ້ງ ແລ້ວພົບເຫັນມີຜູ້ຍິງຄົນຫນຶ່ງມານອນຢູ່ປາຍຕີນຂອງເຂົາ!

ນາງຣຸດໄດ້ຮ້ອງຂໍຫຍັງກັບໂບອາດ?​

ນາງກ່າວວ່າ, "ຂໍໂຜດໃຫ້ຂ້າຮັບໃຊ້ຂອງທ່ານໄດ້ຢູ່ກ້ອງຜ້າຄຸມຂອງທ່ານເຖີດ, ເພາະນາຍທ່ານເປັນຍາດສະຫນິດຂອງຂ້ານ້ອຍ."

Ruth 3:10

ເປັນຫຍັງໂບອາດຈຶ່ງຂໍພຣະຢາເວອວຍພອນນາງຣຸດ

ເພາະວ່ານາງຣຸດໄດ້ຕາມໂບອາດ ແລະ ບໍ່ໄດ້ໄປຕາມຊາຍຫນຸ່ມຄົນໃດເລີຍ.

ໂບອາດໄດ້ເວົ້າຫຍັງກ່ຽວກັບຄຳຂໍຂອງນາງຣຸດ?

ລາວໄດ້ເວົ້າວ່າຈະເຮັດທຸກຢ່າງຕາມທີ່ນາງໄດ້ກ່າວຂໍ.

Ruth 3:12

ໂບອາດມີອຸປະສັກຫຍັງທີ່ກີດຂວາງລາວບໍ່ໃຫ້ປະຕິບັດຢ່າງທັນທີທັນໃດ ໃນຖານະເປັນຍາດສະຫນິດສຳລັບນາງຣຸດ?

ມີຄົນຫນຶ່ງທີ່ເປັນຍາດສະຫນິດຫລາຍກວ່າໂບອາດ.

ໂບອາດໄດ້ກຳນົດແນວໃດວ່າຜູ້ໃດຈະເຮັດຫນ້າທີ່ເປັນຍາດສະຫນິດຂອງນາງຣຸດ?

ຖ້າຍາດສະຫນິດທີ່ສຸດຈະເຮັດຕາມສິດທິຂອງການເປັນຍາດສະຫນິດ, ກໍໃຫ້ເຂົາເຮັດຕາມຫນ້າທີ່ເເຫ່ງການເປັນຍາດສະຫນິດນັ້ນ. ແຕ່ຖ້າເຂົາບໍ່ເຮັດ, ແລ້ວໂບອາດກໍຈະໃຊ້ສິດນັັ້ນ.

Ruth 3:14

ເປັນຫຍັງນາງຣຸດໄດ້ອອກຈາກລານນວດເຂົ້າກ່ອນເເຈ້ງກ່ອນທີ່ຄົນຈະຈື່ກັນໄດ້?

ເພາະໂບອາດບອກວ່າ ຢ່າໃຫ້ຄົນອື່ນຮູ້ວ່າມີຜູ້ຍິງມາທີ່ລານນວດເຂົ້າ.

ໂບອາດໄດ້ເອົາຂອງຂວັນຫຍັງໃຫ້ແກ່ນາງຣຸດ ກ່ອນນາງໄດ້ອອກຈາກລານນວດເຂົ້າ?

ເຂົາກໍໄດ້ຕັກເຂົ້າບາເລໃຫ້ນາງພົກຂະຫນາດໃຫຍ່.

Ruth 3:16

ນາງນາໂອມີຫມັ້ນໃຈວ່າໂບອາດຈະແກ້ບັນຫານີ້ພາຍໃນເວລາໃດ?​

ລາວຈະດຳເນີນເລື່ອງໃຫ້ສຳເລັດພາຍໃນວັນນີ້.

Ruth 4

Ruth 4:1

ໂບອາດໄດ້ໄປບ່ອນໃດເພື່ອແກ້ໄຂບັນຫາວ່າໃຜຈະເປັນຍາດສະຫນິດຂອງນາງຣຸດ?

ລາວໄດ້ໄປທີ່ປະຕູເມືອງ

ຜູ້ໃດທີ່ໂບອາດໄດ້ບອກໃຫ້ນາງເພື່ອເປັນພະຍານ?

ລາວໄດ້ຂໍໃຫ້ພວກຜູ້ໃຫຍ່ຂອງເມືອງມາສິບຄົນ.

Ruth 4:3

ໂບອາດໄດ້ຖາມຫຍັງເພື່ອໃຫ້ແກ່ຍາດສະຫນິດອີກຄົນຫນຶ່ງ ໄດ້ໄຖ່ຄືນ ຖ້າລາວປາຖະຫນາ?

ລາວໄດ້ຖາມໃຫ້ລາວໄຖ່ທີ່ດິນ ຊຶ່ງເປັນຂອງເອລີເມເຫລັກ.

ແກ່ຍາດສະຫນິດຄົນນັ້ນໄດ້ຕອບວ່າແນວໃດ?

ລາວໄດ້ຕອບວ່າ, "ຂ້າພະເຈົ້າຈະໄຖ່ທີ່ດິນນີ້ເອງ."

Ruth 4:5

ໂບອາດໄດ້ບອກເງື່ອນໄຂອື່ນແກ່ຍາດສະຫນິດຄົນດັ່ງກ່າວຄືແນວໃດ?

ລາວໄດ້ບອກວ່າ ເມື່ອທ່ານຈະຊື້ທີ່ດິນນາ, ທ່ານກໍຕ້ອງຮັບເອົານາງຣຸດຊາວໂມອາບ, ເພື່ອນາມຂອງເອລີເມເຫລັກ ຈະສືບຕໍ່ໄປເທິງມໍຣະດົກຂອງເຂົາ."

ຫລັງຈາກນັ້ນ, ຍາດສະຫນິດຄົນດັ່ງກ່າວຕອບຢ່າງໃດ?

ລາວໄດ້ເວົົ້າວ່າ,​ "ຂ້າພະເຈົ້າບໍ່ສາມາດໄຖ່ທີ່ດິນນັ້ນໄດ້."

ເປັນຫຍັງຍາດສະຫນິດດັ່ງກ່າວ ຈຶ່ງເວົ້າວ່າບໍ່ສາມາດເປັນຜູ້ໄຖ່ໄດ້ແລ້ວ?

ເພາະວ່າມັນຈະເຮັດໃຫ້ມໍຣະດົກຂອງເຂົາເອງຖືກສູນເສຍ.

Ruth 4:7

ຍາດສະຫນິດອີກ​ຄົນ​ຫນຶ່ງ​ໄດ້​ເຮັດ​ຫຍັງ​ເພື່ອ​ສະ​ແດງ​ວ່າ​ລາວ​ໄດ້​ຕົ​ກ​ລົງ​ເຫັນ​ດີ​ໃຫ້​ໂບ​ອາດ​ເປັນ​ຜູ້​ໄຖ່?

ເຂົາກໍຖອດຖົງຕີນຂ້າງຫນຶ່ງຂອງເຂົາອອກ ແລະ ໃຫ້​ແກ່​ໂບ​ອາດ.

Ruth 4:9

ໂບ​ອາດ​ໄດ້​ເຕືອນ​ພວກ​ຜູ້​ໃຫຍ່​ທັງ​ຫລາຍ​ວ່າ​ພວ​ກເຂົາ​ໄດ້​ເປັນ​ພະ​ຍານໃນ​ຂໍ້​ຕົກ​ລົງ​ສອງ​ຢ່າງ​ຄື​ຫຍັງ​ແດ່?

ພວກເຂົາໄດ້ເປັນພະຍານວ່າ ໂບ​ອາດໄດ້ຊື້ທຸກສິ່ງທີ່ເປັນຂອງເອລີເມເຫລັກ ເເລະ ຍິ່ງກວ່ານັ້ນ ຄືນາງຣຸດ​ກໍຈະໄດ້ມາເປັນເມຍຂອງ​ເຂົາ​ດ້ວຍ.

Ruth 4:11

ຄຳ​ອວຍ​ພອນ​ຫຍັງ​ທີ່​ຜູ້​ຄົນ​ໄດ້​ໃຫ້​ແກ່​ໂບ​ອາດ?

ພວ​ກ​ເຂົາ​ໄດ້​ປາ​ຖະ​ຫນາ​ໃຫ້​ລາວ​ໄດ້​ຄຳ​ອວຍ​ພອນ​ຜ່ານທາງລູກຫລານທີ່ພຣະຢາເວຈະປະທານ​ຜ່ານ​ທາງນາງ​ຣຸດ.

Ruth 4:13

​ເປັນ​ຫຍັງ​ພວກ​ເຂົາ​ຄື​ກ່າວ​ວ່າ​ນາງ​ຣຸດ ໄດ້​ເຮັດ​ດີກວ່າ​ລູກ​ຊາຍ​ເຈັດ​ຄົນ​​ຂອງນາງ​ນາ​ໂອ​ມີ?

​ເພາະ​ວ່າ​ນາງ​ຣຸດ​ຮັກ​ນາງ​ນາ​ໂອມ​ີ, ແລະ ເພາະ​ນາງ​ຣຸດ​ໄດ້​ໃຫ້​ກຳ​ເນີດ​ຫລານ​ຊາຍ​ໃຫ້​ແກ່​ນາງ​ນາ​ໂອ​ມີ​ດ້ວຍ.

Ruth 4:16

ແມ່ນ​ຫຍັງ​ຄື​ສາຍ​ສຳ​ພັນ​ລະ​ຫວ່າງ​ນາງ​ນາ​ໂອ​ມີ ແລະ​ ລູກ​ຊາຍ​ຂອງ​ນາງ​ຣຸດ?

ນາງ​ນາ​ໂອ​ມີ​ໄດ້​ກາຍ​ເປັນ​ຜູ້​ປົກ​ຄອງ​ຂອງ​ເຂົາ.

​ລູກ​ຊາຍ​ນາງ​ຣຸດມີ​ຊື່​ວ່າ​ແນ​ວ​ໃດ?

ລາວມ​ີ​ຊື່​ວ່າ ໂອ​ເບັດ.

ໂອ​ເບັດ​ເປັນ​ພໍ່ ແລະ ພໍ່​ຕູ້​ຂອງ​ໃຜ?

ໂອ​ເບັດ​ເປັນ​ພໍ່​ຂອງ​ເຢ​ຊີ, ແລະ ເປັນ​ພໍ່​ຕູ້​ຂອງ​ດາ​ວິດ.