ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Nahum 1

Nahum 1:1

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Nahum 1:2

ພຣະຢາເວຊົງເຕັມໄປດ້ວຍຫຍັງ?

ພຣະຢາເວຊົງເຕັມໄປດ້ວຍຄວາມໂກດຮ້າຍ.

ພຣະຢາເວຊົງຈະແກ້ແຄ້ນຜູ້ໃດ?

ພຣະຢາເວຊົງແກ້ແຄ້ນ​ພວກ​ສັດ­ຕູ​ຂອງ​ພຣະ­ອົງ.

ພຣະຢາເວຊົງເຮັດວິທີການຂອງພຣະອົງຢູ່ໃສ?

ພຣະຢາເວຊົງດຳເນີນໃນພາຍຸລົມຫມູນ ແລະ ພາຍຸ.

Nahum 1:4

ມີຫຍັງເກີດຂື້ນກັບດອກໄມ້ແຫ່ງເລບານອນ?

ດອກ­ໄມ້​ຢູ່​ເທິງ​ພູ​ເລ­ບາ­ນອນ​ກໍ​ຫ່ຽວ­ແຫ້ງ​ໄປ.

ມີຫຍັງເກີດຂື້ນກັບແຜ່ນດິນໂລກຢູ່ໃນທີ່ປະທັບຂອງພຣະຢາເວ?

ແຜ່ນ­ດິນ​ກໍພັງທະລາຍລົງ​ຕໍ່​ພຣະ­ພັກ​ພຣະ­ອົງ

Nahum 1:6

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Nahum 1:7

ພວກເຮົາຈະປຽບທຽບສິ່ງໃດກັບພຣະຢາເວໃນມື້ທີ່ມີຍາກລຳບາກ?

ພຣະຢາເວຊົງເປັນ​ບ່ອນ​ກຳ​ບັງ​ອັນ​ເຂັ້ມ­ແຂງ​ໃນ​ວັນ­ທີ່​ຍາກ​ລຳບາກ.

ພຣະຢາເວຊົງໄລ່ຕາມສັດຕູຂອງພຣະອົງໃນສິ່ງໃດ?

ພຣະອົງໄລ່ພວກເຂົາເຂົ້າໄປໃນຄວາມມືດ.

Nahum 1:9

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Nahum 1:12

ພຣະຢາເວຈະເຮັດຫຍັງຕໍ່ກັບແອກຂອງປະຊາຊາດນີ້?

ພຣະອົງ​ຈະທຳລາຍ​ແອກ​ຂອງ​ປະຊາຊົນ​ອອກ­ຈາກ​ພວກເຂົາ.

Nahum 1:15

ຕີນຂອງຜູ້ນຳຂ່າວດີຢູ່ໃສ?

ເທິງພູເຂົາມີ​ຕີນຂອງ​ຜູ້­ນຳ​ຂ່າວ­ດີ​ມາ.

ເປັນຫຍັງຢູດາຄວນສະຫລອງເທດສະການຕ່າງໆ ແລະຮັກສາຄຳສາບານຂອງຕົນ?

ຢູ­ດາ​ຄວາມຈັດງານສະຫລອງ​ເທດ­ສະ­ການ​ ແລະ ຮັກສາຄຳສາບານຂອງຕົນ, ເພາະ​ຄົນ​ຊົ່ວ​ຈະ​ບໍ່​ມາ​ຫາ​ພວກເຂົາອີກ.

Nahum 2

Nahum 2:1

ພຣະຢາເວຊົງຟື້ນຟູຫຍັງ?

​ພຣະຢາເວຟື້ນຟູຄວາມຮຸ່ງເຮືອງຂອງ­​ຢາ­ໂຄບ.

Nahum 2:3

ໂລ່ຂອງທະຫານຂອງເຂົາແມ່ນສີຫຍັງ?

ໂລ່ຂອງທະຫານຂອງເຂົາເປັນ​ສີ­ແດງ.

ແມ່ນຫຍັງທີ່ຜ່ານຖະໜົນຢ່າງໄວວາ?

ລົດມ້າ­ຮົບ​ແລ່ນ​ໄປ​ຕາມ​ຖະ­ຫນົນ​ຢ່າງໄວວາ.

Nahum 2:5

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Nahum 2:6

ມີການອອກຄຳສັ່ງຫຍັງ?

ໄດ້ມີການອອກຄຳສັ່ງວ່າ: ຣາຊະນີຖືກລັກ ແລະ ນຳຕົວໄປ; ສາວ​ໃຊ້​ຂອງ​ນາງ​ຮ້ອງໄຫ້​ຄວນຄາງ​ຄື​ສຽງ​ນົກ­ກາງແກ, ​ກຳລັງ​ຕີ​ເອິກ​ຂອງ​ພວກ­ເຂົາເອງ.

Nahum 2:8

ຊາວນີເນເວຈະເຮັດຫຍັງ?

ຜູ້ຄົນຕ່າງຫນີໄປເຫມືອນນໍ້າພຸພັງອອກມາ.

Nahum 2:11

ສິງໂຕມີຄວາມຢ້ານກົວຫຍັງ?

ພວກມັນບໍ່ຢ້ານສິ່ງໃດ.

ສິງໂຕໄດ້ເຮັດໃຫ້ຖໍ້າຂອງມັນເຕັມໄປດ້ວຍຫຍັງ?

​ສິງໂຕສະ­ສົມ​ຊີ້ນ​ໄວ້ຈົນເຕັມຖໍ້າຂອງມັນ, ໃນຖໍ້າຂອງມັນມີຊາກສັດທິ່ຈີກຂາດເປັນຕ່ອນໆ.

Nahum 2:13

ພຣະຢາເວຈະຊົງເຮັດຫຍັງໃຫ້ແກ່ນີເນເວ?

ພຣະຢາເວຈະ​ເຜົາ​ລົດມ້າ­ຮົບ​ຂອງ​ເຈົ້າ​ໃຫ້­ເປັນ​ຄວັນ​ໄຟ, ແລະ​ຄົມດາບ​ຈະ​ສັງ­ຫານ​ສິງຫນຸ່ມ​ຂອງ​ເຈົ້າ. ພຣະອົງຈະ​ຕັດເຫຍື່ອ​ຂອງເຈົ້າຈາກແຜ່ນດິນ.

Nahum 3

Nahum 3:1

ເມືອງເຕັມໄປດ້ວຍຫຍັງ?

ເມືອງ​ທີ່​ເຕັມໄປດ້ວຍ​ເລືອດ,​ ແລະຊັບສົມບັດທິ່ປຸ້ນມາທັງສິ້ນ.

Nahum 3:3

ຄົນຂີ່ມ້າທີ່ພ້ອມໂຈມຕີຖືກຂ້າມີຈັກຄົນ?

ຈະມີຊາກສົບກອງສູງຂຶ້ນຫລາຍມະຫາສານ, ແລະ​ຮ່າງ​ຄົນ​ຕາຍ​ບໍ່​ຮູ້­ຈັກ​ຫມົດ.

ເປັນຫຍັງເຫດການເຫລົ່ານີ້ເກີດຂື້ນ?

ສິ່ງນີ້ເກີດຂຶ້ນ ເພາະການກະທຳທີ່ເຕັມໄປດ້ວຍລາຄະຕັນຫາຂອງຍິງໂສເພນີທີ່ສວຍງາມນັ້ນ.

Nahum 3:5

ພຣະຢາເວຈອມໂຍທາຈະເຮັດແນວໃດຕໍ່ຍິງໂສເພນີ ເພາະວ່າພຣະອົງຕໍ່ຕ້ານນາງນັ້ນ?

ພຣະຢາເວຈະຮື້ກະໂປ່ງຂອງນາງຄຸມຫນ້າຂອງນາງ ແລະ ໃຫ້ບັນດາປະຊາຊາດໄດ້ເຫັນ​ຄວາມ​​ເປືອຍກາຍ​ຂອງ​ນາງ, ແລະ​ ໃຫ້​ຣາຊ­ອາ­ນາ­ຈັກ​ທັງ­ຫລາຍ​ເຫັນ​ຄວາມ​ອັບ­ອາຍ​ຂອງ​ນາງ. ພຣະອົງຈະ​ໂຍນສິ່ງ​ເປິ­ເປື້ອນອັນຫນ້າລັງກຽດ​ໃສ່​ນາງ, ແລະ​ເຮັດໃຫ້ນາງຊົ່ວຊ້າ. ພຣະອົງຈະເຮັດໃຫ້ນາງຖືກຄົນປະຈານ.

Nahum 3:8

ທະເລເປັນກຳແພງຂອງໃຜ?

ທະ­ເລ​ເປັນ​ກຳ­ແພງ​ເມືອງ​ເທ​ເບັດ​.

Nahum 3:10

ແມ່ນໃຜຈະຈັບສະຫລາກໃຫ້ຜູ້ຊາຍທີ່ມີກຽດຂອງເທເບັດ?

ສັດຕູຂອງນາງ​ຈັບ­ສະ­ຫລາກ​ຖືກ​ຜູ້​ທີ່​ມີ​ກຽດ​ໃນ​ເມືອງ​ນີ້

Nahum 3:12

ຖ້າກຳແພງເມືອງຂອງນີເນເວຖືກສັ່ນ, ຈະມີຫຍັງເກີດຂື້ນ?

ຖ້າ​ກຳແພງເມືອງຂອງນີເນເວຖືກສັ່ນ, ພວກມັນຈະ​ຕົກ­ລົງ​ໄປ​ໃນ​ປາກ​ຂອງ​ຜູ້​ທີ່​ກິນ.

Nahum 3:14

ບໍ່ມີຄຳຖາມ

ບໍ່ມີຄຳຖາມ

Nahum 3:16

ມີຜູ້ປົກຄອງຈັກຄົນ?

ພວກຜູ້ປົກຄອງມີຫລາຍ​ເຫມືອນ​ຕັກ­ແຕກ.

Nahum 3:18

ທຸກຄົນທີ່ໄດ້ຍິນຂ່າວກ່ຽວກັບເຈົ້າຈະເຮັດຫຍັງ?

ຄົນ​ທັງ­ປວງ​ທີ່​ໄດ້­ຍິນ​ຂ່າວກ່ຽວກັບ​ເຈົ້າ ຈະ​ຕົບ­ມື​ເຍາະ­ເຍີ້ຍ​ເຈົ້າ.