ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Lamentations 1

Lamentations 1:1

ນະຄອນເຢຣູຊາເລັມໄດ້ກາຍເປັນແນວໃດ ເຖິງແມ່ນຄັ້ງກ່ອນນາງເຄີຍເປັນຊົນຊາດທີ່ເຂັ້ມແຂງ?

ເມືອງໄດ້ກາຍເປັນເຫມືອນຍິງຫມ້າຍຄົນຫນຶ່ງ.

Lamentations 1:3

ມີຫຍັງແດ່ທີ່ຢູດາບໍ່ສາມາດພົບ ເຖິງວ່ານາງອາໃສຢູ່ທ່າມກາງບັນດາປະຊາຊາດ?

ຢາດາບໍ່ສາມາດພົບກັບຄວາມສະຫງົບສຸກເລີຍ ເຖິງວ່ານາງອາໄສຢູ່ທ່າມກາງບັນດາປະຊາຊາດກໍຕາມ.

Lamentations 1:4

ເປັນຫຍັງພຣະຢາເວຈຶ່ງເຮັດໃຫ້ເມືອງຂອງເຢຣູຊາເລັມພົບຄວາມທຸກລຳບາກ?

ພຣະຢາເວຈຶ່ງເຮັດໃຫ້ເມືອງຂອງເຢຣູຊາເລັມທົນທຸກ ຍ້ອນບາບທັງຫລາຍຂອງນາງ.

Lamentations 1:6

ແມ່ນຫຍັງທີ່ໄດ້ຈາກລູກສາວຂອງຊີໂອນ?

ຄວາມງົດງາມໄດ້ຈາກລູກສາວຂອງຊີໂອນ.

Lamentations 1:7

ໃນອາດີດເມືອງເຢຣູຊາເລັມມີສິ່ງໃດທີ່ນາງໄດ້ລະນຶກເຖິງ?

ເຢຣູຊາເລັມໄດ້ຫວນຄິດເຖິງສິ່ງຂອງມີຄ່າທັງຫມົດຂອງນາງ ທີ່ນາງໄດ້ຫວນຄິດເຖິງອາດີດນັ້ນ.

Lamentations 1:8

ຍ້ອນເຢຣູຊາເລັມໄດ້ເຮັດບາບໃຫຍ່ຫລວງ, ນາງຈຶ່ງໄດ້ກາຍເປັນເຫມືອນຫຍັງ?

ເຢຣູຊາເລັມໄດ້ກາຍມາເປັນເຫມືອນຜ້າເສດປະຈຳເດືອນ

Lamentations 1:10

ເຢຣູຊາເລັມໄດ້ເຫັນສິ່ງໃດເຂົ້າມາສະຖານທີ່ບໍລິສຸດຂອງນາງເຖິງແມ່ນພຣະຢາເວໄດ້ບັນຊາໄວ້ວ່າ ພວກເຂົາຫ້າມເຂົ້າໄປຂ້າງໃນເປັນເດັດຂາດ?

ເຢຣູຊາເລັມໄດ້ເຫັນບັນດາປະຊາຊາດອື່ນ ເຂົ້າໄປໃນສະຖານທີ່ບໍລິສຸດຂອງນາງ.

Lamentations 1:11

ປະຊາຊົນເຮັດຫຍັງເມື່ອພວກເຂົາຊອກຫາອາຫານ?

ປະຊາຊົນຄໍ່າຄວນເມື່ອພວກເຂົາຊອກຫາອາຫານ.

Lamentations 1:13

ພຣະຢາເວໄດ້ກາງອັນໃດ ເພື່ອດັກຈັບຕີນຂອງພວກເຂົາ ເມື່ອເຢຣູຊາເລັມຫັນຫລັງຂອງນາງກັບມາ?

ພຣະຢາເວໄດ້ກາງຕາຫນ່າງກ່ອນຫນ້າບາດກ້າວຕີນຂອງເຢຣູຊາເລັມ.

ແມ່ນຫຍັງທີ່ຫລົ້ມເຫລວເພາະແອກແຫ່ງການລະເມີດຂອງນະຄອນເຢຣູຊາເລັມທີ່ໄດ້ຖືກຫຍີບເຂົ້າດ້ວຍກັນ ແລະ ໃສ່ອ້ອມຄໍຂອງນາງ?

ກຳລັງຂອງເຢຣູຊາເລັມໄດ້ຫລົ້ມເຫລວ ເພາະວ່າແອກແຫ່ງການລະເມີດຂອງນາງໄດ້ວາງທີຄໍຂອງນາງ.

Lamentations 1:15

ອົງພຣະຜູ້ເປັນເຈົ້າໄດ້ຢຽບຢໍ້າລູກສາວປອດແຫ່ງຢູດາແນວໃດ?

ພຣະຜູ້ເປັນເຈົ້າໄດ້ຢຽບຢໍ້າລູກສາວບໍຣິສຸດແຫ່ງຢູດາ ເຫມືອນຢຽບຢໍ້າອະງຸ່ນໃນອ່າງຢຽບຫມາກອະງຸ່ນ.

Lamentations 1:16

ເປັນຫຍັງລູກຫລານຂອງເຢຣູຊາເລັມຈຶ່ງໂສກເສົ້າ?

ລູກຂອງເຢຣູຊາເລັມໄດ້ໂສກເສົ້າ ເພາະວ່າສັດຕູໄດ້ມີໄຊຊະນະ.

Lamentations 1:18

ຜູ້ໃດທີ່ໄດ້ຖືກຈັບໄປເປັນຊະເລິຍ ຍ້ອນເຢຣູຊາເລັມໄດ້ຂັດຂືນຕໍ່ສູ້ພຣະບັນຍັດຂອງພຣະຢາເວ?

ສາວບໍຣິສຸດທັງຫລາຍ ແລະ ຜູ້ຊາຍທີ່ແຂງແຮງທັງຫລາຍຂອງເຢຣູຊາເລັມ ໄດ້ຕົກເປັນຊະເລີຍ.

ຜູ້ໃດໄດ້ເສຍຊີວິດໃນກາງເມືອງໃນຂະນະທີ່ ພວກເຂົາອຶດຢາກອາຫານເພື່ອຮັກສາຊີວິດຂອງພວກເຂົາ?

ບັນດາປະໂຣຫິດ ແລະ ບັນດາຜູ້ນຳຂອງເຢຣູຊາເລັມກໍຕາຍໃນກາງເມືອງ.

Lamentations 1:20

ແມ່ນຫຍັງທີ່ຫັນປ່ຽນຢູ່ພາຍໃນເຢຣູຊາເລັມ ເພາະການທີ່ນາງບໍ່ໄດ້ເຊື່ອຟັງນັ້ນ?

ຈິດໃຈຂອງເຢຣູຊາເລັມໄດ້ຫັນປ່ຽນພາຍໃນຕົວນາງ.

Lamentations 1:21

ບັນດາສັດຕຣູຂອງເຢຣູຊາເລັມໄດ້ເຮັດຫຍັງ ເມື່ອພວກເຂົາໄດ້ຍິນເຫດຮ້າຍຂອງນາງ?

ເຫລົ່າສັດຕຣູຂອງເຢຣູຊາເລັມພາກັນດີໃຈ.

ເຢຣູຊາເລັມຂໍຮ້ອງຕໍ່ພຣະຢາເວເຮັດຫຍັງກັບສັດຕູຂອງນາງ ໃນຂະນະທີີ່ພວກເຂົາອ້ອນວອນຢູ່ຕໍ່ພຣະພັກພຣະຢາເວ?

ເຢຣູຊາເລັມຂໍຕໍ່ພຣະຢາເວເຮັດໃຫ້ພວກສັດຕູເຈັບປວດເຫມືອນກັນກັບພຣະຢາເວໄດ້ເຮັດໃຫ້ນາງເຈັບປວດ ເພາະການລະເມີດທັງຫມົດຂອງນາງນັ້ນ.

Lamentations 2

Lamentations 2:1

ພຣະຜູ້ເປັນເຈົ້າສະແດງອອກເຖິງຄວາມໂກດຮ້າຍຂອງພຣະອົງແນວໃດ ຍ້ອນການກະບົດຂອງເຢເຣມີຢາ?

ພຣະອົງໄດ້ເອົາຄວາມງາມຂອງອິສະຣາເອນອອກໄປ, ບໍ່ໄດ້ສະແດງຄວາມເມດຕາຕໍ່ເມືອງທັງຫລາຍຂອງຢາໂຄບ, ແລະໄດ້ທຳລາຍກຳແພງເມືອງທັງຫລາຍຂອງຢູດາ.

Lamentations 2:3

ຄວາມໂກດຮ້າຍຂອງພຣະອົງໄດ້ມີຜົນກະທົບຕໍ່ອິດສະຣາເອນ ແລະ ຊີໂອນແນວໃດ?

ພຣະຜູ້ເປັນເຈົ້າໄດ້ເອົາກຳລັງຂອງອິສະຣາເອນທັງຫມົດອອກໄປ ແລະ ໄດ້ເທຄວາມໂກດຮ້າຍຂອງພຣະອົງເທິງຊີໂອນ.

Lamentations 2:5

ຄວາມໂກດຮ້າຍຂອງພຣະຜູ້ເປັນເຈົ້າໄດ້ສະແດງອອກແນວໃດ?

ພຣະຜູ້ເປັນເຈົ້າໄດ້ກາຍເປັນເຫມືອນສັດຕູ, ພຣະອົງໄດ້ທຳລາຍຣາຊະວັງ ແລະ ຫໍເຕັນ, ແລະ ໄດ້ຫນິ່ນປະຫມາດທັງກະສັດ ແລະ ປະໂລຫິດ.

Lamentations 2:7

ເປັນຫຍັງສັດຕູຈຶ່ງຮູ້ສຶກໄດ້ເຖິງໄຊຊະນະ?

ພວກເຂົາຮູ້ສຶກໄດ້ເຖິງໄຊຊະນະ ເພາະວ່າພຣະຜູ້ເປັນເຈົ້າໄດ້ປະຕິເສດແທ່ນບູຊາຂອງພຣະອົງ ແລະ ໄດ້ມອບກຳແພງຣາຊະວັງໃຫ້ກັບພວກເຂົາ.

Lamentations 2:8

ມີຫຍັງຂື້ນກັບປະຕູ ແລະ ກຳແພງຂອງຊີໂອນ?

ປະຕູຂອງນາງໄດ້ຈົມລົງໄປໃນດິນ, ພຣະຢາເວໄດ້ທຳລາຍ ແລະທຸບປະຕູກຳແພງຂອງນາງ.

Lamentations 2:10

ບັນດາຜູ້ອາວຸໂສ ແລະ ບັນດາສາວບໍຣິສຸດ ພວກເຂົາໄດ້ສະແດງການຄໍ່າຄວນແນວໃດ?

ພວກຜູ້ອາວຸໂສນັ່ງເທິງພື້ນດິນ, ໄດ້ໂຮຍຂີ້ເຖົ່າເທິງຫົວຂອງພວກເຂົາ ແລະ ນຸ່ງຫົ່ມເຄື່ອງທີ່ເຮັດດ້ວຍຜ້າປ່ານ. ບັນດາສາວບໍຣິສຸດໄດ້ກົ້ມຫົວຂອງພວກເຂົາລົງເຖິງດິນ.

Lamentations 2:11

ຍ້ອນຫຍັງເຢເຣມີຢາຈຶ່ງຄໍ່າຄວນ?

ຍ້ອນວ່າບໍ່ຫຍັງໃຫ້ປະຊາຊົນຂອງລາວກິນ ຫລືດື່ມເລີຍ.

Lamentations 2:15

ບັນດາຜູ້ເຍາະເຍີ້ຍເຮັດຫຍັງ ເມື່ອພວກເຂົາຜ່ານໄປມາຕາມທາງຂອງເມືອງ?

ພວກເຂົາໄດ້ຕົບມືຂອງພວກເຂົາຫມິ່ນປະຫມາດເຈົ້າ, ເວົ້າຖາກຖາງ ແລະ ແກ່ວງຫົວສົມນໍ້າຫນ້າ, ພວກເຂົາສົ່ງສຽງເຍາະເຍີ້ຍ ແລະ ຂົບແຂ້ວຂອງພວກເຂົາ.

Lamentations 2:18

ປະຊາຊົນໄດ້ສະແດງຄວາມສຳນຶກຜິດຂອງພວກເຂົາແນວໃດ?

ພວກເຂົາຮ້ອງຫາພຣະຜູ້ເປັນເຈົ້າ ແລະ ຍົກມືຂຶ້ນອ້ອນວອນຕໍ່ພຣະອົງ ເພື່ອຂໍຊີວິດລູກທັງຫລາຍຂອງພວກເຂົາ.

Lamentations 2:20

ເປັນຫຍັງປະຊາຊົນຈຶ່ງວິງວອນຂໍພຣະເມດຕາຂອງພຣະຢາເວ?

ເພາະວ່າພຣະອົງໄດ້ໃຫ້ພວກເຂົາປະເຊີນຫນ້າກັບທຸກອັນຍິ່ງໃຫຍ່, ພວກເຂົາຈຶ່ງອຶດຢາກ, ແລະ ພວກເຂົາເປັນຫ່ວງກ່ຽວກັບບັນດາປະໂລຫິດຂອງພວກເຂົາ ໄດ້ແຕກຊະຊາຍໄປແລ້ວ.

Lamentations 2:21

ໃນວັນແຫ່ງຄວາມໂກດຮ້າຍຂອງພຣະຢາເວນັ້ນ ເຢເຣມີຢາບັນຍາຍແນວໃດ?

ວັນແຫ່ງຄວາມໂກດຮ້າຍຂອງພຣະຢາເວ, ພຣະຢາເວໄດ້ຂ້າຄົນຫນຸ່ມ ແລະ ຄົນເຖົ້າ, ບໍ່ມີໃຜລອດຊີວິດ, ແລະ ພຣະອົງບໍ່ໄດ້ສະແດງຄວາມຮັກ.

Lamentations 3

Lamentations 3:1

ຜູ້ຂຽນໄດ້ກ່າວວ່າພຣະຢາເວໄດ້ຫັນມາຕໍ່ສູ້ລາວທຸກເວລາແນວໃດ?

ພຣະຢາເວຊົງຫັນພຣະຫັດຂອງພຣະອົງມາຕໍ່ສູ້ລາວທຸກເວລາ.

Lamentations 3:5

ຜູ້ຂຽນໄດ້ກ່າວແນວໃດ ວ່າພຣະຢາເວໄດ້ສ້າງເພື່ອລ້ອມລາວບໍ່ໃຫ້ຫນີໄປໄດ້?

ພຣະຢາເວໄດ້ສ້າງກຳແພງລ້ອມລາວໄວ້.

Lamentations 3:9

ຜູ້ຂຽນໄດ້ປຽບທຽບພຣະຢາເວວ່າເປັນສັດຫຍັງປະເພດໃດ ແລະ ເວົ້າວ່າມັນກຳລັງຄອຍທີ່ຈະໂດດຄຸບລາວ?

ຜູ້ຂຽນໄດ້ບັນຍາຍ ພຣະຢາເວເປັນເຫມືອນດັ່ງຫມີ ທີ່ກຳລັງຄອຍຖ້າໂດດຄຸບລາວ.

Lamentations 3:12

ຜູ້ຂຽນໄດ້ກາຍເປັນແນວໃດ ຕໍ່ປະຊາຊົນທັງຫມົດຂອງລາວ?

ຜູ້ຂຽນໄດ້ກາຍເປັນ ທີ່ຫົວຂວັນຂອງປະຊາຊົນທັງຫມົດຂອງລາວ.

Lamentations 3:16

ຜູ້ຂຽນວ່າຈື່ບໍ່ຫຍັງແດ່ນັບຕັ້ງແຕ່ພຣະຢາເວໄດ້ເອົາສັນຕິສຸກອອກໄປຈາກຊີວິດຂອງລາວ?

ຜູ້ຂຽນຈື່ໃນສິ່ງທີ່ເປັນຄວາມສຸກບໍ່ໄດ້ອີກຕໍ່ໄປແລ້ວ.

Lamentations 3:19

ອາລົມຂອງຜູ້ຂຽນ ໃນຂະນະທີລາວຫວນຄິດເຖິງຄວາມເຈັບປວດຂອງລາວແມ່ນຫຍັງ?

ອາລົມຂອງຜູ້ຂຽນເປັນຫນຶ່ງໃນຄວາມຫົດຫູ່ຢູ່ພາຍໃນຂອງລາວ ໃນຂະນະທີ່ລາວຫວນຄິດເຖິງຄວາມເຈັບປວດຂອງລາວ.

Lamentations 3:22

ຜູ້ຂຽນເວົ້າຫຍັງທີ່ເກີດຂື້ນໃນທຸກໆເຊົ້າທີ່ເຮັດໃຫ້ສົດຊື່ນ?

ຜູ້ຂຽນເວົ້າວ່າ ການກະທຳແຫ່ງພຣະເມດຕາຂອງພຣະຢາເວ ກໍສົດຊື່ນໃນທຸກໆເຊົ້າ.

Lamentations 3:25

ພຣະຢາເວເປັນແນວໃດຕໍ່ຄົນເຫລົ່ານັ້ນທີ່ລໍຖ້າພຣະອົງ ແລະຄົນເຫລົ່ານັ້ນທີລໍຖ້າຄວາມລອດພົ້ນຂອງພຣະຢາເວໃນຄວາມງຽບ?

ພຣະຢາເວດີຕໍ່ຜູ້ທີ່ລໍຖ້າພຣະອົງ, ລໍຖ້າຄວາມພົ້ນຂອງພຣະຢາເວຢ່າງງຽບໆ.

ຄົນນັ້ນຄວນນັ່ງແນວໃດ ເພາະພຣະຢາເວໄດ້ວາງແອກເທິງລາວ?

ຄົນນັ້ນຄວນນັ່ງລົງຄົນດຽວ ແລະຢູ່ຢ່າງງຽບໆ ເພາະວ່າພຣະຢາເວໄດ້ວາງແອກເທິງລາວ.

Lamentations 3:30

ແມ່ນຫຍັງທີ່ພຣະຢາເວສະແດງອອກ, ເຖິງແມ່ນວ່າພຣະອົງເສົ້າໃຈ?

ພຣະຢາເວສະແດງຄວາມຮັກອອກມາ ເຖິງແມ່ນວ່າພຣະອົງເສົ້າໃຈກໍຕາມ.

ຈາກບ່ອນໃດທີ່ພຣະຢາເວບໍ່ຊົງເຕັມໃຈ ແລະເຮັດໃຫ້ລູກຫລານຂອງມະນຸດທັງຫລາຍເຈັບປວດ?

ພຣະຢາເວບໍ່ຊົງເຕັມໃຈເຮັດໃຫ້ເກີດຄວາມທຸກທໍລະມານ ແລະຄວາມໂສກເສົ້າແກ່ລູກຫລານຂອງມະນຸດຊາດ.

Lamentations 3:37

ແມ່ນຫຍັງສອງຢ່າງທີ່ອອກມາຈາກປາກຂອງອົງຜູ້ສູງສຸດ?

ທັງໄພພິບັດ ແລະ ສິ່ງດີງາມລ້ວນແຕ່ອອກມາຈາກປາກຂອງອົງຜູ້ສູງສຸດ.

Lamentations 3:40

ແມ່ນຫຍັງທີ່ຄົນທັງຫລາຍ ຄວນຍົກຊູຂື້ນຕໍ່ພຣະເຈົ້າ ໃນສະຫວັນເມື່ອພວກເຂົາທົດສອບ ແລະ ສຳຫລວດເບິ່ງບັນດາທາງຂອງພວກເຂົາ ແລະ ຫັນກັບມາຫາພຣະຢາເວ?

ຄົນທັງຫລາຍຄວນຍົກຊູໃຈຂອງພວກເຂົາ ແລະ ມືຂອງພວກເຂົາຕໍ່ພຣະເຈົ້າໃນຟ້າສະຫວັນ.

ຄົນຫລາຍຄວນຍອມຮັບໄດ້ເຮັດຫຍັງແດ່ ທີ່ພວກເຂົາໄດ້ເຮັດບາບຕໍ່ສູ້ພຣະຢາເວ ເມື່ອພວກເຂົາອະທິຖານ?

ພວກເຂົາຄວນຍອມຮັບວ່າພວກເຂົາໄດ້ເຮັດບາບ ແລະ ໄດ້ກະບົດຕໍ່ສູ້ພຣະຢາເວ.

Lamentations 3:44

ຜູ້ຂຽນເວົ້າແນວໃດ ເຖິງພຣະຢາເວໄດ້ເຮັດໃຫ້ພວກເຂົາເປັນທ່າມກາງປະຊາຊາດທັງຫລາຍ?

ພຣະຢາເວໄດ້ເຮັດໃຫ້ໃຫ້ພວກເຂົາສົກກະປົກ ແລະຖືກປະຕິເສດໃນຫມູ່ປະຊາຊາດ.

Lamentations 3:48

ຜູ້ຂຽນໄດ້ບັນຍາຍເຖິງນໍ້າຕາທີ່ໄຫລອອກມາຈາກດວງຕາຂອງລາວແນວໃດ?

ນໍ້າຕາຂອງລາວໄຫລອອກມາເຫມືອນດັ່ງແມ່ນໍ້າໄຫລ ອອກຈາກຕາຂອງລາວ.

Lamentations 3:51

ຜູ້ຂຽນເວົ້າແນວໃດ ໃນເວລາທີ່ສັດຕູຂອງລາວໄດ້ໄຫລລ່າລາວ ແລະທຳລາຍຊີວິດຂອງລາວຢູ່ໃນນໍ້າສ້າງ ແລະແກວ່ງກ້ອນຫີນໃສ່ລາວ?

ລາວເວົ້າວ່າ, "ຂ້ານ້ອຍຖືກຕັດອອກແລ້ວ!"

Lamentations 3:55

ແມ່ນຫຍັງທີ່ພຣະຢາເວໄດ້ບອກຜູ້ຂຽນ ເມື່ອລາວຮ້ອງອອກພຣະນາມຂອງພຣະຢາເວ ແລະ ຂໍພຣະຢາເວເພື່ອໃຫ້ພຣະຢາເວໄດ້ຍິນຄຳຮ້ອງຂໍຄວາມຊ່ວຍເຫລືອ?

ພຣະຢາເວບອກລາວວ່າ, "ຢ່າຢ້ານເລີຍ!"

Lamentations 3:58

ຜູ້ຂຽນຂໍພຣະຢາເວແນວໃດ ເພື່ອແກ້ຄະດີຄວາມຂອງລາວ?

ລາວຂໍຕໍ່ພຣະຢາເວເພື່ອ ຕັດສິນຄະດີຢ່າງເປັນທຳດ້ວຍ.

Lamentations 3:62

ແມ່ນຫຍັງຄືຈຸດປະສົງຜູ້ຂຽນມີຈາກສັດຕູຂອງລາວ, ບໍ່ວ່າຈະຢູ່ໃນບ່ອນນັ່ງ ແລະບ່ອນລຸກຂື້ນຂອງພວກເຂົາ?

ລາວຕົກເປັນເປົ້າສຳລັບບົດເພງຖາກຖາງຂອງພວກເຂົາ

Lamentations 3:64

ແມ່ນຫຍັງທີ່ຜູ້ຂຽນຂໍໃຫ້ພຣະຢາເວເຮັດກັບສັດຕູຂອງພຣະອົງ?

ລາວຂໍຕໍ່ພຣະຢາເວສະຫນອງຄືນພວກເຂົາ ໃຫ້ສົມກັບສິ່ງທີ່ມືຂອງພວກເຂົາໄດ້ເຮັດ.

Lamentations 4

Lamentations 4:1

ຄຳ ແລະ ອັນຍະມະນີສັກສິດໄດ້ກາຍເປັນຫຍັງ?

ຄຳໄດ້ມົວຫມອງລົງແລ້ວຫນໍ, ຄຳບໍຣິສຸດທີ່ສຸດໄດ້ປ່ຽນໄປເສຍແລ້ວ ແລະ ອັນຍະມະນີສັກສິດໄດ້ກະຈັດກະຈາຍຢູ່ທຸກແຈຂອງຖະຫນົນ.

ບັນດາລູກຊາຍຂອງຊີໂອນແມ່ນຫຍັງ, ແລະ ບັດນີ້ພວກເຂົາໄດ້ມີຄ່າຢ່າງໃດ?

ບັນດາລູກຊາຍຫົວແກ້ວຫົວແຫວນແຫ່ງຊີໂອນ, ຊຶ່ງເຄີຍສູງຄ່າທຽບກັບຄຳບໍຣິສຸດ, ແຕ່ບັດນີ້ພວກເຂົາມີຄ່າບໍ່ຫລາຍໄປກວ່າຫມໍ້ດິນ, ຜົນງານຈາກມືຂອງຊ່າງປັ້ນຫມໍ້.

Lamentations 4:3

ລູກສາວຂອງປະຊາຊົນໄດ້ປະຕິບັດຕົນແນວໃດ?

ພວກເຂົາໃຈດຳເຫມືອນກັບນົກກະຈອກເທດໃນທະເລຊາຍ.

Lamentations 4:4

ມີຫຍັງເກີດຂື້ນກັບລີ້ນຂອງເດັກແດງ ແລະ ເດັກນ້ອຍໄດ້ຮ້ອງຂໍຫຍັງ?

ລີ້ນຂອງເດັກແດງແຫ້ງ ຕິດເພດານປາກເພາະຄວາມຫີວນໍ້າ ແລະ ເດັກນ້ອຍໄດ້ຮ້ອງຂໍອາຫານ ແຕ່ບໍ່ມີໃຜເອົາໃຫ້ພວກເຂົາ.

ມັນເກີດຫຍັງຂື້ນກັບຄົນເຫລົ່ານັ້ນທີ່ເຄີຍກິນອາຫານແພງໆ ແລະ ຄົນເຫລົ່ານັ້ນທີ່ເຄີຍນຸ່ງຜ້າສີມ່ວງ?

ບັນດາຜູ້ທີເຄີຍກິນອາຫານຊັ້ນເລີດ ບັດນີ້ກໍອົດຢາກຢູ່ຕາມຖະຫນົນທັງຫລາຍ, ບັນດາຜູ້ຄົນທີ່ຖືກລ້ຽງໃຫ້ນຸ່ງຜ້າສີມ່ວງນັ້ນ, ແຕ່ບັດນີ້ນອນເລືອຢູ່ກອງຂີ້ເຫຍື້ອ.

Lamentations 4:6

ໂທດກຳຂອງລູກສາວຂອງປະຊາຊົນຂອງລາວ ຍິ່ງໃຫຍ່ແນວໃດ?

ໂທດກຳຂອງລູກສາວຂອງປະຊາຊົນຂອງຂ້ານ້ອຍນັ້ນ ໃຫຍ່ກວ່າໂທດກຳຂອງເມືອງໂຊໂດມ.

Lamentations 4:7

ບັນດາຜູ້ນໍາຂອງນາງເຄີຍເປັນແນວໃດ ແລະ ບັດນີ້ພວກເຂົາເປັນແນວແລ້ວ?

ບັນດາຜູ້ນຳຂອງນາງຂາວຍິ່ງກວ່າຫິມະ, ຂາວຍິ່ງກວ່ານໍ້ານົມ, ຮ່າງກາຍຂອງພວກເຂົາສົດໃສຍິ່ງກວ່າທັບທິມ, ຮູບຮ່າງຫນ້າຕາສະຫງ່າງາມດັ່ງອັນຍະມະນີ. ແຕ່ບັດນີ້ຜີວພັນຂອງພວກເຂົາດຳຄໍ້າຍິ່ງກວ່າຂີ້ຄວັນໄຟ, ພວກເຂົາຢູ່ຕາມຖະຫນົນໂດຍບໍ່ມີໃຜຈື່ໄດ້, ຜີວຫນັງຂອງເຂົາຫ່ຽວແຫ້ງໃນກະດູກຂອງພວກເຂົາ, ມັນຈ່ອຍຜອມຫລາຍຈົນຫນັງຕິດກະດູກ.

Lamentations 4:9

ແມ່ນຫຍັງທີ່ເຢເຣມີຢາເວົ້າເຖິງບັນດາຄົນເຫລົ່ານັ້ນທີ່ຖືກຂ້າ ໂດຍການປຽບທຽບຄົນເຫລົ່ານັ້ນທີ່ຖືກຂ້າດ້ວຍດາບ?

ເຢຣູມີຢາເວົ້າວ່າ ບັນດາຄົນທີ່ຖືກຂ້າດ້ວຍຄົມດາບ ຍັງດີກວ່າຄົນທີ່ຕາຍຍ້ອນຄວາມອຶດຢາກ.

ຍິງທີ່ເຕັມໄປດ້ວຍຄວາມຮັກໄດ້ເຮັດຫຍັງຕໍ່ລູກຂອງພວກເຂົາ?

ຍິງທີ່ເຕັມໄປດ້ວຍຄວາມຮັກ ໄດ້ຕົ້ມລູກຂອງພວກນາງເອງ ລູກໄດ້ກາຍມາເປັນອາຫານຂອງພວກນາງ.

Lamentations 4:11

ດ້ວຍວິທີໃດທີພຣະຢາເວພໍໃຈໃນຄວາມໂກດຮ້າຍຂອງພຣະອົງ?

ພຣະຢາເວໄດ້ສຳແດງຄວາມໂກດຮ້າຍຂອງພຣະອົງ ພຣະອົງໄດ້ລະບາຍຄວາມໂກດຮ້າຍອັນຮຸນແຮງອອກມາ, ພຣະອົງໄດ້ຈູດໄຟຂື້ນໃນຊີໂອນ, ເພື່ອເຜົາຜານຮາກຖານຂອງເມືອງນີ້.

Lamentations 4:12

ແມ່ນຫຍັງທີ່ບັນດາກະສັດ ແລະ ບັນດາຄົນທີ່ອາໄສໃນແຜ່ນດິນໂລກບໍ່ເຊື່ອວ່າມັນຈະສາມາດເກີດຂຶ້ນກັບເຢຣູຊາເລັມໄດ້?

ພວກເຂົາບໍ່ເຊື່ອວ່າ ສັດຕຣູສາມາດລ່ວງລໍ້າຜ່ານປະຕູຂອງເມືອງເຢຣູຊາເລັມໄດ້.

ພວກສັດຕູເຮັດຫຍັງ ຍ້ອນບາບທັງຫລາຍຂອງບັນດາຜູ້ທຳນວາຍ ຄວາມຊົ່ວຮ້າຍຂອງບັນດາປະໂລຫິດ?

ພວກສັດຕູໄດ້ລ່ວງລໍ້າຜ່ານປະຕູເມືອງເຢຣູຊາເລັມ.

Lamentations 4:14

ເກີດຫຍັງຂື້ນກັບບັນດາຜູ້ທຳນວາຍ ແລະ ບັນດາປະໂລຫິດ?

ພວກເຂົາໄດ້ເດີນທາງພະເນຈອນ ເຫມືອນຄົນຕາບອດ ຜ່ານຖະຫນົນ ແລະ ພວກເຂົາໄດ້ເປື້ອນໄປດ້ວຍເລືອດ ຈົນບໍ່ມີໃຜກ້າແຕະຕ້ອງເສື້ອຜ້າຂອງພວກເຂົາ.

ແມ່ນຫຍັງທີ່ ບັນດາຜູ້ທຳນວາຍ ແລະບັນດາປະໂລຫິດໄດ້ຮ້ອງອອກມາ?

ບັນດາຜູ້ທຳນວາຍ ແລະບັນດາປະໂລຫິດໄດ້ຮ້ອງອອກມາ ແລະ ເວົ້າວ່າ ຫນີໄປ ແລະ ຢ່າໄດ້ແຕະຕ້ອງພວກເຂົາ.

ບັນດາຜູ້ທຳນວາຍ ແລະ ບັນດາປະໂລຫິດໄດ້ຫນີໄປໃສ?

ພວກເຂົາຈຶ່ງພະເນຈອນໄປ ທ່າມກາງແຜ່ນດິນຂອງຄົນຊາດ ພວກເຂົາຢູ່ບ່ອນນີ້ຕໍ່ໄປບໍ່ໄດ້ອີກແລ້ວ.

Lamentations 4:16

ແມ່ນຫຍັງທີ່ພຣະຢາເວໄດ້ເຮັດກັບບັນດາຜູ້ທຳນວາຍ ແລະບັນດາປະໂລຫິດ?

ພຣະຢາເວໄດ້ເຮັດໃຫ້ພວກຜູ້ທຳນວາຍ ແລະ ພວກປະໂລຫິດແຕກຊະຊາຍໄປ ແລະບໍ່ໄດ້ເບິ່ງແຍງພວກເຂົາດ້ວຍຄວາມພໍໃຈອີກແລ້ວ.

ພວກປະໂລຫິດ ແລະພວກຜູ້ນຳໄດ້ຮັບແນວໃດ?

ພວກປະໂລຫິດບໍ່ໄດ້ຮັບຄວາມນັບຖືອີກເລີຍ ແລະພວກຜູ້ນຳບໍ່ໄດ້ຮັບການສະແດງຄວາມເຄົາລົບນັບຖືແລ້ວ.

Lamentations 4:17

ແມ່ນຫຍັງທີ່ຄອງຫາຄວາມຊ່ວຍເຫລື່ອດ້ວຍຄວາມອ່ອນລົງ?

ດວງຕາຂອງພວກເຂົາອ່ອນລ້າ ເພື່ອເບິ່ງຫາຄວາມຊ່ວຍເຫລືອນັ້ນ.

ພວກສັດຕູໄດ້ເຮັດຫຍັງກັບພວກເຂົາ?

ພວກເຂົາໄດ້ໄລ່ຕິດຕາມຮອຍທາງຍ່າງຂອງພວກເຂົາ ຜ່ານຕາມທາງຂອງພວກເຂົາ.

ແມ່ນຫຍັງທີ່ປະຊາເວົ້າກ່ຽວກັບຈຸດຈົບຂອງພວກເຂົາ?

ພວກເຂົາເວົ້າວ່າຈຸດຈົບຂອງພວກເຂົາໃກ້ເຂົ້າມາແລ້ວ, ວັນເວລາຂອງພວກເຂົາໄດ້ໃກ້ຄົບກຳນົດແລ້ວ, ແລະຈຸດຈົບຂອງພວກເຂົາໄດ້ມາເຖິງແລ້ວ.

Lamentations 4:19

ປະຊາຊົນໄດ້ບັນຍາຍເຖິງ ບັນດາຜູ້ໄລ່ລ່າພວກເຂົາແນວໃດ, ແລະບັນດາຜູ້ໄລ່ລ່າເຮັດແນວໃດກັບພວກເຂົາ?

ບັນດາໄລ່ລ່າໄວຍິ່ງກວ່າບັນດານົກອິນຊີ ແລະບຸກໄລ່ພວກເຂົາເທິງພູຕ່າງໆ ແລະດັກພວກເຂົາຢູໃນຖິ່ນແຫ້ງແລ້ງກັນດານ.

ເກີດຫຍັງຂື້ນກັບກະສັດຂອງພວກເຂົາ?

ກະສັດຂອງພວກເຂົາຖືກຈັບໄວ້ໃນຂຸມທັງຫລາຍຂອງສັດຕູ.

Lamentations 4:21

ຍ້ອນຫຍັງ ລູກສາວແຫ່ງເອໂດມຈຶ່ງຖືກບອກໃຫ້ຊື່ນຊົມຍິນດີ ແລະດີໃຈ?

ນາງຖືກບອກໃຫ້ຊື່ນຊົມຍິນດີ ແລະດີໃຈໄປກ່ອນ ເພາະຈອກແຫ່ງຄວາມໂກດຮ້າຍກໍຈະວຽນໄປເຖິງນາງ ແລະນາງຈະເມົາ ແລະນາງເອງຈະເປືອຍກາຍລ່ອນຈ້ອນ.

ລູກສາວແຫ່ງຊີໂອນໄດ້ຖືກບອກໃຫ້ຮູ້ຫຍັງ?

ນາງຖືກບອກໃຫ້ຮູ້ວ່າ ການລົງໂທດຂອງນາງໃກ້ຈະເຖິງທີ່ສິ້ນສຸດແລ້ວ ແລະພຣະຢາເວຈະບໍ່ປ່ອຍໃຫ້ນາງຕົກເປັນຊະເລີຍຢູ່ຢ່າງນີ້ດົນດອກ.

ລູກສາວແຫ່ງເອໂດມຖືກບອກໃຫ້ຮູ້ຫຍັງ?

ລູກສາວແຫ່ງເອໂດມວ່າ ພຣະຢາເວຈະລົງໂທດບາບຂອງນາງ, ແລະຈະເປີດເຜີຍບາບທັງຫລາຍຂອງນາງ.

Lamentations 5

Lamentations 5:1

ເຢເຣມີຢາຂໍໃຫ້ພຣະຢາເວເຮັດຫຍັງ?

ເຢເຣມີຢາຂໍໃຫ້ພຣະຢາເວ ຊົງລະນຶກ ໃນສິ່ງທີ່ເກີດຂຶ້ນແກ່ພວກເຂົາ ແລະເບິ່ງຄວາມອັບອາຍຂອງພວກເຂົາ.

ແມ່ນຫຍັງທີ່ເຢເຣມີຢາບອກກັບພຣະຢາເວ ວ່າມີເກີດຫຍັງຂື້ນກັບມໍຣະດົກຂອງພວກເຂົາ?

ເຢເຣມີຢາບອກກັບພຣະຢາເວວ່າ ມໍຣະດົກຂອງພວກເຂົາກັບເປັນຂອງຄົນແປກຫນ້າ, ບັນດາເຮືອນຂອງພວກຂ້ານ້ອຍເປັນຂອງພວກຕ່າງດ້າວ.

Lamentations 5:5

ເຢເຣມີຢາບັນຍາຍວ່າແນວໃດ ວ່າມີຫຍັງເກີດຂື້ນກັບພວກເຂົາ

ເຫລົ່າສັດຕູຂອງພວກເຂົາໄລ່ຕິດຕາມພວກເຂົາ, ພວກເຂົາອ່ອນເພຍ, ແລະພວກເຂົາຍອມຈຳນົນຕົນເອງຕໍ່ຊາວອີຢິບ ແລະ ຊາວອັດຊີເລຍເພື່ອຈະໄດ້ອາຫານກິນ.

ປະຊາຊົນກຳລັງເວົ້າຢ່າງໃດກ່ຽວກັບບາບນັ້ນ?

ພວກເຂົາເວົ້າວ່າ ບັນດາບັນພະບູຣຸດຂອງພວກເຂົາໄດ້ເຮັດບາບ ແລະ ພວກເຂົາໄດ້ຮັບໂທດເພາະບາບຂອງພວກເຂົາ.

Lamentations 5:8

ແມ່ນຫຍັງທີ່ປະຊາຊົນເວົ້າເຖີງພວກທາດທັງຫລາຍ?

ປະຊາຊົນເວົ້າວ່າ ພວກທາດປົກຄອງເຫນືອພວກເຂົາທັງຫລາຍ ແລະ ບໍ່ມີໃຜຊ່ວຍໃຫ້ພົ້ນຈາກມືຂອງພວກເຂົາໄດ້.

ພວກເຂົາບັນຍາຍແນວໃດກ່ຽວກັບພວກເຂົາເອງ ເມື່ອພວກເຂົາອອກໄປຊອກຫາອາຫານ?

ພວກເຂົາໄດ້ສ່ຽງຊີວິດຂອງພວກເຂົາເພື່ອທີ່ຈະໄດ້ອາຫານ, ຍ້ອນຄົມດາບໃນຖິ່ນແຫ້ງແລ້ງກັນດານ.

ພວກເຂົາບັນຍາຍກ່ຽວກັບຜີວຫນັງຂອງພວກເຂົາແນວໃດ?

ຜີວຫນັງຂອງພວກເຂົາກໍຮ້ອນປານເຕົາອົບ ແລະຄວາມຮ້ອນເຜົາຜານແຫ່ງຄວາມອຶດຢາກອາຫານ.

Lamentations 5:11

ເກີດຫຍັງຂື້ນກັບພວກຜູ້ຍິງ ແລະພວກສາວບໍຣິສຸດ?

ພວກຜູ້ຍິງໃນຊີໂອນຖືກຂືນໃຈ, ແລະລວມທັງສາວບໍຣິສຸດທັງຫລາຍໃນເມືອງຕ່າງໆຂອງຢູດາດ້ວຍ.

ເກີດຫຍັງຂື້ນກັບພວກຜູ້ປົກຄອງ ແລະ ພວກຜູ້ອາວຸໂສ?

ພວກຜູ້ປົກຄອງເມືອງຕ້ອງຖືກມັດມືໂດຍແຂວນໄວ້ດ້ວຍມືຂອງຕົນເອງ, ແລະພວກຜູ້ອາວຸໂສບໍ່ມີໃຜນັບຖືດ້ວຍ.

Lamentations 5:13

ແມ່ນຫຍັງເກີດຂື້ນກັບຊາຍຫນຸ່ມທີ່ກ້າຫານ ແລະ ພວກເດັກຊາຍນັ້ນ?

ພວກຄົນຫນຸ່ມຖືກບັງຄັບໃຫ້ປີ່ນໂມ້ໃນເຮືອນ ແລະ ພວກເດັກຊາຍຕ້ອງເດີນໂຊເຊເພາະແບກຟືນຫນັກ.

ເກີດຫຍັງຂື້ນກັບພວກຜູ້ອາວຸໂສ ແລະ ພວກຄົນຫມຸ່ມ?

ພວກຜູ້ອາວຸໂສຫາຍໄປຈາກປະຕູເມືອງ ແລະ ພວກຄົນຫນຸ່ມໄດ້ຢຸດຫລິ້ນດົນຕຣີຂອງພວກເຂົາແລ້ວ.

Lamentations 5:15

ພວກເຂົາບັນຍາຍແນວໃດ ຄວາມຍິນດີໃນໃຈຂອງພວກເຂົາ, ການເຕັ້ນລຳຂອງພວກເຂົາ, ແລະ ມົງກຸດຂອງພວກເຂົາ?

ຄວາມຍິນດີໄດ້ຫາຍໄປ, ແລະການເຕັ້ນລຳຂອງພວກເຂົາກາຍເປັນການຄໍ່າຄວນ, ແລະມົງກຸດໄດ້ຕົກລົງຈາກຫົວຂອງພວກເຂົາ.

Lamentations 5:17

ແມ່ນຫຍັງທີ່ພວກເຂົາເວົ້າກ່ຽວກັບຫົວໃຈ ແລະດວງຕາຂອງພວກເຂົານັ້ນ?

ຫົວໃຈຂອງພວກເຂົາເຈັບປ່ວຍ ແລະດວງຕາຂອງພວກເຂົາໄດ້ມົວໄປ.

Lamentations 5:19

ແມ່ນຫຍັງທີ່ພວກເຂົາເວົ້າກ່ຽວກັບ ການປົກຄອງຂອງພຣະຢາເວ ແລະ ບັນລັງຂອງພຣະອົງ?

ພຣະຢາເວຄອບຄອງເປັນມິດ ແລະບັນລັງຂອງພຣະອົງຈາກຄົນຮຸ່ນຫນຶ່ງສູ່ຄົນອີກຮຸ່ນຫນຶ່ງ.

ແມ່ນຫຍັງທີ່ພວກເຂົາຂໍຕໍ່ພຣະຢາເວ?

ພວກເຂົາຂໍຕໍໍ່ພຣະຢາເວວ່າ ພຣະອົງຈຶ່ງລືມພວກເຂົາເປັນມິດ, ແລະຖ້າພຣະອົງຈະກັບມາຫາພວກເຂົາອີກ.