ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

Amos 1

Amos 1:1

ອາໂມດໄດ້ຮັບສິ່ງທີ່ລາວເວົ້າກ່ຽວກັບອິດສະຣາເອນແນວໃດ?

ອາໂມດໄດ້ຮັບສິ່ງທີ່ລາວເວົ້າກ່ຽວກັບອິດສະຣາເອນໃນການເປີດເຜີຍ.

ອາຊີບຂອງອາໂມດແມ່ນຫຍັງ?

ອາໂມດເປັນຜູ້ລ້ຽງແກະ.

Amos 1:3

ເປັນຫຍັງພຣະຢາເວປະກາດການລົງໂທດຕໍ່ດາມາເຊ?

ພຣະຢາເວປະກາດການລົງໂທດຕໍ່ ດາມາເຊ ເພາະວ່າພວກເຂົາໄດ້ນວດພວກກິເລອາດດ້ວຍເຄື່ອງຕີເຫລັກ

Amos 1:5

ບໍ່ມີ

ບໍ່ມີ

Amos 1:6

ເປັນຫຍັງພຣະຢາເວຈຶ່ງປະກາດວ່າຈະລົງໂທດຕໍ່ຊາວຄາຊາ?

ພຣະຢາເວປະກາດການລົງໂທດຕໍ່ຊາວຄາຊາ ເພາະພວກເຂົາກວາດເອົາປະຊາຊົນທັງຫລາຍໄປເປັນຊະເລີຍ ແລ້ວມອບເຂົາເຫລົ່ານັ້ນໄວ້ໃນກຳມືຂອງຊາວເອໂດມ.

ພຣະຢາເວຊົງປະກາດວ່າຈະເຮັດຫຍັງຕໍ່ປ້ອມປາການຂອງເບັນຮາດາ, ຄາຊາ, ແລະ ຕີເຣ?

ພຣະຢາເວຊົງປະກາດວ່າ ພຣະອົງຈະເຜົາໄຫມ້ປ້ອມປາການທັງຫລາຍຂອງເມືອງເບັນຮາດາ, ຄາຊາ ແລະ ຕີເຣນັ້ນເສຍ.

Amos 1:8

ບໍ່ມີ

ບໍ່ມີ

Amos 1:9

ເປັນຫຍັງພຣະຢາເວຈຶ່ງປະກາດວ່າຈະລົງໂທດເມືອງຕີເຣ?

ພຣະຢາເວປະກາດວ່າຈະລົງໂທດເມືອງຕີເຣ ເພາະພວກເຂົາໄດ້ມອບປະຊາຊົນທັງຫມົດໃຫ້ແກ່ເອໂດມ, ແລະ ພວກເຂົາໄດ້ຫັກພັນທະສັນຍາແຫ່ງຄວາມເປັນພີ່ນ້ອງກັນ.

Amos 1:11

ເປັນຫຍັງພຣະຢາເວຈຶ່ງປະກາດວ່າຈະລົງໂທດເມືອງເອໂດມ?

ພຣະຢາເວປະກາດວ່າຈະລົງໂທດເມືອງເອໂດມ ເພາະວ່າ ພວກເຂົາໄດ້ໄລ່ຂ້າຍາດຕິພີ່ນ້ອງດ້ວຍຄົມດາບ.

Amos 1:13

ເປັນຫຍັງພຣະຢາເວຈຶ່ງປະກາດວ່າຈະລົງໂທດຊາວອຳໂມນ?

ພຣະຢາເວປະກາດວ່າຈະລົງໂທດຊາວອຳໂມນ ເພາະວ່າ ພວກເຂົາໄດ້ຜ່າທ້ອງແມ່ມານໃນເມືອງກິເລອາດ.

Amos 1:14

ພຣະຢາເວຊົງປະກາດວ່າແນວໃດ ໃນສິ່ງທີ່ພຣະອົງຈະຊົງກະທຳຕໍ່ຣາຊະວັງທັງຫລາຍໃນເມືອງຣັບບາ?

ພຣະຢາເວຊົງປະກາດວ່າ ພຣະອົງຈະເຜົາໄຫມ້ຣາຊະວັງທັງຫລາຍໃນເມືອງຣັບບາ.

ພຣະຢາເວຊົງປະກາດວ່າ ຈະມີຫຍັງເກີດຂຶ້ນຕໍ່ກະສັດຂອງຊາວອຳໂມນ?

ພຣະຢາເວຊົງປະກາດວ່າ ກະສັດຂອງຊາວອຳໂມນຈະຕົກໄປເປັນຊະເລີຍ.

Amos 2

Amos 2:1

ເປັນຫຍັງພຣະຢາເວຈຶ່ງປະກາດວ່າຈະລົງໂທດຊາວໂມອາບ?

ພຣະຢາເວປະກາດວ່າຈະລົງໂທດຊາວໂມອາບ ຍ້ອນວ່າ ພວກເຂົາໄດ້ເຜົາກະດູກຂອງກະສັດແຫ່ງເອໂດມຈົນເປັນຝຸ່ນຄືປູນຂາວ.

Amos 2:2

ບໍ່ມີ

ບໍ່ມີ

Amos 2:4

ເປັນຫຍັງພຣະຢາເວຈຶ່ງປະກາດວ່າຈະລົງໂທດຢູດາ?

ພຣະຢາເວໄດ້ປະກາດວ່າ ຈະລົງໂທດຢູດາ ເພາະພວກເຂົາປະຕິເສດຂໍ້ບັນຍັດຂອງພຣະຢາເວ.

ພຣະຢາເວໄດ້ປະກາດວ່າຈະເຮັດຫຍັງຕໍ່ປ້ອມປາການທັງຫລາຍໃນເມືອງໂມອາບ ແລະ ຢູດາ?

ພຣະຢາເວໄດ້ປະກາດວ່າ ພຣະອົງຈະເຜົາໄຫມ້ປ້ອມປາການຕ່າງໆໃນເມືອງໂມອາບ ແລະ ຢູດາ.

Amos 2:6

ບໍ່ມີ

ບໍ່ມີ

Amos 2:7

ເປັນຫຍັງພຣະຢາເວຈຶ່ງປະກາດວ່າຈະລົງໂທດອິດສະຣາເອນ?

ພຣະຢາເວໄດ້ປະກາດວ່າຈະລົງໂທດອິດສະຣາເອນ ເພາະວ່າ ພວກເຂົາໄດ້ຢຽບຫົວຂອງຄົນຍາກຈົນ.

Amos 2:9

ອິດສະຣາເອນເອົາຊະນະຄົນອະໂມຣິດໄດ້ແນວໃດ?

ຄົນອິດສະຣາເອນເອົາຊະນະຄົນອະໂມຣິດໄດ້ ຍ້ອນວ່າພຣະຢາເວ ໄດ້ທຳລາຍຊາວອະໂມຣີດຕໍ່ຫນ້າພວກເຂົາ.

Amos 2:11

ຄົນອິດສະຣາເອນໄດ້ເຮັດແນວໃດ ຕໍ່ຜູ້ປະກາດພຣະທຳທີ່ພຣະຢາເວໄດ້ຍົກຂຶ້ນທ່າມກາງພວກເຂົາ?

ຄົນອິດສະຣາເອນໄດ້ຫ້າມບໍ່ໃຫ້ພວກຜູ້ປະກາດພຣະທຳປະກາດພຣະຄຳ.

ຄົນອິດສະຣາເອນໄດ້ເຮັດແນວໃດ ຕໍ່ຊາວນາຊີຣີທີ່ພຣະຢາເວໄດ້ຍົກຂຶ້ນທ່າມກາງພວກເຂົາ?

ຄົນອິດສະຣາເອນໄດ້ຊັກຊວນໃຫ້ຄົນນາຊີຣີດື່ມເຫລົ້າອະງຸ່ນ.

Amos 2:13

ແມ່ນຫຍັງຄືສິ່ງທີ່ຄົນແລ່ນວ່ອງໄວ ແລະ ຄົນທີ່ແຂງແຮງບໍ່ສາມາດເຮັດໄດ້?

ພວກທີ່ແລ່ນວ່ອງໄວກໍບໍ່ສາມາດແລ່ນປົບຫນີໄດ້ ແລະ ຜູ້ທີ່ແຂງແຮງກໍບໍ່ສາມາດຊ່ວຍເຫລືອຕົນເອງໄດ້.

Amos 2:15

ພຣະຢາເວໄດ້ປະກາດແນວໃດຕໍ່ນັກຍິງທະນູ, ນັກແລ່ນໄວ, ຄົນທີ່ຂີ່ມ້າ ແລະ ທະຫານຜູ້ກ້າຫານ?

ພຣະຢາເວໄດ້ປະກາດວ່າ ເມື່ອວັນນັ້ນມາເຖິງ, ນັກຍິງທະນູກໍບໍ່ສາມາດຢືນຢູ່ໄດ້; ນັກແລ່ນໄວກໍແລ່ນຫນີບໍ່ພົ້ນ, ຄົນຂີ່ມ້າເກັ່ງກໍບໍ່ສາມາດຊ່ວຍຊີວິດຂອງຕົນໃຫ້ພົ້ນໄດ້, ເຖິງແມ່ນວ່າ ທະຫານຜູ້ກ້າຫານທີ່ສຸດກໍຈະແລ່ນເປືອຍກາຍປົບຫນີໄປ.

Amos 3

Amos 3:1

ຖ້ອຍຄຳຂອງພຣະຢາເວຊົງກ່າວໂທດເຖິງຜູ້ໃດ?

ຖ້ອຍຄຳຂອງພຣະຢາເວຊົງກ່າວໂທດເຖິງປະຊາຊົນອິດສະຣາເອນ, ພ້ອມທັງຕະກຸນທັງຫລາຍທີ່ພຣະຢາເວໄດ້ນຳອອກມາຈາກປະເທດເອຢິບ.

ພຣະຢາເວຊົງເລືອກຜູ້ໃຜໄວ້ຈາກຄອບຄົວທັງຫລາຍເທິງແຜ່ນດິນໂລກ?

ພຣະຢາເວຊົງເລືອກຊົນຊາດອິດສະຣາເອນຈາກຄອບຄົວທັງຫລາຍເທິງແຜ່ນດິນໂລກ.

Amos 3:3

ຄົນທັງສອງຄົນຕ້ອງໄດ້ເຮັດຫຍັງເພື່ອການເດີນທາງຮ່ວມກັນ?

ທັງສອງຄົນຕ້ອງໄດ້ມີການຕົກລົງກັນ ກ່ອນທີ່ຈະຍ່າງໄປດ້ວຍກັນ.

Amos 3:5

ໃນເວລາທີ່ໄພພິບັດໄດ້ເຂົ້າມາໃນເມືອງ, ແມ່ນໃຜເປັນຜູ້ສົ່ງມາ?

ເມື່ອໄພພິບັດເຂົ້າມາໃນເມືອງ, ພຣະຢາເວຊົງເປັນຜູ້ສົ່ງມັນມາ.

Amos 3:7

ພຣະຢາເວຈະຊົງເຮັດສິ່ງໃດກ່ອນທີ່ພຣະອົງຊົງລົງມືເຮັດ?

ພຣະຢາເວຊົງເປີດເຜີຍແຜນການຂອງພຣະອົງ ຕໍ່ຜູ້ປະກາດພຣະທຳ ກ່ອນທີ່ພຣະອົງຈະຊົງເຮັດສິ່ງນັ້ນ.

Amos 3:9

ຊາວເອຢິບຈະເຫັນຫຍັງ ຖ້າພວກເຂົາເຫັນສິ່ງທີ່ເກີດຂຶ້ນໃນຊະມາເຣຍ?

ຊາວເອຢິບຈະເຫັນຄວາມວຸຸ້ນວາຍອັນໃຫຍ່ ແລະ ການກົດຂີ່ຂົ່ມເຫັງທີ່ໄດ້ເກີດໃນຊະມາເຣຍ.

ພວກອິດສະຣາເອນໄດ້ສະສົມສິ່ງໃດຢູ່ໃນປ້ອມປາການ?

ພວກອິດສະຣາເອນໄດ້ສະສົມຄວາມຮຸນແຮງ ແລະ ການທຳລາຍໄວ້ຢູ່ໃນປ້ອມປາການ.

Amos 3:11

ພຣະຢາເວຊົງປະກາດວ່າຈະລົງໂທດແນວໃດຕໍ່ອິດສະຣາເອນ?

ພຣະຢາເວຊົງປະກາດວ່າ ຈະໃຫ້ພວກສັດຕູມາປຸ້ນເອົາສິ່ງຂອງ ໃນປ້ອມປາການທັງຫລາຍຂອງອິດສະຣາເອນ.

ຜູ້ໃຜຈະຫນີລອດຈາກການລົງໂທດຂອງພຣະຢາເວໄດ້?

ມີພຽງສ່ວນຫນ້ອຍເທົ່ານັ້ນຈະຫນີລອດຈາກການລົງໂທດຂອງພຣະຢາເວໄດ້.

Amos 3:13

ໃນມື້ທີ່ພຣະຢາເວຈະລົງໂທດຄວາມຜິດບາບທັງຫລາຍຂອງພວກອິດສະຣາເອນ, ໃຜແດ່ຈະຖືກພິພາກສາ?

ພຣະຢາເວຈະຊົງທຳລາຍແທ່ນບູຊາຂອງເມືອງເບັດເອນ, ເຊື້ອສາຍຂອງຢາໂຄບ.

Amos 3:15

ບໍ່ມີ

ບໍ່ມີ

Amos 4

Amos 4:1

ພຣະຢາເວຊົງຕັ້ງຊື່ໃຫ້ ບັນດາເມຍຄົນຮັ່ງມີທັງຫລາຍໃນຊະມາເຣຍແນວໃດ?

ພຮະຢາເວຊົງເອີ້ນພວກເຂົາວ່າ, "ແມ່ງົວອ້ວນພີທັງຫລາຍ".

ບັນດາເມຍຄົນຮັ່ງມີທັງຫລາຍໃນຊະມາເຣຍເຮັດຫຍັງຕໍ່ຄົນຍາກຈົນ?

ບັນດາເມຍຄົນຮັ່ງມີທັງຫລາຍກົດຂີ່ຂົ່ມເຫັງຄົນທຸກຍາກ ແລະ ບົດບີບຜູ້ຂັດສົນ.

ພຣະຢາເວຊົງປະກາດແນວໃດຕໍ່ສິ່ງທີ່ຈະເກີດຂຶ້ນຕໍ່ບັນດາເມຍຄົນຮັ່ງມີທັງຫລາຍໃນຊະມາເຣຍ?

ພຣະຢາເວຊົງປະກາດວ່າ ເມຍທັງຫລາຍຈະຖືືກເກາະດ້ວຍຂໍເບັດ ແລະ ລາກແກ່ອອກໄປຈາກເມືອງ.

Amos 4:3

ບໍ່ມີ

ບໍ່ມີ

Amos 4:4

ຊາວອິດສະຣາເອນພໍໃຈໃນສິ່ງຫຍັງແດ່?

ຊາວອິດສະຣາເອນພໍໃຈໃນການເຮັດບາບທີ່ເມືອງເບັດເອັນ ແລະ ເຮັດບາບຫລາຍກວ່າເກົ່າທີ່ເມືອງກິນການ, ນຳເຄື່ອງຖວາຍ ແລະ ຫນຶ່ງສ່ວນສິບ, ຖວາຍເຄື່ອງບູຊາແຫ່ງການຂອບພຣະຄຸນ, ແລະ ປະກາດການຖວາຍຕາມໃຈສະຫມັກ.

Amos 4:6

ພຣະຢາເວຊົງເຮັດແນວໃດກັບຝົນເພື່ອໃຫ້ປະຊາຊົນອິດສະຣາເອນໄດ້ກັບຄືນມາຫາພຣະອົງ?

ພຣະຢາເວຊົງກັກນ້ຳຝົນໄວ້ຈາກຊົນຊາດອິດສະຣາເອນ ເພື່ອວ່າປະຊາຊົນອິດສະຣາເອນຈະໄດ້ກັບຄືນມາຫາພຣະອົງ.

Amos 4:8

ພຣະຢາເວຊົງເຮັດແນວໃດຕໍ່ສວນ, ສວນອະງຸ່ນ, ແລະ ຕົ້ນໄມ້ທັງຫລາຍ ເພື່ອປະຊາຊົນອິດສະຣາເອນຈະໄດ້ກັບຄືນມາຫາພຣະອົງ?

ພຣະຢາເວໄດ້ໂຈມຕີສວນທັງຫລາຍ, ສວນອະງຸ່ນ ແລະ ຕົ້ນໄມ້ທັງຫລາຍດ້ວຍຫາຍະນະ ແລະພະຍາດນາໆຊະນິດ, ແລະທຳລາຍພວກມັນດ້ວຍຝູງຕັກແຕນທັງຫລາຍ.

Amos 4:10

ພຣະຢາເວໄດ້ເຮັດຫຍັງຕໍ່ຊາຍຫນຸ່ມທັງຫລາຍ ເພື່ອເຮັດໃຫ້ປະຊາຊົນອິດສະຣາເອນກັບຄືນມາຫາພຣະອົງ?

ພຣະຢາເວໄດ້ຂ້າຊຍຫນຸ່ມທັງຫລາຍດ້ວຍດາບ ເພື່ອວ່າປະຊາຊົນອິດສະຣາເອນຈະໄດ້ກັບຄືນມາຫາພຣະອົງ.

ພຣະຢາເວໄດ້ເຮັດຫຍັງຕໍ່ເມືອງຕ່າງໆ ເພື່ອເຮັດໃຫ້ປະຊາຊົນອິດສະຣາເອນກັບຄືນມາຫາພຣະອົງ?

ພຣະຢາເວໄດ້ທຳລາຍເມືອງຕ່າງໆ ເພື່ອວ່າປະຊາຊົນອິດສະຣາເອນຈະໄດ້ກັບຄືນມາຫາພຣະອົງ.

ຊົນຊາດອິດສະຣາເອນໄດ້ຕອບສະຫນອງຕໍ່ຄວາມພະຍາຍາມນຳພວກເຂົາກັບຄືນມາຫາພຣະຢາເວແນວໃດ?

ຊົນຊາດອິດສະຣາເອນບໍ່ໄດ້ກັບຄືນມາຫາພຣະຢາເວ.

Amos 4:12

ພຣະຢາເວຊົງບອກໃຫ້ປະຊາຊົນອິດສະຣາເອນວ່າຄວນກະກຽມເຮັດສິ່ງໃດ?

ພຣະຢາເວຊົງບອກໃຫ້ປະຊາຊົນອິດສະຣາເອນວ່າ ພວກເຂົາຕຽມຕົວປະເຊີນຫນ້າກັບພຣະເຈົ້າຂອງພວກເຂົາ.

ໃຜເປັນຜູ້ສິ່ງພູເຂົາທັງຫລາຍ ແລະ ເປີດເຜີຍຄວາມຄິດຂອງພຣະອົງຕໍ່ມະນຸດຊາດ?

ພຣະຢາເວ, ພຣະເຈົ້າຈອມໂຍທາ, ຊົງສ້າງພູເຂົາທັງຫລາຍ ແລະ ເປີດເຜີຍແຜນການຂອງພຣະອົງຕໍ່ມະນຸດຊາດ.

Amos 5

Amos 5:1

ໃຜທີ່ຢູ່ໃນຄວາມໂສກເສົ້າ?

ອິດສະຣາເອນທີ່ເປັນສາວປອດໄດ້ລົ້ມລົງໃນຄວາມໂສກເສົ້າ.

Amos 5:3

ບໍ່ມີ

ບໍ່ມີ

Amos 5:4

ພຣະຢາເວຊົງບອກໃຫ້ເຊື້ອສາຍຂອງອິດສະຣາເອນເຮັດຫຍັງ?

ພຣະຢາເວຊົງບອກຕໍ່ພວກເຊື້ອສາຍອິດສະຣາເອນວ່າ ຈົ່ງສະແຫວງຫາເຮົາ ແລະມີຊີວິດຢູ່.

Amos 5:6

ບໍ່ມີ

ບໍ່ມີ

Amos 5:8

ພຣະຢາເວຊົງນຳມາຫຍັງຕໍ່ຜູ້ທີ່ແຂງແຮງ?

ພຣະອົງຊົງນຳຄວາມຈິບຫາຍມາເຫມືອຜູ້ແຂງແຮງ.

Amos 5:10

ຜູ້ແຂງແຮງບໍ່ມັກ ແລະ ກຽດຊັງຜູ້ໃດ?

ຜູ້ແຂງແຮງໄດ້ກຽດຊັງທຸກຄົນທີ່ຕັກເຕືອນພວກເຂົາ, ແລະ ກຽດຊັງທຸກຄົນເວົ້າຄວາມຈິງ.

ຜູ້ແຂງແຮງໄດ້ເຮັດສິ່ງໃດທີ່ເຮັດໃຫ້ພຣະຢາເວຈຶ່ງຈະລົງໂທດພວກເຂົາ?

ຜູ້ແຂງແຮງໄດ້ຂົ່ມເຫັງຄົນທຸກຍາກ, ສະນັ້ນ ພຣະຢາເວຈະລົງໂທດພວກເຂົາ.

Amos 5:12

ຄົນສະຫລາດຈະເຮັດຫຍັງໃນເວລາແຫ່ງຄາວຊົ່ວຮ້າຍ?

ຄົນສະຫລາດຈະມິດງຽບຢູ່ໃນເວລານັ້ນ, ເພາະວ່ານັ້ນເປັນເວລາແຫ່ງຄາວຊົ່ວຮ້າຍ

Amos 5:14

ປະຊາຊົນຄວນເຮັດຫຍັງເພື່ອພຣະຢາເວຈະຊົງສະຖິດຢູ່ນນຳພວກເຂົາ?

ປະຊາຊົນຄວນສະແຫວງຄວາມດີ ແລະບໍ່ແມ່ນຄວາມຊົ່ວ, ເພື່ອພຣະຢາເວຈະຊົງສະຖິດຢູ່ນຳພວກເຂົາ.

Amos 5:16

ຈະໄດ້ຍິນສິ່ງໃດໃນຖະຫນົນເມື່ອພຣະຢາເວຍ່າງຜ່ານທ່າມກາງຂອງປະຊາຊົນທັງຫລາຍ?

ຈະໄດ້ຍິນສຽງຮ້ອງໄຫ້ ແລະ ຄວາມໂສກເສົ້າຕາມຖະຫນົນ ເມື່ອພຣະຢາເວຍ່າງຜ່ານທ່າມກາງປະຊາຊົນທັງຫລາຍ.

Amos 5:18

ມື້ແຫ່ງພຣະຢາເວຈະເປັນແນວໃດ?

ມື້ແຫ່ງພຣະຢາເວເປັນມື້ແຫ່ງຄວາມມືດ ແລະ ມືດມົນ.

Amos 5:21

ພຣະຢາເວຊົງຄິດແນວໃດຕໍ່ກັບການປະຊຸມພິທີກຳທັງຫລາຍຂອງປະຊາຊົນ?

ພຣະຢາເວບໍ່ຍິນດີກັບການປະຊຸມພິທີກຳທັງຫລາຍຂອງປະຊາຊົນ.

Amos 5:23

ພຣະຢາເວຢາກເຫັນຫຍັງໄຫລອອກຈາກປະຊາຊົນ?

ພຣະຢາເຊຢາກເຫັນຄວາມຍຸຕິທຳ ແລະ ຄວາມຊອບທຳຫລັ່ງໄຫລອອກຈາກປະຊາຊົນ.

Amos 5:25

ປະຊາຊົນໄດ້ເຮັດຫຍັງສຳລັບຕົນ?

ປະຊາຊົນໄດ້ສ້າງຮູບເຄົາລົບທັງຫລາຍຂຶ້ນສຳລັບຕົນເອງ.

Amos 5:27

ພຣະຢາເວຈະສົ່ງປະຊາຊົນໄປໃສ?

ພຣະຢາເວຈະຂັບໄລ່ປະຊາຊົນອອກໄປໄກກວ່າເມືອງດາມາເຊ.

Amos 6

Amos 6:1

ພຣະຢາເວຊົງປະກາດວິບັດໃສ່ຜູ້ໃຜ?

ພຣະຢາເວຊົງປະກາດ ວິບັດແກ່ບັນດາຜູ້ທີ່ຢູ່ຢ່າງສະບາຍໃນຊີໂອນ, ແລະ ແກ່ຜູ້ທີ່ຢູ່ຢ່າງປອດໄພໃນດິນແດນຊາມາເຣຍ.

Amos 6:3

ບໍ່ມີ

ບໍ່ມີ

Amos 6:5

ຜູ້ທີ່ໄດ້ຮັບໄພພິບັດຂອງພຣະຢາເວໄດ້ເຮັດຫຍັງໃນເວລາຂອງພວກເຂົາ?

ຜູ້ທີ່ໄດ້ຮັບໄພພິບັດຂອງພຣະຢາເວໃນເວລາຂອງພວກເຂົາກັບຄວາມມ່ວນຊື່ນ, ກິນລ້ຽງ, ຮ້ອງລຳທຳເພງ, ແລະ ດື່ມກິນ.

ຜູ້ທີ່ໄດ້ຮັບໄພພິບັດຂອງພຣະຢາເວບໍ່ໄດ້ເຮັດຫຍັງໃນເວລາຂອງພວກເຂົາ?

ພວກເຂົ້າບໍ່ໄດ້ໂສກເສົ້າເສຍໃຈຕໍ່ຄວາມຈິບຫາຍຂອງຣາຊະອານາຈັກໂຢເຊັບເລີຍ.

Amos 6:7

ຜູ້ທີ່ໄດ້ຮັບໄພພິບັດຂອງພຣະຢາເວຈະໄປໃສ?

ຜູ້ທີ່ໄດ້ຮັບໄພພິບັດຂອງພຣະຢາເວຈະຕົກໄປເປັນຊະເລີຍ.

ພຣະຢາເວຊົງກຽດຊັງປະຊາຊົນຂອງຢາໂຄບໃນສິ່ງໃດ?

ພຣະຢາເວຊົງກຽດຊັງຄວາມຈອງຫອງ ແລະ ປ້ອມປາການທັງຫລາຍຂອງພວກເຂົາ.

Amos 6:9

ບໍ່ມີ

ບໍ່ມີ

Amos 6:11

ຈະເກີດຫຍັງຂຶ້ນກັບເຮືອນທັງຫລາຍຂອງເຊື້ອສາຍຢາໂຄບ?

ເຮືອນທັງຫລາຍຂອງພວກເຂົາກໍຈະແຕກເປັນທ່ອນໆ.

Amos 6:12

ປະຊາຊົນຢາໂຄບໄດ້ເຮັດຫຍັງເພື່ອຄວາມຍຸຕິທຳ ແລະ ຄວາມຊອບທຳ?

ຄົນເຫລົ່ານີ້ໄດ້ປ່ຽນຄວາມຍຸຕິທຳໃຫ້ກາຍເປັນຍາພິດ ແລະ ເຮັດໃຫ້ຄວາມຊອບທຳກາຍເປັນຄວາມຂົມຂື່ນ.

Amos 6:14

ພຣະຢາເວປະກາດວ່າ ເຮັດຫຍັງໃນການຕໍ່ສູ້ເຊື້ອສາຍອິດສະຣາເອນ?

ພຣະຢາເວປະກາດວ່າຈະຍົກຊົນຊາດຫນຶ່ງຂື້ນຕໍ່ເຊື້ອສາຍອິດສະຣາເອນ.

ຊົນຊາດນີ້ເຮັດຫຍັງເພື່ອເປັນການຕໍ່ສູ້ເຊື້ອສາຍອິດສະຣາເອນ?

ຊົນຊາດນີ້ຈະໂຈມຕີເຊື້ອສາຍອິດສະຣາເອນ.

Amos 7

Amos 7:1

ໃນນິມິດຂອງລາວ, ອາໂມດເຫັນພຣະຢາເວຊົງສ້າງຫຍັງໃນລະດູໃບໄມ້ປົ່ງ?

ອາໂມດໄດ້ເຫັນພຣະອົງໄດ້ຊົງສ້າງຝູງຕັກແຕນເມື່ອຕອນທີ່ພືດກຳລັງປົ່ງໃຫມ່ຂື້ນມາດ້ກິນພືດຈາກແຜ່ນດິນຈົນຫມົດສີ້ນ.

ເມື່ອອາໂມດຂໍໃຫ້ພຣະຢາເວໃຫ້ອະໄພແກ່ຢາໂຄບ ແລະບໍ່ນຳໄພພິບັດມາສູ່ພວກເຂົາ, ພຣະຢາເວຊົງຕອບລາວວ່າແນວໃດ?

ພຣະຢາເວຊົງຕອບວ່າ ໄພພິບັດໃນຄັ້ງນີ້ຈະບໍ່ເກີດຂຶ້ນ.

Amos 7:4

ໃນນິມິດຂອງລາວ, ອາໂມດໄດ້ເຫັນພຣະຢາເວຊົງເອີ້ນຫຍັງ?

ອາໂມດໄດ້ເຫັນພຣະຢາເວໄດ້ຊົງເອີ້ນໄຟມາໃຫ້ມາລົງໂທດ.

ເມື່ອອາໂມດຂໍໃຫ້ພຣະຢາເວໃຫ້ອະໄພແກ່ຢາໂຄບ ແລະບໍ່ນຳໄພພິບັດມາສູ່ພວກເຂົາ, ພຣະຢາເວຊົງຕອບລາວວ່າແນວໃດ?

ພຮະຢາເວຊົງຕອບວ່າ ສິ່ງນີ້ຈະບໍ່ບັງເກີດຂຶ້ນມາອີກເຫມືອນກັນ.

Amos 7:7

ໃນນິມິດຂອງລາວ, ອາໂມດໄດ້ເຫັນພຣະຢາເວຊົງຢືນ ແລະ ເຮັດຫຍັງຢູ່?

ອາໂມດໄດ້ເຫັນອົງຜູ້ເປັນເຈົ້າຊົງຢືນຢູ່ຂ້າງກຳແພງ ພ້ອມກັບຖືເຊືອກສາຍເນັ່ງເສັ້ນຫນຶ່ງໃນພຣະຫັດຂອງພຣະອົງ.

ອົງພຣະຜູ້ເປັນເຈົ້າຊົງບວກຄວາມຫມາຍຂອງເຊືອກສາຍເນັ່ງນັ້ນວ່າແນວໃດ?

ອົງພຣະຜູ້ເປັນເຈົ້າຊົງເວົ້າວ່າ ເຊືອກສາຍເນັ່ງນັ້ນ ຫມາຍເຖິງວ່າ ຊົນຊາດອິດສະຣາເອນຈະບໍ່ອົດກັ້ນກັບພວກເຂົາອີກຕໍ່ໄປ.

Amos 7:9

ພຣະຢາເວຊົງປະກາດວ່າຈະເຮັດຫຍັງຕໍ່ຊົນຊາດອິດສະຣາເອນ?

ພຣະຢາເວຊົງປະກາດວ່າ ພຣະອົງຈະທຳລາຍສະຖານທີ່ສັກສິດທັງຫລາຍ ແລະ ສະຖານທີ່ນະມັດສະການຂອງຊົນຊາດອິດສະຣາເອນ.

Amos 7:10

ອາໂມດໄດ້ຖືກກ່າວຫາຫຍັງກັບອາມາຊີຢາ, ປະໂລຫິດຂອງເມືອງເບັດເອນ?

ອາໂມດໄດ້ຖືກກ່າວຫາວ່າ ມີແຜນອຸບາຍກະບົດຕໍ່ສູ້ເຢໂຣໂບອາມ, ກະສັດຂອງອິດສະຣາເອນ.

ອາໂມດໄດ້ທຳນວາຍຫຍັງກ່ຽວກັບເຢໂຣໂບອາມ?

ອາໂມດໄດ້ທຳນວາຍວ່າ ເຢໂຣໂບອາມຈະຕ້ອງຕາຍຢູ່ດ້ວຍຄົມດາບ.

Amos 7:12

ອາໂມດຖືກບອກໃຫ້ກັບຄືນ ແລະ ປະກາດພຣະທຳຢູ່ໃສ?

ອາໂມດຖືກບອກໃຫ້ກັບຄືນເມືອຣາຊະອານາຈັກຢູດາ, ແລະ ປະກາດພຣະທຳຢູ່ທີ່ນັ້ນ.

Amos 7:14

ກ່ອນທີ່ພຣະຢາເວໄດ້ໃຫ້ອາໂມດເປັນຜູ້ປະກາດພຣະທຳ, ອາໂມດເຮັດວຽກຫຍັງ?

ອາໂມດເປັນພຽງແຕ່ຄົນລ້ຽງສັດ ແລະ ເປັນຜູ້ປູກຫມາກເດື່ອເທດ.

Amos 7:16

ພຣະຢາເວຊົງປະກາດຕໍ່ສູ້ອາມາຊີຢາ, ປະໂລຫິດຂອງເມືອງເບັດເອນແນວໃດ?

ພຣະຢາເວຊົງກ່າວວ່າ, ອາມາຊີຢາເອີຍ ຈະຕາຍຢູ່ໃນດິນແດນຂອງຄົນນອກສາດສະຫນາ, ເມຍຂອງເຈົ້າຈະກາຍເປັນໂສເພນີ, ລູກຊາຍຍິງຂອງເຈົ້າຈະຖືກຂ້າ, ແລະ ແຜ່ນດິນຂອງເຈົ້າຈະຖືກແບ່ງປັນໃຫ້ຄົນອື່ນ.

ພຣະຢາເວຊົງປະກາດວ່າຈະເກີດຫຍັງຂຶ້ນຕໍ່ຊົນຊາດອິດສະຣາເອນ?

ພຣະຢາເວຊົງປະກາດວ່າ ຊົນຊາດອິດສະຣາເອນຈະຕົກເປັນຊະເລີຍຢູ່ດິນແດນຫ່າງໄກຈາກແຜ່ນດິນຂອງພວກເຂົາ.

Amos 8

Amos 8:1

ພຣະຢາເວໄດ້ສະແດງຫຍັງໃຫ້ອາໂມດເຫັນ?

ພຣະຢາເວໄດ້ສະແດງໃຫ້ອາໂມດໄດ້ເຫັນກະຕ່າຫມາກໄມ້ລະດູຮ້ອນຫນ່ວຍຫນຶ່ງ.

ພຣະຢາເວຊົງບອກຫຍັງແກ່ໄພ່ພົນຂອງພຣະອົງ?

ມື້ສຸດທ້າຍ ຂອງອິດສະຣາເອນໄພ່ພົນຂອງເຮົາໄດ້ຫມູນວຽນມາຮອດແລ້ວ.

Amos 8:4

ປະຊາຊົນອິດສະຣາເອນໄດ້ເຮັດບາບຫຍັງ?

ປະຊາຊົນອິດສະຣາເອນໄດ້ຂົ່ມເຫັງຄົນຂັດສົນ ແລະ ໄລ່ຄົນທຸກຍາກອອກຈາກແຜ່ນດິນນີ້.

ເປັນຫຍັງປະຊາຊົນຈຶ່ງມີຄວາມກັງວົນຢາກໃຫ້ມື້ອອກໃຫມ່ ແລະ ວັນສະບາໂຕຜ່ານໄປ?

ປະຊາຊົນກັງວົນເພາະວ່າ ພວກເຂົາຕ້ອງການຈະໄດ້ເອົາເຂົ້າສາລີອອກໄປຂາຍ ແລະ ຄົດໂກງຄົນຍາກຈົນ.

Amos 8:7

ພຣະຢາເວຊົງໄດ້ກ່າວວ່າອັນໃດ ພຣະອົງຈະບໍ່ລືມທີ່ຈະເຮັດຫຍັງກັບການກະທຳຂອງປະຊາຊົນເຫລົ່ານັ້ນ?

ພຣະຢາເວໄດ້ກ່າວວ່າ, ເຮົາຈະບໍ່ລືມການກະທຳອັນຊົ່ວຊ້າຂອງພວກເຂົາຢ່າງແນ່ນອນ.

Amos 8:9

ໃນມື້ນັ້ນ, ພຣະຢາເວໄດ້ກ່າວວ່າ ພຣະອົງຈະເຮັດຫຍັງຕໍ່ດວງອາທິດ?

ໃນມື້ນັ້ນ, ພຣະຢາເວຊົງກ່າວວ່າ ພຣະອົງຈະເຮັດໃຫ້ຕາເວັນຕົກໃນຕອນທ່ຽງ.

ປະຊາຊົນຈະນຸ່ງເຄື່ອງແບບໃດໃນວັນນັ້ນ?

ປະຊາຊົນທັງຫລາຍຈະນຸ່ງເຄື່ອງຜ້າປ່ານຫຍາບໃນວັນນັ້ນ.

Amos 8:11

ພະເຢວາໄດ້ກ່າວວ່າ ຈະມີຄວາມອຶດຢາກຫຍັງທີ່ພຮະອົງຈະສົ່ງໄປໃນແຜ່ນດິນ?

ພຣະຢາເວໄດ້ຊົວກ່າວວ່າ ພຣະອົງຈະສົ່ງການອຶດຢາກໃນການໄດ້ຍິນພຣະຄຳຂອງພຣະຢາເວ.

Amos 8:13

ໃນມື້ນັ້ນ, ແມ່ນໃຜຈະລົ້ມລົງດ້ວຍການຫິວນ້ຳ?

ໃນມື້ນັ້ນ ບັນດາສາວປອດທີ່ສວຍງາມ ແລະບັນດາຊາຍຫນຸ່ມທັງຫລາຍຈະອອ່ນເພຍຍ້ອນການຫິວນ້ຳ.

ແມ່ນໃຜທີ່ພຣະຢາເວາກ່າວວ່າ ຈະບໍ່ສາມາດລຸກຂຶ້ນໄດ້ອີກ?

ບັນດາຄົນທີ່ສາບານຕົນດ້ວຍຄວາມບາບແຫ່ງຊະມາເຣຍ ບໍ່ສາມາດລຸກຂຶ້ນໄດ້ອີກ.

Amos 9

Amos 9:1

ຜູ້ໃດຈະລອດພົ້ນຈາກການພິພາກສາ ຂອງອົງພຣະຜູ້ເປັນເຈົ້າແຫ່ງອິດສະຣາເອນ?

ບໍ່ມີຜູ້ໃດຈະສາມາດປົບຫນີຈາກການພິພາກສາ ຂອງອົງພຣະຜູ້ເປັນເຈົ້າໄດ້.

Amos 9:3

ພຣະຜູ້ເປັນເຈົ້າຊົງເຮັດແນວໃດຕໍ່ຜູ້ທີ່ລີ້ຢູ່ໃຕ້ພື້ນທະເລ?

ພຣະຜູ້ເປັນເຈົ້າກໍຈະສັ່ງງູໃຫຍ່ໃນທະເລໃຫ້ກັດກິນພວກເຂົາ.

ອົງພຣະຜູ້ເປັນເຈົ້າຊົງມີພຣະປະສົງຫຍັງ ໃນການເຝົ້າເບິ່ງຄົນອິດສະຣາເອນ?

ອົງພຣະຜູ້ເປັນເຈົ້າຈະເຝົ້າເບິ່ງດ້ວຍສາຍຕາຮ້າຍ.

Amos 9:5

ປະຊາຊົນເຮັດຫຍັງ ເມື່ອພຣະຢາເວຊົງແຕະຕ້ອງແຜ່ນດິນເພື່ອເຮັດໃຫ້ມັນລົ້ມລະລາຍໄປ?

ຄົນທັງຫລາຍກໍໂສກເສົ້າເມື່ອພຣະຢາເວໄດ້ແຕະຕ້ອງແຜ່ນດິນໂລກ ແລະ ມັນກໍລົ້ມສະລາຍໄປ.

Amos 9:7

ພຣະຢາເວຊົງນຳຊາວອິດສະຣາເອນອອກມາຈາກໃສ?

ພຣະຢາເວໄດ້ນຳພາຊາວອິດສະຣາເອນອອກຈາກແຜ່ນດິນເອຢິບ.

ພຣະຢາເວຊົງນຳພວກຟີລິດສະຕີນອອກມາຈາກໃສ?

ພຣະຢາເວຊົງນຳພວກຟີລິດສະຕີນອອກຈາກເມືອງກະເຣເຕ.

ພຣະຢາເວຊົງກ່າວວ່າ ພຣະອົງຈະທຳລາຍປະຊາຊົນອິດສະຣາເອນທັງຫມົດບໍ?

ບໍ່, ພຣະຢາເວຈະບໍ່ທຳລາຍເຊື້ອສາຍຂອງອິດສະຣາເອນທັງຫມົດ.

Amos 9:9

ບັນດາຜູ້ທີ່ເຮັດຜິດບາບທັງຫລາຍໃນອິດສະຣາເອນເວົ້າແນວໃດ, ຄືຜູ້ທີ່ພຣະຢາເວຈະຊົງຂ້າ?

ບັນດາຜູ້ທີ່ເຮັດຜິດບາບທັງຫລາຍເວົ້າວ່າ ຄວາມຈິບຫາຍຈະມາບໍ່ເຖິງພວກເຮົາ.

Amos 9:11

ໃນມື້ນັ້ນ, ພຣະຢາເວຊົງກ່າວວ່າລາວຈະຍົກຫຍັງຂື້ນ?

ໃນມື້ນັ້ນ, ພຣະຢາເວກ່າວວ່າ ພຣະອົງຈະເຕັນຂອງດາວິດທີ່ລົ້ມລົງຂຶ້ນໃຫມ່, ແລະປົວແປງບ່ອນທີ່ເພພັງທັງຫລາຍ.

Amos 9:13

ພຣະຢາເວຊົງກ່າວວ່າ ຈະມີຫຍັງຍ້ອຍລົງມາຈາກພູເຂົາ ແລະ ໄຫລອອກມາຈາກເນີນພູທັງຫລາຍ ໃນວັນກຳລັງຈະມາ?

ມື້ນັ້ນກຳລັງຈະມາເຖິງ, ພູເຂົາຈະຍ້ອຍ ແລະ ເນີນພູຈະໄຫລດ້ວຍນ້ຳອະງຸ່ນຫວານ.

Amos 9:14

ພຣະຢາເວຊົງສັນຍາວ່າຈະນຳຊົນຊາດອິດສະຣາເອນກັບຄືນມາຈາກຫຍັງ?

ພຣະຢາເວຊົງສັນຍາວ່າຈະນຳຊົນຊາດອິດສະຣາເອນມາຈາກການເປັນຊະເລີຍ.

ຫລັງຈາກທີ່ພຣະຢາເວຊົງນຳອິດສະຣາເອນກັບຄືນມາ, ພວກເຂົາຢູ່ໃນແຜ່ນດິນນັ້ນດົນປານໃດ?

ຫລັງຈາກທີ່ພຣະຢາເວຊົງນຳອິດສະຣາເອນກັບຄືນມາ, ອິດສະຣາເອນຈະຢູ່ໃນແຜ່ນດິນນັ້ນຕະຫລອດໄປເປັນນິດ.