ພາສາລາວ (Lao): translationQuestions Print

Updated ? hours ago # views See on WACS

1 Peter 1

1 Peter 1:1

ເປໂຕແມ່ນໃຜ ອັກຄະສາວົກຂອງ​ໃຜ?

ເປໂຕແມ່ນອັກຄະສາວົກຂອງພຣະເຢຊູຄຣິດເຈົ້າ.

ເປໂຕຂຽນຈົດຫມາຍຫາໃຜ?

ເປໂຕຂຽນເຖິງພີ່ນ້ອງຕ່າງຊາດທີ່ກະຈັດກະຈາຍໄປ, ແລະ ຜູ້ທີ່ຖືກເລືອກສັນໄວ້ໃນແຂວງປົນໂຕ, ແຂວງ ຄາລາເຕຍ, ແຂວງກາປາໂດເກຍ, ແຂວງເອເຊຍ ແລະ ແຂວງບີທີເນຍ

ຄົນຕ່າງຊາດກາຍເປັນຄົນທີ່ຖືກເລືອກໄດ້ແນວໃດ?

ຄົນຕ່າງຊາດກາຍເປັນຄົນທີ່ຖືກເລືອກ ເພາະ​ພ​ຣ​ະເຈົ້າຮູ້ການລ່ວງໜ້າ ພຣະເຈົ້າ, ພຣະບິດາ ຊົງຊຳຣະໃຫ້ ​ເຂົາ​ໃຫ້ບໍຣິສຸດ ໂດຍພະວິນຍານບໍລິສຸດ.

1 Peter 1:3

ເປໂຕຕ້ອງການຜູ້​ເຊື່ອ​ທັງ​ຫລາຍ​ໃຫ້​ມີຫຍັງ?

ເປໂຕຕ້ອງການໃຫ້ພວກເຂົາມີພຣະຄຸນ ແລະ ສັນຕິພາບ​ທະ​ວີ​ຂື້ນ.

ເປໂຕຕ້ອງການໃຫ້ໃຜໄດ້ພຣະພອນ?

ເປໂຕຕ້ອງການໃຫ້ພຣະເຈົ້າ ແລະພຣະບິດາ​ເຈົ້າຂອງອົງພຣະເຢຊູຄຣິດເຈົ້າຂອງ​ພວກ​ເຂົາໄດ້ຮັບພະພອນ.

ພຣະເຈົ້າໄດ້ໃຫ້ການເກີດໃຫມ່ຂອງພວກເຂົາແນວໃດ?

ພຣະເຈົ້າໄດ້ໃຫ້ການເກີດໃຫມ່ຂອງພວກເຂົາ ໃນພຣະເມດຕາ​ອັນ​ຫ​ຍິ່ງ​ໃຫ​ຍ່ຂອງພຣະອົງ.

​ມໍຣະດົກຈະບໍ່ຈິບຫາຍ, ປາສະຈາກມົນທິນ ຫລື ເສື່ອມຫາຍໄປຍ້ອນຫຍັງ?

ເພາະວ່າ ມໍຣະດົກຈະໄດ້ຖືກສະຫງວນໄວ້ໃນສະຫວັນສຳລັບພວກເຂົາ.

ພວກເຂົາໄດ້​ຖືກປົກປ້ອງ​ໂດຍອຳນາດຂອງພຣະເຈົ້າ​ວິ​ທີ​ໃດ?

ພວກເຂົາໄດ້ຮັບການປົກປ້ອງໂດຍຜ່ານທາງຄວາມເຊື່ອ​​ທີ່ໃຫ້ຄວາມພົ້ນຊຶ່ງພ້ອມຈະປາກົດໃນວັນສຸດທ້າຍ.

1 Peter 1:6

ເປັນຫຍັງຈຶ່ງຈຳເປັນ​ຈະ​ຕ້ອງ​ມີຄວາມຮູ້ສຶກໂສກເສົ້າ​ໃນ​ການ​ທົດ​ລອງ​ຕ່າງໆ?

ມັນຈຳເປັນ​ເພາະຄວາມ​ສັດ​ທາຂອງພວກເຂົາ​ຈະໄດ້ຖືກທົດສອບ, ແລະ ຄວາມສັດທາຂອງພວກເຂົານຳ​ຍູ່ການສັນຣະເສີນ, ພຣະສະຫງ່າຣາສີ, ແລະ ກຽດສັກສີໃນການເປີດເຜີຍຂອງພຣະເຢຊູຄຣິດເຈົ້າ.

ສິ່ງໃດທີ່ມີຄ່າຫລາຍກວ່າທອງຄຳທີ່ກຳ​ລັງ​ສຸນ​ຫາຍ?

ຄວາມ​ສັດທາ(ເຊື່ອ)ມີຄ່າຫລາຍກວ່າ​ທອງຄຳ.

1 Peter 1:8

ເຖິງແມ່ນວ່າຜູ້ທີ່ມີຄວາມເຊື່ອບໍ່​ໄດ້ເຫັນພຣະເຢຊູ, ພວກເຂົາ​ໄດ້ເຮັດ​ຫ​ຍັງ?

ພວກເຂົາຮັກພ​ຣະອົງ ແລະວາງໃຈເຊື່ອໃນພຣະອົງ, ແລະຊື່ນຊົມຍິນດີເກີນທີ່ຈະອະທິບາຍໄດ້ຊຶ່ງ​ເປັນ​ສະ​ຫງ່​າຣາ​ສີບໍ​ຣິ​ບຸນ.

ຜູ້ທີ່ໄດ້ເຊື່ອໃນພະອົງໄດ້ຮັບຜົນຫຍັງມາຈາກຄວາມເຊື່ອຂອງ​ພວກ​ເຮົາ?

ພວກເຂົາໄດ້ຮັບຄວາມລອດພົ້ນທາງຈິດວິນຍານ​ຂອງພວກເຂົາ.

ຜູ້ທຳນວາຍໄດ້ຄົ້ນຄ້ວາ ແລະ ໄດ້ສືບຖາມຢ່າງຮອບຄອບກຽ່ວກັບຫຍັງ?

ຜູ້ທຳນວາຍໄດ້ຄົ້ນຄ້ວາກ່ຽວກັບຄວາມລອດພົ້ນ​ທີ່​ຜູ້​ເຊື່ອ​ໄດ້​ຮັບ, ກ່ຽວກັບພຣະຄຸນທີ່ຈະເປັນຂອງພວກເຂົາ.

1 Peter 1:11

ພຣະວິນຍານບໍລິສຸດຂອງພຣະຄຣິດໄດ້ບອກຜູ້ທຳນວາຍລ່ວງຫນ້າກ່ຽວກັບຫຍັງ?

ພຣະອົງໄດ້ບອກພວກເຂົາກ່ຽວກັບຄວາມທຸກທໍລະມານຂອງພຣະຄຣິດ ແລະ ພຣະສະຫງ່າລາສີ​ທີ່ຈະຕິດຕາມພຣະອົງ.

ຜູ້ທຳນວາຍຮັບໃຊ້ຜູ້​ໃດໂດຍການຄົ້ນຄວ້າ ແລະ ສອບຖາມ​ຂອງພວກເຂົາ?

ພວກເຂົາຮັບໃຊ້ຜູ້ທີ່ເຊື່ອ

ຜູ້ໃດທີ່ຕ້ອງການ​ຢາກ​ໄດ້​ຜົນ​ຂອງການ​ຄົ້ນ​ຄ້ວາ​ແລະ​ການ​ສອບ​ຖາມຂອງຜູ້ທຳນວາຍໄດ້​ຖືກເປີດເຜີຍ?

ແມ່ນແຕ່ທູດສະຫວັນຍັງປາຖະໜາທີ່ຈະໄດ້ຮັບການເປີດເຜີຍ.

1 Peter 1:13

ເປໂຕໄດ້ສັ່ງ​ໃຫ້​ຜູ້​ເຊື່ອ​ເຮັດຫຍັງ​ ໃນ​ຖາ​ນະ​ລູກ​ນ້​ອຽ​ທີ່ເຊື່ອ​ຟັງ?

ເປໂຕໄດ້ສັ່ງພວກເຂົາຈົ່ງຕຽມໃຈເພື່ອ​ເຊື່ອ​ຟັງ​ພ​ຣະ​ເຈົ້າ, ຖ່ອມ​ໃນ​ຄວາມ​ຄິດ, ຕັ້ງຄວາມຫວັງໃຫ້ເຕັມບໍຣິບູນໃນພຣະຄຸນ​ທີ່​ຈະ​ນຳ​ພວກ​ເຂົາ, ແລະ​ບໍ່​ໃຫ້​ພວກ​ເຂົາ​ກັບ​ໄປ​ໃນ​ຄວາມ​ມັກ​ເກົ່າ.

1 Peter 1:15

ເປັນຫຍັງເປໂຕເວົ້າວ່າຜູ້ທີ່ເຊື່ອຄວນຈະບໍລິສຸດ?

ເພາະວ່າພະອົງຜູ້ທີ່ເອີ້ນພວກເຂົາ​ ຊົງບໍລິສຸດ.

ເປັນຫຍັງຜູ້ທີ່ມີຄວາມເຊື່ອຄວນໃຊ້ເວລາເດີນທາງໃນຄວາມຢຳເກງ?

​ເພາະ​​ພ​ຣະ​ອົງຜູ້​ທີ່​ພວກ​ເຂົາເອີ້ນວ່າ "ພຣະບິດາ" ຊົງພິພາກສາທຸກໆຄົນຕາມການກະທຳຂອງເຂົາ.

1 Peter 1:18

ຜູ້ເຊື່ອໄດ້ຖືກໄຖ່ດ້ວຍຫຍັງ?

ພວກເຂົາບໍ່ໄດ້ຖືກໄຖ່ດ້ວຍເງິນ ຫລືຄຳ ແຕ່ດ້ວຍພຣະໂລຫິດອັນປະເສີດຂອງພຣະຄຣິດເຈົ້າ, ຜູ້​ຊົງເປັນເຫມືອນລູກແກະທີ່ບໍ່ມີຕຳຫນິ ຫລື ຮອຍດ່າງ.

ຊາວຕ່າງຊາດຜູ້ທີ່ຖືກຄັດເລືອກ ຮຽນພຶດຕິກຳໂງ່ມາຈາກ ໃ​ຜ?

ພວກເຂົາຮຽນຮູ້ພຶດຕິກຳໂງ່ມາຈາກພໍ່ຂອງພວກເຂົາ.

1 Peter 1:20

ເມື່ອໃດທີ່ພຣະຄຣິດຖືກເລືອກ ແລະ ເມື່ອໃດທີ່ພຣະອົງໄດ້ຖືກປະກາດ?

ພຣະອົງຊົງຖືກເລືອກໄວ້ກ່ອນການວາງຮາກຖານສ້າງໂລກ; ພຣະ​ອົງໄດ້ປາກົດ​ຕົວໃຫ້ແກ່ຊາວຕ່າງຊາດຜູ້ທີ່ຖືກເລືອກໃນເວລາສຸດທ້າຍ.

ຜູ້ທີ່ເຊື່ອ ເຊື່ອໃນພຣະເຈົ້າ ແລະ ມີຄວາມສັດທາ ແລະ ຄວາມຫມັ້ນໃຈພ​ຣະ​ອົງວິ​ທີໃດ?

ໂດຍຜ່ານທາງພຣະຄຣິດ, ຜູ້ທີ່ພຣະເຈົ້າໄດ້ຍົກຂື້ນຈາກຄວາມຕາຍ ແລະ ພຣະເຈົ້າ​ຊົງໃຫ້ພຣະສະຫງ່າລາສີ.

1 Peter 1:22

ຜູ້ທີ່ມີຄວາມເຊື່ອເຮັດໃຫ້ຈິດໃຈ​ຂອງ​ເຂົາບໍລິສຸດ​ໄດ້ແນວໃດ?

ພວກເຂົາໄດ້ຊຳຣະຈິດໃຈຂອງ​ເຂົາໃຫ້ບໍຣິສຸດໂດຍການເຊື່ອຟັງຄວາມຈິງ​ເຣຶ່ອງຄວາມຮັກສັນພີ່ນ້ອງ.

ຜູ້ທີ່ມີຄວາມເຊື່ອໄດ້ເກີດ​ໃໝ່ວິ​ທີໃດ?

ພວກເຂົາໄດ້ບັງເກີດໃໝ່ແລ້ວຈາກແນວປູກທີ່ບໍ່ເປື່ອຍເນົ່າ, ໂດຍຜ່ານພຣະທັມຂອງພຣະເຈົ້າອັນຊົງຊີວິດ ແລະ ຕັ້ງຫມັ້ນຄົງ, ບໍ່ແມ່ນເກີດຈາກແນວປູກທີ່ເປື່ອຍເນົ່າໄດ້.

1 Peter 1:24

ແມ່ນຫຍັງຄື​ຝ່າຍເນື້ອຫນັງທັງຫມົດ ແລະ ແມ່ນຫຍັງຄືພຣະສະຫງ່າລາສີ?

ບັນດາເນື້ອຫນັງກໍເປັນເຫມືອນດັ່ງຕົ້ນຫຍ້າ, ແລະ ສະຫງ່າຣາສີຂອງພວກເຂົາ ກໍເປັນດັ່ງດອກຫຍ້າ.

ເກີດຫຍັງຂື້ນກັບຄຳເວົ້າຂອງອົງພຣະຜູ້ເປັນເຈົ້າ?

ຄຳເວົ້າຂອງອົງພຣະຜູ້ເປັນເຈົ້າຍັງຄົງຢູ່ຕະຫລອດ​ໄປ​ເປັນ​ນິດ.

1 Peter 2

1 Peter 2:1

ຜູ້ເຊື່ອຖືກບອກໃຫ້ຍົກເວັ້ນຫຍັງ?

ພວກເຂົາ​ຕ້ອງ​ປະຖິ້ມຄວາມຊົ່ວຮ້າຍ, ບັນດາກົນອຸບາຍທັງປວງ, ການຫນ້າຊື່ໃຈຄົດ, ຄວາມອິດສາຣິດສະຫຍາ, ແລະ ຄຳເວົ້ານິນທາໃສ່ຮ້າຍ​ປ້າຍ​ສີທັງຫມົດ.

ເປັນຫຍັງພວກຜູ້ເຊື່ອຈຶ່ງສະແຫວງຫາອາ​ຫານ​ອ່ອນບໍລິສຸດຝ່າຍຈິດວິນຍານ?

ພວກເຂົາສະແຫວງຫານົມ​ອາ​ຫານ​ອ່ອນບໍລິສຸດຝ່າຍຈິດວິນຍານ ເພື່ອຈະ​ໄດ້​ເຕີບໂຕຂຶ້ນໃນຄວາມລອດພົ້ນ.

1 Peter 2:4

ແມ່ນໃຜຄືສິລາ​ທີ່​ມີ​ຊີ​ວິດ, ​ຖືກຜູ້ຄົນປະເສດບໍ່ຍອມຮັບ, ແລະ ຖືກເລືອກໂດຍພ​ຣະເຈົ້າ?

ພຣະເຢຊູຄຣິດເຈົ້າເປັນສິລາທີ່ມີຊີວິດ.

ເປັນຫຍັງຜູ້ທີ່ມີຄວາມເຊື່ອຈຶ່ງປຽບ ເຫມືອນສິລາທີ່ມີຊີວິດ?

ພວກເຂົາເປັນເຫມືອນສີລາທີ່ມີຊີວິດທີ່ກຳລັງກໍຂຶ້ນເປັນວິຫານຝ່າຍວິນຍານ ເພື່ອ​ເປັນ​ປະ​ໂລ​ຫິດ ຖວາຍ​ເຄື່ອງ​ບູ​ຊາ​ທີ່​ພໍ​ພ​ຣະ​ທັຍ​ພ​ຣະ​ເຈົ້າ.

1 Peter 2:7

ເປັນຫຍັງຜູ້ກໍ່ສ້າງສະດຸດ, ບໍ່ເຊື່ອຟັງພຣະຄຳ?

ຜູ້ກໍ່ສ້າງສະດຸດເພາະວ່າພວກເຂົາຖືກແຕ່ງຕັ້ງໃຫ້ເຮັດແນວນັ້ນ.

1 Peter 2:9

ເປັນຫຍັງຜູ້ທີ່ເຊື່ອຈຶ່ງເປັນເຊື້ອຊາດທີ່ຖືກເລືອກ, ເປັນປະໂລຫິດຫລວງ, ປະຊາຊາດທີ່ບໍລິສຸດ, ແລະ ​ໄຜ່​ພົນ​ເພື່ອສົມ​ບັດຂອງພຣະເຈົ້າ?

ພວກເຂົາຖືກເລືອກນັ້ນພວກເຂົາຈະປະກາດ​ການ​ອັ​ສ​ຈັນຂອງພຣະເຈົ້າ.

1 Peter 2:11

ເປັນຫຍັງເປໂຕຈຶ່ງເອີ້ນຜູ້ທີ່ເຊື່ອໃຫ້ຍົກເວັ້ນຄວາມ​ຢາກ​ໄດ້ທີ່​ນຳ​ໄປ​ເຖິງ​ຄວາມຜິດບາບ?

ເປໂຕເອີ້ນພວກເຂົາເຫລົ່ານັ້ນເພື່ອວ່າ​ຜູ້ທີ່ຕິຕຽນວ່າພວກເຂົາວ່າເປັນຄົນເຮັດຊົ່ວນັ້ນ ຈະເຫັນການປະພຶດທີ່ດີຂອງພວກເຂົາ ແລະ ສັນລະເສີນພຣະເຈົ້າ.

1 Peter 2:13

ເປັນຫຍັງຜູ້ທີ່ມີຄວາມເຊື່ອຈຶ່ງເຊື່ອຟັງສິດອຳນາດຂອງມະນຸດ?

ພວກເຂົາຕ້ອງເຊື່ອຟັງສິດອຳນາດຂອງມະນຸດທຸກຄົນ ເພາະວ່າພຣະເຈົ້າຕ້ອງການໃຫ້​ການເຊື່ອຟັງ​ຂອງ​ເຂົາ ລະງັບຄວາມໂງ່ງ່າວຂອງຄົນຊົ່ວຊ້າໃຫ້ສະຫງົບດ້ວຍຄຸນຄວາມດີ.

ແທນທີ່ຈະໃຊ້ສິດເສລີພາບຂອງພວກເຂົາເປັນການປົກປິດຄວາມຊົ່ວຮ້າຍ, ຊາວຕ່າງຊາດ, ຜູ້ທີ່ຖືກເລືອກ​ຈະເຮັດຫຍັງ?

ພວກເຂົາຕ້ອງໃຊ້ສິເສລີພາບຂອງພວກເຂົາເພື່ອຈະເປັນຜູ້ຮັບໃຊ້ຂອງພຣະເຈົ້າ.

1 Peter 2:18

ເປັນຫຍັງຜູ້ຮັບໃຊ້ຈຶ່ງຄວນຟັງນາຍຂອງພວກເຂົາເຖິງແມ່ນວ່າເປັນຜູ້ທີ່ບໍ່ດີ?

ຜູ້ຮັບໃຊ້ຕ້ອງຍອມຮັບວ່າບໍ່ແມ່ນແຕ່ນາຍຜູ້ເປັນຄົນໃຈດີ ແລະສຸພາບເທົ່ານັ້ນ, ແຕ່ຕໍ່ນາຍທີ່ຮ້າຍດ້ວຍ ເພາະ​ເຮັດ​ດີ​ແລ້ວທຸກລຳບາກ, ຖືກ​ລົງ​ໂທດ​ເພື່ອເປັນ​ການ​ສັນ​ລະ​ເສີນພຣະເຈົ້າ

1 Peter 2:21

ເປັນ​ຫ​ຍັງຜູ້ຮັບໃຊ້ຈຶ່ງຖືກເອີ້ນໃຫ້ທຸກລຳ​ບາກ​ເພື່ອເຮັດຄວາມດີ?

ເພາະວ່າພຣະຄິດໄດ້ຊົງຮັບທົນທຸກທໍລະມານເພຶ່ອພວກເຂົາ, ພຣະອົງໄດ້ເປັນແບບຢ່າງແກ່ພວກເຂົາ, ແລະ ພຣະອົງໄດ້ມອບຕົວເອງໃຫ້ຜູ້ທີ່ຕັດສິນຢ່າງຍຸດຕິທຳ.

1 Peter 2:24

ເປັນຫຍັງພຣະຄຣິດຈຶ່ງແບກ​ຄວາມ​ບາບ​ຂອງເປໂຕ, ຜູ້ທີ່ເຊື່ອ, ແລະ ຜູ້ຮັບໃຊ້, ໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້?

ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ, ເພື່ອພວກ​ເຂົາຈະບໍ່ໄດ້ມີສ່ວນຮ່ວມຫລາຍຂຶ້ນໃນການບາບ, ແລະເພື່ອໃຫ້ເຮົາມີຊີວິດຢູ່ໄດ້ດ້ວຍຄວາມຊອບທັມ, ແລະ ເພາະພວກເຂົາໄດ້ຮັບການຮັກສາ​ໂດຍບາດແຜຂອງພຣະອົງ.

ຫລັງຈາກທີ່ພວກເຂົາທັງຫມົດໄດ້ຫລົງທາງໄປຄືກັບແກະທີ່ເສຍໄປພວກເຂົາ​ຕ້ອງກັບ​ຄີນມາຫາໃຜ?

ພວກເຂົາຕ້ອງກັບ​ຄືນມາຫາຜູ້ລ້ຽງແກະ ແລະ ຜູ້ຄຸ້ມຄອງຈິດວິນຍານຂອງພວກເຂົາ.

1 Peter 3

1 Peter 3:1

ເປັນຫຍັງຜູ້ເປັນພັນລະຍາຄວນຍອມເຊື່ອ​ຟັງສາມີ?

ພັນລະຍາຈົ່ງເຊື່ອຟັງສາມີຂອງຕົນ, ​ເພື່ອເປັນ​ແບບ​ຢ່າງ​ໃຫ້​ຜູ້ບໍ່​ເຊ​ື່ອ​ໄດ້​ເຫັ​ນໂດຍບໍ່ຕ້ອງ​ເວົ້າຫ​ຍັງ.

1 Peter 3:3

ພັນລະຍາຄວນຈະເອົາຊະນະ​ໃຈສາມີຂອງພວກເຂົາແນວໃດ?

ພັນລະຍາຄວນເອົາຊະນະສາມີຂອງຕົນດ້ວຍຈິດໃຈ​ດີ, ບໍ່ແມ່ນເຄື່ອງປະດັບທີ່ຢູ່ພາຍນອກ.

1 Peter 3:5

ຜູ້ຍິງຄົນໃດທີ່ເປໂຕໄດ້ກ່າວເປັນຕົວຢ່າງຂອງພັນລະຍາຜູ້ທີ່ມີຄວາມຫມັ້ນໃຈໄດ້ໃນພຣະເຈົ້າ ແລະ ຍອມຢູ່ໃຕ້ຂອງສາມີຂອງນາງ?

ເປໂຕໄດ້ກ່າວເຖິງນາງຊາຣາເປັນຕົວຢ່າງ.

1 Peter 3:7

ເປັນຫຍັງສາມີ ແລະ ພັນລະຍາຢູ່ຮ່ວມກັນດ້ວຍຄວາມຮູ້ ແລະ ຄວາມເຂົ້າໃຈ​ລາວ?

ສາມີຄວນຢູ່ກິນກັບພັນລະຍາໂດຍເຂົ້າໃຈລາວ ​ເພື່ອຄຳອະ​ທິຖານຂອງພວກເຂົາຈະບໍ່ຖືກກີດຂວາງ.

1 Peter 3:8

ເປັນຫຍັງເປໂຕຈຶ່ງສັ່ງສອນຄົນຕ່າງຊາດທັງຫມົດ, ຜູ້ທີ່ຖືກເລືອກ, ​ໃຫ້​ມີ​ໃຈ​ດຽວແລະໃຫ້​ເປັນພຣະພອນຕໍ່​ໄປ?

ເພາະວ່າພວກເຂົາຖືກເອີ້ນໃຫ້ເຮັດແນວນັ້ນ, ເພື່ອພວກເຂົາຈະໄດ້ຮັບ​ພ​ຣະພອນ.

1 Peter 3:10

ເປັນຫຍັງ​ຜູ້ທີ່ຮັກຊີວິດ​ຂອງ​ຕົນຈຶ່ງຫ້າມລີ້ນຂອງ​ຕົນ​ບໍ່​ເວົ້າຄວາມຊົ່ວ ແລະ ຫັນຫນີຈາກສິ່ງທີ່ບໍ່ດີມາເຮັດສິ່ງດີ?

ເພາະວ່າຕາຂອງອົງພຣະຜູ້ເປັນຊົງເຈົ້າເຫັນຄວາມຊອບທຳ.

1 Peter 3:13

ໃຜແມ່ນຜູ້ທີ່ໄດ້ພຣະພອນ?

ຜູ້ທີ່ທົນທຸກທໍລະມານເພາະ​ຄວາມຊອບທັມ​ຈະໄດ້ຮັບພຣະພອນ.

1 Peter 3:15

ຜູ້ທີ່ມີຄວາມເຊື່ອຖືກ​ສອນໃຫ້ເຮັດ​ແນວ​ໃດເພື່ອຮັກສາຄວາມ​ເຊື່ອຫມັ້ນໃນພຣະເຈົ້າ?

ພວກເຂົາຖືກສອນໃຫ້​ເອົາພຣະຜູ້ເປັນເຈົ້າ ພຣະຄຣິດ​ ເປັນສິ່ງທີ່ມີຄ່າໃນໃຈຂອງພວກເຂົາ.

ຜູ້ທີ່ມີຄວາມເຊື່ອຕອບຄຳຖາມທຸກຄົນທີ່ຖາມກ່ຽວກັບພຣະເຈົ້າດ້ວຍຄວາມຫມັ້ນໃຈແນວໃດ?

ພວກເຂົາຕ້ອງຕອບດ້ວຍຄວາມອ່ອນໂຍນ ແລະ ຄວາມເຄົາຣົບ

1 Peter 3:18

ເປັນຫຍັງພຣະຄຣິດຈຶ່ງຍອມທົນທຸກທໍລະມານຄັ້ງ​ດຽວໃນຄວາມບາບ?

ພຣະຄຣິດຍອມທົນທຸກທໍລະມານຄັ້ງ​ດຽວໃນຄວາມບາບເພື່ອພຣະອົງຈະນຳເປໂຕ ແລະ ຜູ້ທີ່ມີຄວາມເຊື່ອ​ມາ​ຫາພຣະເຈົ້າ.

ເປັນຫຍັງວິນຍານ​ທັງ​ຫລາຍທີ່ພຣະຄຣິດ​ໄດ້​ປະກາດ​ໃຫ້​ນັ້ນຍັງຖືກຄຸກຢູ່?

ວິນຍານ​ທັງ​ຫລາຍທີ່ຢູ່ໃນຄຸກຕອນນີ້ ແມ່ນບໍ່ໄດ້ເຊື່ອຟັງ ຄາວເມື່ອພຣະເຈົ້າຊົງໂຜດສຳແດງຄວາມອົດທົນດົນນານໃນສະໄຫມຂອງໂນອາ.

1 Peter 3:21

ພຣະເຈົ້າຊ່ວຍໃຫ້ຜູ້ຄົນສ່ວນ​ນ້​ອຽ ລອດພັົ້ນໂດຍນໍ້າ​ບັບ​ຕິ​ສ​ມາເປັນສັນຍາລັກຫຍັງ?

ການ​ລົງ​ນ້ຳບັບຕິສະມາ​ເປັນ​ສັນ​ຍ​າ​ລັກ​ຂອງ​ຄວາມ​ລອດ​ພົ້ນ

ຂະ​ນະ​ທີ່ພຣະເຢຊູຢູ່ເບື້ອງຂວາຂອງພຣະເຈົ້າໃນສະຫວັນ, ທູດສະຫວັນ, ຜູ້​ມີ​ສິດ, ແລະ​ຜູ້​ມີອຳ​ນາດ ຈະຕ້ອງເຮັດຫຍັງ?

ພວກເຂົາທຸກຄົນຕ້ອງຢູ່ໃຕ້ອຳນາດຂອງພຣະອົງ.

1 Peter 4

1 Peter 4:1

ເປໂຕສັ່ງບັນດາຜູ້ທີ່ເຊື່ອໃຫ້ຕຽມ​ຕົວ​ແນວ​ໃດ?

ທ່ານໄດ້ສັ່ງໃຫ້ພວກເຂົາ​​ຕຽມ​ຕົວໃຫ້​ມີຄວາມຄິດຢ່າງດຽວກັນກັບພຣະຄຣິດ​ເມື່ອ​ພ​ຣະ​ອົງໄດ້ທົນທຸກທໍຣະມານໃນເນື້ອຫນັງ.

1 Peter 4:3

ເປັນຫຍັງຄົນຕ່າງຊາດຈຶ່ງເວົ້າຕໍ່​ສູ້ຜູ້ທີ່ມີຄວາມເຊື່ອ?

ພວກ​ເຂົາ​ເວົ້າ​​ຕໍ່​ສູ້ຄົນ​ຕ່າງ​​ດ້າວ ຜູ້ທີ່ຖືກເລືອກ​ໄວ້, ເພາະວ່າພວກ​ຖືກ​ເລືອກບໍ່ໄດ້ດຳເນີນຊີວິດຕາມຣາຄະຕັນຫາ, ຕາມໃຈປາຖະຫນາອັນຊົ່ວຊ້າ, ດື່ມສຸຣາມຶນເມົາກິນລ້ຽງກັນຢ່າງຫລູຫລາ, ຟຸມເຟືອຍ, ແລະ ກາບໍ່ຂາບໄຫວ້ຮູບເຄົາ ຣົບອັນເປັນທີ່ໜ້າລັງກຽດ ເໝືອນ​ຄົງ​ຕ່າງ​ຊາດ.

ພຣະເຈົ້າພ້ອມທີ່ຈະຕັດສິນໃຜ?

ພຣະເຈົ້າພ້ອມທີ່ຈະຕັດສິນທຸກຊີວິດ ແລະຄົນທີ່ຕາຍແລ້ວ.

1 Peter 4:7

ເປັນຫຍັງຜູ້ທີ່ເຊື່ອຈຶ່ງຕ້ອງ​ສະແດງກິຣິຍາສະຫງ່ຽມຈຽມຕົວ ແລະຮັກຊຶ່ງກັນ ແລະ ກັນໃຫ້ຫລາຍ​ຂຶ້ນ?

ພວກເຂົາຕ້ອງເຮັດສິ່ງເຫລົ່ານັ້ນເພາະຍຸກສຸດທ້າຍໃກ້ເຂົ້າມາແລ້ວ ແລະ ເພື່ອໃຫ້ເຂົາເຈົ້າເຂົ້າເຝົ້າຣະວັງໃນການພາວັນນາອະທິຖານ.

1 Peter 4:10

ເປັນຫຍັງຜູ້ທີ່ເຊື່ອແຕ່ລະຄົນທີ່ໄດ້ຮັບຂອງປະທານຄວນຮັບໃຊ້ເຊິ່ງກັນ ແລະ ກັນ?

ພວກເຂົາຄວນໃຊ້ຂອງປະທານຂອງພວກເຂົາເພື່ອວ່າພຣະເຈົ້າຈະຊົງໄດ້ຮັບກຽດໂດຍຜ່ານທາງພຣະເຢຊູຄຣິດເຈົ້າ.

1 Peter 4:12

ເປັນຫຍັງຜູ້ທີ່ເຊື່ອຕ້ອງຊື່ນຊົມຍິນດີໃນການທີ່ທ່ານໄດ້ມີສ່ວນຮ່ວມໃນການທີ່ພຣະເຈົ້າທົນທຸກທໍມະມານຂອງພຣະຄຣິດ ຫລື ແມ່ນແຕ່ຕອນທີ່ຖືກດ່າເພື່ອພຣະນາມຂອງພຣະຄຣິດ?

ເພາະວ່າພວກເຂົາໄດ້ຮັບພຣະພອນ ໃນເມື່ອທີ່ພວກເຂົາຖືກດ່າ?

1 Peter 4:15

ແມ່ນຫຍັງຜູ້ທີ່ເປັນຄຣິດສະຕຽນຈຶ່ງໄດ້ຮັບການຕັກເຕືອນບໍ່ໃຫ້​ມີໂທດຍ້ອນເປັນຜູ້ຂ້າຄົນ, ເປັນ ຂະໂມຍ, ເປັນຄົນທຳຮ້າຍ, ຫລືເປັນຄົນທີ່ທ່ຽວຫຍຸ້ງກ່ຽວກັບທຸຣະຂອງຄົນອື່ນ?

ຊາວຄຣິດສະຕຽນ​ຈະບໍ່ໄດ້ທຸກທໍລະມານຍ້ອ​ນ​ເປັນ​ຜູ້​ຂ້າຄົນ, ຍ້ອນ​ເປັນ​ໂຈນ, ຍ້ອນ​ເປັນຄົນຊົ່ວຮ້າຍ, ຫລື ​ຍ້ອນເປັນຄົນ​ໄປທ່ຽວຫຍຸ້ງກ່ຽວກັບ​ເຣື່ອງ​ຜູ້​ອື່ນ.

1 Peter 4:17

ເປັນຫຍັງຜູ້ທີ່ບໍ່ເຊື່ອ ແລະ ຄົນບາບຈຶ່ງຄວນເຊຶ່ອຟັງຂ່າວປະເສີດຂອງພຣະເຈົ້າ?

ເພາະວ່າ​ແມ່ນ​ແຕ່ຜູ້ທີຊອບທັມຍັງໄດ້ຮັບຄວາມລອດພົ້ນຜ່ານ​ດ້ວຍຄວາມຍາກ​ລຳ​ລາກ.

​ຜູ້ທີ່ໄດ້ທົນຄວາມທຸກທໍລະມານຕາມ​ນ້ຳພຣະໄທຂອງພຣະເຈົ້າທີ່ຈະ​ປະ​ຕິ​ບັດ​ຕົນແນວໃດ?

ຜູ້ທີ່ທົນທຸກທໍຣະມານ ຕາມພຣະປະສົງຂອງພຣະເຈົ້າຈົ່ງມອບຝາກຈິດວິນຍານຂອງພວກເຂົາໄວ້ກັບພຣະອົງຜູ້ຊົງສ້າງ ຜູ້ຊົງສັດຊື່ໃນການກະທຳດີນັ້ນເທີ້ນ.

1 Peter 5

1 Peter 5:1

ເປໂຕແມ່ນໃຜ?

ເປໂຕເປັນຜູ້ນຳອາວຸໂສ,​ທີ່ເປັນພະຍານເຖິງຄວາມທົນທຸກທໍລະມານຂອງພຣະຄຣິດ, ແລະ ມີສ່ວນທີ່ຈະຮັບພຣະສະຫງ່າຣາສີທີ່ຈະມາປາກົດພາຍຫລັງ.

ເປໂຕແນະນຳບັນດາຜູ້ນຳອາວຸໂສອື່ນໆວ່າແນວໃດ?

ລາວໄດ້ແນະນຳທ່ານຜູ້​ນຳອາວຸໂສທັງຫລາຍວ່າຈົ່ງລ້ຽງ ແລະ ເອົາໃຈໃສ່ຝູງແກະຂອງພຣະເຈົ້າທີ່ຢູ່ກັບພວກເຂົາ.

1 Peter 5:5

ຜູ້ທີ່ອາວຸໂສ​ໄຫມ່ຄວນຍອມຕາມຜູ້ໃດ?

ພວກອາວຸໂສໃຫມ່ຈົ່ງຍອມຕາມຜູ້ອາວຸໂສ​ທີ່​ມີ​ອາ​ຍຸ​ແກ່.

ເປັນຫຍັງພວກເຂົາຈຶ່ງຕ້ອງການຄວາມຖ່ອມໃຈ ແລະ ຮັບໃຊ້ຊຶ່ງກັນ ແລະກັນ?

ເພາະວ່າພຣະເຈົ້າຊົງປະທານພຣະຄຸນແກ່ຄົນທັງຫລາຍທີ່ຄວາມຖ່ອມໃຈລົງເພື່ອພຣະອົງຈະຊົງໄດ້ຍົກທ່ານຂື້ນເມື່ອເຖິ່ງເວລາອັນຄວນ.

1 Peter 5:8

ປະຊາຊົນໄດ້ຮັບການສັ່ງສອນວ່າແນວໃດ?

ພວກເຂົາໄດ້ຮັບການສັ່ງສອນວ່າຈົ່ງເປັນຄົນໃຈຫນັກແຫນ້ນ, ຈົ່ງຣະວັງຕົວ, ຕໍ່​ສູ້ຄວາມຊົ່ວ, ແລະ ຕັ້ງໃຈຫມັ້ນຄົງໃນຄວາມເຊື່ອ.

1 Peter 5:10

ຈະມີ​ຫຍັງເກີດຂື້ນກັບປະຊາຊົນ​ພ​ຣະ​ເຈົ້າທີ່​ໄດ້ທົນທຸກທໍລະມານຢູ່ຄາວ?

ພຣະ​ເຈົ້າ​ຈະຊົງເສີມກຳລັງ​ໃຫ້ເຂົາ​ເຂັ້ມ​ແຂງຂື້ນ.

1 Peter 5:12

ເປໂຕຖືວ່າຊີລາ​ວານເປັນໃຜ?

ເປໂຕຖືວ່າຊີລາ​ວານ ເປັນພີ່ນ້ອງທີ່ສັດຊື່ຄົນຫນຶ່ງ.

ເປໂຕເວົ້າຫຍັງກ່ຽວກັບສິ່ງທີ່ລາວໄດ້ຂຽນ​ໄວ້?

ເປໂຕໄດ້ເວົ້າໃນສິ່​ງທີ່ໄດ້ຂຽນວ່ານັ້ນແມ່ນພຣະຄຸນຂອງພຣະເຈົ້າແທ້ຈິງ.

ໃຜໄດ້ທັກທາຍກັບຜູ້ທີ່ເຊື່ອ ແລະ ພວກເຂົາໄດ້ທັກທາຍກັນແນວໃດ

ຜູ້ຍິງທີ່ຢູ່ເມືອງບາບີໂລນ, ແລະ ມາຣະໂກ, ລູກຊາຍຂອງເປໂຕ, ກ່າວທັກທາຍພວກເຂົາ; ພວກເຂົາທັກທາຍກັນດ້ວຍທຳນຽມຈູບ ທີ່ສະແດງເຖິງຄວາມຮັກຕໍ່ກັນ.